ເມືອງປາກຊ່ອງ

ຈາກ Laopedia

ເມືອງປາກຊ່ອງແມ່ນເມືອງໜຶ່ງທີ່ຕັ້ງຢູ່ທາງທິດຕາເວັນອອກສຽງເໜືອ ຂອງແຂວງ ຈຳປາສັກ. ຫ່າງ ຈາກສຳນັກງານປົກຄອງແຂວງ 50 ກມ. ຕັ້ງຢູ່ເຂດພູພຽງບໍລະເວນມີເນື້ອທີ່ທັງໝົດ 348 .735 ຮຕ ຊຶ່ງນອນຢູ່ໃນເສັ້ນຂະໜານເໜືອທີ: 15° 10 ' 48"N ຫາ 15° 28 ' 39"N ແລະ ເສັ້ນແວງຕາເວັນອອກທີ: 106° 13 ' 42" E ຫາ 106° 23 ່ 22"E, ມີເຂດເຊື່ອມຕໍ່ກັບບັນດາເມືອງ ແລະ ແຂວງດັ່ງນີ້:

  • ທິດເໜືອຕິດກັບ ເມືອງເລົ່າງາມ, ແຂວງສາລະວັນ ແລະ ເມືອງທ່າແຕງ ແຂວງເຊກອງ.
  • ທິດໃຕ້ຕິດກັບ ເມືອງສະໜາມໄຊ ແລະ ເມືອງສາມັກຄີໄຊແຂວງອັດຕະປື.
  • ທິດຕາເວັນອອກຕິດກັບ ເມືອງລະມາມແຂວງເຊກອງ ແລະ ເມືອງໄຊເສດຖາແຂວງອັດຕະປື.
  • ທິດຕາເວັນຕົກຕິດກັບ ເມືອງບາຈຽງ ແລະ ເມືອງປະທຸມພອນ.

ເມືອງປາກຊ່ອງເນື້ອທີ່ສ່ວນໃຫ່ຍແມ່ນນອນຢູ່ໃນເຂດພູພຽງບໍລະເວນ ທີ່ມີຄວາມສູງ ຈາກລະດັບ ນ້ຳທະເລຕ່ຳສຸດປະມານ 600m ແລະສູງສຸດ 1400m ສະພາບພື້ນທີ່ມີລັກສະນະຫລຸບໂນນ ເປັນເນີນ ສູງ ແລະ ຄ້ອຍຊັນ

ເມືອງປາກຊ່ອງແມ່ນເປັນເມືອງທີ່ມີຄວາມພິເສດທາງດ້ານພູມອາກາດ ໜາວເຢັນຕະຫລອດປີ ອຸ່ນຫະພູມຕ່ຳສຸດ 9,12 °C ຕ່ຳກ່ວາອູ່ນຫະພູມ ເຂດທົ່ງພຽງ 6 °C ຫາ 7 °C ແລະ ອຸ່ນນະພູມສູງສຸດ 25,2 °C , ອຸນຫະພູມສະເລັ່ຍໃນປີແມ່ນ 19,9 °C ລະດູຝົນເລີ້ມແຕ່ກາງເດືອນ ມີນາ (3) ຫາ ກາງເດືອນທັນວາ (12) ແລະ ລະດູແລ້ງເລີ້ມແຕ່ກາງເດືອນມັງກອນ (01) ຫາ ກາງເດືອນມີນາ (3), ປະລິມານ ນ້ຳຝົນສະເລັ່ຍ 3,700 ມມ/ປີ ລື່ນສະຖານີອຸຕຸນີຍົມປາກເຊ 1.000 ມມ.

ເມືອງ ປາກຊ່ອງ ມີເນື້ອທີ່ທັງໝົດ 355,235 ຮຕ ເຊີ່ງແບ່ງອອກເປັນ 10 ກຸ່ມ, ປະກອບມີ 88 ບ້ານ, ມີ 11.144 ຄົວເຮືອນ, ພົນລະ ເມືອງທັງ ໝົດ 63,182 ຄົນ, ຍິງ 31.834 ຄົນ. ປະກອບດ້ວຍ 17 ຊົນເຜົ່າ ຄື: ລາວລຸ່ມມີ 20 %, ເຜົ່າຢຣຸ 45%, ຍະເຫີນ 20% ແລະ ເຜົ່າອື່ນ ກວມ 15 %. ຄວາມໜາ ແໜ້ນຂອງພົນລະເມືອງສະເລ່ຍ 18 ຄົນ/ກິໂລຕາແມັດ, ອັດຕາການຈະເລີນເຕີບໂຕ ຂອງພົນລະເມືອງ 2,9% ຕໍ່ປີ, ພົນລະເມືອງ 90 % ດຳລົງ ຊີວິດຢູ່ເຂດ ຊົນນະບົດ, ໂດຍຖືເອົາການຜະລິດກະສິກຳເປັນ ອາຊີບຕົ້ນຕໍ ກວມ 95% ແລະ ອາຊີບ ອື່ນໆ 5%, ປະຊາຊົນສ່ວນໃຫຍ່່ແມ່ນນັບຖືສາດສະໜາພຸດ, ຖືຜີ ແລະ ພິທີກຳການເຊື່ອຖືອື່ນໆ.

