ຄັງເງິນແຫ່ງຊາດ

ຈາກ Laopedia


ຄັງເງິນແຫ່ງຊາດແມ່ນກົງຈັກໜຶ່ງຂອງກະຊວງການເງິນ, ມີພາລະບົດບາດ ເປັນເສນາທິການ ໃຫ້ແກ່ລັດຖະມົນຕີ ກະຊວງການເງິນ ໃນການຄຸ້ມຄອງມະຫາພາກ ກ່ຽວກັບ ວຽກງານຄັງເງິນ, ເປັນນາຍບັນຊີແຫ່ງລັດ, ຄຸ້ມຄອງ ລາຍຮັບ-ລາຍຈ່າຍງົບປະມານ-ຄັງເງິນ, ລະດົມທຶນໄລຍະສັ້ນ, ສັງລວມແຫຼ່ງເງິນຂອງລັດ ໃຫ້ລວມສູນງົບປະມານ ເຂົ້າບັນຊີຄັງເງິນ

ຕັ້ງ ແລະ ພາລະບົດບາດ

ຄັງເງິນແຫ່ງຊາດ ຂຽນເປັນຕົວອັກສອນຫຍໍ້ "ຄງຊ" ເປັນພາສາອັງກິດ National Treasury (NT), ແມ່ນກົງຈັກໜຶ່ງຂອງກະຊວງການເງິນ, ມີພາລະບົດບາດ ເປັນເສນາທິການ ໃຫ້ແກ່ລັດຖະມົນຕີ ກະຊວງການເງິນ ໃນການຄຸ້ມຄອງມະຫາພາກ ກ່ຽວກັບ ວຽກງານຄັງເງິນ, ເປັນນາຍບັນຊີແຫ່ງລັດ, ຄຸ້ມຄອງ ລາຍຮັບ-ລາຍຈ່າຍງົບປະມານ-ຄັງເງິນ, ລະດົມທຶນໄລຍະສັ້ນ, ສັງລວມແຫຼ່ງເງິນຂອງລັດ ໃຫ້ລວມສູນ ງົບປະມານ ເຂົ້າບັນຊີຄັງເງິນ ໂດຍນໍາໃຊ້ລະບົບທັນສະໄໝ.

ຄັງເງິນປະຈຳ ແຂວງ, ນະຄອນຫຼວງ ຂຽນເປັນຕົວອັກສອນຫຍໍ້ "ຄງຂ" ເປັນພາສາອັງກິດ Treasury of Province (TP), ແມ່ນກົງຈັກໜຶ່ງທີ່ຂື້ນກັບຄັງເງິນແຫ່ງຊາດ, ມີພາລະບົດບາດເປັນ ເສນາທິການ ໃຫ້ຫົວໜ້າຄັງເງິນແຫ່ງຊາດ ແລະ ອົງການປົກຄອງທ້ອງຖິ່ນຂັ້ນ ແຂວງ, ນະຄອນຫຼວງ ກ່ຽວກັບ ວຽກງານຄັງເງິນ, ເປັນນາຍບັນຊີແຫ່ງລັດ, ຄຸ້ມຄອງລາຍຮັບ-ລາຍຈ່າຍ ງົບປະມານ-ຄັງເງິນ, ສັງລວມແຫຼ່ງເງິນ ຂອງລັດ ຕາມການແບ່ງຂັ້ນຄຸ້ມຄອງ ເຂົ້າບັນຊີຄັງເງິນປະຈໍາ ແຂວງ, ນະຄອນຫຼວງ ໃຫ້ລວມສູນ ງົບປະມານ ເຂົ້າບັນຊີຄັງເງິນ ໂດຍນໍາໃຊ້ລະບົບທັນສະໄໝ.

