ກະຊວງພາຍໃນ

ຈາກ Laopedia


ທີ່ຕັ້ງ ແລະ ພາລະບົດບາດ

ກະຊວງພາຍໃນ ຂຽນເປັນຕົວອັກສອນຫຍໍ້ວ່າ: “ພນ” ແມ່ນໜຶ່ງໃນໂຄງປະກອບກົງຈັກ ຂອງລັດຖະບານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບການພັດທະນາ ການບໍລິຫານລັດ, ການປົກຄອງທ້ອງຖິ່ນ, ວຽກງານສາມສ້າງ, ວຽກງານຊົນເຜົ່າ, ວຽກງານສາສະໜາ, ວຽກ ງານຄຸ້ມຄອງພົນລະເມືອງ, ຄຸ້ມຄອງລັດຖະກອນ, ຄຸ້ມຄອງພາລະກອນ, ຄຸ້ມຄອງຫົວໜ່ວຍວິຊາການທີ່ມີລາຍ ຮັບ, ການຄຸ້ມຄອງອົງການຈັດຕັ້ງສັງຄົມ, ວຽກງານສຳຫຼວດວັດແທກ, ວຽກງານແຜນທີ່, ວຽກງານເອກະສານ, ວຽກງານແຂ່ງຂັນ ແລະ ວຽກງານຍ້ອງຍໍ ໃນຂອບເຂດທົ່ວປະເທດ.

1. ປະຕິບັດຕາມລັດຖະທຳມະນູນ, ກົດໝາຍ ແລະ ມະຕິ ຂອງສະພາແຫ່ງຊາດ, ລັດຖະບັນຍັດ ຂອງ ປະທານປະເທດ, ດຳລັດ ແລະ ມະຕິຂອງລັດຖະບານ;

2. ຄົ້ນຄວ້າ, ຫັນແນວທາງຂອງພັກ ແລະ ບັນດານະໂຍບາຍ ຂອງລັດຖະບານ ກ່ຽວກັບວຽກງານຂະແໜງ ພາຍໃນ ມາເປັນແຜນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການລະອຽດຂອງຕົນ ແລະ ຈັດຕັ້ງ ປະຕິບັດໃຫ້ປະກົດຜົນເປັນຢ່າງດີ;

3. ຄົ້ນຄວ້າສ້າງ, ປັບປຸງບັນດາກົດໝາຍ ແລະ ນິຕິກຳ ທີ່ກ່ຽວຂ້ອງກັບວຽກງານພາຍໃນ ເພື່ອສະເໜີຕໍ່ ລັດຖະບານພິຈາລະນາ;

4. ຄົ້ນຄວ້າປັບປຸງໂຄງປະກອບກົງຈັກ ຂອງລັດຖະບານ, ບັນດາອົງການທີ່ຂຶ້ນກັບລັດຖະບານ, ຄົ້ນຄວ້າ ພາລະບົດບາດ, ໜ້າທີ ແລະ ຂອບເຂດສິດບັນດາການຈັດຕັ້ງ ແລະ ກົງຈັກຊ່ວຍວຽກ ຂອງບັນດາ ກະຊວງ, ອົງການທີ່ຂຶ້ນກັບລັດຖະບານ, ກົງຈັກບໍລິຫານລັດຂັ້ນ ແຂວງ, ຂັ້ນເມືອງ; ຄົ້ນຄວ້າພິຈາລະນາ ຮັບຮອງ, ຕິດຕາມ, ຊຸກຍູ້, ແນະນໍາ ແລະ ກວດກາ ການກຳນົດຕຳແໜ່ງງານ; ຊຸກຍູ້, ແນະນໍາ, ກວດກາ ບັນດາກະຊວງ, ອົງການທີ່ຂຶ້ນກັບລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ໃນການປະຕິບັດ ລະບຽບການກ່ຽວກັບການບໍລິຫານລັດ, ການບໍລິການ ຂອງພາກລັດ, ລະບຽບການຄຸ້ມຄອງຕາປະ ທັບ, ຄຸ້ມຄອງ, ຕິດຕາມ ແລະ ກວດກາອົງການຈັດຕັ້ງສັງຄົມ ຕາມລະບຽບການທີ່ກຳນົດໄວ້;

5. ຄົ້ນຄວ້າສ້າງ, ປັບປຸງກົດໝາຍ ແລະ ນິຕິກຳການປົກຄອງ-ບໍລິຫານລັດ, ກວດກາບັນດານິຕິກຳ ຂອງ ຂະແໜງພາຍໃນ ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ;

