ກະຊວງການເງີນ

ຈາກ Laopedia


ກະຊວງການເງິນ ແມ່ນກົງຈັກໜຶ່ງຂອງລັດຖະບານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ ລັດຖະບານ ໃນການຄຸ້ມຄອງລັດ ກ່ຽວກັບວຽກງານການເງິນ-ງົບປະມານ ປະກອບມີ: ງົບປະມານແຫ່ງລັດ, ພາສີ, ສ່ວຍສາອາກອນ, ລາຍຮັບງົບປະມານອື່ນຂອງລັດ, ຊັບສິນ-ໜີ້ສິນແຫ່ງລັດ, ລັດວິສາຫະກິດ-ການ ປະກັນໄພ, ການບັນຊີ ແລະ ກວດສອບອິດສະລະ, ກວດກາການເງິນ, ຄັງເງິນແຫ່ງຊາດ, ບຳລຸງ-ກໍ່ສ້າງບຸກ ຄະລາກອນ ແລະ ການຫັນເປັນທັນສະໄໝ ໃນຂົງເຂດການເງິນ ຕາມກົດໝາຍວ່າດ້ວຍ ລັດຖະບານ ແລະ ການປົກຄອງທ້ອງຖິ່ນ. ກະຊວງການເງິນ ຂຽນເປັນຕົວອັກສອນຫຍໍ້ວ່າ: “ກງ” ແລະ ຂຽນເປັນພາສາ ຕ່າງປະເທດວ່າ: “Ministry of Finance".

ໜ້າທີ່

1. ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ແນວທາງ, ແຜນນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດ, ລັດຖະບັນຍັດຂອງປະທານປະເທດ, ດຳລັດ, ມະຕິ, ຄໍາສັ່ງ ຂອງ ລັດຖະບານ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ເປັນ ແຜນການ, ແຜນງານ ແລະ ໂຄງການລະອຽດ;

2. ຄົ້ນຄວ້າ, ວິເຄາະ, ວິໄຈຂໍ້ມູນ ສະພາບດ້ານການເງິນ-ງົບປະມານແຫ່ງລັດ ແຕ່ລະໄລຍະ ເພື່ອສ້າງ ແລະ ປັບປຸງ ກົດໝາຍ, ນະໂຍບາຍ, ມາດຕະການ ທາງດ້ານການເງິນ-ງົບປະມານ, ພາສີ, ສ່ວຍສາ ອາກອນ, ຊັບສິນ, ໜີ້ສິນ, ລັດວິສາຫະກິດ-ການປະກັນໄພ ແລະ ນະໂຍບາຍອື່ນ ໃນຂົງເຂດການເງິນ ແຫ່ງລັດ ແລະ ຄົ້ນຄວ້າວິທະຍາສາດການເງິນ ເພື່ອສະເໜີຕໍ່ລັດຖະບານພິຈາລະນາ;

3. ຄົ້ນຄວ້າ ສ້າງ, ປັບປຸງ ກົດໝາຍ, ນິຕິກຳໃຕ້ກົດໝາຍ ລວມທັງ ໂຄສະນາເຜີຍແຜ່, ຕິດຕາມ, ປະ ເມີນຜົນ ແລະ ການບັງຄັບໃຊ້ກົດໝາຍ;

4. ສ້າງ ແລະ ປັບປຸງ ວິໄສທັດ, ຍຸດທະສາດ, ແຜນງົບປະມານແຫ່ງລັດ, ແຜນພັດທະນາຂະແໜງການເງິນ ໄລຍະຍາວ; ສ້າງ, ຈັດສັນ, ດັດແກ້, ດັດສະເລ່ຍ, ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ສະຫຼຸບ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ໄລຍະກາງ (1+2), ປະຈຳປີ ໃນຂອບເຂດທົ່ວປະເທດ ແລະ ງົບປະມານຂອງກະຊວງການເງິນ ລວມທັງ ລາຍຈ່າຍທາງດ້ານການເງິນອື່ນທີ່ລັດຖະບານ ຮັບຜິດຊອບ ຕາມກົດໝາຍ ແລະ ລະບຽບການ;

5. ຄຸ້ມຄອງ, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດການມອບພັນທະ ພາສີ-ສ່ວຍສາອາກອນ, ລາຍ