ຄັງເງິນປະຈຳ ເມືອງ, ເທດສະບານ, ນະຄອນ ຂຽນເປັນຕົວອັກສອນຫຍໍ້ "ຄງມ" ເປັນພາສາອັງກິດ Treasury of District (TD), ແມ່ນກົງຈັກໜຶ່ງທີ່ຂຶ້ນກັບຄັງເງິນ ປະຈຳ ແຂວງ, ນະຄອນຫຼວງ, ມີພາລະ ບົດບາດເປັນເສນາທິການ ໃຫ້ຫົວໜ້າຄັງເງິນ ປະຈຳ ແຂວງ, ນະຄອນຫຼວງ ແລະ ອົງການປົກຄອງທ້ອງຖິ່ນ ຂັ້ນເມືອງ, ເທດສະບານ, ນະຄອນ ກ່ຽວກັບ ວຽກງານດັ່ງເງິນ, ເປັນນາຍບັນຊີແຫ່ງລັດ, ຄຸ້ມຄອງ ລາຍຮັບ- ລາຍຈ່າຍ ງົບປະມານ ໃຫ້ລວມສູນງົບປະມານ ເຂົ້າບັນຊີຄັງເງິນ ໂດຍນຳໃຊ້ລະບົບທັນສະໄໝ.

ໜ້າທີ່ ແລະ ຂອບເຂດສິດ

ໜ້າທີ່

1. ຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍ, ວິໄສທັດ, ແຜນຍຸດທະສາດ ແລະ ນິຕິກຳໃຕ້ກົດໝາຍ ກ່ຽວກັບວຽກງານຄັງເງິນ ຕາມພາລະບົດບາດຂອງຕົນ;

2. ຄົ້ນຄວ້າ, ສ້າງ ກົດໝາຍ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ຂອງຂະແໜງຄັງເງິນ ຮ່ວມກັບພາກສ່ວນ ກ່ຽວຂ້ອງ ໃນແຕ່ລະໄລຍະ ເພື່ອສະເໜີລັດຖະມົນຕີກະຊວງ ການເງິນ ພິຈາລະນາ;

3. ຄົ້ນຄວ້າ, ສ້າງ ແລະ ປັບປຸງ ແຜນພັດທະນາຂະແໜງຄັງເງິນ ແລະ ກົນໄກການຄຸ້ມຄອງ ວຽກງານຄັງເງິນ ເພື່ອສະເໜີລັດຖະມົນຕີກະຊວງການເງິນ ພິຈາລະນາ;

4. ຄົ້ນຄວ້າ, ເຂົ້າຮ່ວມ ສ້າງ ແລະ ພັດທະນາ ລະບົບຂໍ້ມູນຂ່າວສານຄັງເງິນ ເພື່ອສະເໜີລັດຖະມົນຕີ ກະຊວງການເງິນ ພິຈາລະນາ; ຄຸ້ມຄອງ, ນໍາໃຊ້ ແລະ ບຳລຸງຮັກສາ ໃຫ້ມີປະສິດທິຜົນສູງ ໃນແຕ່ລະໄລຍະ;

5. ໂຄສະນາ ເຜີຍແຜ່, ຝຶກອົບຮົມ, ສຳມະນາ, ແນະນໍາ ກ່ຽວກັບ ນະໂຍບາຍ, ວິໄສທັດ, ແຜນຍຸດທະສາດ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ກ່ຽວກັບ ວຽກງານຄັງເງິນ ໃຫ້ພະນັກງານ-ລັດຖະກອນ ຄັງເງິນ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃຫ້ຮັບຮູ້, ເຊື່ອມຊຶມ ແລະ ເຂົ້າຮ່ວມ ໃນການຈັດຕັ້ງປະຕິບັດ;

6. ປະຕິບັດແຜນງົບປະມານແຫ່ງລັດ, ຄຸ້ມຄອງ, ຕິດຕາມ, ກວດກາ ການປະຕິບັດ ລາຍຮັບ-ລາຍຈ່າຍ ງົບປະມານແຫ່ງລັດ, ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ, ເງິນຝາກ, ເງິນຄໍ້າປະກັນ, ກອງທຶນ ຂອງລັດ ແລະ ເງິນປະກອບສ່ວນຂອງສັງຄົມ ຕາມ ກົດໝາຍ ແລະ ລະບຽບການ;

