ແຂວງບໍລິຄຳໄຊ: Difference between revisions

ຈາກ Laopedia
(ໜ້າໃໝ່: == ປະຫວັດຂອງແຂວງ == {| border="1" cellpadding="2" cellspacing="0" align="right" ! colspan="2" align=center bgcolor="#DEFFAD"|ຂໍ້ມູນສະຖິຕິ |- ||ເມືອງເອກ:||ເມືອງປາກຊັນ |- ||ເນື້ອທີ່:||valign=top|15,460 km² |- ||ປະຊາກອນ:||valign=top|248,378 <small>''(2008 est)''</small> |-ถ ||ຄວາມໜາແໜ້ນປະຊາກອ...)
 
(Protected "ແຂວງບໍລິຄຳໄຊ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
 
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

Latest revision as of 04:39, 4 ກຸມພາ 2024

ປະຫວັດຂອງແຂວງ

ຂໍ້ມູນສະຖິຕິ
ເມືອງເອກ: ເມືອງປາກຊັນ
ເນື້ອທີ່: 15,460 km²
ປະຊາກອນ: 248,378 (2008 est)
ຄວາມໜາແໜ້ນປະຊາກອນ: 17 inh./km²
ISO 3166-2: LA-BLล
ລະຫັດພູມສາດ: 1100
ແຜນທີ່
Map of Laos highlighting the province
ຮູບ:ແຜນທີ່ ແຂວງບໍລິຄຳໄຊ.png

