ຫ້ອງການ ສນຊ

ຈາກ Laopedia

ຫ້ອງການສູນກາງແນວລາວສ້າງຊາດ ແມ່ນການຈັດຕັ້ງຫນຶ່ງໃນກົງຈັກການຈັດຕັ້ງຂອງສູນກາງແນວລາວສ້າງຊາດ; ມີຖານະເທົ່າທຽມກັບຫ້ອງການຂອງບັນດາອົງການຈັດຕັ້ງພັກ-ລັດ ແລະອົງການຈັດຕັ້ງມະຫາຊົນ.

ພາລະບົດບາດຂອງຫ້ອງການ

1). ເປັນເສນາທິການໂດຍກົງ ແລະ ຮອບດ້ານ ໃຫ້ປະທານ, ຮອງປະທານສູນກາງແນວລາວສ້າງຊາດ;

2). ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ໃນການຄົ້ນຄວ້າ, ແກ້ໄຂບັນຫາ ແລະ ຈັດຕັ້ງປະຕິບັດຫນ້າທີ່ວຽກງານຂອງແນວລາວສ້າງຊາດ ແລະ ວຽກງານອື່ນໆ ຕາມການຊີ້ນໍາຂອງຂັ້ນເທິງ;

3). ຄຸ້ມຄອງ, ສໍາເນົາ ແລະ ເກັບມ້ຽນບັນດາເອກະສານ, ນິຕິກໍາທຸກປະເພດພ້ອມທັງຮັກສາຄວາມລັບເອກະສານທີ່ສໍາຄັນ.

ຫນ້າທີ່ຂອງຫ້ອງການ

1). ສະຫລຸບສັງລວມສະພາບການ, ສ້າງແຜນການ ແລະ ໂຄງການເຮັດວຽກຂອງສູນກາງແນວລາວສ້າງຊາດ ເປັນແຕ່ລະໄລຍະ (ແຜນການປະຈໍາປີ, 6 ເດືອນ, ໄຕມາດ, 1 ເດືອນ ແລະ ປະຈໍາອາທິດ); ກໍາແຫນ້ນມະຕິຂອງພັກ ແລະ ລະບຽບ-ກົດຫມາຍຂອງລັດ ທີ່ພົວພັນກັບວຽກງານແນວໂຮມ; ມະຕິ, ຂໍ້ຕົກລົງ, ກົດລະບຽບແລະ ໂຄງການດໍາເນີນງານຂອງແນວລາວສ້າງຊາດ; ກໍາແຫນ້ນສະພາບການຂອງອົງການແນວລາວສ້າງຊາດແຕ່ລະຂັ້ນ, ອົງການຈັດຕັ້ງພາຄີ ແລະ ທັດສະນະຊີ້ນໍາຂອງປະທານ, ຮອງປະທານສູນກາງແນວລາວສ້າງຊາດຕໍ່ສະພາບການດັ່ງກ່າວ.

2). ພົວພັນ, ປະສານສົມທົບ ກັບພາກສ່ວນຕ່າງໆໃນການຄົ້ນຄວ້າ, ແກ້ໄຂບັນຫາ ແລະ ຈັດຕັ້ງປະຕິບັດວຽກງານ; ເອົາໃຈໃສ່ວາງແຜນການ, ໂຄງການວຽກງານຂອງຫ້ອງການໃຫ້ຈະແຈ້ງ; ວິເຄາະວິໄຈວຽກງານ ແລະ ບັນຫາໃຫ້ເລິກເຊິ່ງ,ເປັນເຈົ້າການສະເຫນີບັນຫາຕໍ່ພາກສ່ວນກ່ຽວຂ້ອງເພື່ອຄົ້ນຄວ້າ ກ່ຽວກັບການຈັດຕັ້ງປະຕິບັດ ແລະ ແກ້ໄຂ.ພົວພັນ, ປະສານສົມທົບ ກັບອົງການຈັດຕັ້ງແນວໂຮມປະເທດເພື່ອນມິດຍຸດທະສາດ ແລະ ອົງການຈັດຕັ້ງສາກົນ ຕາມຫລັກການພົວພັນຮ່ວມມືກັບຕ່າງປະເທດ ແລະ ຕາມການມອບຫມາຍ.

3). ເປັນເສນາທິການຄົ້ນຄວ້າ, ສະເຫນີຄວາມຄິດຄວາມເຫັນ ກ່ຽວກັບການແກ້ໄຂບັນຫາຕ່າງໆ ເພື່ອບໍ່ໃຫ້ການນໍາຕົກຢູ່ໃນສະພາບຖືກທ່າຮັບ; ຊຸກຍູ້ກວດກາຕາມການຊີ້ນໍາ, ຊ່ວຍກະກຽມເອກະສານ, ຄວາມເຫັນ, ບົດປາໄສ, ມະຕິ, ຄໍາສັ່ງ, ແຈ້ງການ ແລະ ເອກະສານອື່ນໆ ຕາມການມອບຫມາຍ; ສັງລວມ ແລະ ສະຫລຸບຕີລາຄາບັນຫາຕ່າງໆ; ຈັດແຈງບ່ອນເຮັດວຽກ, ການຮັບຕ້ອນແຂກ ແລະອື່ນໆ.