7. ສັງລວມ, ກວດກາ ແລະ ແຍກປະເພດລາຍຮັບງົບປະມານແຫ່ງລັດ ຈາກ ລາຍຮັບຈາກພາສີ ແລະ ສ່ວຍສາ ອາກອນ, ລາຍຮັບບໍ່ແມ່ນພາສີ ແລະ ສ່ວຍສາອາກອນ, ລາຍຮັບຈາກການປະກອບສ່ວນຂອງສັງຄົມ ແລະ ລາຍຮັບຈາກການຊ່ວຍເຫຼືອລ້າ ຕາມການແບ່ງຂັ້ນຄຸ້ມຄອງລາຍຮັບ ສູນກາງ ແລະ ທ້ອງຖິ່ນ;

8. ສັງລວມ ແຫຼ່ງເງິນຂອງລັດ ໃຫ້ລວມສູນເຂົ້າບັນຊີຄັງເງິນ ຜ່ານລະບົບທະນາຄານ ເພື່ອດັດສົມ ແລະ ບໍລິຫານແຫຼ່ງເງິນ ໃນລະບົບຄັງເງິນ ໃຫ້ມີສະພາບຄ່ອງ ເພື່ອຮັບປະກັນ ການປະຕິບັດລາຍຈ່າຍ ງົບປະມານ-ຄັງເງິນ ຕາມ ກົດໝາຍ, ລະບຽບການ ແລະ ການລົງທຶນດ້ວຍຮູບການຕ່າງໆ ຕາມການຕົກລົງ ຂອງລັດຖະມົນຕີກະຊວງການເງິນ;

9. ກວດກາເອກະສານ ກ່ອນການເບີກຈ່າຍງົບປະມານແຫ່ງລັດ, ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ, ກອງທຶນຂອງລັດ, ເງິນບໍລິຫານວິຊາການ, ບັນຊີເງິນຝາກ, ເງິນຄໍ້າປະກັນ ຕາມ ກົດໝາຍ ແລະ ລະບຽບການ;

10. ຄຸ້ມຄອງ, ຕິດຕາມ ການລະດົມທຶນ ດ້ວຍຮູບແບບ ພັນທະບັດ, ການກູ້ຢືມໄລຍະສັ້ນ ທີ່ມີອາຍຸ 1 ປີລົງມາ ເພື່ອດຸ່ນດ່ຽງງົບປະມານ ແລະ ບໍລິຫານແຫຼ່ງເງິນ ໃນລະບົບຄັງເງິນ;

11. ເປີດ-ປິດ ບັນຊີເງິນຝາກ, ເງິນຄໍ້າປະກັນ ຢູ່ຄັງເງິນແຫ່ງຊາດ, ບັນຊີທຶນໂຄງການຊ່ວຍເຫຼືອທາງການເພື່ອການພັດທະນາ ຢູ່ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານທຸລະກິດ ເພື່ອເຄື່ອນໄຫວທຸລະກຳດ້ານການເງິນ ບົນພື້ນຖານບັນຊີລວມສູນຄັງເງິນ ຕາມ ກົດໝາຍ ແລະ ລະບຽບການ;

12. ເປັນນາຍບັນຊີແຫ່ງລັດ ໃນການ ຕິດຕາມ, ກວດກາ, ວິໄຈການເຄື່ອນໄຫວບັນຊີ, ບັນທຶກບັນຊີ, ສົມທຽບ ການປະຕິບັດລາຍຮັບ-ລາຍຈ່າຍງົບປະມານ-ຄັງເງິນ ກັບ ຂະແໜງລາຍຮັບ, ຂະແໜງງົບປະມານແຫ່ງລັດ, ຫົວໜ່ວຍງົບປະມານ ແລະ ທະນາຄານທີ່ໃຫ້ບໍລິການ; ສ້າງ, ສັງລວມໃບດຸ່ນດ່ຽງ ແລະ ເອກະສານລາຍງານ ການເງິນ ຕາມ ກົດໝາຍ ແລະ ລະບຽບການ;

