ພະແນກລະບົບບໍລິການດິຈິຕອນ

ຈາກ Laopedia

ພະແນກລະບົບບໍລິການດິຈິຕອນແມ່ນພະແນກໜື່ງທີ່ນອນຢູ່ໃນ ສູນບໍລິຫານລັດດິຈິຕອນ

ໜ້າທີ່ຂອງ ພະແນກລະບົບບໍລິການດິຈິຕອນ (Digital Service Division)

  • ຄຸ້ມຄອງ, ຮ່ວມມື ແລະ ຊຸກຍູ້ ສົ່ງເສີມ-ພາກສ່ວວນຕ່າງໆ ໃນການສ້າງ, ພັດທະນາ ແລະ ສົ່ງເສີມການນຳໃຊ້ ບໍລິການດິຈິຕອນ (G2B) ເປັນຕົ້ນ: Digital Certification, E-License, Digital Money, E-Commerce, E-Payment, Digital Agriculture, E-Logistic, E-Tourism ແລະ e-Services ອື່ນໆ;
  • ຄຸ້ມຄອງ, ຮ່ວມມື ແລະ ຊຸກຍູ້ ສົ່ງເສີມ-ພາກສ່ວນຕ່າງໆ ໃນການສ້າງ, ພັດທະນາ ແລະ ສົ່ງເສີມການນຳໃຊ້ ບໍລິການລັດດິຈິຕອນ (G2B) ເປັນຕົ້ນ: Digital Education, Digital Health, Digital Disaster, E-Statistic, E-Welfare, E-Justic ແລະ e-Services ອື່ນໆ;
  • ຄົ້ນຄວ້າ, ພັດທະນາ ແລະ ກຳນົດໂຄງສ້າງລວມ ລະບົບບໍລິການລັດດິຈິຕອນ (Digital Services Plaform);
  • ຄົ້ນຄວ້າ, ກຳນົດມາດຕະຖານ, ອອກແບບ ແລະ ພັດທະນາແພຣດຟອມ ເວັບໄຊພາກລັດ (G-Web Platform), ເວັບໄຊຂອງກະຊວງ, ຂອງສູນ ແລະ ຕາມການສະເໜີຂອງ ອົງການຈັດຕັ້ງພັກ-ລັດ ແລະ ພາກສ່ວນອື່ນ;
  • ຄົ້ນຄວ້າ, ອອກແບບ, ພັດທະນາ ແລະ ຄຸ້ມຄອງ ລະບົບສື່ສານພາກລັດ (Government Chatting – G-Chat), ແລະ ລະບົບສື່ສານບໍລິການປະຊາຊົນ (Lao Chat);
  • ຄົ້ນຄວ້າ, ອອກແບບ, ພັດທະນາ ແລະ ຄຸ້ມຄອງ ຟ້ອນພາສາລາວ ແລະ ເຕັກໂນໂລຊີກ່ຽວຂ້ອງກັບອັກສອນລາວ;
  • ໃຫ້ຄຳປຶກສາ, ແນະນຳ ແລະ ຕິດຕາມການນຳໃຊ້ ລະບົບບໍລິການດິຈິຕອນ ໃຫ້ແກ່ບັນດາຫ້ອງການລັດ ແລະ ສັງຄົມ;
  • ປະຕິບັດໜ້າທີ່ ແລະ ນຳໃຊ້ສິດອື່ນໆ ຕາມການມອບໝາຍຂອງຄະນະສູນ.

