ຂໍ້ຕົກລົງວ່າດ້ວຍ ລະບົບກການສື່ສານພາກລັດ

ຈາກ Laopedia

ຫົວຂໍ້: ຂໍ້ຕົກລົງ ວ່າດ້ວຍລະບົບການສື່ສານພາກລັດ

ປະເພດ ນິຕິກໍາ: ຂໍ້ຕົກລົງ

ອອກໂດຍ: ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ພາກສ່ວນຮັບຜິດຊອບ: ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ວັນທີ່ ນິຕິກໍາ : 12-08-2022

ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 24-08-2022

ບ່ອນອີງ

  • ອີງຕາມ ກົດໝາຍວ່າດ້ວຍ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ສະບັບເລກທີ 02/ສພຊ, ລົງວັນທີ 07 ພະຈິກ 2016;
  • ອິງຕາມ ກົດໝາຍວ່າດ້ວຍ ການປົກປ້ອງຂໍ້ມູນເອເລັກໂຕຣນິກ ສະບັບເລກທີ 25/ສພຊ, ລົງວັນທີ 12 ພຶດສະພາ 2017;
  • ອີງຕາມ ດໍາລັດວ່າດ້ວຍ ການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ສະບັບເລກທີ 327/ລບ, ລົງວັນທີ 16 ກັນຍາ 2014;
  • ອີງຕາມ ດໍາລັດວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສະບັບ ເລກທີ 625/ນຍ, ລົງວັນທີ 22 ຕຸລາ 2021;
  • ອີງຕາມ ໜັງສືສະເໜີ ຂອງສູນບໍລິຫານລັດດິຈິຕອນ ສະບັບເລກທີ 097/ສລດ, ລົງວັນທີ 10 ມີນາ 2022.

ໝວດ 1 ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບບນີ້ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມ ກວດກາ ການນໍາໃຊ້ລະບົບການສື່ສານພາກລັດ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມສະດວກ, ວ່ອງໄວ, ທັນສະໄໝ, ປະຢັດ ເວລາ ແລະ ຄ່າໃຊ້ຈ່າຍ ແນໃສ່ຊຸກຍູ້ສົ່ງເສີມການນໍາໃຊ້ໃຫ້ຖືກຕາມເປົ້າໝາຍ, ລວມສູນ, ມີຄວາມເປັນເອກະພາບ ກັນໃນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ, ຮັບປະກັນຄວາມປອດໄພຂໍ້ມູນທາງລັດຖະການ ປະກອບສ່ວນເຂົ້າໃນວຽກ ງານບໍລິຫານລັດແບບທັນສະໄໝ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

ມາດຕາ 2 ລະບົບການສື່ສານພາກລັດ

ລະບົບການສື່ສານພາກລັດ ຫຼື ຂຽນເປັນພາສາອັງກິດ ແມ່ນ Government Chatting (G-Chat) ແມ່ນ ລະບົບການສື່ສານໃນຮູບແບບເອເລັກໂຕຣນິກ ຜ່ານໂປຣແກຣມຄອມພິວເຕີ ແລະ ແອັບພິເຄຊັ່ນໃນໂທລະສັບມືຖື ສໍາລັບ ພະນັກງານ-ລັດຖະກອນ ທີ່ອໍານວຍຄວາມສະດວກໃນການນໍາໃຊ້ເຂົ້າໃນວຽກງານທາງລັດຖະການ ເປັນຕົ້ນ ການຮັບ- ສົ່ງຂໍ້ມູນຂ່າວສານ, ການສົນທະນາໃນຮູບແບບຂໍ້ຄວາມ, ສຽງ ແລະ ວີດີໂອຜ່ານເຄືອຂ່າຍອິນເຕີເນັດ ຫຼື ອິນທຣາເນັດ ໃຫ້ມີຄວາມປອດໄພ.

ມາດຕາ 3 ການອະທິບາຍຄໍາສັບ

ຄໍາສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີ ຄວາມໝາຍ ດັ່ງນີ້:

1. ການເຂົ້າລະຫັດຂໍ້ມູນ (Data Encryption) ໝາຍເຖິງ ການຮັກສາຄວາມປອດໄພຂອງຂໍ້ມູນ ໂດຍການເຂົ້າລະຫັດຂໍ້ມູນ ຊຶ່ງເຮັດໃຫ້ບໍ່ສາມາດເຂົ້າໃຈໄດ້ໂດຍບຸກຄົນທົ່ວໄປ;

2. ອິນເຕີເນັດ (Internet) ໝາຍເຖິງ ການເຊື່ອມຕໍ່ລະບົບເຄືອຂ່າຍຄອມພິວເຕີໃນທົ່ວໂລກເຂົ້າກັນ ໂດຍຜ່ານເຄືອຂ່າຍໂທລະຄົມ ເພື່ອຮັບ-ສົ່ງ ແລະ ການແລກປ່ຽນຂໍ້ມູນຂ່າວສານ;