6. ຊຸກຍູ້ ແລະ ແນະນໍາການປະຕິບັດການບໍລິຫານລັດຢູ່ຂັ້ນທ້ອງຖິ່ນ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ; ຄົ້ນຄວ້າກ່ຽວກັບການສ້າງຕັ້ງ, ການແຍກ, ການໂຮມ, ການກຳນົດເຂດເຊື່ອມ ຕໍ່ ແລະ ເຂດການປົກຄອງຂອງແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ ແລະ ນະຄອນ ເພື່ອນຳ ສະເໜີລັດຖະບານ ພິຈາລະນາ; ສົມທົບກັບພາກສ່ວນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ໃນການແກ້ໄຂບັນຫາທີ່ພົວພັນເຖິງເຂດເຊື່ອມຕໍ່ ແລະ ການແບ່ງເຂດການປົກຄອງ; ແນະນໍາ, ຕິດຕາມ, ຊຸກຍູ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ໃນການຈັດຕັ້ງປະຕິບັດວຽກງານສາມ ສ້າງ ແລະ ກົນໄກບໍລິການຜ່ານປະຕູດຽວ;

7. ສ້າງກົນໄກ ແລະ ຄຸ້ມຄອງກ່ຽວກັບວຽກງານຄຸ້ມຄອງພົນລະເມືອງ ເປັນຕົ້ນ: ການຈັດສັນ ພົນລະເມືອງ, ຄຸ້ມຄອງການຍົກຍ້າຍ, ການຈົດທະບຽນການເກີດ, ການແຕ່ງດອງ, ການຢ່າຮ້າງ, ການ ເສຍຊີວິດ, ການປ່ຽນຊື່ ຫຼື ນາມສະກຸນ, ການຈົດທະບຽນສັນຊາດ ແລະ ເກັບກຳສະຖິຕິພົນລະເມືອງ ຕາມທີ່ໄດ້ກຳນົດໄວ້ໃນກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງ;

8. ຊຸກຍູ້, ແນະນໍາ, ປະສານສົມທົບກັບບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການຈັດຕັ້ງ ຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ໃນການຄຸ້ມຄອງວຽກງານຊົນເຜົ່າ ແລະ ສາສະໜາ ໃຫ້ຖືກຕ້ອງຕາມກົດຫມາຍ ແລະ ລະບຽບການ; 9. ຄົ້ນຄວ້າສ້າງ, ປັບປຸງກົດໝາຍ ແລະ ນິຕິກຳ ກ່ຽວກັບວຽກງານຄຸ້ມຄອງລັດຖະກອນ, ສ້າງກົນໄກ ລະບຽບການ ກ່ຽວກັບນະໂຍບາຍຕ່າງໆ ເພື່ອຮັບໃຊ້ວຽກງານຄຸ້ມຄອງລັດຖະກອນ;

10. ຄົ້ນຄວ້າສ້າງ, ປັບປຸງກົດໝາຍ ແລະ ນິຕິກຳ ກ່ຽວກັບວຽກງານການຫັນຫົວໜ່ວຍວິຊາການທີ່ມີລາຍ ຮັບ, ການຄຸ້ມຄອງພາລະກອນ, ສ້າງກົນໄກລະບຽບການ ກ່ຽວກັບນະໂຍບາຍຕ່າງໆ ເພື່ອຮັບໃຊ້ວຽກ ງານຄຸ້ມຄອງພາລະກອນ;

11. ສ້າງກົນໄກ, ຄົ້ນຄວ້າ, ກຳນົດຫຼັກການ ແລະ ມາດຕະຖານລວມ ກ່ຽວກັບວຽກງານຄຸ້ມຄອງ ແລະ ສຳ ເນົາເອກະສານ; ທ້ອນໂຮມ, ປົກປັກຮັກສາເອກະສານສຳຄັນຂອງຊາດ ແລະ ສະໜອງຂໍ້ມູນ ເອກະສານ ແກ່ສັງຄົມຕາມລະບຽບການ; ຊຸກຍູ້, ແນະນໍາ ແລະ ຕິດຕາມກວດກາທາງດ້ານວິຊາການ ກ່ຽວກັບການຄຸ້ມຄອງ ແລະ ສຳເນົາເອກະສານໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງ ການຈັດຕັ້ງຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ຢ່າງລວມສູນເປັນເອກະພາບໃນຂອບເຂດ ທົ່ວປະເທດ;

