ແຂວງອຸດົມໄຊ

ຈາກ Laopedia
ຮູບ:ແຜນທີ່ ແຂວງອຸດົມໄຊ.png

ແຂວງອຸດົມໄຊ (Oudomxay) ແມ່ນແຂວງໜຶ່ງທີ່ຕັງຢູ່ພາກເໜືອຂອງປະເທດລາວ
ຄໍາຂັວນຂອງແຂວງ: "ແຂວງອຸດົມໄຊ ທ່ຽວອຸດົມໄຊ ໄປຊົມທຳມະຊາດ ນໍ້າຕົກຕາດຫົວນ້ຳກັດ ຊົມວັດທະນະທຳຊົນເຜົ່າ ໄຫ້ວພະເຈົ້າສິງຄຳ ດື່ມນ້ຳຊາພັນປີ ຂີ່ເຮືອທ່ອງທ່ຽວ ຊົມທຳມະຊາດແຄມຂອງ"

ປະຫວັດ

ທີ່ຕັ້ງ

ແຂວງອຸດົມໄຊ ຕັ້ງຢູ່ເສັ້ນຂະໜານ 21 ໍ15' ແລະ ເສັ້ນຂະໜານ 20 ໍ30' ເປັນແຂວງທີ່ມີພື້ນທີ່ສູງ-ຊັນໃນລະດັບ 300-1.850 ແມັດ (ທຽບກັບລະດັບໜ້ານໍ້າທະເລ)

- ທິດເໜືອຕິດກັບ ແຂວງຜົ້ງ​ສາ​ລີ (77 ກິໂລແມັດ) ແລະ ສປ ຈີນ (21,7 ກິໂລແມັດ);

- ທິດໃຕ້ຕິດກັບແຂວງໄຊ​ຍະ​ບູ​ລີ (124 ກິໂລແມັດ);

- ທິດຕາເວັນອອກຕິດກັບແຂວງຫຼວງພະບາງ (174 ກິໂລແມັດ);

- ທິດຕາເວັນຕົກຕິດກັບແຂວງບໍ່​ແກ້ວ (112 ກິໂລແມັດ) ແລະ ແຂວງຫຼວງ​ນ້ຳ​ທາ (198 ກິໂລແມັດ).

