ກົມພັດທະນາການບໍລິຫານລັດ

ຈາກ Laopedia

ກົມພັດທະນາການບໍລິຫານລັດ ຂຽນເປັນຕົວອັກສອນຫຍໍ້ວ່າ: “ກພລ” ແມ່ນກົງຈັກໜຶ່ງຂອງກະຊວງພາຍໃນ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກະຊວງ ໃນການຄຸ້ມຄອງວຽກງານ ພັດທະນາການຈັດຕັ້ງ, ການກຳນົດຕຳແໜ່ງງານ, ລະບຽບການບໍລິຫານລັດ-ການຫັນເປັນທັນສະໄໝ, ການພັດທະນາລະບົບການບໍລິການ- ກົນໄກການບໍລິການຜ່ານປະຕູດຽວ, ລະບຽບການຄຸ້ມຄອງ-ນໍາໃຊ້ຕາປະທັບ ແລະ ການຄຸ້ມຄອງອົງການຈັດຕັ້ງສັງຄົມ ໃນຂອບເຂດທົ່ວປະເທດ ແລະ ວຽກງານນິຕິກຳຂອງກະຊວງພາຍໃນ ຊຶ່ງເອີ້ນລວມວ່າ ວຽກງານ ພັດທະນາການບໍລິຫານລັດ