ສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ

ຈາກ Laopedia

ສູນຝຶກອົບຮົມສູນກາງແນວລາວສ້າງຊາດ ຂຽນເປັນອັກສອນຫຍໍ້ວ່າ “ສສນ” ແມ່ນສູນວິຊາການໜຶ່ງທີ່ຂຶ້ນກັບໂຄງປະກອບກົງຈັກການຈັດຕັ້ງຂອງສູນກາງແນວລາວສ້າງຊາດ, ເຊິ່ງມີຖານະທຽບເທົ່າກົມ, ຫ້ອງການໃນສູນກາງແນວລາວສ້າງຊາດ ການເຄື່ອນໄຫວພາຍໃຕການຊີ້ນໍາຂອງຄະນະພັກ, ຄະນະປະຈໍາສູນກາງແນວລາວສ້າງຊາດ.

ພາລະບົດບາດ

ສູນຝຶກອົບຮົມສູນກາງແນວລາວສ້າງຊາດ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະປະຈໍາສູນກາງແນວລາວສ້າງຊາດໃນການຄົ້ນຄວ້າວິທະຍາສາດວຽກງານແນວລາວສ້າງຊາດ ແລະ ບໍາລຸງສ້າງພະນັກງານແນວລາວສ້າງຊາດທາງດ້ານວິຊາການ ແລະ ສ້າງຄູຝຶກອົບຮົມວຽກງານແນວລາວສ້າງຊາດ.

ໜ້າທີ່

  • ຄົ້ນຄວ້າ ເຊື່ອມຊຶມ, ກຳແໜ້ນແນວທາງ, ມະຕິ, ຄໍສັ່ງ, ທິດຊີ້ນໍາຂອງຄະນະພັກ, ຄະນະປະຈໍາສູນກາງແນວລາວສ້າງຊາດເພື່ອຫັ້ນເປັນຫົວຂໍ້ຄົ້ນຄວ້າວິທະຍາສາດວຽກງານແນວລາວສ້າງຊາດ ແລະ ຫັ້ນເປັນແນວທາງການຈັດຕັ້ງອົບຮົມສູນຝຶກອົບຮົມສູນກາງແນວລາວ້າງຊາດ.
  • ສ້າງຫຼັກສູດຝຶກອົບຮົມ, ປຶ້ມຄູ່ມືຝຶກອົບຮົມວຽກງານແນວລາວສ້າງຊາດໃຫ້ແກ່ສູນຝຶກອົບຮົມ ແລະ ແນວລາວສ້າງຊາດຂັ້ນຕ່າງໆ.
  • ສ້າງຫຼັກສູດການຮຽນ-ການສອນທີ່ເປັນແບບໄລຍະຕໍ່ເນື່່ອງນັບແຕ່ລະບົບຊັ້ນຕົ້ນ,​ ຊັ້ນກາງ, ຊັ້ນສູງ, ຊັ້ນປະລິນຍາຕີ.
  • ສ້າງແຜນງົບປະມານຂໍ້ທຶນສະໜອງການຝຶກອົບຮົມ, ທຶນປັບປຸງບູລະນະສ້ອມແປງສູນຝຶກອົບຮົມຈາກລັດຖະບານ ແລະ ອົງການຈັດຕັ້ງສັງຄົມ.
  • ສ້າງແຜນເພື່ອບໍາລຸງຍົກລະດັບຄວາມຮູ້ຄວາມສາມາດຂອງຄູຝຶກຢູ່ພາຍໃນ ແລະ ຕ່າງປະ ເທດ ເພື່ອຮັບປະກັນຄຸນນະພາບຂອງການຮຽນ-ການສອນ.
  • ສ້າງ ແລະ ປັບປຸງລະບຽບຂອງສູນຝຶກອົບຮົມ, ລະບຽບຄຸ້ມຄອງການຮຽນ, ການສອນ, ການຄຸ້ມຄອງວັດສະດຸອຸປະກອນ, ລະບຽບການຄຸ້ມຄອງ, ບໍລິຫານສູນໃຫ້ເປັນລະບົບ ແລະ ມີປະສິດທິຜົນ.
  • ສ້າງ ແລະ ສໍາເນົາເອກະສານສະສົມໄວ້ຫໍສະໝຸດຂອງສູນເພື່ອເປັນຂໍ້ມູນແກ່ການຮັບໃຊ້ການຮຽນ-ການສອນ.
  • ຈັດຕັ້ງຝຶກອົບຮົມວຽກງານແນວລາວສ້າງຊາດໃຫ້ພະນັກງານນໍາຂັ້ນທ້ອງຖິ່ນ ແລະ ພະ ນັກງານລັດຖະກອນໃໝ່.
  •  ຕິດຕາມ. ຊຸກຍູ້, ປະເມີນຜົນຂອງການຝຶກອົບຮົມຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ.
  •  ປະສານກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອກະກຽມ,​ ສ້າງແຜນ ແລະ ຈັດຕັ້ງການຝຶກອົບຮົມໃຫ້ມີປະສິດທິຜົນ.