ຮັບບໍ່ແມ່ນພາສີ-ສ່ວຍສາອາກອນ ແລະ ລາຍຮັບປະເພດອື່ນ ຕາມກົດໝາຍ ແລະ ລະບຽບການ;

6. ຄຸ້ມຄອງ, ຕິດຕາມ, ກວດກາ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ທຶນຊ່ວຍເຫຼືອເພື່ອການ ພັດທະນາ, ເງິນຝາກ, ເງິນຄໍ້າປະກັນ, ການລະດົມທຶນ ເພື່ອດຸ່ນດ່ຽງງົບປະມານ ແລະ ບໍລິຫານແຫຼ່ງເງິນ ຕາມກົດໝາຍ ແລະ ລະບຽບການ;

7. ຄົ້ນຄວ້າ ແລະ ສະເໜີ ລາຄາ ສັງຫາລິມະຊັບ ແລະ ອະສັງຫາລິມະຊັບ ໃຫ້ລັດຖະບານປະກາດໃຊ້; ຄຸ້ມຄອງ ສັງຫາລິມະຊັບ ແລະ ອະສັງຫາລິມະຊັບຂອງລັດ ໃນຂອບເຂດທົ່ວປະເທດ;

8. ວິເຄາະ, ວິໄຈ ແລະ ຄາດຄະເນສະຖານະການ ດ້ານການເງິນ-ງົບປະມານ ແຕ່ລະໄລຍະ, ການ ພັດທະນາການເງິນ ແລະ ການສະສົມ ເພື່ອເປັນພື້ນຖານໃນການຫັນວຽກງານການເງິນໄປສູ່ ມາດຕະຖານສາກົນ;

9. ສ້າງລະບຽບການບັນຊີ, ມາດຕະຖານບັນຊີ ແລະ ກວດສອບອິດສະລະ, ກວດກາການເງິນ, ສາລະບານງົບປະມານ, ປິດບັນຊີງົບປະມານ ແລະ ການເປີດເຜີຍງົບປະມານ ເພື່ອນໍາສະເໜີ ລັດຖະບານພິຈາລະນາ;

10. ຄົ້ນຄວ້າການສະເໜີ ສ້າງຕັ້ງ ຫຼື ຍຸບເລີກ ຫົວໜ່ວຍງົບປະມານແຫ່ງລັດຂັ້ນສອງ ທີ່ຂຶ້ນກັບຫົວໜ່ວຍ ງົບປະມານຂັ້ນໜຶ່ງ ຂອງບັນດາຂະແໜງການຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ;

11. ຄຸ້ມຄອງ, ຕິດຕາມ, ກວດກາ ກ່ຽວກັບ ຊັບສິນແຫ່ງລັດ ໃນຂອບເຂດທົ່ວປະເທດ ຕາມກົດໝາຍ ແລະ ລະບຽບການ;

12. ຄົ້ນຄວ້າ, ຜັນຂະຫຍາຍ ນິຕິກຳ ກ່ຽວກັບ ການປະຢັດ ແລະ ຕ້ານການຟູມເຟືອຍ, ລົດບໍລິຫານລັດ ຕາມການຕົກລົງຂອງລັດຖະບານ;

13. ສ້າງແຜນຍຸດທະສາດ ໃນການປະຕິຮູບລັດວິສາຫະກິດ ແລະ ການຄຸ້ມຄອງການປະກັນໄພ ເພື່ອສະເໜີ ລັດຖະບານພິຈາລະນາຕົກລົງໃນແຕ່ລະໄລຍະ; 14. ສ້າງນິຕິກຳ ເພື່ອຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະເມີນຜົນ ການດໍາເນີນທຸລະກິດ, ສະພາ

ບໍລິຫານ, ຄະນະອໍານວຍການ ຂອງລັດວິສາຫະກິດ ໃນແຕ່ລະໄລຍະ;

15. ຄົ້ນຄວ້າ, ສະເໜີ ແຕ່ງຕັ້ງ, ສັບຊ້ອນ, ໝູນວຽນ, ຍົກຍ້າຍ ແລະ ປົດຕຳແໜ່ງ ຜູ້ຕາງໜ້າຜູ້ຖືຮຸ້ນຝ່າຍລັດ, ປະທານ, ຮອງປະທານ, ກຳມະການສະພາບໍລິຫານ, ຜູ້ອຳນວຍການ, ຮອງຜູ້ອຳນວຍການ ລັດວິ ສາຫະກິດ ຕາມລະບຽບການ;