3. ອິນທຣາເນັດ (Intranet) ໝາຍເຖິງ ການເຊື່ອມຕໍ່ລະບົບເຄືອຂ່າຍພາຍໃນລະຫວ່າງບັນດາກະຊວງ, ອົງການທຽບເທົ່າກະຊວງ ຫຼື ກົມ/ທຽບເທົ່າ ໂດຍຜ່ານເຄືອຂ່າຍໂທລະຄົມ ເພື່ອຮັບ-ສົ່ງ ແລະ ການແລກປ່ຽນຂໍ້ມູນ ຂ່າວສານ;

4. ລະບົບຄລາວ (Cloud) ໝາຍເຖິງ ລະບົບທີ່ໃຫ້ບໍລິການຜ່ານລະບົບຄອມພິວເຕີ, ປະກອບດ້ວຍຖານຂໍ້ມູນເຊີເວີ (Database Server), ເວັບເຊີເວີ (Web Server), ເມວເຊີເວີ (Mail Sever), ຟາຍເຊີເວີ (File Server) ແລະ ອື່ນໆ;

5. ການເຂົ້າລະຫັດລະຫວ່າງຕົ້ນທາງກັບປາຍທາງ SSL (Secure Socket Layer) ໝາຍເຖິງ ລະບົບປ້ອງກັນຄວາມປອດໄພຂໍ້ມູນທີ່ສົ່ງຜ່ານອິນເຕີເນັດຕາມມາດຕະຖານສາກົນ ເພື່ອຮັບປະກັນຄວາມປອດໄພ, ການສູນຫາຍ ແລະ ການດັກຈັບຂໍ້ມູນລະຫວ່າງທາງ;

6. ລະບົບປ້ອງກັນການໂຈມຕີເຄື່ອຂ່າຍ (Firewall) ໝາຍເຖິງ ລະບົບທີ່ເຝົ້າລະວັງ, ກວດສອບລະບົບເຄື່ອຂ່າຍ ເພື່ອປ້ອງກັນການໂຈມຕີ ຫຼື ການລັກເອົາຂໍ້ມູນພາຍໃນລະບົບເຄືອຂ່າຍຂອງອົງການຈັດຕັ້ງນັ້ນ;

7. ລະບົບຕິດຕາມ (Monitoring System) ໝາຍເຖິງ ລະບົບໂປຮແກຣມສໍາລັບຕິດຕາມການໃຊ້ງານ ຂອງລະບົບເຄື່ອຂ່າຍ ແລະ ຄລາວ;

8. ສັນຍາລັກສະແດງຄວາມຮູ້ສຶກ (Emoji) ໝາຍເຖິງ ກຸ່ມຕົວອັກສອນ ຫຼື ຮູບພາບທີ່ສະແດງຄວາມຄິດທີ່ ຫຼາກຫຼາຍ ເຊັ່ນ: ສະແດງສີໜ້າ, ອາການ, ສະຖານທີ່ ແລະວັດຖຸຕ່າງໆ ໃນຮູບແບບເອເລັກໂຕຣນິກ;

9. ແອັບພິເຄຊັນ Application ໝາຍເຖິງ ໂປຣແກຣມປະຍຸກ ຫຼື ກຸ່ມໂປຣແກຣມໃນລະບົບໂທລະສັບມືຖື ທີ່ອໍານວຍຄວາມສະດວກໃນດ້ານຕ່າງໆ ໂດຍອອກແບບມາ ເພື່ອຈຸດປະສົງສະເພາະສໍາລັບຜູ້ໃຊ້ງານໂດຍກົງ.

ມາດຕາ 4 ຂອບເຂດການນໍາໃຊ້

ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບອົງການຈັດຕັ້ງພາກລັດ ແລະ ພະນັກງານ-ລັດຖະກອນ ທີ່ໄດ້ຕິດຕັ້ງ ແລະ ນໍາໃຊ້ລະບົບການສື່ສານພາກລັດ.

ໝວດທີ 2 ການນໍາໃຊ້ລະບົບການສື່ສານພາກລັດ

ມາດຕາ 5 ອົງປະກອບຂອງລະບົບການສື່ສານພາກລັດ

ອົງປະກອບຂອງລະບົບການສື່ສານພາກລັດ ມີ ດັ່ງນີ້:

1. ລະບົບຮັບ-ສົ່ງຂໍ້ມູນຂ່າວສານ (SMS);

2. ລະບົບປະຊຸມ (Video Meeting);

3. ບັນຊີຜູ້ຊົມໃຊ້ (Adrees Book);

4. ຂໍ້ມູນສ່ວນຕົວ (Me).

ມາດຕາ 6 ການນໍາໃຊ້ລະບົບການສື່ສານພາກລັດ

ການນໍາໃຊ້ລະບົບການສື່ສານພາກລັດ ມີ ດັ່ງນີ້:

1. ການຮັບ-ສົ່ງຂໍ້ມູນຂ່າວສານ;

2. ການສົນທະນາຮູບແບບສຽງ ແລະ ວີດີໂອ.