ດ້ານຄົມມະນາຄົມຫ່າງຈາກຕົວເມືອງປາກເຊ ທາງທິດຕາເວັນອອກສຽງເໜືອປະມານ 50 ກມ ມີເສັ້ນທາງຫລວງແຫ່ງຊາດເລກທີ 16 ແລະ 16A ຜ່ານ, ພື້ນຖານໂຄງລ່າງຂອງເມືອງມີເສັ້ນທາງເຂົ້າເຖີງທຸກກຸ່ມບ້ານ, ເສັ້ນທາງເຂົ້າສູ່ແຫຼ່ງທ່ອງທ່ຽວສ່ວນໃຫຍ່ແມ່ນເປັນທາງດີນແດງ, ນັບແຕ່ ກິໂລແມັດ 28 (ປາກເຊ-ປາກຊ່ອງ) ຫາ ທ່າແຕງ ແລະ ຫລັກ 52 ເຊີ່ງຢູ່ສອງຂ້າງທາງເຕັມໄປດ້ວຍ ແຫລ່ງທ່ອງທ່ຽວ ທຳມະຊາດ, ປະຫວັດ ສາດ ແລະ ວັດທະນະທຳ ທີ່ສວຍສົດງົດງາມໂດຍສະເພາະແມ່ນ ແຫລ່ງທ່ອງທ່ຽວນ້ຳຕົກຕາດອັນທີ່ໂດດເດັ່ນແມ່ນ : ນ້ຳຕົກຕາດເຍືອງ, ນ້ຳຕົກຕາດຟານ, ນ້ຳຕົກຕາມອີຕູ້, ນ້ຳຕົກຕາດຈຳປີ, ນ້ຳຕົກຕາກເຊກະຕາມຕົກ, ຕາດມ່ວນ, ດ່ານສີນໄຊ ແລະ ດ່ານໜອງຫລວງປ່າແປກ ແລະ ພູໄຟເທວະດາ. ນອກຈາກນັ້ນມີຮ່ອງຮອຍທາງດ້ານປະຫວັດສາດການຕໍ່ສູ້ກູ້ຊາດຂອງບັນພະບູລຸດ ອົງກົມມະດຳ, ເຈົ້າເພຍນ້ອຍ, ໃນສະໄໝການຕໍ່ສູ້ກູ້ຊາດເມືອງປາກຊ່ອງເປັນສະໝໍລະພູມສູ້ລົບຂອງພາກໃຕ້ ແລະ ໄດ້ກາຍເປັນເມືອງວິລະຊົນໃນປະຈຸບັນ;

ເມືອງປາກຊ່ອງມີແຫ່ລງທ່ອງທ່ຽວທັງໝົດ 67 ແຫ່ງ ໃນນັ້ນແຫລ່ງທ່ອງທ່ຽວທຳມະຊາດ 37 ແຫ່ງ, ວັດທະນະທຳ 22 ແຫ່ງ ແລະ ປະຫວັດສາດ 8 ແຫ່ງ, ໄດ້ກຳນົດເຂດການທ່ອງທ່ຽວຂອງ ເມືອງປາກຊ່ອງຕິດພັນກັບການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ອອກເປັນ 3 ເຂດ ຄື :

  • ເຂດທີ 1 : ກວມເອົາ 2 ກຸ່ມບ້ານ ຄື : ກຸ່ມ III ບ້ານ ຫລັກ 40 ແລະ ກຸ່ມ IV ບ້ານ ໄໝ່ໄຊສົມບູນ
  • ເຂດທີ 2 : ກວມເອົາ 5 ກຸ່ມບ້ານ ຄື : ກຸ່ມ I ວັດຫລວງ, ກຸ່ມ II ບ້ານ ຫ້ວຍຊັນ, ກຸ່ມ V ບ້ານ ພູມອນ, ກຸ່ມ VI ຫ້ວຍເສດ ແລະ ກຸ່ມ VII ທົ່ງກະຕ່າຍ
  • ເຂດທີ 3 : ກວມເອົາ 3 ກຸ່ມບ້ານ ຄື : ກຸ່ມ VIII ທົ່ງກາຫລົງ, ກຸ່ມ IX ຫ້ວຍກອງ ແລະ ກຸ່ມ X ຈັນສະຫວ່າງ

ແຫຼ່ງທີ່ມາ: http://champasackhighlight.weebly.com/37133768378437453739376237133722378437573719.html