ສູນກາງແນວລາວສ້າງຊາດ

ຈາກ Laopedia
ກາໝາຍ ສູນກາງແນວລາວສ້າງຊາດ

ແນວລາວສ້າງຊາດແມ່ນອົງການຈັດຕັ້ງສໍາພັນທາງການເມືອງຂອງທົ່ວສັງຄົມ, ເປັນສະຫະພັນຂອງອົງການຈັດຕັ້ງການເມືອງ, ອົງການຈັດຕັ້ງການເມືອງ-ສັງຄົມ, ອົງການຈັດຕັ້ງສັງຄົມ ແລະ ບຸກຄົນທີ່ເປັນຕົວແທນໃຫ້ແກ່ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ, ໄວ ລວມທັງຕົວແທນຄົນເຊື້ອຊາດລາວ ທີ່ດໍາລົງຊີວິດຢູ່ຕ່າງປະເທດ ບົນພື້ນຖານຄວາມຕື່ນຕົວ ແລະ ສະໝັກໃຈ.

ແນວລາວສ້າງຊາດເປັນພາກສ່ວນໜຶ່ງໃນລະບົບການເມືອງແຫ່ງ ສປປ ລາວ ໂດຍແມ່ນພັກປະຊາຊົນປະຕິວັດລາວເປັນແກ່ນນໍາ ແລະ ເປັນພື້ນຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນ. ແນວລາວສ້າງຊາດ ສືບທອດ ແລະ ເສີມຂະຫຍາຍມູນເຊື້ອ ອັນສະຫງ່າລາສີ ຂອງແນວລາວອິດສະຫຼະ ແລະ ແນວລາວຮັກຊາດ ຊຶ່ງໄດ້ເຕົ້າໄຮມຄວາມສາມັກຄີ ປະຊາຊົນລາວບັນດາເຜົ່າ ເຂົ້າໃນການຕໍ່ສູ້ກູ້ຊາດ ໃນເມືອກ່ອນ ແລະ ການປົກປັກຮັກສາ ແລະ ສ້າງຊາດພັດທະນາປະເທດຊາດ ໃນປະຈຸບັນ.

ແນວລາວສ້າງຊາດມີພາລະບົດບາດຕົ້ນຕໍດັ່ງນີ້:

1.    ເປັນຄັນທຸງ ເຕົ້າໂຮມຄວາມສາມັກຄີປອງດອງ ປະຊາຊົນລາວບັນດາເຜົ່າ, ສ້າງຄວາມເຂັ້ມແຂງ ແລະ ປັບປຸງກໍາລັງແຮງທົ່ວປວງຊົນ;

2.    ສຶກສາອົບຮົມ, ປຸກລະດົມ ປະຊາຊົນລາວບັນດາເຜົ່າ, ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ;

3.    ເສີມຂະຫຍາຍສິດເປັນເຈົ້າ ໃນການປົກປັກຮັກສາວັດທະນະທໍາ, ຮີດຄອງປະເພນີອັນດີງາມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ.

4.    ໃກ້ຊິດຕິດແທດ, ເກັບກໍາຄໍາຄິດຄໍາເຫັນ, ສ່ອງແສງມານະຈິດ ແລະ ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນລາວບັນດາເຜົ່າ.

5.    ຕິດຕາມ ກວດກາ ການເຄື່ອນໄຫວ ຂອງອົງການອໍານາດລັດ ແລະ ພາຄີຂອງແນວລາວສ້າງຊາດ ໂດຍຜ່ານຄໍາເຫັນຂອງປະຊາຊົນລາວບັນດາເຜົ່າ.

6.    ເປັນໃຈກາງປະສານສົມທົບ ກັບພາຄີຂອງຕົນ.

ແຫຼ່ງທີ່ມາ: https://lfnd.gov.la/