ຕາດມັງກອນ

ຈາກ Laopedia
ຮູບ:ຕາດມັງກອນ ເມືອງທ່າພະບາດ.jpg

ສະຖານທີ່ແຫຼ່ງທ່ອງທ່ຽວ “ຕາດມັງກອນ” ຕັ້ງຢູ່ ບ້ານທ່າບົກ ເມືອງທ່າພະບາດ ເຊິ່ງຕັ້ງຫ່າງຈາກເທດສະບານເມືອງ ໄປປະມານ 20 ກິໂລແມັດ ຕາມເສັ້ນທາງເລກທີ 13 ໃຕ້ ແລ້ວລ້ຽວຊ້າຍ (ຖ້າມາແຕ່ເທດສະບານເມືອງ) ໄປຕາມທາງແດງ ເຂົ້າໄປອີກປະມານ 4 ກິໂລແມັດ ຈະເຖິງສະຖານທີທ່ອງທ່ຽວ. ແຫຼ່ງທ່ອງທ່ຽວແຫ່ງນີ້ ເປັນອີກແຫ່ງໜຶ່ງ ທີ່ກໍາລັງໄດ້ຮັບຄວາມນິຍົມຈາກການໄປທ່ຽວຫຼິ້ນ ຂອງປະຊາຊົນທັງພາຍໃນ ແລະ ຕ່າງແຂວງ ໂດຍສະເພາະນັກທ່ອງທ່ຽວທີ່ມາຈາກນະຄອນຫຼວງວຽງຈັນ ມາຫຼິ້ນເປັນຂະບວນຟົດຟື້ນ ໃນຮູບແບບທ່ຽວກັບຄອບຄົວມາພັກຜ່ອນ ຫຼື ມາທ່ຽວແບບເປັນກຸ່ມ, ມາກິນເຂົ້າປ່າ ແລະ ລົງຫຼິ້ນອາບນໍ້າທີ່ເຢັນສະບາຍ. ຈຸດພິເສດຕາດມັງກອນ ແມ່ນສະຖານທີ່ຕາດກວ້າງຂວາງ ທີ່ອ້ອມຮອບດ້ວຍພະລານຫີນ, ມີປ່າໄມ້ທີ່ຂຽວງາມໄປທົ່ວບໍລິເວນ ແລະ ມີນໍ້າທີ່ໃສສະອາດເຢັນດີ, ມີຄວາມປອດໄພແກ່ຜູ້ທີ່ມາທ່ຽວຫຼີ້ນ ເພາະວ່າສາຍນໍ້າໄຫຼບໍ່ແຮງປານໃດ ລົງຫຼີ້ນໄດ້ທຸກບ່ອນ ລົງຫຼິ້ນນໍ້າໄດ້ທຸກເພດທຸກໄວ ບໍ່ວ່າເດັກນ້ອຍ ຫຼື ຜູ້ໃຫຍ່. ຕາດມັງກອນນີ້ ນອກຈາກຈະມີທີ່ສະອາດ, ສວຍງາມແລ້ວ ຍັງມີສິ່ງຮອງຮັບຢ່າງຫຼວງຫຼາຍ ໄວ້ບໍລິການໃຫ້ແກ່ນັກທ່ອງທ່ຽວເຊັ່ນ: ຮ້ານອາຫານ, ເສື້ອຊູຊີບ, ຫ້ອງນໍ້າທີ່ສະອາດ, ມີເສັ້ນທາງທີ່ອຳນວຍຄວາມສະດວກສາມາດເຂົ້າເຖິງນໍ້າຕົກ ແມ່ນສະດວກປອດໄພ ແລະ ສະຖານທີ່ຈອດລົດພຽງພໍ ໃນວັນຢຸດພັກຜ່ອນ ຫຼື ວັນສຳຄັນຕ່າງໆ.
ແຫຼ່ງທີ່ມາ: https://www.mict.gov.la/tourism-in-laos?province_id=12