ແຂວງຈຳປາສັກ

ຈາກ Laopedia
ຮູບ:ແຜນທີ່ ແຂວງຈຳປາສັກ.png
ຄຳຂັວນ ແຂວງຈຳປາສັກ: ຈຳປາສັກ ເອກະລັກວັດພູ ກຸຫຼາບປາກເຊ ກາເຟປາກຊ່ອງ ນ້ຳຂອງໂຕນຄອນ ສີພັນດອນລືນາມ.

ແຂວງຈຳປາສັກ (ຄຳເຄົ້າ: ແຂວງຈຳປາສັກດ໌[໑], ອັງກິດ: Champasak) ຕັ້ງຢູ່ຕອນໃຕ້ ຂອງ ສປປ ລາວ ມີເນື້ອທີ່ທັງໝົດ 1.541.500 ເຮັກຕາ, ມີພົນລະເມືອງທັງໝົດ : 762 ພັນຄົນ(ຂໍ້ມູນປີ 2021 ຈາກສູນສະຖິຕິແຫ່ງຊາດ), ທາງທິດເໜືອຕິດກັບແຂວງສາລະວັນ, ທາງທິດຕາເວັນອອກສ່ຽງ ເໜືອຕິດກັບແຂວງເຊກອງ, ທາງທິດຕາເວັນອອກຕິດກັບແຂວງອັດຕະປື, ທາງທິດຕາ ເວັນຕົກຕິດກັບປະ ເທດໄທ, ທາງ ທິດໃຕ້ຕິດກັບແຂວງປະເທດກຳປູເຈຍ, ແຂວງຈຳປາສັກແບ່ງອອກເປັນສອງເຂດ : ເຂດທົ່ງພຽງມີເນື້ອທີ່ 1.135.000 ເຮັກຕາເໝາະສຳລັບປູເຂົ້າແລະພືດຕະກຸນຖົ່ວ,ເຂດພູພຽງມີເນື້ອທີ່ 406.500 ເຮັກຕາ ເໝາະສຳລັບປູກພືດອຸດສາຫະກຳເຊັ່ນ : ກາເຟ, ໝາກແໜ່ງ, ຊາ, ພືດຜັກ ແລະ ຕົ້ນໄມ້ເສດຖາກິດ.

ແຂວງຈຳປາສັກແມ່ນແຂວງໜຶ່ງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດເປັນຕົ້ນ : ປ່າໄມ້,ພູຜາ,ແມ່ນ້ຳລຳເຊ,ບໍ່ແຮ່... ມີປ່າສະຫງວນແຫ່ງຊາດ 3 ແຫ່ງ : ເຊປ່ຽນ,ດົງຫົວສາວ ແລະ ພູຊຽງທອງ ແລະ ປ່າສະ ຫງວນຂອງແຂວງ : 7 ແຫ່ງ ທີ່ເຕັມໄປດ້ວຍສັດສາວາສິ່ງແລະຊີວະນາໆພັນເຊິ່ງເປັນສະຖານທີ່ທີ່ດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະ ເທດ, ພິເສດແຂວງຈຳປາສັກມີແຫຼ່ງທ່ອງທ່ຽວທີ່ໂດດເດັ່ນທາງດ້ານວັດ ທະນະທຳ,ວັດຖຸບູຮານ,ປະຫັວດສາດແລະທຳມະຊາດທີ່ລືຊື່ຫຼາຍແຫ່ງເປັນຕົ້ນ : ສະຖານທີ່ວັດພູຈຳປາສັກ ມໍລະດົກໂລກແຫ່ງທີສອງຂອງສປປລາວ, ແຫຼ່ງທ່ອງທ່ຽວນ້ຳຕົກຄອນພະເພັງໃຫຍ່ທີ່ສຸດໃນຕາເວັນອອກສ່ຽງໃຕ້.
ແຂວງຈຳປາສັກມີດ່ານເຂົ້າ-ອອກເມືອງຫຼາຍຈຸດໃນນັ້ນ :ມີດ່ານສາກົນ 3 ຈຸດ ສາມາວິຊາກັບດ່ານໄດ້: ດ່ານສາກົນວັງເຕົ່າ, ດ່ານສາກົນສະໜາມບິນປາກເຊ, ດ່ານສາກົນໜອງນົກຂຽນ, ດ່ານປະເພນີ 4 ຈຸດ : ດ່ານບ້ານໃໝ່ສິງສຳພັນ ເມືອງຊະນະນສົມບູນ-ດ່ານ ບ້ານດ່ານ ອຳເພີໂຂງຈຽມ ໄທ, ດ່ານຊ່ອງຕະອູ ເມືອງສຸຂຸມາ-ອຳເພີບຸນທະລີກ ໄທ, ດ່ານຂອງເມືອງມູນ, ດ່ານດອນຂະເໝົາເມືອງໂຂງ-ກຳປູເຈຍ, ນອກນັ້ນ ຍັງມີສະຖານີລົດໂດຍສານຂອງແຂວງ VIP 3 ຈຸດ, ສະຖານີລົດສາຍໃຕ້-ສາຍເໜືອ ສາມາດເຊື່ອມໄປບັນດາແຂວງພາກໃຕ້, ພາກກາງ, ພາກເໜືອຂອງລາວ ແລະ ບັນດາປະເທດໃກ້ຄຽງ : ສສ ຫວຽດນາມ, ກຳປູເຈຍ, ໄທ

ບັນດາເມືອງ

  1. ນະຄອນປາກເຊ
  2. ເມືອງ ຊະນະສົມບູນ
  3. ເມືອງ ບາຈຽງຈະເລີນສຸກ
  4. ເມືອງ ປາກຊ່ອງ
  5. ເມືອງ ປະທຸມພອນ
  6. ເມືອງ ໂພນທອງ
  7. ເມືອງ ຈຳປາສັກ
  8. ເມືອງ ສຸຂຸມາ
  9. ເມືອງ ມູນລະປະໂມກ
  10. ເມືອງ ໂຂງ

ສະຖານທີ່ທ່ອງທ່ຽວ

  • ມະຫານະທີ ສີພັນດອນ
  • ເຂດເສດຖະກິດພິເສດຄອນພະເພັງ
  • ຜາສາດຫີນວັດພູ
  • ນ້ຳຕົກຕາດຄອນພະເພັງ
  • ນ້ຳຕົກຕາດຫຼີ່ຜີ
  • ຕາດຜາສ້ວມ
  • ຕາດຟານ
  • ຕາດເຍືອງ
  • ຕາດກ້ວຍຫົວຊ້າງ
  • ພູພຽງບໍລະເວນ
  • ວັດພູສະເຫຼົາ
  • ຂົວມິດຕະພາບລາວ-ຍີ່ປຸ່ນ
  • ຂົວຂ້າມນ້ຳຂອງດອນໂຂງ
  • ວັດຈອມເພັດ
  • ວັດຫລວງປາກເຊ
  • ວັງເຈົ້າບຸນອຸ້ມ
  • ປ່າສະຫງວນແຫ່ງຊາດເຊປ່ຽນ
  • ປ່າສະຫງວນແຫ່ງຊາດພູຊຽງທອງ
  • ສີຫນຸກຣີສອດ