ແຂວງບໍລິຄຳໄຊ ໄດ້ຮັບການສ້າງຕັ້ງຂື້ນເປັນ 2 ໄລຍະ, ໃນ​ປີ 1961​ຝ່າຍລັດຖະບານ ຂອງລາຊະນາຈັກລາວ ໄດ້​ມີ​ພະ​ລາຊະ​ອົງການສະບັບ​ເລກທີ 341ລົງ​ວັນ​ທີ 10ພະຈິກ 1961 ​ໄດ້​​ສ້າງຕັ້ງ​ເປັນ​ແຂວງ​ບໍ​ລິຄັນ ​ ປະກອບ​ມີ 4​ເມືອງຄື: ​ເມືອງ​ປາກ​ຊັນ, ​ເມືອງ​ປາກ​ເຈົ້າ ( ປາກ​ກະດິງ​ປະຈຸ​ບັນ ) ​ເມືອງ ​ໂພນ​ສັນ (​ເມືອງ​ທ່າ​ພະ​ບາດ​ໃນ​ປະຈຸ​ບັນ ) ​ແລະ ​ເມືອງ​ບໍລິ​ຄັນ. ໃນ​ໄລຍະ​ນີ້​ຢູ່​ເບື້ອງ​ຕາ​ເວັນ​ອອກ ​ແຂວງ​ບໍລິ​ຄັນ ມີ​ເມືອງ​ຄຳ​ເກີດຝ່າຍ​ແນວ​ລາວ​ອິດສະຫຼະ ໄດ້​ສ້າງ​ເປັນ​ເຂດ​ທີ່​ໝັ້ນ​ປະຕິວັດ ຮອດ​ວັນ​ທີ 2ກຸມພາ 1955 ​ໄດ້​ປະກາດ​ສ້າງ​​ເປັນ​ສະຫະ​ເມືອງ 90ປະກອບ​ດວ້ຍ​ເມືອງ​ຄຳ​ເກີດ, ສ່ວນ​ໜື່ງຂອງ​ເມືອງ​ບໍລິ​ຄັນ ​ແລະ ​ເມືອງ​ຫີນ​ບູນ, ໃນວັນ​ທີ 12ຕຸລາປີ1967​ ສູນ​ກາງ​ແນວ​ລາວ​ຮັກ​ຊາດ ໄດ້ຍົກລະດັບດ້ານປົກຄອງ ຂອງສະຫະເມືອງ 90 ​ສ້າງ​ຕັ້ງ​ເປັນ​ແຂວງ​ບໍລິ​ຄຳ​ໄຊ ປະກອບ​ມີ 4 ​ເມືອງ​ຄື: ຄຳ​ເກີດ, ຜາ​ທອງ, ບໍລິ​ຄັນ ​ແລະ ຫີນ​ບູນ.ພາຍ​ຫຼັງ​ຢຶດອຳນາດ​ທົ່ວ​ປະ​ເທດ, ​ແຂວງ​ບໍລິ​ຄັນ​ທີ່​ຂື້ນ​ກັບ​ຝ່າຍ​ລາຊະ​ອານາຈັກລາວ​ໄດ້​ຖືກ​ຍຸບ​ໄປ​ໃນ​ຕົວ. ສ່ວນ​ແຂວງ​ບໍລິ​ຄຳ​ໄຊທີ່​ແນວ​ລາວ​ຮັກ​ຊາດ​ທີ່​ສ້າງ​ຕັ້ງ​ຂື້ນ​ນັ້ນ​ກໍ່​ຖືກ​ ຍຸບ​ໃນ​ວັນ​ທີ 4ປີ 1976 ​ເມືອງ​ຄຳ​ເກີດ, ​ເມືອງ​ຜາ​ທອງ, ​ເມືອງ​ຫີນ​ບຸນ ​ໃຫ້​ຂື້ນ​ກັບ​ແຂວງ​ຄຳ​ມ່ວນ, ສ່ວນ​ບໍລິ​ຄັນ, ປາກ​ເຈົ້າ ​ແລະ ​ໂພນ​ສັນ ​ໂຮມ​ເຂົ້າ​ເມືອງ​ປາກ​ຊັນຂື້ນ​ກັບ​ແຂວງ​ວຽງ​ຈັນ, ປີ 1984ກົມ​ການ​ເມືອງ​ສູນ​ກາງ​ພັກ​ໄດ້​ອອກ​ມະຕິ​ຕົກລົງສະ​ລົງ​ວັນ​ທີ 6ມີນາ 1984ວ່າ​ດ້ວຍ​ການ​ສ້າງຕັ້ງ​ແຂວງ​ບໍລິ​ຄຳ​ໄຊ ປະກອບ​ມີ 6​ເມືອງ ຄື:​ເມືອງ​ປາກ​ຊັນ, ​ທ່າ​ບົກ (ເມືອງທ່າພະບາດໃນປະຈຸບັນ), ບໍລິ​ຄັນ,ປາກ​ກະດິງ, ຄຳ​ເກີດ​ ​ແລະ ​ເມືອງ​ຜາ​ທອງ ( ເມືອງວຽງທອງໃນປະຈຸບັນ).

ໃນປີ 2015 ທົ່ວ​ແຂວງ​ມີ​ຈຳນວນ 322 ບ້ານ ມີ​ຈຳນວນ 46.742 ຄອບຄົວ, ມີ​ຈຳນວນ ພົນລະເມືອງທັງໝົດ 277.316ຄົນ ຍິງ 138.419ຄົນ​ ໃນ​ນັ້ນ​ແຕ່ລະ​ເມືອງ​ປະກອບ​ມີ​ຈຳນວນ​ບ້ານ​ດັ່ງ​ນີ້:

  • ​​ເມືອງ​ປາກ​ຊັນມີ 55 ບ້ານ, ມີ 8,816 ຄອບຄົວ
  • ​ເມືອງ​ທ່າ​ພະ​ບາດມີ 26 ບ້ານ, ມີ 5,008 ຄອບຄົວ
  • ​ເມືອງ​ບໍລິ​ຄັນມີ 45 ບ້ານ, ມີ 7,555 ຄອບຄົວ
  • ເມືອງ​ປາກ​ກະດິງມີ 48 ບ້ານ, ມີ 9,239 ຄອບຄົວ
  • ເມືອງ​ຄຳ​ເກີດມີ 63ບ້ານ, ມີ 10,368 ຄອບຄົວ
  • ເມືອງ​ວຽງ​ທອງມີ 41 ບ້ານ, ມີ 4,067 ຄອບຄົວ
  • ເມືອງ​ໄຊ​ຈຳ​ພອນມີ 18 ບ້ານ, ມີ 1,689 ຄອບຄົວ