13. ຄຸ້ມຄອງ, ຕິດຕາມ, ກວດກາ, ໄລ່ລຽງ ແລະ ສະສາງ ຍອດເຫຼືອບັນຊີເງິນຝາກ ພ້ອມທັງສະຫລຸບລາຍງານ ຍອດເຫລືອບັນຊີໜີ້ຕ້ອງສົ່ງ ຂອງຫົວໜ່ວຍງົບປະມານ ຕາມ ກົດໝາຍ ແລະ ລະບຽບການ;

14. ສ້າງແຜນ, ຕິດຕາມ, ກວດກາ ການເຄື່ອນຍ້າຍເງິນ ໃຫ້ແຂວງຂາດດຸ່ນ ຕາມແຜນ, ເງິນເຄື່ອນຍ້າຍບ້ວງພັນທະ ແລະ ອື່ນໆ ເປັນແຕ່ລະເດືອນ;

15. ຄຸ້ມຄອງ ແລະ ປົກປັກຮັກສາເງິນສົດໃນຄັ້ງ, ວັດຖຸ ແລະ ເອກະສານມີຄ່າຂອງລັດ ໃຫ້ມີຄວາມປອດໄພ;

16. ເປັນຫົວໜ່ວຍງົບປະມານຂັ້ນສອງ ໃນການສ້າງແຜນ, ຄຸ້ມຄອງ, ຕິດຕາມ, ແບ່ງປັນ, ນໍາໃຊ້ ແລະ ສະຫຼຸບ ລາຍງານ ງົບປະມານ ບໍລິຫານປົກກະຕິ ແລະ ຄ່າບໍລິການທາງດ້ານວິຊາການ ຕາມ ກົດໝາຍ ແລະ ລະບຽບການ;

17. ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ສະຫຼຸບສັງລວມ ການນໍາໃຊ້ແບບພິມຕ່າງໆ ຂອງຂະແໜງຄັງເງິນຕາມກົດໝາຍ ແລະ ລະບຽບການ ໃນຂອບເຂດທົ່ວປະເທດ;

18. ຕິດຕາມ, ກວດກາ-ກວດການ ການປະຕິບັດ ກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະ ຄວາມຮັບຜິດຊອບ ໃນການ ປະຕິບັດໜ້າທີ່ວຽກງານວິຊາສະເພາະ ຂອງພະນັກງານ-ລັດຖະກອນ ຄັງເງິນ ໃນຂອບເຂດທົ່ວປະເທດ;

19. ຄົ້ນຄ້ວາ ແລະ ນໍາສະເໜີ ການປະຕິບັດນະໂຍບາຍ ເລື່ອນຊັ້ນ-ຂັ້ນຂອງພະນັກງານ-ລັດຖະກອນ ຄັ້ງເງິນ, ແກ້ໄຂ ການຮ້ອງຟ້ອງ, ຮ້ອງທຸກ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຕໍ່ຂະແໜງຄັງເງິນ ຕາມ ກົດໝາຍ ແລະ ລະບຽບການ;

20. ຄົ້ນຄ້ວາ, ສັງລວມການແກ້ໄຂຂໍ້ຄົງຄ້າງ ແລະ ລາຍງານ ຜົນການກວດກາ, ກວດສອບ ແລະ ຕາມມະຕິຂອງຄະນະປະຈຳສະພາແຫ່ງຊາດ ເປັນແຕ່ລະໄລຍະ;