12. ດຳເນີນ ແລະ ຈັດຕັ້ງປະຕິບັດການສຳຫຼວດວັດແທກ, ຖ່າຍພາບທາງອາກາດ, ສ້າງ ແລະ ພິມແຜນທີ່ຕົວ ຈິງໃນຂອບເຂດທົ່ວປະເທດ ຕາມການມອບໝາຍ ຂອງລັດຖະບານ ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິ ຜົນສູງ;

13. ສ້າງກົນໄກຄຸ້ມຄອງ, ຈັດຕັ້ງປະຕິບັດ ແລະ ພັດທະນາວຽກງານສໍາຫຼວດວັດແທກ, ຖ່າຍພາບທາງ ອາກາດ ແລະ ແຜນທີ່ ໃຫ້ກ້າວໜ້າທັນສະໄໝ; ຄຸ້ມຄອງຂໍ້ມູນເຕົ້າ, ແຜນທີ່ເສັ້ນຊາຍແດນລະຫວ່າງ ຊາດ ແລະ ເຂດເຊື່ອມຕໍ່ ເພື່ອຮັບປະກັນການສະໜອງຂໍ້ມູນໃຫ້ແກ່ການພັດທະນາເສດຖະກິດ- ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;

14. ຄົ້ນຄວ້າ, ພິຈາລະນາກ່ຽວກັບວຽກງານແຂ່ງຂັນ ແລະ ຍ້ອງຍໍ, ໂຄສະນາເຜີຍແຜ່ນິຕິກຳກ່ຽວກັບການ ແຂ່ງຂັນ ແລະ ຍ້ອງຍໍ, ຊຸກຍູ້ ແລະ ຕິດຕາມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຢູ່ບັນດາ ກະຊວງ, ອົງການລັດ ທຽບເທົ່າກະຊວງ, ອົງການຈັດຕັ້ງຂຶ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ; ສະຫຼຸບຕີລາຄາ, ຖອດຖອນບົດ ຮຽນຂະບວນການແຂ່ງຂັນເປັນແຕ່ລະໄລຍະ ເພື່ອເລືອກເຟັ້ນບຸກຄົນ, ກົມກອງດີເດັ່ນ ແລະ ຕົວແບບທີ່ກ້າວໜ້າ;

15. ຄົ້ນຄວ້າ, ວິເຄາະລະບົບການປົກຄອງ ຂອງລາວ ແລະ ສາກົນ ເພື່ອສ້າງເປັນເອກະສານຄົ້ນຄວ້າດ້ານ ວິຊາການ; ສ້າງ, ປັບປຸງ ແລະ ພັດທະນາຫຼັກສູດໃນຫົວຂໍ້ຕ່າງໆ ພ້ອມທັງສ້າງແຜນກຳນົດ, ແຜນການ ຝຶກອົບຮົມ-ການພັດທະນາ ແລະ ຈັດຝຶກອົບຮົມລັດຖະກອນໃຫ້ຜູ້ບໍລິຫານລະດັບຕ່າງໆ ແລະ ຜູ້ມີ ວຸດທິການສຶກສາລະດັບປະລິນຍາເອກຂຶ້ນໄປ ກ່ຽວກັບການຄຸ້ມຄອງບໍລິຫານລັດ ແລະ ວິຊາສະເພາະ ທີ່ກ່ຽວຂ້ອງຢ່າງເປັນລະບົບ, ຕໍ່ເນື່ອງ ເພື່ອໃຫ້ສອດຄ່ອງກັບສະພາບຄວາມຮຽກຮ້ອງຕ້ອງການ ຂອງ ການພັດທະນາປະເທດຊາດ ແລະ ທ່າອ່ຽງລວມຂອງສາກົນໃນແຕ່ລະໄລຍະ;

16. ສ້າງ ແລະ ປັບປຸງກົງຈັກການຈັດຕັ້ງ ຂອງຂະແໜງພາຍໃນ; ຄຸ້ມຄອງ, ສ້າງແຜນການບຳລຸງ, ກໍ່ສ້າງ, ສັບຊ້ອນພະນັກງານ-ລັດຖະກອນ, ການປະຕິບັດນະໂຍບາຍ ແລະ ວິໄນ ຕໍ່ພະນັກງານ-ລັດຖະກອນ ຂອງຂະແໜງພາຍໃນ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕາມລະບຽບການທີ່ກຳນົດ, ຄົ້ນຄວ້າວຽກງານກໍ່ສ້າງພັກ, ປ້ອງກັນພັກ-ພະນັກງານ; ຊຸກຍູ້, ຕິດຕາມວຽກງານຂະແໜງພາຍໃນຢູ່ ທ້ອງຖິ່ນ;