16. ຄົ້ນຄວ້າ ແລະ ພິຈາລະນາ ອອກ, ໂຈະຊົ່ວຄາວ, ຖອນ ຫຼື ລົບລ້າງ ໃບອະນຸຍາດດໍາເນີນທຸລະກິດ ດ້ານປະກັນໄພ, ປະກັນໄພຕໍ່, ບັນຊີ ແລະ ກວດສອບອິດສະລະ, ກິດຈະການຫວຍ, ກາຊີໂນ, ລະບົບ ສາງ, ເຂດປອດພາສີ, ຮ້ານປອດພາສີ, ທີ່ປຶກສາທາງດ້ານການເງິນ ແລະ ຂະແໜງການອື່ນໆ ທີ່ຂຶ້ນ ກັບການຄຸ້ມຄອງຂອງກະຊວງການເງິນ ຕາມກົດໝາຍ ແລະ ລະບຽບການ;

17. ສ້າງແຜນສະເພາະໜ້າ, ແຜນຍຸດທະສາດໄລຍະກາງ, ໄລຍະຍາວ ໃນການຄຸ້ມຄອງ ແລະ ບໍລິຫານໜີ້ສິນ ສາທາລະນະ ຕາມມາດຕະຖານສາກົນ;

18. ຄຸ້ມຄອງ, ຕິດຕາມ, ກວດກາ, ປະເມີນຜົນ ໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ ເພື່ອຮັບປະກັນ ການນໍາໃຊ້ໃຫ້ມີປະສິດທິຜົນສູງ;

19. ເປັນນາຍບັນຊີແຫ່ງລັດ ໃນການ ຕິດຕາມ, ກວດກາ, ວິໄຈ ການເຄື່ອນໄຫວບັນຊີ ແລະ ສັງລວມ ທຸກແຫຼ່ງເງິນຂອງລັດ ໃຫ້ລວມສູນເຂົ້າໃນລະບົບບັນຊີຄັງເງິນ ຜ່ານລະບົບເຄື່ອງມືທັນສະໄໝ;

20. ຄຸ້ມຄອງ, ຊຸກຍູ້, ຕິດຕາມ, ກວດກາ ບັນດາບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວ ວຽກງານ ກ່ຽວກັບ ບັນຊີ ແລະ ກວດສອບອິດສະລະ, ເປົ້າໝາຍຖືກກວດສອບ ໃນການປະຕິບັດ ຕາມກົດໝາຍວ່າດ້ວຍການບັນຊີ ແລະ ການກວດສອບອິດສະລະ;

21. ຕິດຕາມ, ກວດກາ-ກວດການ, ສະກັດກັ້ນຕ້ານການສໍ້ລາດບັງຫຼວງ ໃນຂົງເຂດການເງິນ ຕາມກົດໝາຍ ແລະ ລະບຽບການ;

22. ສ້າງ, ຄຸ້ມຄອງ ແລະ ພັດທະນາ ລະບົບຂໍ້ມູນຂ່າວສານການເງິນ ເປັນທັນສະໄໝ ແລະ ດີຈິຕອນ ຕາມ ແຜນຍຸດທະສາດຫັນເປັນດີຈິຕອນຂອງລັດຖະບານ;

23. ຄົ້ນຄວ້າສ້າງແຜນຍຸດທະສາດ ໃນການຄຸ້ມຄອງ ແລະ ພັດທະນາ ກົງຈັກການຈັດຕັ້ງ ແລະ ບຸກ ຄະລາກອນ ຂອງຂະແໜງການເງິນ ຕາມແຜນຍຸດທະສາດພັດທະນາຂະແໜງການເງິນແຫ່ງລັດ ໃນ ແຕ່ລະໄລຍະ;