ທີ່ຕັ້ງ, ພູມສັນຖານ ແລະ ທ່າແຮງຂອງການພັດທະນາ

ທີ່ຕັ້ງພູມສັນຖານ

ໃນພູມີພາກຂອງ​ແຂວງ​ວຽງຈັນ ​ຕອນ​ໃຕ້ ​ແລະ ພາກ​ເໜືອຂອງ​ແຂວງ​ຄຳ​ມ່ວນ ອັນ​ປະກອອບດ້ວຍ ​ເຂດ​ພູ​ພຽງນາ​ກາຍ ມະຫາ​ໄຊ ຍົມ​ມະ​ລາດ ​ຊຶ່ງ​ເປັນ​ເຂດ​ແຄວ້ນທີ່​ມີ​ການ​ຕິດ​ຕໍ່​ກັນ​ດ້ວຍ​ສາຍພູ​ພຽງຫີນ​ປູນຍາວ​ຢຽດ​ ແຕ່​ເໜືອຮອດ​ໃຕ້ ຕາມ​ສັນພູຫຼວງ ດ້ານ​ຕາ​ເວັນ​ອອກ ຕິດ​ກັບ​ຊາຍ​ ແດນ​ຫວຽດນາມ​, ພູມີພາກ​ຂອງ​ປະ​ເທດ​ສ່ວນ​ນີ້​ເປັນ​ເຂດ​ພູດ​ອຍ ກວມ​ເອົາ​ເນື້ອ​ທີ່​ເກືອບ​ທັງໝົດ ​ມີ​ເຂດ​ທົ່ງພຽງເລາະຕາມແຄມ​ແມ່​ນ້ຳຂອງທາງ​ຝັ່ງ​ຊ້າຍ ​ພຽງໜຶ່ງສ່ວນ​ສາມ​ເທົ່ານັ້ນ. ເຊີ່ງເອີ້ນວ່າ​ແຂວງ​ບໍລິ​ຄຳ​ໄຊ ມີເນື້ອທີ່ 15.977,71 ຕາຕະລາງກິ​ໂລ​ແມັດ ມີຕັ້ງ​ຢູ່​ພາກ​ກາງຂອງ​ປະ​ເທ​ດ
ທາງ​ທິດ​ເໜືອ ຕິດ​ກັບ​ນະຄອນຫຼວງວຽງຈັນ ແຂວງໄຊສົມບູນ, ທິດ​ໃຕ້​ຕິດ​ກັບ​ແຂວງ​ຄຳ​ມ່ວນ, ທິດຕາ​ເວັນ​ອອກ ຕິດກັບແຂວງ​ຊຽງຂວາງ ແລະ ​ແຂວງ​ເຫ​ງ້ອານ, ​ແຂວງ​ຮ່າ​ຕິງ ​ສ ສ ​ຫວຽດນາມ, ທິດຕາເວັນ​ຕົກ ຕິດ​ກັບ​ຈັງຫວັດ ບຶງການ, ໜອງຄາຍ ​ແລະ ​ນະຄອນ​ພະນົມ ພາກ​ອິສານ ລາຊາ​ອານາຈັກ​ໄທ ມີແມ່ນ້ຳຂອງຂັ້ນກາງ ລັກສະນະພື້ນທີ່ດິນຂອງແຂວງເປັນຮູບຍາວຮີຕັດຜ່ານ ຕິດກັບຊາຍແດນລະຫວ່າງຊາດຄື: ທິດຕາເວັນອອກ, ຕິດກັບສາທາລະນະລັດ ສັງຄົມນິຍົມຫວຽດນາມ, ທິດຕາເວັນຕົກ, ຕິດກັບລາຊະອານາຈັກໄທ, ເຊີ່ງເປັນບ່ອນກີ່ວສຸດ ຂອງປະເທດລາວ ມີລວງຍາວກ້ວາງພຽງ 120 ກິໂລແມັດເທົ່ານັ້ນ ມີຄວາມສູງຈາກໜ້ານ້ຳທະເລໂດຍສະເລ່ຍ 500 ແມັດ
ຊັບພະຍາກອນ​ທຳ​ມະ​ຊາດ:

  • ໄມ້​ເນຶ້ອ​ແຂງ ​ແລະ ​ໄມ້​ລາຄາ​ແພງ​ມີ: ​ໄມ້​ໂລງ​ເລງ, ​ໄມ້​ຂະ​ຍຸງ,​ໄມ້ດູ່, ​ໄມ້​ແຕ້, ​ໄມ້​ເກດສະໜາ..
  • ສັດປ່າ​ມີ: ຊ້າງ, ​ເສືອ, ກວາງ, ຟານ, ​ເສົາຫຼາ, ກະທິງ ​ແລະ ອື່ນໆ.
  • ພືດ​ພັນ​ທີ່​ສາມາດ​ແຕ່ງ​ເປັນ​ຢາມີ: ​ເຄືອ​ແຫມ, ​ເປືອກ​ບົງ, ​ແຄ​ຫອມ ​ແລະ ອື່ນໆ.
  • ​ເຄື່ອງ​ປ່າ​ຂອງ​ດົງ​ທີ່​ເປັນ​ສີນ​ຄ້າ​ມີ: ໝາກ​ແໜ່ງ, ຂີ້ຊີ,ຫວາຍ, ທູນ, ດອກ​ແຂມ, ​ເປືອກ​ບົງ, ປໍ​ສາ….
  • ບໍ່​ແຮ່​ມີ: ບໍ່​ຄຳ, ບໍ່​ກົ່ວ, ບໍ່​ອັງ​ຕີ​ມອນ​ ແລະ ​ອື່ນໆ.

​ເນືອ​ທີ່​ດິນ​ໃນ​ແຕ່ລະ​ເມືອງ​ໃນ 7 ​ເມືອງ.

  • ​ເມືອງ​ປາກ​ຊັນ 654 ກິ​ໂລ​ຕາ​ແມັດ.
  • ​ເມືອງ​ທ່າ​ພະ​ບາດ 2.012 ກິ​ໂລ​ຕາ​ແມັດ.
  • ​ເມືອງ​ປາກ​ກະດິງ 4.210 ກິ​ໂລ​ຕາ​ແມັດ.
  • ​ເມືອງ​ບໍລິ​ຄັນ 3.062 ກິ​ໂລ​ຕາ​ແມັດ.
  • ​ເມືອງ​ຄຳ​ເກີດ 2.761 ກິ​ໂລ​ຕາ​ແມັດ.
  • ​ເມືອງ​ວຽງທອງ 3.958 ກິ​ໂລ​ຕາ​ແມັດ.
  • ​ເມືອງ​ໄຊ​ຈຳ​ພອນ 1.947 ກິ​ໂລ​ຕາ​ແມັດ.