ຂອບເຂດສິດ

       ສູນຝຶກອົບຮົມສູນກາງແນວລາວສ້າງຊາດມີສິດດັ່ງນີ້:

  • ເຂົ້າຮ່ວມ, ປະກອບຄໍາເຫັນຕໍ່ກອງປະຊຸມສູນກາງແນວລາວສ້າງຊາດ ແລະ ພາກສ່ວນ ອື່ນໆຕາມການເຊີນທີ່ກ່ຽວຂ້ອງ.
  • ພົວພັນປະສານສົມທົບກັນບັນດາກົງຈັກຊ່ວຍວຽກຂອງສູນກາງແນວລາວສ້າງຊາດ ແລະ ທຸກພາກສວ່ນທີ່ກ່ຽວຂ້ອງໃນກ່ນເຄື່ອນໄຫວວຽກງານຮອບດ້ານຂອງສູນຝຶກອົບຮົມ.
  • ເຂົ້າຮ່ວມຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ, ປຶກສາຫາລືວຽກງານຕ່າງໆທີ່ພົວພັນເຖິງການຝຶກອົບຮົມວຽກງານແນວລາວສ້າງຊາດແຕ່ລະຂັ້ນ.
  • ຂໍ້ທິດຊີ້ນໍາ, ສະຫຼຸບລາຍງານ ແລະ ສ່ອງແສງໃຫ້ຄະນະປະຈໍາສູນກາງແນວລາວສ້າງຊາດ ຄືກັບບັນດາກົມອ້ອມຂ້າງສູນກາງແນວລາວສ້າງຊາດ.
  • ຄົ້ນຄວ້າ, ສະເໜີ, ປັບປຸງ, ຊັບຊ້ອນ, ກໍ່ສ້າງ ແລະ ປະຕິບັດນະໂຍບາຍດ້ານຕ່າງໆໃຫ້ພະນັກງານ, ລັດຖະກອນໃນຂອບເຂດຮັບຜິດຊອບຂອງຕົນຕາມລະບຽບ, ມາດຖານທີ່ກໍານົດໄວ້.
  • ປະສານສົບທົບ ແລະ ແລກປ່ຽນບົດຮຽນ, ປະສົບການກັບບັນດາສູນຝຶກ, ໂຮງຮຽນການເມືອງ-ການປົກຄອງທັງພາຍໃນ ແລະ ຕ່າງໆປະເທດຕາມການເຫັນດີອະນຸມັດຂອງຄະນະປະຈໍາສູນກາງແນວລາວສ້າງຊາດ.
  • ສະເໜີສູນກາງແນວລາວສ້າງຊາດອອກໃບຍັ້ງຢືນໃຫ້ແກ່ການຝຶກອົບຮົມວຽກງານແນວລາວສ້າງຊາດ.
  • ເຂົ້າຮ່ວມການເຄື່ອນໄຫວຕ່າງໆຕາມການມອບໝາຍຂອງປະທານ ຫຼື ຄະນະປປປປະຈໍາສູນກາງແນວລາວສ້າງຊາດ.
  • ມີສິດຊີ້ນໍາດ້ານວິຊາສະເພາະແກ່ບັນດາສູນຝຶກອົບຮົມສູນກາງແນວລາວສ້າງຊາດບັນດາແຂວງຕ່າາງໆ.
  • ມີສິດຄຸ້ມຄອງ, ນໍາໃຊ້່ງົບປະມານ, ແຫຼ່ງທຶນອື່ນໆຂອງສູນກາງແນວລາວສ້າງຊາດເຂົ້າໃນວຽກງານຂອງສູນຝຶກອົບຮົມຕາມລະບຽບການ

ແຫຼ່ງທີ່ມາ lfnd.gov.la/ກ່ຽວກັບ-ສນຊ/ໂຄງຮ່າງການຈັດຕັ້ງສູນກາ/