17. ຄົ້ນຄວ້າ ແລະ ຜັນຂະຫຍາຍແຜນຍຸດທະສາດ, ນິຕິກຳກ່ຽວກັບວຽກງານກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ການແຈ້ງຊັບສິນ, ຄໍາຮ້ອງ, ຄໍາສະເໜີຂອງບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບວຽກງານຂະແໜງພາຍໃນ; ຊຸກຍູ້, ຕິດຕາມ ແລະ ກວດກາການປະຕິບັດກົດໝາຍ, ລະບຽບການ, ການປະຕິບັດພາລະບົດບາດ, ໜ້າທີ່ຂອງບັນດາການຈັດຕັ້ງ ແລະ ພະນັກງານ-ລັດຖະກອນ, ແຜນງົບປະມານ, ໂຄງການຕ່າງໆ, ການນຳໃຊ້ຊັບສິນ ຂອງລັດຢູ່ກະຊວງພາຍໃນ,

18. ຕົ້ນຄວ້າແຜນຍຸດທະສາດການພັດທະນາຂະແໜງພາຍໃນໄລຍະສັ້ນ ແລະ ໄລຍະຍາວ, ສ້າງແຜນປະ ຈຳປີ 05 ປີ ພ້ອມທັງສະຫຼຸບສັງລວມການຈັດຕັ້ງປະຕິບັດແຜນການ ຂອງຂະແໜງພາຍໃນ; ສັງລວມ ບັນດາຂໍ້ມູນ-ສະຖິຕິ ຂອງຂະແໜງພາຍໃນ ແລະ ຈັດພິມເຜີຍແຜ່, ພົວພັນຮ່ວມມືກັບຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາຕ່າງໆ ເພື່ອຍາດແຍ່ງການສະໜັບສະໜູນ ໃນການ ພັດທະນາວຽກງານຂະແໜງພາຍໃນ ບົນພື້ນຖານຫຼັກການຂອງການຮ່ວມມື ແລະ ຕາມການມອບ

ໝາຍຂອງລັດຖະບານ; 19. ເປັນຈຸດໃຈກາງໃນການປະສານງານ ຂອງກະຊວງພາຍໃນກັບບັນດາກະຊວງ, ອົງການລັດທຽບເທົ່າ ກະຊວງ, ອົງການຈັດຕັ້ງຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ; ຄຸ້ມຄອງວຽກງານບໍລິຫານ, ສັງລວມ, ຂໍ້ມູນຂ່າວສານການສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງ; ຄຸ້ມຄອງບໍລິຫານການເງິນ, ຊັບ ສິນ ແລະ ເອກະສານ; ຂຶ້ນແຜນການ, ງົບປະມານ ແລະ ສະຫຼຸບສັງລວມການເຄື່ອນໄຫວວຽກງານຂອງກະຊວງ;

20. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງ ລັດຖະບານ.

ຂອບເຂດສິດ

ກະຊວງພາຍໃນ ມີສິດ ດັ່ງນີ້:

1. ສະເໜີສ້າງ, ປັບປຸງບັນດາກົດໝາຍ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງກັບວຽກງານພາຍໃນຕໍ່ ລັດຖະບານ;

2. ຕິດຕາມ, ກວດກາ, ວິເຄາະ ແລະ ປະເມີນ ກົງຈັກການຈັດຕັ້ງຂອງລັດ ແລະ ອອກນິຕິກຳເພື່ອແນະ ນຳ ຫຼື ອອກຄຳສັ່ງຍຸບເລີກການຈັດຕັ້ງ ທີ່ສ້າງຕັ້ງຂຶ້ນໂດຍບໍ່ຖືກກັບຫຼັກການ; ກວດກາຈຳນວນພົນ ລັດຖະກອນທີ່ ມີໜ້າຕົວຈິງໃນກົງຈັກການຈັດຕັ້ງຂັ້ນຕ່າງໆຢ່າງເປັນປົກກະຕິ; ອະນຸມັດ, ຍຸບເລີກ, ຈົດທະບຽນ ແລະ ຕໍ່ທະບຽນອົງການຈັດຕັ້ງສັງຄົມ ຕາມທີ່ກຳນົດໄວ້ໃນລະບຽບການທີ່ກ່ຽວຂ້ອງ; ສ້າງຕັ້ງ, ປັບປຸງ ຫຼື ຍຸບເລີກການຈັດຕັ້ງຕ່າງໆທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງພາຍໃນ;