ພູມສາດ

ປະຊາກອນ

ຊົນເຜົ່າຕ່າງໃນແຂວງອຸດົມໄຊ

  • ຊົນເຜົ່າລາວ: ເປັນເຜົ່າຫນຶ່ງທີ່ໄດ້ມາຕັ້ງຖິ່ນຖານ ໄດ້ຫຼາຍຊົ່ວຄົນ ແລະ ແຈກຍາຍຢູ່ບັນດາເມືອງ ເຊັ່ນ: ເມືອງຫຼາ, ເມືອງງາ, ເມືອງປາກແບງ, ເມືອງໄຊ ແລະ ລາວພວນເມືອງຮຸນ, ຊົນເຜົ່າລາວຢູ່ບັນດາເມືອງຂອງ ແຂວງອຸດົມໄຊ ໃນຖານເດີມແມ່ນຢູ່ບໍລິເວນພາກໃຕ້ ຂອງ ສປ ຈີນ ໄດ້ເຄືອນຍ້າຍລົງມາຕາມລໍາແມ່ນ້ໍາຂອງ.
  • ຊົນເຜົ່າກຶມມຸ: ແມ່ນຄ້າຍຄືກັນກັບຊົນເຜົ່າອື່ນໆ ທີ່ຈັດຢູ່ໃນກຸ່ມພາສາປາກເວົ້າ ມອນ-ຂະແມ, ບັນດາຊົນເຜົ່າທີ່ຈັດຢູ່ໃນກຸ່ມນີ້ ລ້ວນແຕ່ມີເຊື້ອສາຍຂອງຊົນຊາດ ຂອມ ອອກມາຈາກຊົນ ເຜົ່າອິນ ເດຍແດງບູຮານ, ຊົນເຜົ່ານີ້ ໄດ້ເຄື່ອນຍ້າຍມາຕັ້ງຖິ່ນຖານຢູ່ອິນດູຈີນຕົ້ນຕໍແມ່ນ ປະເທດລາວ ໃນທ້າຍສັດຕະວັດ ທີ່ 4 ຕໍ່ມາຫຼາຍປີກໍ່ມີຊົນເຜົ່າອື່ນໆເຄື່ອນຍ້າຍເຂົ້າມາຢູ່ຜືນແຜ່ນດິນປະເທດລ້ານຊ້າງຕາມລຳດັບ, ຊົນເຜົ່າກຶມມຸ ທີ່ມາ ຕັ້ງຖິ່ນຖານບ້ານຊ່ອງ ແລະ ດຳລົງຊີວິດຢູ່ ແຂວງ ອຸດົມໄຊ ແມ່ນຢູ່ພູດອຍ ເຊັ່ນ: ເຂດ ຈອມອອງ-ຈອມຈັງ.
  • ເຜົ່າມົ້ງ: ແມ່ນຍ້າຍມາຈາກຊີບີລີ, ຕີເບດ, ມົງໂກນລີ ແລະ ເຂົ້າສູ່ ສປ ຈີນ ໄດ້ຕັ້ງຖິ່ນຖານຢູ່ລຸ່ມແມ່ນ້ຳເຫຼືອງ (ແມ່ນ້ຳຮ່ວງໂຮ) ຍ້ອນເສິກສົງຄາມເຜົ່າມົ້ງ ຈີ່ງພາກັນອົບພະຍົບ, ເຄື່ອນຍ້າຍ ມາທາງໃຕ້ຂອງປະເທດຈີນ ແລ້ວເຂົ້າສູ່ຫວຽດນາມ, ລາວ ແລະ ໄທ, ຊົນເຜົ່າມົ້ງໄດ້ຕັ້ງຖິ່ນຖານ ແລະ ດຳລົງຊີວິດ ຢູ່ແຂວງອຸດົມໄຊ ໃນ 7ເມືອງ
  • ຊົນເຜົ່າ ບິດ: ແຂວງອຸດົມໄຊ ແມ່ນຊົນເຜົ່າຫນຶ່ງທີ່ນອນຢູ່ໃນກຸ່ມພາສາ ປາກເວົ້າ ມອນ-ຂະແມ, ຊົນເຜົ່າບິດ ໄດ້ຍ້າຍເຂົ້າມາສ້າງບ້ານແປງເມືອງໃນຜືນແຜ່ນດິນລາວແມ່ນໄລຍະດຽວກັນ ກັບເຜົ່າກຶມມຸ, ເຜົ່າບິດ ແລະ ເຜົ່າກຶມມຸ ແມ່ນອ້າຍ ນ້ອງເກີດຮ່ວມອຸທອນດຽວກັນ ດ້ວຍເຫດນັ້ນເຜົ່າບິດ ຈຶ່ງສາມາດຮູ້ພາສາປາກເວົ້າຂອງເຜົ່າກຶມມຸ ໄວດີກ່ວາຊົນເຜົ່າອື່ນໆ, ແຕ່ກົງກັນຂ້າມ ຊົນເຜົ່າກຶມມຸ ພັດບໍ່ຮູ້ພາສາຂອງເຜົ່າບິດຈັກ ຄວາມເລີຍ, ຊົນເຜົ່າບິດຢູ່ ແຂວງອຸດົມໄຊ ມີຢູ່ສອງບ້ານຄື: ບ້ານນ້ຳປອກ ແລະ ບ້ານນ້ຳແດງ ເມືອງນາຫມໍ້.
  • ຊົນເຜົ່າ ຢັ້ງ: ແມ່ນໄດ້ເຄື່ອນຍ້າຍມາຈາກພາກໃຕ້ຂອງ ສປ ຈີນ ລົງມາທາງ ປະເທດ ຫວຽດນາມແຂວງ ເຊີນລາ, ໄລເຈົາ, ລາວກາຍມາຕັ້ງຖິ່ນຖານບ້ານຊ່ອງຢູ່ບັນດາເມືອງ ຂອງແຂວງອຸດົມໄຊ.
  • ຊົນເຜົ່າ ລື້: ແມ່ນເຄື່ອນຍ້າຍມາຈາກ 12 ພັນນາ ສປ ຈີນ ລົງມາຕັ້ງຖິ່ນ ຖານບ້ານຊ່ອງຂອງຕົນ ຢູ່ບັນດາເມືອງຂອງ ແຂວງອຸດົມໄຊ.

ການປົກຄອງ

ແຂວງອຸດົມໄຊມີ 7 ເມືອງ

  1. ເມືອງໄຊ
  2. ເມືອງຮຸນ
  3. ເມືອງແບງ
  4. ເມືອງຫຼາ
  5. ເມືອງນາໝໍ້
  6. ເມືອງປາກແບງ
  7. ເມືອງງາ

ເສດຖະກິດ

ສະຖານທີ່ທ່ອງທ່ຽວ

  1. ພູທາດມິ່ງເມືອງ
  2. ວັດສິນຈົງແຈ້ງ
  3. ຕາດນ້ຳກັດ
  4. ບໍ່ນໍ້າອຸ່ນ ແລະ ບໍ່ເກືອເມືອງຫລາ
  5. ພະພຸດທະຮູບແຊກຄຳ
  6. ເມືອງປາກແບ່ງ
  7. ຕາດສິບເອັດ
  8. ຖ້ຳຈອມອອງ

ອ້າງອີງ

https://www.oudomxay.gov.la/