ກົມແຜນທີ່ແຫ່ງຊາດ

ຈາກ Laopedia


ກົມແຜນທີ່ແຫ່ງຊາດ ແມ່ນມີພາລະບົດບາດໃນການສຳຫຼວດວັດແທກ, ຖ່າຍພາບທາງອາກາດ, ແລະ ແຜນທີ່ໃນດິນແດນ ສ ປ ປ ລາວ. ພາຍໃຕ້ການຊີ້ນຳຂອງສຳນັກງານນາຍົກລັດຖະມົນຕີຊຶ່ງມີພາລະຫນ້າທີ່ໃນການຄົ້ນຄ້ວາ ແລະ ກຳນົດນະໂຍບາຍໃນການສຳຫຼວດວັດແທກ, ຖ່າຍພາບທາງອາກາດ, ແລະ ແຜນທີ່ເພື່ອສະເຫນີໃຫ້ທາງລັດຖະບານພິຈາລະນາ, ອະນຸຍາດ ແລະ ເຜີຍແພ່ອອກຢ່າງເປັນທາງການ.