ເວັບໄຊພາກລັດ G-Web Platform

ຈາກ Laopedia

ລະບົບເວັບໄຊລັດຖະບານ ແມ່ນການພັດທະນາ ແລະ ສ້າງ ເປັນລະບົບໂຕແບບໃຫ້ແກ່ການພັດທະນາເວັບໄຊຂອງບັນດາກະຊວງ ແລະ ຫ້ອງການລັດຕ່າງໆ.                   

ເພື່ອໃຫ້ເປັນມາດຕະຖານດຽວກັນ ແລະ ຮັບປະກັນຄວາມປອດ ໄພແນໃສ່ການເຜີຍແຜ່, ປະຊາສຳພັນ ແລະ ບໍລິການຂໍ້ມູນ ຂ່າວສານ ຜ່ານທາງເວັບໄຊ ໃຫ້ແກ່ປະຊາຊົນ, ພາກທຸລະກິດ ແລະ  ພາກລັດດ້ວຍກັນໃຫ້ມີປະສິດທິພາບສູງ

ຄຸນສົມບັດຂອງລະບົບ:

  • ໜ້າເວັບໄຊອອກແບໃຫ້ຮອງຮັບທຸກຂະໜາດຈໍ (responsive)
  • ຮອງຮັບການສ້າງເວັບທີ່ມີເນື້ອໃນຫຼາຍພາສາ
  • ມີລະບົບລົງທະບຽນກອງປະຊຸມ
  • ສາມາດປັບແຕ່ງສີຂອງ ເມນູ, ສີພື້ນຫຼັງ, ສີຂອງ footer, ແລະອື່ນໆ ຕາມຄວາມຕ້ອງການຂອງຜູ້ໃຊ້

ການຂໍນຳໃຊ້ G-Web Platform:

ອົງການຈັດຕັ້ງຂອງລັດ ທີ່ຕ້ອງການນຳໃຊ້ລະບົບ G-Web Platform ແມ່ນສາມາດເຮັດໜັງສືສະເໜີຫາ ສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