ແຂວງຜົ້ງສາລີ

ຈາກ Laopedia
ຮູບ:ແຜນທີ່ ແຂວງຜົ້ງສາລີ.png
 ຄໍາຂັວນແຂວງຜົ້ງສາລີ: ຜົ້ງສາລີ ປຽບຄືດັ່ງສະຫວັນສັ່ງ ວິມານດ່ານແດນພູດອຍ ເປັນດິນແດນວິລະຊົນ ຮັກຄອນພົງພັນເຊື້ອງາມເຫລືອຫລາຍພູຟ້າ  ທະເລຫລວງໝອກໃຫຍ່ ເຊີນຊົມປ່າພູຟ້າ ດື່ມເຫລົ້າຂຽວເອ່ວສະຖານທີ່ ເບີ່ງຮີດຄອງ ປະເພນີ ເອກະລັກຫລາຍເຜົ່າເຊື້ອ ເປັນຂອງ ຕ້ອນທ່ານຜູ້ຊົມ!

ແຂວງຜົ້ງສາລີ ເປັນແຂວງພູດ​ອຍ, ຕັ້ງຢູ່ເໜືອສຸດຂອງ ສປປ ລາວ ມີເນື້ອທີ່ 16.270 ກມ2, ປະຊາກອນ 189,777 ຄົນ, ຍິງ93,667 ຄົນ, ຊາຍ: 96,110 ຄົນ, (ສະຖິຕິກາງປີ 2018), ແບ່ງອອກເປັນ 7 ຕົວເມືອງຄື: ເມືອງຜົ້ງສາລີ, ເມືອງໃໝ່, ເມືອງຂວາ, ເມືອງສຳພັນ, ເມືອງບຸນເໜືອ, ເມືອງຍອດອູ ແລະ ເມືອງບຸນໃຕ້. ມີ 607 ບ້ານ. ມີ​ຊາຍ​ແດນ​ຕິດ​ຈອດ​ກັບ​ສອງ​ປະ​ເທດ​ເພື່ອນ​ບ້ານ​ ​ແລະ ສອງ​ແຂວງ​ຄື: ທິດຕາ​ເວັນ​ອອກ​ຕິກ​ກັບ ສສ.ຫວຽດນາມ ມີ​ຄວາມຍາວ 320 ກມ, ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ ຕິດ​ກັບ ສປ ຈີນ, ມີ​ຄວາມ​ຍາວ 330 ກມ. ທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້ຕິດ​ກັບ​ແຂວງອຸດົມ​ໄຊ ມີ​ຄວາມ​ຍາວ 90 ກມ ​ແລະ ທິດ​ໃຕ້​ຕິດ​ກັບ​ແຂວງຫລວງ​ພະ​ບາງ ມີ​ຄວາມ ​ຍາວ 99 ກມ. ທີ່ວ່າ ການແຂວງຄື ເມືອງຜົ້ງສາລີ. ຄວາມໜາແໜ້ນ ຂອງປະຊາກອນ ແມ່ນ 10 ຄົນ/ກມ2.
ແຂວງ​ຜົ້ງສາລີ ປະກອບດ້ວຍຫລາຍເຜົ່າເຊັ່ນ: ລາວ, ລື້, ຫໍ້, ກໍ່, ຢ້າວ, ກຳພູຊາງ, ພູນ້ອຍ, ມົ້ງ ລາຍ, ກຶມມຸ, ກໍ​ມູຈີ, ກໍ​ມູຊາງ, ຮາ​ຍີ... ແມ່ນ້ຳ ສາຍສຳຄັນໄດ້ແກ່: ນ້ຳອູ, ນ້ຳນີ່ວ ແລະ ນ້ຳພາກ. ສ່ວນການປຸກບ້ານເຮືອນຂອງປະຊາຊົນແຕ່ລະເຜົ່າ ແມ່ນແຕກຕ່າງກັນເຊັ່ນ: ເຜົ່າລື້ຢູ່ເຮືອນມີເສົາ ເຮັດດ້ວຍໄມ້ສັກ ແລະ ໄມ້ເນື້ອແຂງ. ເຜົ່າມົ້ງຢ້າວສ້າງເຮືອນຕິດດິນ ເຮັດດ້ວຍໄມ້ໄຜ່ ແລະ ໄມ້ເນື້ອແຂງ. ປະຊາຊົນສ່ວນໜຶ່ງ ແມ່ນຕ່ຳຫູກເພື່ອຜະລິດເຄື່ອງນຸ່ງຫົ່ມເອົາເອງ. ແຕ່ຍັງມີບາງ ຊົນເຜົ່າດຳລົງຊີວິດຢູ່ເຂດຫ່າງໄກສອກຫລີກ, ດຳລົງຊີວິດແບບຮີດຄອງເດີມ ແລະ ປາກເວົ້າພາສາປະຈຳເຜົ່າ. ບຸນປະເພນີ ທີ່ສຳຄັນປະຈຳປີແມ່ນ ບຸນປີໃໝ່, ບຸນສະຫລອງການປູກເຂົ້າ, ບຸນກູ້ເຜືອກກູ້ມັນ. ສ່ວນການຂັບລຳປະຈຳທ້ອງຖິ່ນໄດ້ແກ່: ຂັບລື້, ຂັບ ພູຊາງ, ຂັບມົ້ງ ແລະ ຂັບເຕີມ. ​ ແຂວງ​ຜົ້ງ​ສາລີ ເປັນ​ແຂວງ​ທີ່​ມີ​ຄວາມ​ອຸດົມສົມບູນ ໄປດ້ວຍຊັບພະຍາກອນທຳມະຊາດ, ມີປ່າໄມ້ປົກຫຸ້ມກວມ 41%, ດິນຟ້າອາກາດຊຸ່ມເຢັນ ຕະຫລອດປີ ເໝາະສົມ ແກ່ການຂະຫຍາຍກະສິກຳ ເຊັ່ນ: ຊາ, ກາເຟ, ຝ້າຍ, ຢາ ສູບ, ຖົ່ວດິນ, ຖົ່ວເຫລືອງ, ຖົ່ວຂຽວ. ນອກນີ້ ປະຊາຊົນຍັງຊອກຫາ ເກັບເຄື່ອງປ່າຂອງດົງ ເຊັ່ນ: ໝາກແໜ່ງ, ຍານ ແລະ ຂີ້ຊີ. ແຂວງຜົ້ງສາລີ ມີເສັ້ນທາງຄົມມະນາຄົມຂົນສົ່ງ ທາງບົກ ແລະ ທາງນ້ຳ ຊຶ່ງສາມາດໄປມາຫາສູ່ກັນ ໄດ້ຕະຫລອດປີ. ມີດ່ານເຂົ້າ-ອອກ ລະດັບທ້ອງຖິ່ນ 4 ດ່ານ, ດ່ານສາກົນ 1 ດ່ານ (ດ່ານສົບຮຸນ-ໄຕຈ່າງ)

ທີ່ຕັ້ງ

ແຫຼ່ງທີ່ມາ: https://kpl.gov.la/Page/Footer/Phongsaly.aspx