24. ປັບປຸງກົງຈັກການຈັດຕັ້ງ, ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ຄົ້ນຄວ້າການ ບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ, ປະເມີນຜົນ, ບຳລຸງ-ສ້າງ, ປະຕິບັດນະໂຍບາຍ ແລະ ວິໄນ ພະນັກງານ- ລັດຖະກອນ ຂະແໜງການເງິນ; ຍ້ອງຍໍ ຫຼື ສະເໜີຍ້ອງຍໍ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຕາມກົດໝາຍ ແລະ ລະບຽບການ; ຄຸ້ມຄອງສາຍຕັ້ງດ້ານກົງຈັກການຈັດຕັ້ງ, ບຸກຄະລາກອນ, ດ້ານ ເຕັກນິກວິຊາການ, ງົບປະມານ, ສະຖານທີ່ເຮັດວຽກ, ພາຫະນະ ແລະ ວັດຖຸປະກອນຕ່າງໆຂອງຂະແໜງ ພາສີ, ສ່ວຍສາອາກອນ ແລະ ຄັງເງິນແຫ່ງຊາດ ຕາມກົດໝາຍ ແລະ ລະບຽບການ;

25. ສັງລວມ, ວິເຄາະ, ວິໄຈ, ຄາດຄະເນ ສະພາບເສດຖະກິດ-ການເງິນ ພາຍໃນ, ພາກພື້ນ ແລະ ສາກົນ

ເພື່ອລາຍງານລັດຖະບານ ໃນແຕ່ລະໄລຍະ;

26. ຄົ້ນຄວ້າ ສ້າງ ແລະ ປັບປຸງ ຫຼັກສູດ, ຄູ່ມືການຮຽນ-ການສອນ; ກໍ່ສ້າງ ແລະ ພັດທະນາ

ຊັບພະຍາກອນມະນຸດ ດ້ານເສດຖະກິດ-ການເງິນ;

27. ຄົ້ນຄວ້າ, ສັງລວມ, ສ້າງແຜນ, ຄຸ້ມຄອງ ແລະ ນຳໃຊ້ ງົບປະມານ, ພາຫະນະ, ເຄຫະສະຖານ, ທີ່ດິນ,

ວັດຖຸປະກອນ ແລະ ຊັບສົມບັດອື່ນ ຂອງກະຊວງການເງິນ ຕາມລະບຽບການ;

28. ເປັນເຈົ້າການ ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານການເງິນ, ປະສານສົມທົບກັບຂະແໜງການ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໃນການຈັດຕັ້ງປະຕິບັດວຽກງານການເງິນ-ງົບປະມານແຫ່ງລັດ;

29. ພົວພັນ, ຮ່ວມມື ສອງຝ່າຍ, ຫຼາຍຝ່າຍ ກ່ຽວກັບວຽກງານການເງິນຕ່າງປະເທດ; ເປັນໃຈກາງປະສານ ງານ, ແລກປ່ຽນບົດຮຽນ ແລະ ເຈລະຈາ ສັນຍາ, ສົນທິສັນຍາ ກັບຕ່າງປະເທດ, ອົງການຈັດຕັ້ງ ສາກົນ ແລະ ພາກພື້ນ ຕາມລະບຽບການ;

30. ເປັນຕົວແທນຂອງ ສປປ ລາວ ຢູ່ໃນສະພາຜູ້ວ່າການ ປະຈຳບັນດາສະຖາບັນການເງິນສາກົນ ຕາມ ລະບຽບການ;

31. ສະຫຼຸບລາຍງານ ການເຄື່ອນໄຫວວຽກງານຂອງກະຊວງການເງິນຮອບດ້ານ ໃນຂອບເຂດທົ່ວ ປະເທດ;

32. ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງຄະນະລັດຖະບານ.

ຂອບເຂດສິດ

1. ສະເໜີ ລັດຖະບານ ພິຈາລະນາ ການສ້າງ ແລະ ປັບປຸງ ກົດໝາຍ, ນິຕິກຳໃຕ້ກົດໝາຍ, ມາດຕະການ ຕ່າງໆ ກ່ຽວກັບວຽກງານຂະແໜງການເງິນ;

2. ອອກຄຳສັ່ງ, ຂໍ້ຕົກລົງ, ຄໍາແນະນໍາ ແລະ ແຈ້ງການ ເພື່ອຄຸ້ມຄອງວຽກງານຂະແໜງການເງິນ ຕາມກົດ