ມາດຕາ 7 ການຮັບ-ສົ່ງຂໍ້ມູນຂ່າວສານ

ການຮັບ-ສົ່ງຂໍ້ມູນຂ່າວສານ ແມ່ນ ການຮັບ-ສົ່ງຂໍ້ມູນຂ່າວສານໃນຮູບແບບຂໍ້ຄວາມ, ຮູບພາບ, ວີດີໂອ, ເອກະສານ ແລະ ສັນຍາລັກສະແດງຄວາມຮູ້ສຶກ (Emoji) ທີ່ສາມາດຕອບໂຕ້ໃນເວລາດຽວກັນໄດ້.

ມາດຕາ 8 ການສົນທະນາໃນຮູບແບບສຽງ ແລະ ວີດີໂອ

ການສົນທະນາໃນຮູບແບບສຽງ ແລະ ວີດີໂອ ແມ່ນ ການຕິດຕໍ່ພົວພັນ, ການສົນທະນາ ລະຫວ່າງບຸກຄົນ ຫຼື ກຸ່ມຄົນ ຜ່ານສຽງ ແລະ ວີດີໂອ (ເອີ້ນວ່າການລົມສາຍແບບເຫັນໜ້າ).

ມາດຕາ 9 ຂໍ້ມູນ ແລະ ບັນຊີຜູ້ນໍາໃຊ້

ຂໍ້ມູນ ແລະ ບັນຊີຜູ້ຊົມໃຊ້ ແມ່ນ ຂໍ້ມູນ ແລະ ບັນຊີຜູ້ນໍາໃຊ້ທີ່ໄດ້ຂຶ້ນທະບຽນນໍາໃຊ້ ລະບົບສື່ສານການພາກ ລັດຜ່ານລາຍຊື່ ແລະ ລະຫັດຜ່ານຂອງຕົນ ຊຶ່ງປະກອບດ້ວຍ ຊື່ ແລະ ນາມສະກຸນ, ເບີໂທລະສັບ, ອີເມວ, ລະຫັດ ພະນັກງານ-ລັດຖະກອນ, ຕຳແໜ່ງງານ ແລະ ອົງການຈັດຕັ້ງຂອງຕົນສັງກັດຢູ່.

ໝວດທີ 3 ເຕັກນິກລະບົບການສື່ສານພາກລັດ

ມາດຕາ 10 ລະບົບຮາດແວ

ເຊີເວີຫຼັກລະບົບການສື່ສານພາກລັດ ປະກອບມີເຊີເວີລະບົບແອັບພິເຄຊັ່ນ, ຖານຂໍ້ມູນ ແລະ ການຈັດເກັບ ຟາຍໃນຮູບແບບຄລາວ (Cloud) ທີ່ຕິດຕັ້ງໄວ້ສູນຂໍ້ມູນແຫ່ງຊາດ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ຍັງ ມີລະບົບເຊີເວີສໍາຮອງຈໍານວນໜຶ່ງ.

ອຸປະກອນທີ່ສາມາດນໍາໃຊ້ລະບົບການສື່ສານພາກລັດປະກອບດ້ວຍ ເຄື່ອງອຸປະກອນຄອມພິວເຕີ ແລະ ມືຖື.

ມາດຕາ 11 ລະບົບຊອບແວ

ລະບົບການສື່ສານພາກລັດ ຖືກພັດທະນາໂດຍນໍາໃຊ້ພາສາຂຽນໂປຣແກຣມ Java, ຖານຂໍ້ມູນ Mysql ແລະ ລະບົບປະຕິບັດການ CentOS ຊຶ່ງຕິດຕັ້ງຢູ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໂດຍຜູ້ໃຊ້ສາມາດນໍາໃຊ້ ຜ່ານຄອມພິວເຕີ ແລະ ໂທລະສັບມືຖື (Smart Phone) ທີ່ສາມາດດາວໂຫຼດແອັບພິເຄຊັ່ນ ເພື່ອເຮັດການຕິດຕັ້ງ ຈາກ Google Play ສໍາລັບລະບົບປະຕິບັດການ Android ແລະ ຈາກ Apple App Store ສໍາລັບລະບົບ ປະຕິບັດການ iOS.

ມາດຕາ 12 ການເຊື່ອມຕໍ່ ແລະ ເຂົ້ານໍາໃຊ້ລະບົບການສື່ສານພາກລັດ

ລະບົບການສື່ສານພາກລັດ ສາມາດເຂົ້ານໍາໃຊ້ຜ່ານໂປຣແກຣມ ຫຼື ແອັບພິເຄຊັ່ນ ແລະ ເວັບບຣາວເຊີ ເທິງ ເຄື່ອງອຸປະກອນຄອມພິວເຕີ, ແທັບເລັດ ແລະ ໂທລະສັບມືຖື;

ການນໍາໃຊ້ລະບົບການສື່ສານພາກລັດ ສາມາດເຊື່ອມຕໍ່ຜ່ານເຄືອຂ່າຍພາຍໃນ (Intranet) ແລະ ອິນເຕີເນັດ (Internet) ຕາມເງື່ອນໄຂຂອງການນໍາໃຊ້.

