ລະບົບສື່ສານພາກລັດ Government Chatting – G-Chat

ຈາກ Laopedia

ເປັນແອັບພິເຄຊັນ ທີ່ພັດທະນາຂຶ້ນເພື່ອໃຊ້ເປັນລະບົບຕິດຕໍ່ສື່ສານແບບອອນລາຍ ສຳລັບພະນັກງານພາກລັດດ້ວຍກັນ, ສາມາດສົນທະນາຂໍ້ຄວາມ, ຮັບ-ສົ່ງຟາຍເອກະສານ, ຟາຍຮູບພາບ, ວີດີໂອ, ການໂທດ້ວຍສຽງ-ພາບໄດ້ພ້ອມກັນ;

ລະບົບ G-Chat ສ້າງຂື້ນເພື່ອຄວາມເປັນເອກະພາບ ແລະ ລວມສູນຂອງການນຳໃຊ້ແອັບໃນການສົນທະນາສື່ສານ ແລະ ແລກປ່ຽນຂໍ້ມູນຂອງພາກລັດ ໃຫ້ມີມາດຕະຖານຄວາມປອດໄພ, ໝັ້ນຄົງທາງດ້ານຂໍ້ມູນ ແລະ ທັນສະໄໝ, ພ້ອມທັງສາມາດນຳໃຊ້ໃນທຸກອຸປະກອນສື່ສານ ແລະ ຄອມພິວເຕີໄດ້ທຸກທີ່ທຸກເວລາ

ລະບົບນີ້ມີ ຂໍ້ຕົກລົງວ່າດ້ວຍ ລະບົບກການສື່ສານພາກລັດ ເລກທີ 2599/ກຕສ ລົງວັນທີ 12 ສິງຫາ 2022 ເປັນນິຕິກຳສຳລັບຄຸ້ມຄອງການນຳໃຊ້ລະບົບ

ຄຸນສົມບັດຂອງລະບົບ:

  • ສາມາດນຳໃຊ້ໄດ້ທັງທາງຄອມພິວເຕີ (Browser) ແລະ ມືຖື ລະບົບ Andriod ແລະ  iOS
  • ສາມາດເລືອກນຳໃຊ້ໄດ້ທັງ ພາສາລາວ ແລະ ອັງກິດ
  • ສ້າງກຸ່ມສົນທະນາ ໂດຍສາມາດກຳນົດເອົາຜູ້ໃຊ້ງານທີ່ຢູ່ຕ່າງພະແນກ ຫຼື ຕ່າງກົມທີ່ຢູ່ພາຍໃນກະຊວງດຽວກັນເຂົ້າມາເປັນສະມາຊິກໃນກຸ່ມໄດ້ ໂດຍບໍ່ໄດ້ກຳນົດຈຳນວນສະມາຊິກ
  • ຜູ້ໃຊ້ສາມາດນຳບັນຊີລາຍຊື່ຂອງຕົນໄປໃຊ້ໃນເຄື່ອງໃໝ່ໂດຍຂໍ້ຄວາມທີ່ສົນທະນາໄວ້ໃນເຄື່ອງເກົ່ານັ້ນຈະບໍ່ຖືກລຶບໄປ

ການຂໍນຳໃຊ້ລະບົບ:

ອົງການຈັດຕັ້ງຂອງລັດ ທີ່ຕ້ອງການນຳໃຊ້ລະບົບ G-Chat ແມ່ນສາມາດເຮັດໜັງສືສະເໜີ ແລະ ປະກອບຂໍ້ມູນລາຍຊື່ພະນັກງານຫາ ສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສູນບໍລິຫານລັດດິຈິຕອນ ຈະພິຈາລະນາສ້າງບັນຊີລາຍຊື່ເພື່ອເຂົ້ານຳໃຊ້ລະບົບໃຫ້ແກ່ພາກສ່ວນດັ່ງກ່າວ ລີ້ງດາວໂຫຼດຟອມເກັບກຳລາຍຊື່ພະນັກງານເຂົ້າໃສ່ລະບົບ G-Chat