ໝາຍ ແລະ ລະບຽບການ;

3. ສະເໜີ ແຜນ, ມາດຕະການ, ວິທີການ ໃນການແກ້ໄຂໜີ້ສິນສາທາລະນະ ຕໍ່ລັດຖະບານ ແຕ່ລະໄລຍະ;

4. ຕົກລົງດັດສະເລ່ຍລາຍຈ່າຍງົບປະມານແຫ່ງລັດຈາກພາກໜຶ່ງໄປໃສ່ພາກອື່ນທີ່ຢູ່ໃນແຜນງົບປະມານ ແຫ່ງລັດປະຈຳປີ ຂອງຫົວໜ່ວຍງົບປະມານແຫ່ງລັດຂັ້ນໜຶ່ງ;

5. ສັ່ງການໃຫ້ການຈັດຕັ້ງຂອງລັດ ແລະ ການຈັດຕັ້ງອື່ນທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ແກ້ໄຂ, ໂຈະ ຫຼື ຍົກເລີກ ການປະມູນຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ທີ່ບໍ່ສອດຄ່ອງກັບ ກົດໝາຍ ແລະ ລະບຽບການ; ຕົກລົງຮັບຮອງ, ໂຈະ, ຕິດຕາມ-ກວດກາການຈັດຕັ້ງປະຕິບັດ ຫົວໜ່ວຍງົບປະມານ ວິຊາການກຸ້ມຕົນເອງ;

6. ເລັ່ງທວງ, ເກັບກູ້ຄືນ ເງິນ, ຊັບສິນ ຈາກຜົນການ ກວດກາ, ກວດສອບ ທີ່ມີການຢັ້ງຢືນ ຈາກອົງ ການກວດກາ, ກວດສອບຂັ້ນຕ່າງໆ ເຂົ້າງົບປະມານແຫ່ງລັດ ຕາມກົດໝາຍ ແລະ ລະບຽບການ;

7. ພິຈາລະນາອອກຄຳສັ່ງ ໂຈະຊົ່ວຄາວ, ຍຸບເລີກຖາວອນ ຫົວໜ່ວຍວິສາຫະກິດທີ່ກະຊວງການເງິນ ຫຼື ຂະແໜງການອື່ນ ອອກອະນຸຍາດສ້າງຕັ້ງ ໃນກໍລະນີເຄື່ອນໄຫວບໍ່ຖືກຕ້ອງ ຕາມຂອບເຂດສິດທີ່ກົດ ໝາຍ ແລະ ລະບຽບການການົດ;

8. ອອກອະນຸຍາດ ເປີດ, ປິດ ບັນຊີເງິນຝາກຂອງຫົວໜ່ວຍງົບປະມານຂອງຂະແໜງການເງິນ ແລະ ຂະ

ແໜງການອື່ນ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ;

9. ອະນຸຍາດ ນໍາໃຊ້, ການມອບ-ໂອນ, ການປ່ຽນສິດຄຸ້ມຄອງ, ການສະສາງ, ການໃຫ້ເຊົ່າ ຫຼື ສຳປະທານ, ການເອົາເຂົ້າຮຸ້ນ ຫຼື ຮ່ວມທຶນ ທີ່ເປັນຊັບສິນຂອງລັດ ຕາມກົດໝາຍ ແລະ ລະບຽບການ;

10. ໂຈະການເຄື່ອນໄຫວບັນຊີເງິນຝາກ ຂອງຫົວໜ່ວຍງົບປະມານ, ອົງການບໍລິຫານວິຊາການ ແລະ ກອງທຶນຂອງລັດ ທີ່ເປີດ ແລະ ເຄື່ອນໄຫວໃນລະບົບຄັງເງິນ ບໍ່ຖືກຕ້ອງ; ສະສາງຍອດເຫຼືອບັນຊີເງິນ ຝາກໃນລະບົບຄັງເງິນ ຕາມກົດໝາຍ ແລະ ລະບຽບການ;

11. ສັ່ງໂຈະ ຫຼື ຍົກເລີກ ການນໍາໃຊ້ງົບປະມານຂອງລັດ ເຂົ້າໃນການຈັດຊື້-ຈັດຈ້າງ ຂອງການຈັດຕັ້ງລັດ

ຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ;

12. ລົບລ້າງໜີ້ສິນທີ່ຕິດພັນກັບພັນທະງົບປະມານທີ່ຮຽກເກັບບໍ່ໄດ້ ຕາມຄຳຕັດສິນຂອງສານ ຫຼື ການ

ຕົກລົງຂອງອົງການທີ່ມີສິດອຳນາດ;

13. ອອກຄຳສັ່ງ ເປີດການສືບສວນ-ສອບສວນຄະດີສໍ້ລາດບັງຫຼວງ ຕາມກົດໝາຍ ແລະ ລະບຽບການ;

14. ຕົກລົງຮິບ ສິນຄ້າ, ເຄື່ອງຂອງ ທີ່ບໍ່ມີເຈົ້າຂອງມາພົວພັນຕາມເວລາທີ່ກຳນົດໄວ້ ຫຼື ເຈົ້າຂອງສະຫຼະ ສິດ ທີ່ເປັນຂອງກາງໃນການກະທຳຜິດ ມາເປັນຂອງລັດ ຕາມກົດໝາຍ ແລະ ລະບຽບການ;

15. ຕິດຕາມ, ກວດກາ, ເລັ່ງທວງ ແລະ ສັ່ງມອບ ທຸກແຫຼ່ງລາຍຮັບ ໃຫ້ລວມສູນເຂົ້າງົບປະມານແຫ່ງລັດ;

16. ອະນຸມັດ, ອອກຄຳສັ່ງຈ່າຍ ເງິນງົບປະມານປະຈຳປີ ຕາມແຜນສະພາແຫ່ງຊາດຮັບຮອງ ແລະ ສັ່ງ ເຄື່ອນຍ້າຍເງິນໃນລະບົບຄັງເງິນແຫ່ງຊາດ;

17. ຕົກລົງສ້າງຕັ້ງ ຫຼື ຍຸບເລີກ ຫົວໜ່ວຍງົບປະມານແຫ່ງລັດຂັ້ນສອງ ທີ່ຂຶ້ນກັບຫົວໜ່ວຍງົບປະມານຂັ້ນ

ໜຶ່ງ ຂອງບັນດາຂະແໜງການຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ; 18. ອອກອະນຸຍາດການສ້າງຕັ້ງ ລະບົບສາງ, ເຂດປອດພາສີ, ຮ້ານຄ້າປອດພາສີ, ເຂດບໍລິການຂົນສົ່ງ

ແລະ ການດຳເນີນທຸລະກິດປະກັນໄພ, ນາຍໜ້າປະກັນໄພ, ອອກບັດຕົວແທນປະກັນໄພ ແລະ ທຸລະ

ກິດອື່ນ ທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງການເງິນ;

19. ເຂົ້າຮ່ວມເຊັນ ສັນຍາ, ອານຸສັນຍາ, ບົດບັນທຶກຄວາມເຂົ້າໃຈ ກັບ ຕ່າງປະເທດ ແລະ ອົງການຈັດຕັ້ງ ສາກົນ ກ່ຽວກັບວຽກງານການເງິນ ຕາມການມອບໝາຍຂອງລັດຖະບານ;

20. ເຊັນສັນຍາຮ່ວມທຶນ ກັບຜູ້ຮ່ວມທຶນພາຍໃນ ແລະ ຕ່າງປະເທດ; ເປັນຜູ້ຖືຮຸ້ນ, ປະທານ, ຮອງປະທານ, ກຳມະການສະພາບໍລິຫານ, ຜູ້ອຳນວຍການ, ຮອງຜູ້ອໍານວຍການ ລັດວິສາຫະກິດ ຕາມລະບຽບການ;

21. ແຕ່ງຕັ້ງ, ສັບຊ້ອນ, ໝູນວຽນ, ຍົກຍ້າຍ ຫຼື ປົດຕຳແໜ່ງ, ປະຕິບັດນະໂຍບາຍ ແລະ ວິໄນ ຕໍ່ພະນັກ ງານ-ລັດຖະກອນ ຂອງຂະແໜງການເງິນ ໃນຂອບເຂດທົ່ວປະເທດ;

