ຕາດລຸນ

ຈາກ Laopedia
ຮູບ:ຕາດລຸນ.jpg

ຫ່າງຈາກເທດສະບານ ເມືອງວຽງທອງ 9 ກິໂລແມັດ. ເປັນແຫຼ່ງທ່ອງທ່ຽວນໍ້າຕົກ ທີ່ມີຄວາມງາມ ປະກອບມີຫຼາຍຊັ້ນ, ມີຄວາມຍາວ ປະມານ 300 ແມັດ, ມີພະລານຫີນກວ້າງ, ນ້ຳໃສ ແລະ ປາຫຼາຍ ເປັນແຫຼ່ງທຳມາຫາກິນຂອງຊາວບ້ານ ໃນບໍລິເວນນັ້ນ, ລົດໃຫຍ່ ແລະ ລົດຈັກສາມາດເຂົ້າເຖິງ ບໍລິເວນນ້ຳຕົກຕາດໄດ້ແຕ່ ຍັງບໍ່ມີການພັດທະນາ ດ້ານສິ່ງອຳນວຍຄວາມສະດວກອື່ນໆ.
ແຫຼ່ງທີ່ມາ: https://houaphanh.gov.la