ສູນກາງແນວລາວສ້າງຊາດ: Difference between revisions

ຈາກ Laopedia
No edit summary
No edit summary
 
ແຖວ 22: ແຖວ 22:
== ໂຄງຮ່າງການຈັດຕັ້ງ ==
== ໂຄງຮ່າງການຈັດຕັ້ງ ==


* ຫ້ອງການ
* [[ຫ້ອງການ ສນຊ|ຫ້ອງການ]]
* ກົມຈັດຕັ້ງພະນັກງານ
* ກົມຈັດຕັ້ງພະນັກງານ
* ກົມກວດກາ
* ກົມກວດກາ
ແຖວ 28: ແຖວ 28:
* ກົມຊົນເຜົ່າ
* ກົມຊົນເຜົ່າ
* ກົມສາສະໜາ
* ກົມສາສະໜາ
* ກົມຊັ້ນຄົນ ແລະ ອົງການຈັດຕັ້ງທາງສັງຄົມ
* [[ກົມຊັ້ນຄົນ ແລະ ອົງການຈັດຕັ້ງສັງຄົມ ສນຊ|ກົມຊັ້ນຄົນ ແລະ ອົງການຈັດຕັ້ງທາງສັງຄົມ]]
* ສູນຝຶກອົບຮົມ ແນວລາວສ້າງຊາດ
* [[ສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ|ສູນຝຶກອົບຮົມ ແນວລາວສ້າງຊາດ]]


ແຫຼ່ງທີ່ມາ: https://lfnd.gov.la/
ແຫຼ່ງທີ່ມາ: https://lfnd.gov.la/
[[ໝວດ:ຂໍ້ມູນບັນດາອົງການຈັດຕັ້ງລັດ]]
[[ໝວດ:ຂໍ້ມູນບັນດາອົງການຈັດຕັ້ງລັດ]]

Latest revision as of 11:16, 25 ສິງຫາ 2024


ແນວລາວສ້າງຊາດແມ່ນອົງການຈັດຕັ້ງສໍາພັນທາງການເມືອງຂອງທົ່ວສັງຄົມ, ເປັນສະຫະພັນຂອງອົງການຈັດຕັ້ງການເມືອງ, ອົງການຈັດຕັ້ງການເມືອງ-ສັງຄົມ, ອົງການຈັດຕັ້ງສັງຄົມ ແລະ ບຸກຄົນທີ່ເປັນຕົວແທນໃຫ້ແກ່ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ, ໄວ ລວມທັງຕົວແທນຄົນເຊື້ອຊາດລາວ ທີ່ດໍາລົງຊີວິດຢູ່ຕ່າງປະເທດ ບົນພື້ນຖານຄວາມຕື່ນຕົວ ແລະ ສະໝັກໃຈ.

ແນວລາວສ້າງຊາດເປັນພາກສ່ວນໜຶ່ງໃນລະບົບການເມືອງແຫ່ງ ສປປ ລາວ ໂດຍແມ່ນພັກປະຊາຊົນປະຕິວັດລາວເປັນແກ່ນນໍາ ແລະ ເປັນພື້ນຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນ. ແນວລາວສ້າງຊາດ ສືບທອດ ແລະ ເສີມຂະຫຍາຍມູນເຊື້ອ ອັນສະຫງ່າລາສີ ຂອງແນວລາວອິດສະຫຼະ ແລະ ແນວລາວຮັກຊາດ ຊຶ່ງໄດ້ເຕົ້າໄຮມຄວາມສາມັກຄີ ປະຊາຊົນລາວບັນດາເຜົ່າ ເຂົ້າໃນການຕໍ່ສູ້ກູ້ຊາດ ໃນເມືອກ່ອນ ແລະ ການປົກປັກຮັກສາ ແລະ ສ້າງຊາດພັດທະນາປະເທດຊາດ ໃນປະຈຸບັນ.

ພາລະບົດບາດ

ແນວລາວສ້າງຊາດມີພາລະບົດບາດຕົ້ນຕໍດັ່ງນີ້:

1.    ເປັນຄັນທຸງ ເຕົ້າໂຮມຄວາມສາມັກຄີປອງດອງ ປະຊາຊົນລາວບັນດາເຜົ່າ, ສ້າງຄວາມເຂັ້ມແຂງ ແລະ ປັບປຸງກໍາລັງແຮງທົ່ວປວງຊົນ;

2.    ສຶກສາອົບຮົມ, ປຸກລະດົມ ປະຊາຊົນລາວບັນດາເຜົ່າ, ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ;

3.    ເສີມຂະຫຍາຍສິດເປັນເຈົ້າ ໃນການປົກປັກຮັກສາວັດທະນະທໍາ, ຮີດຄອງປະເພນີອັນດີງາມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ.

4.    ໃກ້ຊິດຕິດແທດ, ເກັບກໍາຄໍາຄິດຄໍາເຫັນ, ສ່ອງແສງມານະຈິດ ແລະ ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນລາວບັນດາເຜົ່າ.

5.    ຕິດຕາມ ກວດກາ ການເຄື່ອນໄຫວ ຂອງອົງການອໍານາດລັດ ແລະ ພາຄີຂອງແນວລາວສ້າງຊາດ ໂດຍຜ່ານຄໍາເຫັນຂອງປະຊາຊົນລາວບັນດາເຜົ່າ.

6.    ເປັນໃຈກາງປະສານສົມທົບ ກັບພາຄີຂອງຕົນ.

ໂຄງຮ່າງການຈັດຕັ້ງ

ແຫຼ່ງທີ່ມາ: https://lfnd.gov.la/