21. ເຂົ້າຮ່ວມກັບ ຄະນະສະເພາະກິດໃນການແກ້ໄຂປະກົດການຫຍໍ້ທໍ້ ຕາມຜົນການກວດກາ ແລະ ຜົນການ ກວດສອບ ທີ່ຕິດພັນກັບວຽກງານຄັງເງິນ ຕາມການມອບໝາຍ;

22. ຄົ້ນຄວ້າ ກ່ຽວກັບ ການ ສ້າງຕັ້ງ, ປັບປຸງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ ກົງຈັກການຈັດຕັ້ງ; ກຳນົດຕຳແໜ່ງ ງານ ແລະ ມາດຕະຖານຕໍາແໜ່ງງານ ສໍາລັບລັດຖະກອນທີ່ມີຕຳແໜ່ງບໍລິຫານ, ລັດຖະກອນກອນທີ່ມີ ຕຳແໜ່ງວິຊາການ ແລະ ລັດຖະກອນວິຊາການ ຂອງຂະແໜງການຕົນ ຕາມລະບຽບການ:

23. ຄຸ້ມຄອງລວມສູນຕາມສາຍຕັ້ງ ດ້ານກົງຈັກ, ບຸກຄະລາກອນ ແລະ ວິຊາສະເພາະໃນການເຄື່ອນໄຫວ ວຽກງານຄັງເງິນ ໃນຂອບເຂດທົ່ວປະເທດ;

24. ເຂົ້າຮ່ວມກັບພາກສ່ວນອື່ນ ໃນການສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຕາມລະບຽບການ;

25. ຄົ້ນຄວ້າການສັບຊ້ອນ, ຈັດວາງ ແລະ ປະຕິບັດນະໂຍບາຍ ຕໍ່ພະນັກງານ-ລັດຖະກອນ ຕາມລະບຽບການ;

26. ຄົ້ນຄວ້າ, ແຕ່ງຕັ້ງພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໄປວຽກທາງການພາຍໃນປະເທດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຕາມລະບຽບການ;

27. ປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນຄັງເງິນປະຈໍາປີ ເພື່ອຕີລາຄາຜົນການປະຕິບັດວຽກງານຂອງພະນັກງານ; ປະເມີນຜົນສະເພາະ ພະນັກງານ-ລັດຖະກອນຄັງເງິນ ກ່ອນການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃໝ່ ແລະ ກ່ອນສິ້ນສຸດ ຫຼື ພາຍຫຼັງ ສຳເລັດການປະຕິບັດໜ້າທີ່ວຽກງານໃດໜຶ່ງ ຕາມກົດໝາຍ ແລະ ລະບຽບການ:

28. ສ້າງແຜນ ການຝຶກອົບຮົມ ແລະ ພັດທະນາ ພະນັກງານ-ລັດຖະກອນຄັງເງິນ ແຕ່ລະໄລຍະ;

29. ສະເໜີລັດຖະມົນຕີ ກະຊວງການເງິນ ຍ້ອງຍໍ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ພະນັກງານ-ລັດຖະກອນ ຂະແໜງຄັງເງິນ ທີ່ມີຜົນງານໃນການປະຕິບັດໜ້າທີ່ວຽກງານ ຕາມ ກົດໝາຍ ແລະ ລະບຽບການ;

30. ເກັບກຳ, ສັງລວມ, ສະໜອງຂໍ້ມູນ ແລະ ສະເໜີວິທີແກ້ໄຂ ຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການ ເພື່ອລາຍງານໃຫ້ຄະນະກຳມະການວິໄນແຕ່ລະຂັ້ນ;

31. ເກັບກຳຊີວະປະຫວັດ ແລະ ສັງລວມສະຖິຕິ ພະນັກງານ-ລັດຖະກອນ ຂອງຂະແໜງຄັງເງິນ ໃນຂອບເຂດ ທົ່ວປະເທດ;