3. ມີຄຳເຫັນກ່ຽວກັບການສະເໜີແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງຂຶ້ນຮອງຫົວໜ້າກົມ ແລະ ທຽບ ເທົ່າ ຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ຫົວໜ້າພະແນກພາຍໃນແຂວງ, ນະຄອນຫຼວງ ວຽງຈັນ;

4. ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ, ປະຕິບັດວິໄນ, ເລື່ອນຊັ້ນ-ຂັ້ນ ແລະ ປະຕິບັດນະໂຍບາຍຕ່າງໆ ຕໍ່ ພະນັກງານ-ລັດຖະກອນ ຂອງກະຊວງພາຍໃນ;

5. ຊີ້ນຳ ແລະ ຄຸ້ມຄອງຕາມສາຍຕັ້ງທາງດ້ານເຕັກນິກ, ວິຊາການ ໂດຍມີການແບ່ງຂັ້ນ, ແບ່ງຄວາມ ຮັບຜິດຊອບ ແລະ ສິດຕົກລົງບັນຫາ ໃຫ້ອົງການປົກຄອງທ້ອງຖິ່ນໃນການຄຸ້ມຄອງຢ່າງລະອຽດ;

6. ອອກຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການກ່ຽວກັບວຽກງານຂະແໜງພາຍໃນ; ເຜີຍແຜ່

ແນວທາງນະໂຍບາຍ, ກົດໝາຍ, ລະບຽບການ ແລະ ມາດຕະການຕ່າງໆ ທີ່ກ່ຽວຂ້ອງກັບພາລະ

ບົດບາດ ຂອງກະຊວງພາຍໃນ; ໂຈະ, ຍົກເລີກ ແລະ ລົບລ້າງນິຕິກຳຂອງການຈັດຕັ້ງຂຶ້ນລຸ່ມຂອງຕົນ ທີ່ຂັດກັບກົດໝາຍ ແລະ ລະບຽບການ;

7 . ກຳນົດຮູບແບບ, ຕົວໜັງສື ແລະ ຂະໜາດ ຂອງເອກະສານທາງລັດຖະການ;

8. ອະນຸມັດການນຳເຂົ້າ ຫຼື ສົ່ງອອກຂໍ້ມູນ, ຜະລິດຕະພັນແຜນທີ່ ແລະ ເຄື່ອງມືອຸປະກອນດ້ານການສໍ

ຫຼວດວັດແທກ, ຖ່າຍພາບທາງອາກາດ ແລະ ສ້າງແຜນທີ່;

9. ສະເໜີແຜນງົບປະມານ, ສ້າງແຜນລາຍຮັບ-ລາຍຈ່າຍ ແລະ ດັດແກ້ງົບປະມານ ຂອງກະຊວງ ພາຍໃນ; ຄຸ້ມຄອງ ແລະ ນຳໃຊ້ງົບປະມານ ຂອງກະຊວງພາຍໃນໃຫ້ໄປຕາມກົດໝາຍ ແລະ ລະບຽບ ການ;

10. ອະນຸມັດໃຫ້ບັນດາການຈັດຕັ້ງສັງກັດກະຊວງພາຍໃນ ຈັດກອງປະຊຸມ, ຝຶກອົບຮົມ ຫຼື ສຳມະນາຕ່າງໆ,

11. ຮຽກໂຮມ ພະນັກງານນຳພາ-ຄຸ້ມຄອງ ແລະ ລັດຖະກອນວິຊາການ ຂອງຂະແໜງພາຍໃນ ເຂົ້າຮ່ວມ ປະຊຸມ ຫຼື ລາຍງານສ່ອງແສງວຽກງານເປັນແຕ່ລະໄລຍະ;

12. ແຕ່ງຕັ້ງ, ຍຸບເລີກຄະນະກຳມະການ, ຄະນະຮັບຜິດຊອບວຽກງານ ແລະ ໂຄງການຕ່າງໆ ທີ່ປະຕິບັດ ໜ້າທີ່ສະເພາະໃດໜຶ່ງ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ;