ປະເພດອຸປະກອນ ທີ່ສາມາດເຂົ້ານໍາໃຊ້ລະບົບການສື່ສານພາກລັດ ແລະ ອັດຕາຄວາມໄວໃນການເຊື່ອມຕໍ່ ແມ່ນໄດ້ກຳນົດໄວ້ໃນບົດແນະນໍາການນໍາໃຊ້ລະບົບການສື່ສານພາກລັດ.

ມາດຕາ 13 ການຄຸ້ມຄອງລະບົບເຕັກນິກ

ການຄຸ້ມຄອງລະບົບການສື່ສານພາກລັດ ແບ່ງອອກເປັນ 02 ຂັ້ນ ດັ່ງນີ້:

1. ການຄຸ້ມຄອງລະບົບຂັ້ນໜຶ່ງ (Super Admin) ແມ່ນ ການສະໜອງການບໍລິການ, ຕິດຕາມການນໍາ ໃຊ້ ແລະ ຄວາມປອດໄພຂອງລະບົບການສື່ສານພາກລັດ, ກຳນົດສິດການຄຸ້ມຄອງຂໍ້ມູນໃຫ້ກັບຜູ້ຄຸ້ມຄອງລະບົບຂັ້ນ ສອງ ຈັດການສ້າງລາຍຊື່ໂຄງຮ່າງການຈັດຕັ້ງໃໝ່ຂັ້ນກະຊວງ, ອົງການທຽບເທົ່າກະຊວງ, ສ້າງລາຍຊື່ຜູ້ເຂົ້ານໍາໃຊ້ ລະບົບໃໝ່, ລະຫັດຜ່ານ, ຕຳແໜ່ງງານ ແລະ ພ້ອມທັງແກ້ໄຂຂໍ້ມູນບັນຊີຜູ້ນໍາໃຊ້. ກະຊວງ ເຕັກໂນໂລຊີ ແລະ ການ ສື່ສານ ເປັນເຈົ້າການໃນການຄຸ້ມຄອງລະບົບຂັ້ນໜຶ່ງ

2. ການຄຸ້ມຄອງລະບົບຂັ້ນສອງ (Admin) ແມ່ນ ການດໍາເນີນການທີ່ຕິດພັນກັບບັນດາຂໍ້ມູນພື້ນຖານຂອງ ຜູ້ນໍາໃຊ້ລະບົບພາຍໃນອົງການຈັດຕັ້ງຂອງຕົນ ເຊັ່ນ: ການແກ້ໄຂບັນຊີລະຫັດຜ່ານ, ຕຳແໜ່ງງານ, ເບີໂທລະສັບ, ອີເມວ ແລະ ລະຫັດພະນັກງານ-ລັດຖະກອນຜູ້ນໍາໃຊ້ພາຍໃນອົງການຈັດຕັ້ງຂອງຕົນ.

ມາດຕາ 14 ຄວາມປອດໄພລະບົບການສື່ສານພາກລັດ

ຄວາມປອດໄພລະບົບການສື່ສານພາກລັດ ມີ ດັ່ງນີ້:

1. ເຂົ້າລະຫັດການສົ່ງຂໍ້ມູນ (Data Encryption) ໃນການຮັກສາຄວາມປອດໄພຂອງຂໍ້ມູນ ຊຶ່ງປ້ອງກັນ ການເຂົ້າເຖິງຂໍ້ມູນດ້ວຍລະຫັດ (Encryption) ທີ່ເຮັດຂໍ້ມູນໃນການສົ່ງແຕ່ລະຄັ້ງເປັນຄວາມລັບ ແລະ ບໍ່ສາມາດ ຖອດລະຫັດຂໍ້ມູນມາໃຊ້ງານໄດ້;

2. ກວດສອບລະບົບຄວາມປອດໄພ ແລະ ຊ່ອງໂຫວ່ຂອງລະບົບຈາກກົມຄວາມປອດໄພໄຊເບີ ເປັນປະຈຳ;

3. ມີລະບົບປ້ອງກັນການໂຈມຕີຈາກພາຍນອກ (Firewall) ເພື່ອບໍ່ໃຫ້ຜູ້ບໍ່ຫວັງດີສາມາດໂຈມຕີເຂົ້າມາຫາ ຂໍ້ມູນໄດ້;

4. ມີລະບົບຕິດຕາມການເຮັດວຽກຂອງບັນດາເຊີເວີ (Monitoring System);

5. ຕິດຕັ້ງການເຂົ້າລະຫັດຂໍ້ມູນ ລະຫວ່າງຜູ້ນໍາໃຊ້ກັບເວັບບຣາວເຊີ ແລະ ຜູ້ໃຊ້ກັບແອັບພິເຄຊັນ (SSL: Secure Socket Layer).