32. ຄຸ້ມຄອງ ແລະ ນໍາໃຊ້ພາຫະນະ, ວັດຖຸປະກອນ, ສິ່ງກໍ່ສ້າງ ແລະ ຊັບສົມບັດອື່ນ ທິ ຢູ່ໃນຄວາມຮັບຜິດຊອບ ຂອງຂະແໜງຄັງເງິນ ໃນຂອບເຂດທົ່ວປະເທດ ຕາມລະບຽບການ;

33. ປະເມີນຜົນ ແລະ ຖອດຖອນບົດຮຽນໃນການປະຕິບັດ ແນວທາງນະໂຍບາຍ, ວິໄສທັດ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບ ວຽກງານຄັງເງິນ ຈາກການຈັດຕັ້ງປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ;

34. ນໍາພາ-ຊີ້ນໍາ, ຊຸກຍູ້, ຕິດຕາມ, ກວດກາ ດ້ານກົງຈັກ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ການເຄື່ອນໄຫວຂອງ ພະນັກງານ-ລັດຖະກອນຂະແໜງຄັງເງິນ ຕາມສາຍຕັ້ງ ໃນຂອບເຂດທົ່ວປະເທດ;

35. ປະສານສົມທົບກັບ ບັນດາກະຊວງ, ອົງການທຽບເທົ່າຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ການເຄື່ອນໄຫວວຽກງານຄັງເງິນ; 36. ພົວພັນ-ຮ່ວມມື ກັບ ສອງຝ່າຍ ແລະ ຫຼາຍຝ່າຍ ກ່ຽວກັບ ວຽກງານຄັງເງິນ ກັບ ບັນດາປະເທດໃນພາກພື້ນ, ສາກົນ ແລະ ອົງການຈັດຕັ້ງສາກົນ;

37. ສັງລວມ ການປິດສະຫຼຸບ ບັນຊີງົບປະມານ-ຄັງເງິນ (ສູນໂມງ ແລະ ຂາດຕົວ) ແລະ ໄລ່ລຽງບັນຊີທ້າຍປີ ຕາມ ກົດໝາຍ ແລະ ລະບຽບການ;

38. ສະຫຼຸບລາຍງານ ການເຄື່ອນໄຫວວຽກງານຄັງເງິນ ເປັນ ເດືອນ, ຫົກເດືອນ ແລະ ປີ ຕາມລະບຽບການ; 39. ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ, ລະບຽບການ ແລະ ການມອບໝາຍ ຂອງລັດຖະມົນຕີກະຊວງການເງິນ.

ຂອບເຂດສິດ

1. ສະເໜີ ສ້າງ ແລະ ປັບປຸງ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະ ມາດຕະການ ຕ່າງໆ ຕາມພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບ ຂອງຄັງເງິນແຫ່ງຊາດ ໃນແຕ່ລະໄລຍະ;

2. ສະເໜີ ລັດຖະມົນຕີກະຊວງການເງິນ ພິຈາລະນາການປັບປຸງ, ແກ້ໄຂ, ໂຈະການປະຕິບັດ ແລະ ລົບລ້າງ ບັນດາມະຕິ, ຄໍາສັ່ງ, ນິຕິກຳໃຕ້ກົດໝາຍ ກ່ຽວຂ້ອງກັບວຽກງານຄັງເງິນ ທີ່ບໍ່ສອດຄ່ອງກັບ ກົດໝາຍ ແລະ ລະບຽບການ;

3. ນໍາໃຊ້ບັດກວດກາຄັງເງິນ ເພື່ອເຄື່ອນໄຫວວຽກງານ ກວດກາ-ກວດການພາຍໃນ ຕາມພາລະບົດບາດ ແລະ ໜ້າທີ່ ຄວາມຮັບຜິດຊອບ ຂອງຄັງເງິນແຫ່ງຊາດ;