13. ພົວພັນຮ່ວມມື, ເຈລະຈາ, ເຊັນສັນຍາ, ອະນຸສັນຍາ ແລະ ບົດບັນທຶກກັບຕ່າງປະເທດ, ອົງ ການຈັດຕັ້ງສາກົນ ແລະ ເອກະຊົນ ຕາມລະບຽບກົດໝາຍກຳນົດ ແລະ ການມອບໝາຍຂອງ ລັດຖະບານ ຫຼື ຕາມການຕົກລົງຂອງລັດຖະບານບົນພື້ນຖານກົດໝາຍ ແລະ ລະບຽບການທີ່ກຳນົດ ໄວ້;

14. ປະຕິບັດສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງ ລັດຖະບານນາຍົກລັດຖະມົນຕີ,

ໂຄງປະກອບການຈັດຕັ້ງ

ໂຄງປະກອບກົງຈັກ ຂອງກະຊວງພາຍໃນ ປະກອບດ້ວຍ:

1. ຫ້ອງການ;

2. ກົມຈັດຕັ້ງ ແລະ ພະນັກງານ;

3. ກົມກວດກາ;

4. ກົມພັດທະນາການບໍລິຫານລັດ;

5. ກົມການປົກຄອງທ້ອງຖິ່ນ;

6. ກົມຄຸ້ມຄອງລັດຖະກອນ;

7. ກົມແຜນທີ່ແຫ່ງຊາດ;

8. ກົມເອກະສານແຫ່ງຊາດ;

9. ກົມແຂ່ງຂັນ ແລະ ຍ້ອງບໍ່;

10. ກົມຄຸ້ມຄອງຫົວໜ່ວຍວິຊາການ ແລະ ພາລະກອນ;

11. ກົມຄຸ້ມຄອງພົນລະເມືອງ;

12. ກົມຊົນເຜົ່າ ແລະ ສາສະໜາ,

13. ສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມ;

14. ສູນສຳຫຼວດວັດແທກ ແລະ ແຜນທີ່.

ກະຊວງພາຍໃນ ມີກົງຈັກການຈັດຕັ້ງທາງດ້ານວິຊາການ ຂອງຕົນຢູ່ຂັ້ນທ້ອງຖິ່ນ ຕາມເງື່ອນໄຂຕົວຈິງ ຢູ່ ແຕ່ລະຂັ້ນ ຕາມການຕົກລົງ ຂອງອົງການປົກຄອງທ້ອງຖິ່ນ ໂດຍເອກະພາບກັບກະຊວງພາຍໃນ.

ໂຄງປະກອບບຸກຄະລາກອນ

ບຸກຄະລາກອນ ຂອງກະຊວງພາຍໃນ ປະກອບມີ:

1. ລັດຖະມົນຕີກະຊວງ 01 ທ່ານ ຮັບຜິດຊອບຕໍ່ລັດຖະບານ, ນາຍົກລັດຖະມົນຕີ ແລະ ຮອງນາຍົກ ລັດຖະມົນຕີ ຜູ້ຊີ້ນຳຂົງເຂດວຽກງານ ໃນການຄຸ້ມຄອງມະຫາພາກຕາມຂະແໜງການຕົນ ຮັບຜິດຊອບ ຊຶ່ງມີສິດ ແລະ ໜ້າທີ່ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍລັດຖະບານ; ໃນເວລາ ຕິດຂັດ ລັດຖະມົນຕີກະຊວງ ຕ້ອງມອບສິດໃຫ້ຮອງລັດຖະມົນຕີກະຊວງທ່ານໃດໜຶ່ງ ເປັນຜູ້ ຮັກສາການແທນ.

2. ຮອງລັດຖະມົນຕີກະຊວງຈຳນວນໜຶ່ງ ຊ່ວຍລັດຖະມົນຕີກະຊວງໃນການຊີ້ນໍາວຽກງານ ຂອງຕົນ ຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍ ຂອງລັດຖະມົນຕີກະຊວງ, ຮອງລັດຖະມົນຕີ ກະຊວງ ເປັນຜູ້ຮັກສາການແທນໃນເວລາລັດຖະມົນຕີກະຊວງຕິດຂັດ;

3. ຫົວໜ້າຫ້ອງການ, ຫົວໜ້າກົມ, ຫົວໜ້າອົງການລັດທຽບເທົ່າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວ ໜ້າກົມ, ຮອງຫົວໜ້າອົງການລັດທຽບເທົ່າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ລັດຖະກອນວິຊາການຈຳນວນໜຶ່ງຕາມການກຳນົດຕຳແໜ່ງງານ.

ການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ແມ່ນປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້.