ມາດຕາ 15 ການບຳລຸງຮັກສາລະບົບການສື່ສານພາກລັດ

ການບຳລຸງຮັກສາລະບົບການສື່ສານພາກລັດ ມີການບຳລຸງຮັກສາເປັນປົກກະຕິໃນແຕ່ລະໄລຍະ ຫຼື ກໍລະນີມີ ຄວາມຈໍາເປັນ ເປັນຕົ້ນ ການສ້ອມແປງ, ແກ້ໄຂ ແລະ ອັບເດດ;

ການບຳລຸງຮັກສາລະບົບການສື່ສານພາກລັດແຕ່ລະຄັ້ງ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຕ້ອງແຈ້ງ ໃຫ້ພາກສ່ວນກ່ຽວຂ້ອງຮັບຊາບກ່ອນຢ່າງໜ້ອຍ ສາມ ວັນລັດຖະການ, ຍົກເວັ້ນ ກໍລະນີສຸກເສີນທີ່ປະຕິບັດການບຳ ລຸງຮັກສາຢ່າງກະທັນຫັນ.

ໝວດທີ 4 ການຂໍນໍາໃຊ້ລະບົບການສື່ສານພາກລັດ

ມາດຕາ 16 ການຂໍນໍາໃຊ້ລະບົບການສື່ສານພາກລັດ

ອົງການຈັດຕັ້ງພາກລັດ ທີ່ມີຄວາມຕ້ອງການນໍາໃຊ້ລະບົບການສື່ສານພາກລັດ ຕ້ອງປະກອບເອກະສານ ດັ່ງນີ້:

1. ໜັງສືສະເໜີ;

2. ແບບຟອມລົງທະບຽນ;

3. ໜັງສືຢັ້ງຢືນຈາກອົງການຈັດຕັ້ງທີ່ຕົນສັງກັດ;

4. ສະໜອງຂໍ້ມູນໂຄງຮ່າງການຈັດຕັ້ງຂອງອົງການ, ຕົວເລກ ແລະ ລາຍຊື່ພະນັກງານ-ລັດຖະກອນ;

5. ປະກອບຂໍ້ມູນຕາມແບບຟອມທີ່ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກຳນົດໃຫ້.

ມາດຕາ 17 ເງື່ອນໄຂພິຈາລະນາການຂໍນໍາໃຊ້

ເງື່ອນໄຂພິຈາລະນາການຂໍນໍາໃຊ້ ມີ ດັ່ງນີ້:

1. ເປັນອົງການຈັດຕັ້ງພາກລັດ ທີ່ຂຶ້ນກັບ ສປປ ລາວ;

2. ເປັນພະນັກງານ-ລັດຖະກອນໃນອົງການຈັດຕັ້ງພາກລັດ;

3. ຕ້ອງປະກອບເອກະສານໃຫ້ຖືກຕ້ອງຄົບຖ້ວນ ຕາມທີ່ໄດ້ກຳໄວ້ໃນມາດຕາ 16 ຂອງຂໍ້ຕົກລົງສະບັບນີ້.

ມາດຕາ 18 ການພິຈາລະນາການຂໍນໍາໃຊ້

ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຄົ້ນຄວ້າພິຈາລະນາເອກະສານຕາມການສະເໜີຂອງອົງການຈັດຕັ້ງ ທີ່ກ່ຽວຂ້ອງພາຍໃນ ສິບວັນລັດຖະການ ນັບແຕ່ວັນໄດ້ຮັບໜັງສືສະເໜີ ເປັນຕົ້ນໄປ;

ໃນກໍລະນີເອກະສານບໍ່ຄົບຖ້ວນ, ບໍ່ຖືກຕ້ອງ ຫຼື ເຫດຈໍາເປັນອື່ນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຕ້ອງແຈ້ງໃຫ້ອົງການຈັດຕັ້ງສະເໜີຮັບຊາບ ພາຍໃນຫ້າວັນລັດຖະການ.

ມາດຕາ 19 ການກະກຽມການນໍາໃຊ້

ພາຍຫຼັງທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສ້າງບັນຊີຜູ້ໃຊ້ໃຫ້, ອົງການຈັດຕັ້ງພາກລັດທີ່ກ່ຽວຂ້ອງ ຕ້ອງກະກຽມການຕິດຕັ້ງ, ນໍາໃຊ້ລະບົບ ແລະ ຝຶກອົບຮົມ ດັ່ງນີ້:

1. ການຕິດຕັ້ງ ແລະ ນໍາໃຊ້

- ລະບົບການສື່ສານພາກລັດສາມາດນໍາໃຊ້ຜ່ານ ມີຖື, ແທັບເລັດ, ໄອແພັດ ແລະ ຄອມພິວເຕີ;

- ສາມາດນໍາໃຊ້ເທິງລະບົບ iOS, Andriod, Hamony ໂດຍການດາວໂຫຼດໄດ້ທີ່ App Store, Play Store, AppGallery ແລະ ອື່ນໆ ໂດຍຄົ້ນຫາຜ່ານຄໍາວ່າ "lao g chat";

- ສາມາດນໍາໃຊ້ເທິງເວັບບາວເຊີ (Browser) ໂດຍເຂົ້າໄປທີ່ www.g-chat.gov.la ແລ້ວເຂົ້າສູ່ລະບົບ ຜ່ານບັນຊີຜູ້ນໍາໃຊ້ ແລະ ລະຫັດຜ່ານ ຫຼື ສະແກນຜ່ານ QR Code.