22. ຄົ້ນຄວ້າ ແລະ ມີຄຳເຫັນ ໃນການແຕ່ງຕັ້ງ, ສັບຊ້ອນ, ໝູນວຽນ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຫົວໜ້າ

ການເງິນ ຂອງບັນດາຂະແໜງການ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ; 23. ແຕ່ງຕັ້ງ, ສັບຊ້ອນ, ໝູນວຽນ, ຍົກຍ້າຍ ແລະ ປົດຕຳແໜ່ງ ຜູ້ຕາງໜ້າຜູ້ຖືຮຸ້ນຝ່າຍລັດ, ປະທານ, ຮອງປະທານ, ກຳມະການສະພາບໍລິຫານ, ຜູ້ອຳນວຍການ, ຮອງຜູ້ອໍານວຍການ ລັດວິສາຫະກິດ ຕາມລະບຽບການ;

24. ກວດກາ-ກວດການ, ສະກັດກັ້ນຕ້ານການສໍ້ລາດບັງຫຼວງ ໃນຂົງເຂດການເງິນ ຕາມກົດໝາຍ ແລະ ລະບຽບການ;

25. ນຳໃຊ້ ງົບປະມານ, ພາຫະນະ, ເຄຫະສະຖານ, ທີ່ດິນ, ວັດຖຸປະກອນ ແລະ ຊັບສົມບັດອື່ນ ທີ່ກະ ຊວງການເງິນຄຸ້ມຄອງ ຕາມລະບຽບການ;

26. ນຳໃຊ້ສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງ ຄະນະລັດຖະບານ.

ໂຄງປະກອບການຈັດຕັ້ງ

ໂຄງປະກອບກົງຈັກຂອງກະຊວງການເງິນ ປະກອບດ້ວຍ:

ກົງຈັກຄຸ້ມຄອງຂັ້ນສູນກາງ

1. ຫ້ອງການ;

2. ກົມຈັດຕັ້ງ ແລະ ພະນັກງານ;

3. ກົມກວດກາ;

4. ກົມງົບປະມານແຫ່ງລັດ;

5. ກົມສ່ວຍສາອາກອນ;

6. ກົມພາສີ;

7. ຄັງເງິນແຫ່ງຊາດ;

8. ກົມຄຸ້ມຄອງຊັບສິນແຫ່ງລັດ;

9. ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ;

10. ກົມນະໂຍບາຍການເງິນ;

11. ກົມຄຸ້ມຄອງໜີ້ສິນສາທາລະນະ;

12. ກົມການເງິນຕ່າງປະເທດ;

13. ກົມຄຸ້ມຄອງການບັນຊີ;

14. ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ;

15. ສະຖາບັນການເງິນ - ການບັນຊີ.

ຫົວໜ່ວຍວິຊາການລະດັບ 2 ຂຶ້ນກັບກະຊວງການເງິນ

1. ວິທະຍາໄລການເງິນພາກເໜືອ

2. ວິທະຍາໄລການເງິນພາກໃຕ້

ກົງຈັກຄຸ້ມຄອງຕາມສາຍຕັ້ງ

1. ສ່ວຍສາອາກອນປະຈຳ ແຂວງ, ນະຄອນຫຼວງ; ສ່ວຍສາອາກອນປະຈຳ ເມືອງ, ເທດສະບານ, ນະຄອນ ແລະ ໜ່ວຍງານສ່ວຍສາອາກອນປະຈໍາເມືອງຂຶ້ນກັບສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງ;

2. ພາສີປະຈຳ ແຂວງ, ນະຄອນຫຼວງ, ດ່ານພາສີສາກົນ, ດ່ານພາສີທ້ອງຖິ່ນ, ດ່ານປະເພນີ, ຫ້ອງການພາສີປະຈຳລະບົບສາງ, ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດອື່ນ;

3. ຄັງເງິນປະຈຳ ແຂວງ, ນະຄອນຫຼວງ; ຄັງເງິນປະຈຳ ເມືອງ, ເທດສະບານ, ນະຄອນ ແລະ ໜ່ວຍ ງານຄັງເງິນປະຈໍາເມືອງຂຶ້ນກັບຄັງເງິນປະຈຳແຂວງ, ນະຄອນຫຼວງ.

