ກົມຊັ້ນຄົນ ແລະ ອົງການຈັດຕັ້ງສັງຄົມ ສນຊ

ຈາກ Laopedia

ກົມຊັ້ນຄົນ ແລະ ອົງການຈັດຕັ້ງສັງຄົມ, ຂຽນຫຍໍ້ວ່າ: (ກຊຄ), ແມ່ນກົມວິຊາການຫນຶ່ງທີ່ສັງກັດໃນກົງຈັກການຈັດຕັ້ງຂອງສູນກາງແນວລາວສ້າງຊາດ, ຈັດຕັ້ງ ແລະ ດໍາເນີນການເຄື່ອນໄຫວພາຍໃຕ້ການຊີ້ນໍາ, ນໍາພາຂອງຄະນະພັກ, ຄະນະນໍາສູນກາງແນວລາວສ້າງຊາດ. ທາງດ້ານວິຊາການ ແມ່ນພົວພັນປະສານງານ ກັບກະຊວງພາຍໃນ, ຄະນະສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງ, ພາກສ່ວນທີ່ກ່ຽວຂ້ອງຂອງພັກ-ລັດ ແລະ ອົງການຈັດຕັ້ງສັງຄົມ.

ພາລະບົດບາດ

ເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະນໍາສູນກາງແນວລາວສ້າງຊາດໃນການຄົ້ນຄວ້າ, ກວດກາ ແລະ ຈັດຕັ້ງປະຕິບັດກ່ຽວກັບວຽກງານຊັ້ນຄົນ, ອົງການຈັດຕັ້ງສັງຄົມ, ສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງ, ເດັກນ້ອຍໃນຂົງເຂດແນວລາວສ້າງຊາດ.

ຫນ້າທີ່

1). ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ກ່ຽວກັບວຽກງານຊັ້ນຄົນ, ອົງການຈັດຕັ້ງສັງຄົມ ແລະ ສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງ, ເດັກນ້ອຍໃນຂົງເຂດແນວໂຮມ ຫັນເປັນແຜນການລະອຽດໃຫ້ສອດຄ່ອງກັບສະພາບຕົວຈິງໃນແຕ່ລະໄລຍະ.

2). ສຶກສາອົບຮົມ ແລະ ເຕົ້າໂຮມຄວາມສາມັກຄີບັນດາຊັ້ນຄົນ, ການຈັດຕັ້ງສັງຄົມ ໃຫ້ເປັນຈິດຫນຶ່ງໃຈດຽວ ແລະ ມີຄວາມສາມັກຄີແຫນ້ນແຟ້ນ, ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

3). ແນະນໍາໃນການກໍານົດກົດລະບຽບ ຫລື ຂໍ້ກໍານົດຕ່າງໆ ຂອງອົງການຈັດຕັ້ງສັງຄົມໃຫ້ສອດຄ່ອງກັບລະບຽບ-ກົດຫມາຍຂອງລັດ ຫລື ຮູບການຈັດຕັ້ງຂອງອົງການຈັດຕັ້ງສັງຄົມ.

4). ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ກົດຫມາຍຂອງລັດທີ່ພົວພັນເຖິງສິດຜົນປະໂຫຍດອັນເປັນທໍາຂອງບັນດາຊັ້ນຄົນ, ອົງການຈັດຕັ້ງສັງຄົມ, ຂອງແມ່ຍິງ ແລະ ເດັກນ້ອຍໃນຂົງເຂດແນວລາວສ້າງຊາດ.

5). ປັບປຸງການຈັດຕັ້ງ, ແບບແຜນວິທີເຮັດວຽກ ແລະ ຝຶກອົບຮົມວຽກງານວິຊາການໃຫ້ຂະແຫນງການທີ່ກ່ຽວຂ້ອງ ແຕ່ສູນກາງລົງຮອດທ້ອງຖິ່ນ.6). ເກັບກໍາສະຖິຕິແຍກປະເພດບັນດາຊັ້ນຄົນ ແລະ ອົງການຈັດຕັ້ງສັງຄົມ, ແຕ່ສູນກາງລົງຮອດທ້ອງຖິ່ນ.

7). ພົວພັນປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການພິຈາລະນາແກ້ໄຂບັນຫາຕ່າງໆ ເພື່ອປົກປ້ອງສິດຜົນປະໂຫຍດອັນເປັນທໍາຂອງບັນດາຊັ້ນຄົນ, ການຈັດຕັ້ງສັງຄົມ, ແມ່ຍິງ ແລະ ເດັກນ້ອຍໃນຂົງເຂດແນວລາວສ້າງຊາດ.

8). ຄຸ້ມຄອງນໍາໃຊ້ ແລະ ຈັດວາງສັບຊ້ອນພະນັກງານພາຍໃນກົມຕາມພາລະບົດບາດຂອງຕົນ

9). ວາງແຜນ ແລະ ຈັດຕັ້ງປະຕິບັດກ່ຽວກັບວຽກງານກໍ່ສ້າງ-ບໍາລຸງພະນັກງານສືບທອດຢູ່ພາຍໃນກົມຢ່າງເປັນລະບົບ.

