ຊຽງຂວາງ

ຈາກ Laopedia
ຮູບ:ແຜນທີ່ ແຂວງຊຽງຂວາງ.png
ເນື້ອທີ: 14.751 ກິໂລຕາແມັດ
ພົນລະເມືອງ: 261.686 ຄົນ, ຍິງ: 129.530 ຄົນ, ຊາຍ: 132.156 ຄົນ ແລະ ຄວາມໜາແໜ້ນ 17 ຄົນ/ກິໂລຕາແມັດ (ສະຖິຕິກາງປີ 2018)  

ແຂວງ​ຊຽງ​ຂວາງ ​ເປັນ​ແຂວງ​ໜຶ່ງ​ຕັ້ງຢູ່​ທາງ​ພາກ​ເໜືອ ຂອງ ສປປ ລາວ ​ໂດຍ​ທິດ​ເໜືອ​ຕິດ​ກັບ ​ແຂວງ​ຫົວພັນ ຍາວ 168 ກມ; ທິດ​ໃຕ້ຕິດ​ກັບ ​ແຂວງ ບໍລິ​ຄຳ​ໄຊ ມີ​ຄວາມ​ຍາວ 76 ກມ; ທິດຕາ​ເວັນ​ອອກຕິດ​ກັບ ສສ. ຫວຽດນາມ ມີ​ຄວາມ​ຍາວ 163 ກມ ​ແລະ ທິດຕາ​ເວັນ​ຕົກຕິດ​ກັບ​ ແຂວງ ຫລວງ​ພະ​ບາງ ​ແລະ ​ແຂວງ​ວຽງ​ຈັນ ມີ​ຄວາມ​ຍາວ 272 ກມ. ແຂວງ​ຊຽງ​ຂວາງ ໃນສະໄໝບູຮານ ມີຊື່ວ່າເມືອງພວນ ແລະ ຊາວ ເມືອງນີ້ ກໍ່ເອີ້ນ ກັນວ່າ ໄທພວນ. ຊຽງຂວາງ ເປັນແຂວງທີ່ມີຄວາມສຳຄັນ ທາງດ້ານຍຸດທະສາດການເມືອງ ແລະ ການທະຫານ, ຊຶ່ງໃນສະໄໝສົງຄາມຕໍ່ສູ້ ກູ້ຊາດ ຊຽງຂວາງ ແມ່ນແຂວງໜຶ່ງທີ່ເປັນຍຸດທະສາດ ແລະ ຍາດແຍ່ງ ຊຶ່ງໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ຈາກສົງຄາມທຳລາຍຂອງ​ຈັກກະພັດ​ ຜູ້​ຮຸກ​ຮານ. ແຂວງຊຽງຂວາງ ມີເນື້ອທີ່ທັງໝົດປະມານ 14.751 ກມ2, ມີປະຊາກອນປະມານ 244.700 ກວ່າຄົນ, ທີ່​ວ່າການ​ແຂວງ​ແມ່ນ ​ເມືອງ​ແປກ (ໂພນສະຫວັນ).

ທີ່ຕັ້ງ

  • ທິດເໜືອຕິດກັບ ແຂວງຫົວພັນ
  • ທິດໃຕ້ຕິດກັບ ແຂວງໄຊສົມບູນ ແລະ ແຂວງບໍລິຄຳໄຊ
  • ທິດຕາເວັນອອກຕິດກັບ ຫວຽດນາມ
  • ທິດຕາເວັນຕົກຕິດກັບ ແຂວງຫຼວງພະບາງ

ບັນດາເມືອງ

ປະກອບມີ 8 ເມືອງຄື:

  1. ເມືອງແປກ (ໂພນສະຫວັນ)
  2. ເມືອງຄຳ
  3. ເມືອງໜອງແຮດ
  4. ເມືອງຄູນ
  5. ເມືອງໝອກ
  6. ເມືອງພູກູດ
  7. ເມືອງຜາໄຊ
  8. ເມືອງທ່າໂທມ

ສະຖານທີ່ທ່ອງທ່ຽວ

  • ທົ່ງໄຫຫີນ
  • ບໍ່ນ້ຳຮ້ອນ
  • ວັດເພຍວັດ
  • ຖ້ຳພະ(ເມືອງພູກູດ)
  • ວັດໄຫຫີນ
  • ໜອງນໍ້າຫງຳ
  • ພູເກັງ
  • ຖໍ້າປີວ (ເມືອງຄໍາ)
  • ຕາດຄາ (ເມືອງໜອງແຮດ)
  • ໂຮງ​ໝໍ​ເກົ່າ