2. ການຝຶກອົບຮົມ

ກະກຽມບຸກຄະລາກອນ, ສະຖານທີ່, ອຸປະກອນ ແລະ ງົບບປະມານ ເພື່ອຝຶກອົບຮົມການນໍາໃຊ້ລະບົບການສື່ສານ ພາກລັດ.

ມາດຕາ 20 ການສ້າງບັນຊີ ແລະ ລະຫັດຜ່ານ

ຜູ້ຄຸ້ມຄອງລະບົບຈະສ້າງບັນຊີ ແລະ ລະຫັດຜ່ານໃຫ້ຜູ້ນຳໃຊ້ທີ່ໄດ້ຮັບອະນຸມັດ ດັ່ງນີ້: ເພີ່ມຊື່ ແລະ ນາມສະກຸນ, ຊື່ເຂົ້ານໍາໃຊ້ລະບົບ ແລະ ລະຫັດຜ່ານ, ເພດ, ເບີໂທລະສັບ, ອີເມວ, ລະຫັດພະນັກງານ, ຕຳແໜ່ງງານ ແລະ ອົງ ການຈັດຕັ້ງຂອງຕົນສັງກັດຢູ່.

ໝວດທີ 5 ສິດ ແລະ ໜ້າທີ່

ມາດຕາ 21 ສິດ ແລະ ໜ້າທີ່ຂອງຜູ້ຄຸ້ມຄອງລະບົບ

ຜູ້ຄຸ້ມຄອງລະບົບຂັ້ນໜຶ່ງ (Super Admin) ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ສ້າງລາຍຊື່ ແລະ ຄຸ້ມຄອງຜູ້ຄຸ້ມຄອງລະບົບຂັ້ນສອງ;

2. ສ້າງໂຄງຮ່າງອົງການຈັດຕັ້ງ ແລະ ບັນຊີຜູ້ນໍາໃຊ້ໃໝ່ ເຂົ້າສູ່ລະບົບສື່ສານພາກລັດຕາມການອະນຸມັດ; 3. ຍົກເລີກສິດ ຫຼື ລຶບຂໍ້ມູນບັນຊີຜູ້ນໍາໃຊ້ໃໝ່ເຂົ້າສູ່ລະບົບສື່ສານພາກລັດ ກໍລະນີຜູ້ກ່ຽວອອກຈາກການເປັນພະນັກງານ-ລັດຖະກອນ ຫຼື ເສຍຊີວິດ;

4. ແຈ້ງເຕືອນໂຈະ ຫຼື ຍົກເລີກ ບັນຊີຜູ້ນໍາໃຊ້ໃໝ່ເຂົ້າສູ່ລະບົບສື່ສານພາກລັດ ຖ້າຫາກວ່າບັນຊີຜູ້ກ່ຽວມີ ການກະທໍາຜິດຕໍ່ຂໍ້ຕົກລົງສະບັບນີ້;

5. ແຈ້ງເຕືອນໂຈະ ຫຼື ຍົກເລີກ ບັນຊີຜູ້ນໍາໃຊ້ໃໝ່ເຂົ້າສູ່ລະບົບສື່ສານພາກລັດ ກໍລະນີຜູ້ກ່ຽວບໍ່ນໍາໃຊ້ຢ່າງຕໍ່ ເນື່ອງເປັນປົກກະຕິພາຍໃນໄລຍະເວລາ ຫົກ ເດືອນຂຶ້ນໄປ;

6. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ຜູ້ຄຸ້ມຄອງລະບົບຂັ້ນສອງ (Admin) ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ການແກ້ໄຂບັນຊີລະຫັດຜ່ານ, ຕຳແໜ່ງງານ, ເບີໂທລະສັບ, ອີເມວ ແລະ ລະຫັດພະນັກງານ-ລັດຖະກອນ ຜູ້ນໍາໃຊ້ພາຍໃນອົງການຈັດຕັ້ງຂອງຕົນ;

2. ເຜີຍແຜ່, ແນະນໍາ, ຕິດຕາມ, ກວດກາ, ການນໍາໃຊ້ລະບົບສື່ສານພາກລັດໃຫ້ມີຄວາມປອດໄພ;

3. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 22 ສິດ ແລະ ໜ້າທີ່ຂອງຜູ້ນໍາໃຊ້

ຜູ້ນໍາໃຊ້ລະບົບການສື່ສານພາກລັດ ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ນໍາໃຊ້ລະບົບການສື່ສານພາກລັດຕິດຕໍ່ພົວພັນ, ສົນທະນາ ແລະ ແລກປ່ຽນຂໍ້ມູນຂ່າວສານກັບຜູ້ນໍາໃຊ້

ລະບົບສື່ສານພາກລັດອື່ນ ຕາມຄວາມຈໍາເປັນຂອງວຽກງານທາງລັດຖະການ;