ທ່ານແຮງດ້ານການພັດທະນາ

ແຂວງບໍລິຄຳໄຊ ໄດ້ຕັ້ງໜ້າຂຸດຄົ້ນບັນດາທ່າແຮງຂອງແຂວງ ເຂົ້າໃນການພັດທະນາ ຕາມມະຕິ ແລະ ແຜນການທີ່ໄດ້ກໍານົດໄວ້ ເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ. ໃນປະຈຸບັນລະດັບການຂະຫຍາຍຕົວດ້ານເສດຖະກິດ 8,9%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 3.543 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 1.621ໂດລາ,ໂຄງປະກອບເສດຖະກິດຕາມຂະແໜງການ: ຂະແໜງກະສິກໍາ-ປ່າໄມ້ ກວມ 42,19%, ອຸດສາຫະກໍາ 29,81% ແລະ ການບໍລິການ 28% ຂອງGDP; ການລົງທຶນບັນລຸ 997,12 ຕື້ກີບ ເທົ່າກັບ 28,14% ຂອງGDP,ພື້ນຖານໂຄງລ່າງໄດ້ຮັບການພັດທະນາມີເສັ້ນທາງລົດເຂົ້າເຖິງບ້ານກວມ 100% ແລະ ທຽວໄດ້ 2 ລະດູ ກວມ 86,6%; ໄດ້ຂະຫຍາຍຕາໜ່າງໄຟຟ້າອອກສູ່ຊົນນະບົດ ປະຈຸບັນຊົມໃຊ້ໄຟຟ້າຖາວອນ 93,93% ລະບົບໂທລະຄົມ-ສື່ສານ ມີຜູ້ຊົມໃຊ້ໂທລະສັບທັງໝົດ 225.536 ເລກໝາຍ ສະເລ່ຍ83/100 ຄົນ ແລະ ມີສັນຍານ ກວມ 97,3% ຂອງຈໍານວນບ້ານໃນທົ່ວແຂວງ,ການນໍາໃຊ້ລະບົບນໍ້າປະປາຂອງບັນດາບ້ານໃນເທດສະບານເມືອງ ກວມ 71,43%, ມູນຄ່າການສົ່ງອອກ 57,05 ລ້ານໂດລາ, ນໍາເຂົ້າ 62,92 ລ້ານໂດລາ.ມີສະຖານທີ່ທ່ອງທ່ຽວ76 ແຫ່ງ ໃນນັ້ນ ແຫຼ່ງທ່ອງທ່ຽວທໍາມະຊາດ 63 ແຫ່ງ, ວັດທະນະທໍາ 10 ແຫ່ງ ແລະ ປະຫວັດສາດ 3 ແຫ່ງ,ໂຮງແຮມ 31 ແຫ່ງ, ເຮືອນພັກ 72 ແຫ່ງ ແລະ ຮ້ານອາຫານ 137 ຮ້ານ,ມີນັກທ່ອງທ່ຽວເຂົ້າມາປະມານ130.000 ຄົນຕໍ່ປີ
ທົ່ວແຂວງມີຄອບຄົວພົ້ນທຸກແລ້ວ 43.883 ຄອບຄົວ ກວມ 93,43%, ບ້ານພົ້ນທຸກມີ 262 ບ້ານ ກວມ 88,21%, ຄອບຄົວພັດ ທະນາ 39.524 ຄອບຄົວ ກວມ 84,12%, ບ້ານພັດທະນາ 188 ບ້ານ ກວມ 63,29%; ສ້າງບ້ານໃຫຍ່ໃຫ້ເປັນຕົວເມືອງນ້ອຍ 5 ບ້ານ ຄື: ບ້ານຜາເມືອງ, ຈອມທອງ, ກໍໄຮ, ທົ່ງນາມີ ແລະ ວຽງຄໍາ ໃນນີ້ ໄດ້ປະກາດບ້ານຜາເມືອງ ເມືອງບໍລິຄັນ ແລະ ບ້ານວຽງຄໍາ ເມືອງປາກກະດິງ ກາຍເປັນບ້ານໃຫຍ່ ມີສີສັນຕົວເມືອງນ້ອຍໃນຊົນນະບົດ.

ສະຖານທີ່ທ່ອງທ່ຽວ

ແຫຼ່ງທີ່ມາ: http://bolikhamxay.gov.la