4). ຄຸ້ມຄອງລາຍ-ຮັບລາຍຈ່າຍງົບປະມານ, ຊັບສົມບັດ, ວັດຖຸສິ່ງຂອງສ່ວນລວມ.

5). ຮັບຜິດຊອບຂຶ້ນແຜນບໍາລຸງສ້າງ, ນໍາໃຊ້ ແລະ ຄຸ້ມຄອງພະນັກງານ-ລັດຖະກອນ ນັບທາງການປະຕິບັດນະໂຍບາຍຕ່າງໆ ໃຫ້ພະນັກງານ-ລັດຖະກອນຂອງຫ້ອງການ ຕາມພາລະບົດບາດຂອງຕົນ.

6). ຄຸ້ມຄອງ, ສໍາເນົາ ແລະ ເກັບມ້ຽນບັນດາເອກະສານນິຕິກໍາທຸກປະເພດ, ເອກະສານຂາເຂົ້າ-ຂາອອກ ພ້ອມທັງຄົ້ນຄວ້າ ແລະ ສະຫນອງນະໂຍບາຍຕ່າງໆຂອງພັກ-ລັດ ແລະ ແນວລາວສ້າງຊາດໃຫ້ການນໍາ ແລະ ພະນັກງານລັດຖະກອນ.

7). ປະຕິບັດຫນ້າທີ່ອື່ນໆ ຕາມການມອບຫມາຍຂອງຂັ້ນເທິງ.

ຂອບເຂດສິດຂອງຫ້ອງການ

1). ມີສິດເຄື່ອນໄຫວຕາມພາລະບົດບາດ ແລະ ຫນ້າທີ່ຂອງຕົນ;

2). ມີສິດນໍາເອົາທິດຊີ້ນໍາ, ຄໍາສັ່ງຂອງຂັ້ນເທິງ ໄປສະເຫນີຕໍ່ບຸກຄົນ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ;

3). ມີສິດສ່ອງແສງ, ລາຍງານໂດຍກົງຕໍ່ຂັ້ນເທິງ ກ່ຽວກັບບັນຫາຕ່າງໆທີ່ເຫັນວ່າມີຄວາມຈໍາເປັນ.

4). ມີສິດສ້າງແຜນການເຄື່ອນໄຫວວຽກງານ, ແຜນງົບປະມານລາຍຈ່າຍອຸປະກອນຮັບໃຊ້ວຽກງານ, ມີສິດຄຸ້ມຄອງ, ນໍາໃຊ້ ແລະ ປັກປັກຮັກສາງົບປະມານ, ພາຫະນະ-ອຸປະກອບຕ່າງໆ ທີ່ຄະນະກໍາມະການສູນກາງແນວລາວສ້າງຊາດມອບໃຫ້ຫ້ອງການຮັບຜິດຊອບ, ປັບປຸງການຈັດຕັ້ງ, ສັບຊ້ອນຈັດວາງບຸກຄະລາກອນພາຍໃນຫ້ອງການ, ຈັດຕັ້ງປະຕິບັດ, ຕິດຕາມ-ກວດກາ ແລະ ສະຫລູບ-ລາຍງານໃຫ້ຂັ້ນເທິງ.

5). ມີສິດຮຽກໂຮມກອງປະຊຸມພາຍໃນຫ້ອງການ ເພື່ອປຶກສາຫາລື, ເຜີຍແຜ່ເອກະສານ ຫລື ຕົກລົງບັນຫາໃດຫນຶ່ງ.

6). ມີສິດລົງລາຍເຊັນ, ໃຊ້ກາປະທັບຂອງຫ້ອງການ ທີ່ພົວພັນເຖິງວຽກງານຂອງຫ້ອງການ ຕາມພາລະບົດບາດ ແລະ ຫນ້າທີ່ຂອງຕົນ.

ໂຄງປະກອບການຈັດຕັ້ງຂອງຫ້ອງການ

ປະກອບດ້ວຍ 5 ພະແນກ

1) ຄົ້ນຄວ້າ-ສັງລວມ.

2). ພະແນກຄຸ້ມຄອງ, ບໍລິຫານ ແລະ ພິທີການ.

3). ພະແນກແຜນການ ແລະ ການລົງທືນ.

4). ພະແນກພົວພັນ ແລະ ຮ່ວມມືກັບຕ່າງປະເທດ

5). ພະແນກການເງີນ


ແຫຼ່ງທີ່ມາ: lfnd.gov.la/ກ່ຽວກັບ-ສນຊ/ໂຄງຮ່າງການຈັດຕັ້ງສູນກາ/