4. ສະເໜີດັດແກ້ ແຜນງົບປະມານ, ຄຸ້ມຄອງ ແລະ ນໍາໃຊ້ງົບປະມານປົກກະຕິ, ຄັ້ງບໍລິຫານວິຊາການ, ພາຫະນະ, ວັດຖຸປະກອນ, ສິ່ງປຸກສ້າງ ແລະ ຊັບສົມບັດຄົງທີ່ ຕາມ ກົດໝາຍ ແລະ ລະບຽບການ;

5. ຈັດສັນ ແຫຼ່ງເງິນຂອງລັດ ໃຫ້ທ້ອງຖິ່ນ ຕາມການ ແບ່ງຂັ້ນຄຸ້ມຄອງ ແລະ ຊັດສ່ວນ ການປະຕິບັດງົບປະມານ ຕົວຈິງ; ພ້ອມທັງຕິດຕາມ, ເລັ່ງທວງ ເງິນຍອດເຫຼືອງົບປະມານ ແລະ ພັນທະ ຕາມລະບຽບການ;

6. ສະສາງຍອດເຫຼືອບັນຊີເງິນຝາກບ້ວງງົບປະມານ ຂອງຫົວໜ່ວຍງົບປະມານທີ່ເຄື່ອນໄຫວຢູ່ຄັງເງິນແຫ່ງຊາດ ຕາມ ກົດໝາຍ ແລະ ລະບຽບການ;

7. ສະເໜີ ປິດການເຄື່ອນໄຫວບັນຊີເງິນຝາກຂອງ ຫົວໜ່ວຍງົບປະມານ, ອົງການບໍລິຫານວິຊາການ ແລະ ກອງທຶນຂອງລັດ ທີ່ເປີດໄວ້ຢູ່ລະບົບທະນາຄານ ໂດຍບໍ່ໄດ້ຮັບອະນຸຍາດ ຈາກກະຊວງການເງິນ;

8. ໂຈະການເຄື່ອນໄຫວບັນຊີເງິນຝາກ ຂອງຫົວໜ່ວຍງົບປະມານ, ອົງການບໍລິຫານວິຊາການ, ວິສາຫະກິດ ຂອງລັດ ແລະ ກອງທຶນຂອງລັດ ຢູ່ຄັງເງິນແຫ່ງຊາດ ທີ່ບໍ່ຖືກຕ້ອງ ຕາມ ກົດໝາຍ ແລະ ລະບຽບການ;

9. ສະສາງ ແລະ ຍົກຍອດບັນຊີ ໃນລະບົບຂໍ້ມູນຂ່າວສານຄັງເງິນ ເພື່ອສືບຕໍ່ເຄື່ອນໄຫວບັນຊີ ໃນປີງົບປະມານຕໍ່ໄປ ຕາມພາລະບົດບາດຂອງຕົນ;

10. ໂຈະການເບີກຈ່າຍ ກໍລະນີກວດເຫັນເອກະສານລາຍຈ່າຍງົບປະມານ ທີ່ບໍ່ຖືກຕ້ອງ ຕາມ ກົດໝາຍ ແລະ ລະບຽບການ;

11. ຍົກເລີກ, ລົບລ້າງ ເອກະສານໃບຖອນເງິນ ແລະ ໃບຄໍາສັ່ງຈ່າຍເງິນ ຂອງບັນດາຫົວໜ່ວຍງົບປະມານ ແລະ ຂະແໜງງົບປະມານ ທີ່ບໍ່ຖືກຕ້ອງຕາມການສະເໜີຂອງພາກສ່ວນກ່ຽວຂ້ອງ;

12. ສະເໜີ ສ້າງຕັ້ງ, ປັບປຸງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ ກົງຈັກການຈັດຕັ້ງ ຕາມລະບຽບການ;

