ພະທາດສີໂຄດຕະບອງ

ຈາກ Laopedia
ຮູບ:ພະທາດສີໂຄດຕະບອງ.jpg

ພະທາດ​ສີ​ໂຄດ​ຕະບອງ​ ຕັ້ງ​ຢູ່ບ້ານ​ສີ​ໂຄດ (ມ່ວງສຸມ) ແຄມຝັ່ງແມ່ນ້ຳຂອງ ເຊິ່ງບໍລິເວນນີ້ ເຄີຍເປັນໃຈກາງຂອງອະດີດເມືອງ ຫຼວງທີ່ເກົ່າແກ່ຂອງອານາຈັກລ້ານຊ້າງ. ຕາມ​ທາງ​ເລກທີ 11 ​ໃຕ້ ຫ່າງ​ຈາກ​ເມືອງ​ທ່າ​ແຂກ 6 ກິ​​ໂລ​ແມັດ, ມີເສດຕະສັດ 7 ຊັ້ນ ໃນແກນເປັນເຫຼັກເສດຕະສັດ ເຮັດດ້ວນເງິນ ແລະ ຄຳ, ປາຍເສດ ຕະສັດມີໂຄມແກ້ວ (ປະຈຸບັນບໍ່ມີ) ສະເພາະເສດຕະສັດສູງ 2 ແມັດ ບໍລິເວນຕີນພະທາດກ້ວາງດ້ານລະ 25 ແມັດ, ສູງ30 ແມັດ).
ພະທາດສີໂຄດຕະບອງ ແມ່ນສາສະໜາຖານເກົ່າແກ່ ແລະ ສັກກາລະບູຊາຂອງຄົນຄໍາມ່ວນ, ທີ່ມີຄວາມສັກສິດແຫ່ງໜຶ່ງ ຂອງ ສປປລາວ ພະທາດນີ້ສ້າງຂື້ນໃນສະ ໃໝອານາຈັກສີໂຄດຕະບອງ ລະຫວ່າງສັດຕະວັດທີ VI – VIII. ພະທາດໜ່ວຍນີ້ ເປັນບ່ອນບັນຈຸກະດູອັດຖິຂອງພະພຸດທະເຈົ້າໃນສັດຕະວັດ VI.
ນອກຈາກນັ້ນ ຍັງມີຮູບປັ້ນຂອງພະຍາສີໂຄດຕະບອງ ຢືນຢ່າງສະຫງ່າລາສີ. ຄຳວ່າ “ສີໂຄດຕະບອງ” ມີຄວາມໝາຍມາຈາກພາສາບາລີວ່າ: “ແສງສະຫວ່າງແຫ່ງປະລັດຊະຍາ”. ດ້ວຍເຫດນັ້ນ, ຮູບປັ້ນຂອງພະຍາສີໂຄດຕະບອງ ຈຶ່ງປຽບເໜືອນທວນໄຟເຍືອງທາງໃຫ້ແສງສະຫວ່າງແກ່ຄົນລຸ້ນຕໍ່ໄປ ແລະ ກໍ່ເປັນສູນລວມແຫ່ງຈິດໃຈຂອງຊາວຄຳມ່ວນ ຈົນເທົ່າທຸກວັນນີ້.
ໃນພົງສາວະດານ ກ່າວເຖິງພະທາດໜ່ວຍນີ້ວ່າ, ໃນສັດຕະວັດ XVI, ເຊິ່ງເປັນໄລຍະທີ່ອານາຈັກລ້ານຊ້າງຄອບຄອງແຖບນີ້, ພຸດທະສາສະໜານິກາຍຫິນະຍານ ໄດ້ແຜ່ອິດທິພົນເຂົ້າມາໃນຂົງເຂດນີ້ ແລະ ເຈົ້າຊີວິດ ໃນສັດຕະວັດທີ່ 16 (ຄ.ສ 15201 – 1747 ໄດ້ສັ່ງປະຕິມາກອນ ມາບູລະນະພະທາດໜ່ວຍນີ້). ໃນ ຄ.ສ 1539, ການປະຕິສັງຂອນເປັນ ແບບສີລະປະລ້ານຊ້າງ ໂດຍເພີ່ມແບບປະຕິມະກຳ ທີ່ຕິດດອກບົວໃສ່ຈອມທາດ.
ໃນຍຸກສະໄໜຂອງພະເຈົ້າໄຊຍະເສດຖາທິລາດ, ພະອົງໄດ້ບູລະນະຈົນເປັນແບບດັ່ງທີ່ເຫັນໃນປັດຈຸບັນນີ້. ມາເຖິງປີ ຄ.ສ 1806, ໃນສະໄໝການປົກຄອງຂອງ ເຈົ້າອານຸວົງ ພຣະທາດໜ່ວຍນີ້ ກໍ່ໄດ້ຖືກທຳລາຍຈາກຫຼາຍສົງຄາມ ຈົນຖຶກປ່ອຍປະໃຫ້ພຣະທາດສີໂຄດເສົ້າໜອງຢ່າງສິ້ນເຊີງ.
ແຫຼ່ງທີ່ມາ: [[1]]