2. ໃສ່ຂໍ້ມູນທີ່ເປັນຈິງ, ຖືກຕ້ອງ ແລະ ນໍາໃຊ້ຮູບໂປຣຟາຍຂອງຕົນ;

3. ແຈ້ງໃຫ້ຜູ້ຄຸ້ມຄອງລະບົບແກ້ໄຂໃນກໍລະນີຕົນເອງລືມຊື່ບັນຊີ ຫຼື ລະຫັດຜ່ານ ເຂົ້າສູ່ລະບົບການສື່ສານພາກລັດ;

4. ແຈ້ງໃຫ້ຜູ້ຄຸ້ມຄອງລະບົບແກ້ໄຂ ໃນກໍລະນີເກີດເຫດຂັດຂ້ອງທາງເຕັກນິກຂອງລະບົບການສື່ສານພາກລັດ;

5. ແຈ້ງໃຫ້ຜູ້ຄຸ້ມຄອງລະບົບ ໃນກໍລະນີພົບເຫັນຜູ້ນໍາໃຊ້ລະບົບການສື່ສານພາກລັດອື່ນ ນໍາໃຊ້ລະບົບທີ່ເປັນ ການກະທໍາຜິດຕໍ່ກົດໝາຍ ແລະ ລະບຽບການ;

6. ຮັກສາຊື່ບັນຊີ ແລະ ລະຫັດຜ່ານເຂົ້າສູ່ລະບົບການສື່ສານພາກລັດຂອງຕົນ ໃຫ້ມີຄວາມປອດໄພ ແລະ ຂໍ້ ມູນຂ່າວສານທີ່ເປັນຄວາມລັບທາງລັດຖະການ ບໍ່ໃຫ້ຮົ່ວໄຫຼສູ່ສາທາລະນະ;

7. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ

ໝວດທີ 6 ຂໍ້ຫ້າມ

ມາດຕາ 23 ຂໍ້ຫ້າມສໍາລັບຜູ້ຄຸ້ມຄ້ອງລະບົບ

ຫ້າມ ຜູ້ຄຸ້ມຄອງລະບົບຂັ້ນໜຶ່ງ (Super Admin) ມີ ພຶດຕິກຳ ດັ່ງນີ້:

1. ສ້າງລາຍຊື່ຜູ້ຄຸ້ມຄອງລະບົບຂັ້ນສອງ ໂດຍບໍ່ໄດ້ຮັບອະນຸຍາດ;

2. ສ້າງໂຄງຮ່າງອົງການຈັດຕັ້ງ ແລະ ບັນຊີຜູ້ນໍາໃຊ້ໃໝ່ເຂົ້າສູ່ລະບົບສື່ສານພາກລັດ ໂດຍບໍ່ໄດ້ຮັບອະນຸຍາດ

ຈາກການຈັດຕັ້ງ ຫຼື ບໍ່ຖືກຕ້ອງຕາມຂໍ້ຕົກລົງສະບັບນີ້;

3. ຍົກເລີກສິດ ຫຼື ລຶບຂໍ້ມູນບັນຊີຜູ້ນໍາໃຊ້ ໂດຍບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງ ຫຼື ບໍ່ຖືກຕ້ອງຕາມ ຂໍ້ ຕົກລົງສະບັບນີ້;

4. ມີພຶດຕິກຳອື່ນ ທີ່ລະເມີດຕໍ່ກົດໝາຍ ແລະ ລະບຽບການ.

ຫ້າມ ຜູ້ຄຸ້ມຄອງລະບົບຂັ້ນສອງ (Admin) ມີ ພຶດຕິກຳ ດັ່ງນີ້:

1. ສ້າງເງື່ອນໄຂ, ອໍານວຍຄວາມສະດວກ ຫຼື ເຜີຍແຜ່ຂໍ້ມູນຂ່າວສານຢູ່ໃນລະບົບການສື່ສານພາກລັດ ໃຫ້ ກັບບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ທີ່ມີການເຄື່ອນໄຫວຕໍ່ຕ້ານແນວທາງນະໂຍບາຍຂອງພັກ-ລັດ, ທີ່ສົ່ງຜົນ ກະທົບຕໍ່ວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ;

2. ມອບສິດໜ້າທີ່ຂອງຕົນທີ່ຮັບຜິດຊອບໃຫ້ບຸກຄົນອື່ນ ໂດຍບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງ;

3. ເຂົ້ານໍາໃຊ້ ຫຼື ເປີດຜີຍ ບັນຊີເຂົ້າສູ່ລະບົບການສື່ສານພາກລັດຂອງຜູ້ນໍາໃຊ້ອື່ນ ໂດຍບໍ່ໄດ້ຮັບອະນຸຍາດ ຈາກການຈັດຕັ້ງ;

4. ນໍາໃຊ້ລະບົບການສື່ສານພາກລັດ ເພື່ອສົ່ງ ຫຼື ກະຈາຍໄວຣັດຄອມພິວເຕີ ຫຼື ໂປຣແກຣມທີ່ເປັນອັນຕະ ລາຍຕໍ່ຄວາມປອດໄພຂອງລະບົບ;

5. ມີພຶດຕິກຳອື່ນ ທີ່ເປັນການລະເມີດຕໍ່ກົດໝາຍ ແລະ ລະບຽບການ.