ກະຊວງການເງິນ ມີກົງຈັກການຈັດຕັ້ງດ້ານວິຊາການຂອງຕົນ ຢູ່ຂັ້ນທ້ອງຖິ່ນ ຕາມເງື່ອນໄຂຕົວຈິງ ຢູ່ແຕ່ ລະຂັ້ນ ຕາມການຕົກລົງຂອງອົງການປົກຄອງທ້ອງຖິ່ນ ໂດຍເອກະພາບກັບ ກະຊວງການເງິນ ແລະ ກະຊວງພາຍໃນ.

ໂຄງປະກອບບຸກຄະລາກອນ

ໂຄງປະກອບບຸກຄະລາກອນຂອງກະຊວງການເງິນ ປະກອບມີ:

1. ລັດຖະມົນຕີກະຊວງ 1 ທ່ານ ເປັນສະມາຊິກລັດຖະບານ ມີຄວາມຮັບຜິດຊອບຕໍ່ຄະນະລັດຖະບານ ໃນການປະຕິບັດໜ້າທີ່ຂອງຕົນຢ່າງຄົບຖ້ວນ ຕາມທີ່ລັດຖະທຳມະນູນ, ກົດໝາຍ ກຳນົດ ແລະ ຕາມ ແຜນການຂອງລັດຖະບານ ແຕ່ລະໄລຍະ ໃນການຄຸ້ມຄອງວຽກງານຂະແໜງ ການຕົນ; ຈັດຕັ້ງປະຕິ ບັດພາລະບົດບາດ, ໜ້າທີ່, ຂອບເຂດສິດ ທີ່ລັດຖະບານມອບໝາຍໃຫ້ ແລະ ຕາມທີ່ໄດ້ກໍານົດໄວ້ໃນ ດຳລັດສະບັບນີ້; ໃນເວລາ ລັດຖະມົນຕີ ໄປເຄື່ອນໄຫວວຽກງານທາງລັດຖະການ ພາຍໃນ ຫຼື ຕ່າງປະ ເທດ ຕ້ອງມອບສິດໃຫ້ຮອງລັດຖະມົນຕີ ທ່ານໃດໜຶ່ງເປັນຜູ້ປະຈຳການແທນ;

2. ຮອງລັດຖະມົນຕີຈຳນວນໜຶ່ງ ເປັນຜູ້ຊ່ວຍລັດຖະມົນຕີ ໃນການລົງເລິກຊີ້ນໍາວຽກງານໃດໜຶ່ງ ຕາມການແບ່ງງານ ຫຼື ມອບໝາຍຈາກລັດຖະມົນຕີ; ຮອງລັດຖະມົນຕີ ເປັນຜູ້ຮັກສາການແທນ ຕາມການມອບໝາຍ ໃນເວລາລັດຖະມົນຕີ ໄປເຄື່ອນໄຫວວຽກງານທາງລັດຖະການ ພາຍໃນ ຫຼື ຕ່າງປະເທດ ເປັນລາຍລັກອັກສອນ;

3. ຫົວໜ້າກົມ ແລະ ທຽບເທົ່າ ປະຕິບັດຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດທີ່ກະຊວງການ ເງິນມອບໝາຍໃຫ້; ມີຄວາມຮັບຜິດຊອບຕໍ່ຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງ ໃນການປະຕິບັດ ໜ້າທີ່ຂອງຕົນ ຕໍ່ ລັດຖະມົນຕີໂດຍກົງ;

4. ຮອງຫົວໜ້າກົມ ແລະ ທຽບເທົ່າ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ລົງເລິກຮັບຜິດຊອບວຽກ ງານໃດໜຶ່ງ, ມີຄວາມຮັບຜິດຊອບຕໍ່ຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງ ໃນການປະຕິບັດໜ້າທີ່ ຂອງຕົນ ຕາມການແບ່ງງານ;

5. ລັດຖະກອນວິຊາການ ຮັບຜິດຊອບຕໍ່ຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງ ໃນການປະຕິບັດ ໜ້າທີ່ຂອງຕົນ ຕາມການກໍານົດຕຳແໜ່ງງານ.

ການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ, ເລື່ອນຊັ້ນ-ເລື່ອນຂັ້ນ, ປະຕິບັດນະໂຍບາຍ ແລະ ວິໄນ ແມ່ນປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້.