ວັດໂພນສັນ

ຈາກ Laopedia

ວັດໂພນສັນ ວັດຈອມທຳນາຄານິມິດ ຫຼື ພວກເຮົາເອີ້ນກັນວ່າ: ວັດໂພນສັນ ແມ່ນຕັ້ງຢູ່ບ້ານ ເມືອງທ່າພະບາດ ແຂວງບໍລິຄຳໄຊ ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 75 ກິໂລແມັດ ເດີນທາງລົງມາຕາມເສັ້ນທາງ ເລກທີ່ 13 ໃຕ້ ໄປຮອດບ້ານພະບາດ ແລ້ວກໍ່ຈະເຫັນປ້າຍຊີ້ບອກຢູ່ທາງເບື້ອງຂວາມື ແວະເຂົ້າໄປປະມານ 2 ກມ ກໍ່ຈະເຫັນວັດນັ້ນຕັ້ງຢູ່ເທິງໂນນແຄມຝັ່ງ ຂອງແມ່ນ້ຳຂອງ. ວັນໂພນສັນ ເປັນວັດໜຶ່ງທີມີປະຫວັດຄວາມເປັນມາກ່ຽວກັບ ຕໍານານຂອງພະຍານາກ ເຊິ່ງຢູ່ໃກ້ກັບວັດພະບາດ ທີ່ມີຊື່ສຽງທາງດ້ານຮອຍພະບາດທີ່ປະທັບໄວ້ໃຫ້ບູຊາກາບໄຫວ້ ຈົນເຖິງທຸກວັນນີ້. ລັກສະນະຂອງວັດໂພນສັນ ແມ່ນຕັ້ງຢູ່ໂນນສູງ ທີ່ອ້ອມຮອບດ້ວຍຫ້ວຍນໍ້າ ແລະ ເປັນວັດທີ່ເກົ່າແກ່ມາແຕ່ດົນນານ ເປັນຈຸດໜຶ່ງທີ່ມີປະກົດການທາງທໍາມະຊາດ (ບັງໄຟພະຍານາກ) ເກີດຂື້ນໃນທຸກປີ ຂອງວັນເພັງ 15 ຄໍ່າ ຂອງເດືອນ 11 ລາວ ແລະ ເປັນວັດທີປະຊາຊົນໃນເຂດນັ້ນ ກາບໄຫວ້ເຄົາລົບນັບຖື ແຫຼ່ງທີ່ມາ: https://www.mict.gov.la/tourism-in-laos?province_id=12