ບໍລິການທີ່່ພະແນກຄຸ້ມຄອງ

  • ແພຣດຟອມ ເວັບໄຊພາກລັດ G-Web Platform: ແມ່ນລະບົບເວັບໄຊທີຖືກສ້າງ ແລະ ພັດທະນາຂື້ນມາ ເພື່ອເປັນລະບົບເວັບໄຊໂຕແບບໃຫ້ແກ່ການສ້າງ ແລະ ພັດທະນາເວັບໄຊຂອງບັນດາກະຊວງ/ອົງການທຽບເທົ່າ ແລະ ບັນດາຫ້ອງການພັກ-ລັດ ໃນທົ່ວປະເທດ ເພື່ອໃຫ້ເປັນມາດຕະຖານດຽວກັນ ແລະ ຮັບປະກັນຄວາມປອດໄພ.
  • ລະບົບສື່ສານພາກລັດ Government Chatting – G-Chat: ເປັນແອັບພິເຄຊັນ ທີ່ພັດທະນາຂຶ້ນເພື່ອໃຊ້ເປັນລະບົບຕິດຕໍ່ສື່ສານແບບອອນລາຍ ສຳລັບພະນັກງານພາກລັດດ້ວຍກັນ, ສາມາດສົນທະນາຂໍ້ຄວາມ, ຮັບ-ສົ່ງຟາຍເອກະສານ, ຟາຍຮູບພາບ, ວີດີໂອ, ການໂທດ້ວຍສຽງ-ພາບໄດ້ພ້ອມກັນ
  • ລະບົບສູນລວມຂໍ້ມູນພາກລັດ (Gov-X): ເປັນລະບົບສູນລວມຂໍ້ມູນ ແລະ ການບໍລິການຂອງພາກລັດ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນ, ພາກທຸລະກິດ ແລະ ພະນັກງານລັດ ສາມາດເຂົ້າເຖິງຂໍ້ມູນ ແລະ ການບໍລິການຂອງພາກລັດຜ່ານປະຕູດຽວ ເທິງໂທລະສັບມືຖືສະມາດໂຟນ
  • ລະບົບກະດານຂໍ້ມູນຊຸມຊົນລາວພາກລັດ (Government Lao Pedia) : ແມ່ນລະບົບສູນລວມຂໍ້ມູນຂ່າວສານຂອງບັນດາອົງການຈັດຕັ້ງພາກລັດທຸກຂະແໜງການ ໃນທົ່ວປະເທດ.​ ຊື່ງແຕ່ລະພາກສ່ວນຈະມີສ່ວນຮ່ວມໃນການສະໜອງຂໍ້ມູນທີກ່ຽວຂ້ອງກັບຂອງອົງການຈັດຕັ້ງຕົນເອງຮັບຜິດຊອບ ເພື່ອສະໜອງຂໍ້ມູນເປີດ ໃຫ້ບໍລິຶການດ້ານຂໍ້ມູນແກ່ອົງການຈັດຕັ້ງລັດດ້ວຍກັນ, ປະຊົນ ແລະ ພາກຖຸລະກິດ.​ ສາມາດນຳໃຊ້ຂໍ້ມູນ ເພື່ອການຄົ້ນຄວ້າວິໃຈ ແລະ ສຶກສາໃນດ້ານຕ່າງໆ ບໍ່ວ່າຈະເປັນດ້ານການລົງທຶນ, ການທ່ອງທ່ຽວ, ດ້ານປະຫວັດສາດ, ເຕັກໂນໂລຊີ ແລະ ອື່ນໆ
  • ລະບົບການຮຽນອອນລາຍແບບເປີດກ້ວາງ (L-Moocs): ເປັນຫຼັກສູດລະບົບຮຽນອອນໄລແບບເປີດກວ້າງ​ ທີເໝາະສົມສໍາລັບປະຊາຊົນ, ວິສາຫະກິດ, ພະນັກງານລັດຖະກອນທຸກຂະແໜງການ ສາມາດເຂົ້າຮຽນຜ່ານ lmoocs.gov.la ເຊິ່ງ L-MOOCs ໄດ້ພັດທະນາມາຈາກລະບົບ MOOCS (Massive Open Online Courses) ທີ່ເປັນລະບົບການຮຽນອອນລາຍແບບເປີດກວ້າງ ທີ່ມີຄວາມຢືດຢຸນໃນການຮຽນຮູ້ທັດສະໃໝ່ ແລະ ສາມາດຮອງຮັບຜູ້ເຂົ້າຮຽນຈຳນວນຫຼາຍ
  • ລະບົບລົງຄະແນນສຽງພາກລັດ: ລະບົບລົງຄະແນນສຽງພາກລັດແມ່ນລະບົບ ລົງຄະແນນສຽງ, ປະເມີນຜົນ ໃນຮູບແບບອອນລາຍ ສາມາດລົງຄະແນນໄດ້ທຸກທີ່ທຸກເວລາທີ່ມີອິນເຕີເນັດ ຫຼຸດຜ່ອນການໃຊ້ເຈ້ຍ ປະຢັດເວລາໃນການນັບຄະແນນ. ສາມາດປະຫຍຸກໃຊ້ໃນການລົງຄະແນນສຽງໃນຫຼາຍຮູບແບບ ທຸກກະຊວງ/ອົງການຈັດຕັ້ງລັດ ສາມາດລົງທະບຽນເຂົ້ານຳໃຊ້ໄດ້ດ້ວຍຕົນເອງ