ຕາດຟານ

ຈາກ Laopedia
ຮູບ:ຕາດຟານ.jpg

ນໍ້າຕົກຕາດຟານ ກໍາເນີດມາຈາກສາຍຫ້ວຍບັ້ງລຽງ ແລະ ຫ້ວຍຈິບ ຕັ້ງຢູ່ເຂດບ້ານຫຼັກ 38 ກຸ່ມ 3 ເມືອງປາກຊ່ອງ, ແຂວງຈຳປາສັກ, ຫ່າງຈາກຕົວເມືອງປາກຊ່ອງ ໄປທາງທິດຕາເວັນອອກ ປະມານ 12 ກິໂລແມັດ, ມີເດີ່ນຮາບພຽງເນື້ອທີ່ 3.250 ຕາແມັດ ແລະ ມີສາລາຮ້າງ 1 ຫຼັງ (ເຮັດດ້ວຍໄມ້) ແລະ ມີເນື້ອທີ່ສະຫງວນທັງໜົດ 16 ເຮັກຕາ, ກັບ 3.250 ຕາແມັດ, ຕາດຟານ ໄດ້ໃຊ້ເປັນແຫຼ່ງທ່ອງທ່ຽວມາແຕ່ກ່ອນການປົດປ່ອຍ ເຊິ່ງຢູ່ພາຍໃຕ້ການຄຸ້ມຄອງຂອງບ້ານດັ່ງກ່າວ. ໃນແຕ່ລະປີ ເມື່ອຮອດເດືອນ 3 ປະຊາຊົນໃນບ້ານດັ່ງກ່າວ ເຄີຍຈັດບຸນສະຫຼອງ ຫຼື ບຸນນະມັດສະການປະຈຳປີຂຶ້ນ ເພື່ອ ບວງສວງສິ່ງສັກສິດໃນບໍ່ລິເວນຕາດຟານ (ຕາມຄວາມເຊື່ອຂອງປະຊາຊົນ) ຕາດຟານ ຕັ້ງຢູ່ທິດໃຕ້ຂອງບ້ານຫຼັກ 38 ໄລ ຍະຫ່າງປະມານ 1 ກິໂລແມັດ, ສາມາດນຳພາຫະນະເຂົ້າ-ອອກ, ໄດ້ຢ່າງສະດວກສະບາຍ, ຕາດແຫ່ງນີ້ ນອນໃນປ່າປ້ອງ ກັນ ກັບແຫຼ່ງນ້ຳ 2.415 ເຮັກຕາ, ເປັນຕາດສູງຊັນປະມານ 120 ແມັດ,ລັກສະນະເປັນນ້ຳສອງສາຍຄື: ສາຍຫ້ວຍບັງລຽງ ແລະ ສາຍຫ້ວຍຈິບຕົກໃສ່ຫ້ວຍດຽວກັນ, ບາງບ່ອນກໍ່ເປັນສວນກະເຟ, ໝາກແໜ່ງຂອງປະຊາຊົນບ້ານຫຼັກ 40 ນັບແຕ່ ປາກນ້ຳຕົກຕາດລົງມາສອງຟາກຝັ່ງ ຍັງເປັນປ່າໄມ້ກົມໄມ້ປ່ອງ ເປັນປ່າເຫວຊັນ ຂື້ນ-ລົງຍາກ, ສ່ວນບ່ອນທີ່ເປັນເນີນຈ້າຍ ແລະ ບ່ອນທີ່ເປັນຮາບພຽງ ກໍ່ເປັນສວນກະເຟ, ໝາກແໜ່ງ ຂອງປະຊາຊົນບ້ານຫຼັກ 38 ແລະ ບ້ານຫຼັກ 40. ເອີ້ນຕາດ ຟານ ກໍ່ຍ້ອນວ່າ: ໃນເມື່ອກ່ອນ ເວົ້າລວມ ປະເພດສັດປ່າ; ຟານ ແມ່ນຫຼາຍກ່ວາສັດອື່ນ, ມັນໄດ້ທ່ຽວຊອກຫາກີນ ແລະ ໄດ້ໄລ່ຢອກກັນຫຼິ້ນ ຂ້າມໄປ - ມາ ຕາມຫ້ວຍບັງລຽງຫາຫ້ວຍຈິບ (ເບື້ອງຫົວຕາດ) ມີມື້ໜຶ່ງ ເກິີດມີຝົນຕົກແຮງ ເຮັດໃຫ້ ນ້ຳໃນຫ້ວຍຫຼາຍ ແລະ ໄຫຼແຮງ, ແຕ່ຟານ ຍັງຂ້າມໄປມາໃນສາຍຫ້ວຍດັ່ງກ່າວ, ດ້ວຍຄວາມຂາດສະຕິ ຟານໂຕໜຶ່ງ ຖືກນ້ຳພັດຕົກລົງຕາດ ຫົວຟາດໃສ່ກ້ອນຫີນ ແລະ ຕາຍໃນເຂດຕາດແຫ່ງນີ້, ເມື່ອລະດູໃບໄມ້ປົ່ງນັບແຕ່ມື້ນັ້ນມາ ຊາວ ບ້ານຫຼັກ 38 (ບ້ານຜັກກູດແກ້ວສິງຄຳໃນເມື່ອກ່ອນ) ກໍ່ຄື: ປະຊາຊົນໃນເຂດດັ່ງກ່າວ ຈຶ່ງພາກັນໃສຊື່ ແລະ ເອີ້ນຕາດນີ້ ວ່າ "ຕາດຟານ" ຈົນເທົ່າທຸກວັນນີ້.
ແຫຼ່ງທີ່ມາ: http://www.laogov.gov.la/province/Pages/Provincetourism.aspx?CateID=3&ItemID=52&MenuID=