10). ພົວພັນ, ຊອກຮູ້ກ່ຽວກັບຊັ້ນຄົນ, ການຈັດຕັ້ງສັງຄົມ ແລະ ສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງ-ເດັກນ້ອຍຢູ່ພາຍໃນ ແລະ ສາກົນ ຕາມການມອບຫມາຍຂອງຂັ້ນເທິງ

11). ເຂົ້າຮ່ວມການປືກສາຫາລື, ປະກອບຄໍາຄິດຄໍາເຫັນເຂົ້າໃນວຽກງານດ້ານຕ່າງໆຂອງພັກ-ລັດ ແລະ ວຽກງານທີ່ພົວພັນເຖິງຊັ້ນຄົນ, ອົງການຈັດຕັ້ງສັງຄົມ ແລະ ຄວາມກ້າວຫນ້າຂອງແມ່ຍິງ ເດັກນ້ອຍໃນຂົງເຂດແນວລາວສ້າງຊາດ.

12). ຄົ້ນຄວ້າການອອກບົດແນະນໍາ, ແຈ້ງການ ແລະ ການແຕ່ງຕັ້ງຕ່າງໆຂອງຄະນະພັກ, ຄະນະນໍາ ສນຊ ກ່ຽວກັບວຽກງານຊັ້ນຄົນ, ອົງການຈັດຕັ້ງສັງຄົມ ແລະ ສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງ ເດັກນ້ອຍໃນຂົງເຂດແນວລາວສ້າງຊາດ.

13). ມີຫນ້າທີ່ຄຸ້ມຄອງ, ນໍາໃຊ້ງົບປະມານ ແລະ ພາຫະນະ ເຂົ້າໃນການເຄື່ອນໄຫວວຽກງານຂອງກົມທຽບເທົ່າກັບກົມອື່ນໆ ຕາມການອະນຸມັດຂອງຂັ້ນເທິງ.

ຂອບເຂດສິດ

1). ກົມຊັ້ນຄົນ-ອົງການຈັດຕັ້ງສົງຄົມ ມີສິດເຄື່ອນໄຫວວຽກງານຕາມພາລະບົດບາດ ແລະ ຫນ້າທີ່ຂອງຕົນທີ່ໄດ້ບົ່ງໄວ້ໃນຂໍ້ກໍານົດສະບັບນີ້.

2). ມີສິດພົວພັນປະສານສົມທົບກັບບັນດາຂະແຫນງການທີ່ກ່ຽວຂ້ອງໃນບັນຫາຊັ້ນຄົນ, ການຈັດຕັ້ງສັງຄົມ ແລະ ວຽກງານສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງເດັກນ້ອຍໃນຂົງເຂດແນວລາວສ້າງຊາດ.

3). ມີສິດລົງຊຸກຍູ້ໃນຂະແຫນງການຊັ້ນຄົນ, ການຈັດຕັ້ງສັງຄົມຂອງແຂວງ, ຮາກຖານ ແລະ ຜູ້ຮັບຜິດຊອບວຽກງານດັ່ງກ່າວ.

4). ມີສິດກວດກາ, ແນະນໍາ ໃນການກໍານົດກົດລະບຽບ ຫລື ຂໍ້ກໍານົດຕ່າງໆຂອງອົງການຈັດຕັ້ງສັງຄົມໃຫ້ສອດຄ່ອງກັບລະບຽບ-ກົດຫມາຍຂອງລັດ ຫລື ຮູບການຈັດຕັ້ງຂອງອົງການຈັດຕັ້ງສັງຄົມ.

5). ມີສິດຄຸ້ມຄອງ ແລະ ກໍ່ສ້າງບັນດາພະນັກງານ, ບຸກຄະລາກອນພາຍໃນກົມ ເພື່ອຊຸກຍູ້ນໍ້າໃຈຮັບຜິດຊອບໃນການປະຕິບັດຫນ້າທີ່ວຽກງານ, ໃຫ້ມີຄວາມຮູ້ ແລະ ຄວາມສາມາດເພີ່ມຂຶ້ນເລື້ອຍໆ.

6). ມີສິດນໍາໃຊ້ງົບປະມານດ້ານການເງິນ, ພາຫະນະ,ອຸປະກອນ ແລະ ອື່ນໆ ເຂົ້າໃນວຽກງານຊັ້ນຄົນ, ອົງການຈັດຕັ້ງສັງຄົມ ແລະ ສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງ ເດັກນ້ອຍ ໃນຂົງເຂດແນວລາວສ້າງຊາດ ທຽບເທົ່າກັບກົມອື່ນໆຕາມການອະນຸມັດຂອງຂັ້ນເທິງ.

7). ມີສິດພົວພັນ, ຊອກຮູ້ກ່ຽວກັບຊັ້ນຄົນການຈັດຕັ້ງສັງຄົມ ແລະ ສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງ ເດັກນ້ອຍຢູ່ພາຍໃນ ແລະ ສາກົນຕາມການມອບຫມາຍຂອງຂັ້ນເທິງ.

ໂຄງປະກອບການຈັດຕັ້ງ

1). ພະແນກຊັ້ນຄົນ.

2). ພະແນກອົງການຈັດຕັ້ງສັງຄົມ.

3). ພະແນກສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງ – ເດັກນ້ອຍ


ແຫຼ່ງທີ່ມາ: lfnd.gov.la/ກ່ຽວກັບ-ສນຊ/ໂຄງຮ່າງການຈັດຕັ້ງສູນກາ/