ຫົວພັນ

ຈາກ Laopedia

ພູມສັນຖານ

ຮູບ:ແຜນທີ່ ແຂວງຫົວພັນ.png

ແຂວງຫົວພັນແມ່ນແຂວງໜຶ່ງ ທີ່ນອນຢູ່ໃນບັນດາແຂວງ ພາກເໜືອ ຂອງລາວ ເປັນເມືອງເກົ່າແກ່ ຂອງອານາຈັກລ້ານຊ້າງ ມາແຕ່ບູຮານນະການ ຈຶ່ງຂະໜານນາມວ່າ ເປັນເມືອງເໜືອ ແລະ ເຄີຍເປັນພາກສ່ວນໜຶ່ງ ຂອງເມືອງຊວາ(ຫຼວງພະບາງ) ໃນສະໄໝກ່ອນ ແລະ ເປັນເຂດທີ່ໝັ້ນ ຂອງການປະຕິວັດ, ເປັນຖິ່ນກຳເນີດ ຂອງພັກປະຊາຊົນ ປະຕິວັດລາວ, ແຂວງຫົວພັນ ຕັ້ງຢູ່ທິດຕາເວັນອອກສ່ຽງເໜືອ ຂອງປະເທດລາວ ຕາມເສັ້ນຂະໜານ ທີ່ 19 ອົງສາ 48 ລິບດາເໜືອ ແລະ ຕັ້ງຢູ່ລະຫວ່າງກາງ ເສັ້ນແວງທີ່ 103 ອົງສາ – 105 ອົງສາ, ດ້ານທິດຕາເວັນອອກ ມີຊາຍແດນ ຕິດກັບ 3 ແຂວງ ຂອງປະເທດ ສສ ຫວຽດນາມ ຄື: ຕິດກັບແຂວງເຊີນລາ 196 km, ແທັງຮວ່າ 296 km ແລະ ແຂວງເງ້ອານ 53 km. ທິດເໜືອ ຕິດກັບແຂວງຫຼວງພະບາງ, ທິດຕາເວັນຕົກ ຕິດກັບແຂວງຊຽງຂວາງ ມີຄວາມຍາວ 260 km. ແຂວງຫົວພັນ ມີເນື້ອທີ່ທັງໝົດ: 17,500 km2 ຫ່າງຈາກນະຄອນຫຼວງວຽງຈັນ 650 km, ປະກອບມີ 10 ເມືອງ, 716 ບ້ານ, ມີ 90 ກຸ່ມບ້ານ ແລະ ມີພົນລະເມືອງ ທັງໝົດ: 290,000 ກວ່າຄົນ, ມີ 9 ເຜົ່າຊົນ ດຳລົງຊີວິດຢູ່ຮ່ວມກັນ.

ເມືອງ

  1. 07-01 ຊຳເໜືອ (Xamneua)
  2. 07-02 ຊຽງຄໍ້ (Xiengkhor)
  3. 07-03 ເມືອງຮ້ຽມ (Muang Hiam)
  4. 07-04 ວຽງໄຊ (Viengxay)
  5. 07-05 ຫົວເມືອງ (Huameuang)
  6. 07-06 ຊຳໃຕ້ (Xamtay)
  7. 07-07 ສົບເບົາ (Sop Bao)
  8. 07-08 ເມືອງແອດ (Muang Et)
  9. 07-09 ເມືອງກອັນ (Muang Kone)
  10. 07-10 ເມືອງຊ່ອນ (Muang Xon)

ສະຖານທີ່ທ່ອງທ່ຽວ

ແຫຼ່ງທີ່ມາ: https://houaphanh.gov.la/