ມາດຕາ 24 ຂໍ້ຫ້າມສໍາລັບຜູ້ນໍາໃຊ້

ຫ້າມ ຜູ້ນໍາໃຊ້ລະບົບການສື່ສານພາກລັດ ມີ ພຶດຕິກຳ ດັ່ງນີ້:

1. ເຜີຍແຜ່ຂໍ້ມູນຂ່າວສານທີ່ເປັນຄວາມລັບທາງລັດຖະການ ໃນລະບົບການສື່ສານພາກລັດ ໂດຍບໍ່ໄດ້ຮັບ ອະນຸຍາດຈາກການຈັດຕັ້ງ;

2. ໃສ່ຂໍ້ມູນ ຫຼື ນໍາໃຊ້ຮູບໂປຣຟາຍທີ່ບໍ່ຖືກຕ້ອງ ແລະ ບໍ່ແມ່ນຂອງຕົນ;

3. ມອບບັນຊີເຂົ້າສູ່ລະບົບການສື່ສານພາກລັດຂອງຕົນໃຫ້ບຸກຄົນອື່ນນໍາໃຊ້ ໂດຍບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງ;

4. ນໍາໃຊ້ ຫຼື ພະຍາຍາມເຂົ້ານໍາໃຊ້ ບັນຊີເຂົ້າສູ່ລະບົບການສື່ສານພາກລັດຂອງຜູ້ນໍາໃຊ້ອື່ນ ໂດຍບໍ່ໄດ້ຮັບ ອະນຸຍາດຈາກການຈັດຕັ້ງ;

5. ສົ່ງຕໍ່ຂໍ້ມູນຂ່າວສານທີ່ບໍ່ເປັນອັນຄວນ ຫຼື ຂໍ້ມູນທີ່ເປັນການກະຈາຍໄວຣັດ ແລະ ເປັນອັນຕະລາຍຕໍ່ລະບົບ;

6. ມີພຶດຕິກຳອື່ນ ທີ່ເປັນການລະເມີດຕໍ່ກົດໝາຍ ແລະ ລະບຽບການ.

ໝວດທີ 7 ການຄຸ້ມຄອງ

ມາດຕາ 25 ອົງການຄຸ້ມຄອງວຽກງານລະບົບການສື່ສານພາກລັດ

ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເປັນຜູ້ຄຸ້ມຄອງວຽກງານລະບົບການສື່ສານພາກລັດ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ ສູນບໍລິຫານລັດດິຈິຕອນ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.

ມາດຕາ 26 ສິດ ແລະ ໜ້າທີ່ຂອງສູນບໍລິຫານລັດດິຈິຕອນ

ໃນການຄຸ້ມຄອງວຽກງານລະບົບການສື່ສານພາກລັດ ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ຄົ້ນຄວ້າຫຼັກການ, ລະບຽບການ ແລະ ມາດຕະຖານໃນການຄຸ້ມຄອງ, ຕິດຕາມກວດກາ ການນໍາໃຊ້ ລະບົບການສື່ສານພາກລັດ;

2. ໂຄສະນາເຜີຍແຜ່, ໃຫ້ຄໍາແນະນໍາ, ຕິດຕາມກວດກາ ການນໍາໃຊ້ລະບົບການສື່ສານພາກລັດໃຫ້ແກ່ອົງການ ຈັດຕັ້ງພາກລັດ ຢ່າງທົ່ວເຖິງ ແລະ ມີປະສິດທິຜົນ;

3. ພັດທະນາ ແລະ ປັບປຸງລະບົບການສື່ສານພາກລັດມີຄວາມທັນສະໄໝ ແລະ ປອດໄພ;

4. ອະນຸຍາດສ້າງໂຄງຮ່າງການຈັດຕັ້ງ ແລະ ບັນຊີຜູ້ນໍາໃຊ້;

5. ລຶບ ຫຼື ໂຈະການໃຊ້ງານບັນຊີຜູ້ນໍາໃຊ້ເຂົ້າສູ່ລະບົບການສື່ສານພາກລັດ;

6. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ຕາມການມອບໝາຍ.

ໝວດທີ 7 ບົດບັນຍັດສຸດທ້າຍ

ມາດຕາ 27 ການຈັດຕັ້ງປະຕິບັດ

ມອບໃຫ້ ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສົມທົບກັບພາກສ່ວນທີ່ ກ່ຽວຂ້ອງຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 28 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ພາຍຫຼັງສີ່ສິບຫ້າວັນ ນັບແຕ່ວັນທີ່ໄດ້ລົງລາຍເຊັນປະກາດໃຊ້ ແລະ ໄດ້ລົງໃນຈົດ ໝາຍເຫດທາງລັດຖະການ.