13. ສະເໜີ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຫົວໜ້າ ແລະ ຮອງຫົວໜ້າ ພະແນກຂອງຄັງເງິນແຫ່ງຊາດ; ຫົວໜ້າ ແລະ ຮອງຫົວໜ້າຄັງເງິນປະຈຳ ແຂວງ, ນະຄອນຫຼວງ; ຫົວໜ້າ ແລະ ຮອງຫົວໜ້າຂະແໜງ ທີ່ ຂຶ້ນກັບຄັງເງິນປະຈຳ ແຂວງ, ນະຄອນຫຼວງ; ຫົວໜ້າ ແລະ ຮອງຫົວໜ້າຄັງເງິນປະຈຳ ເມືອງ, ເທດສະບານ, ນະຄອນ; ຫົວໜ້າໜວ່ຍງານ ຄັງເງິນປະຈຳເມືອງ ຕາມລະບຽບການ;

14. ແຕ່ງຕັ້ງ ຊັບຊ້ອນໜ້າທີ່ ແລະ ບ່ອນປະຈຳການ ຜູ້ຮັກສາການຊົ່ວຄາວ ຫົວໜ້າ, ຮອງຫົວໜ້າພະແນກ ຂອງຄັງເງິນແຫ່ງຊາດ; ຫົວໜ້າ, ຮອງຫົວໜ້າຄັງເງິນປະຈຳ ແຂວງ, ນະຄອນຫຼວງ; ຫົວໜ້າຂະແໜງ ທີ່ ຂຶ້ນກັບຄັງເງິນປະຈຳ ແຂວງ, ນະຄອນຫຼວງ (ຕຳແໜ່ງບໍລິຫານ ປະເພດ 4, 5 ແລະ 6) ຕາມການມອບສິດ ຂອງລັດຖະມົນຕີກະຊວງການເງິນ;

15. ແຕ່ງຕັ້ງ, ສັບປ່ຽນໜ້າທີ່ ແລະ ບ່ອນປະຈຳການ ຫົວໜ້າ ແລະ ຮອງຫົວໜ້າຂະແໜງທີ່ຂຶ້ນກັບພະແນກ ຂອງຄັງເງິນແຫ່ງຊາດ; ຮອງຫົວໜ້າຂະແໜງ ທີ່ຂຶ້ນກັບຄັງເງິນປະຈຳ ແຂວງ, ນະຄອນຫຼວງ; ຮອງຫົວໜ້າໜ່ວຍງານ ຄັງເງິນ ປະຈໍາເມືອງ ຕາມການມອບສິດຂອງລັດຖະມົນຕີກະຊວງການເງິນ ຕາມລະບຽບການ;

16. ສັບປ່ຽນໜ້າທີ່ ແລະ ບ່ອນປະຈຳການ ພະນັກງານ-ລັດຖະກອນ ຄັງເງິນປະຈຳທ້ອງຖິ່ນ ໃນກໍລະນີມີການ ກວດກາພົບເຫັນ ການລະເມີດ ກົດໝາຍ ແລະ ລະບຽບການ;

17. ສະເໜີແຕ່ງຕັ້ງ ພະນັກງານຄັງເງິນແຫ່ງຊາດ ລົງເຄື່ອນໄຫວວຽກງານວິຊາສະເພາະຄັງເງິນ ກໍລະນີຮີບດ່ວນ ໃນຂອບເຂດທົ່ວປະເທດ ຕາມ ກົດໝາຍ ແລະ ລະບຽບການ;

18. ສະເໜີລັດຖະມົນຕີກະຊວງການເງິນ ພິຈາລະນາ, ອະນຸມັດ ໃນການວ່າຈ້າງສັນຍາແຮງງານຮັບໃຊ້ວິຊາ ສະເພາະບາງດ້ານ ເຊັ່ນ: ວຽກງານຂໍ້ມູນຂ່າວສານ, ວຽກໂຄງການຫັນຄັ້ງເງິນເປັນທັນສະໄໝ, ແລະ ວຽກງານ ອື່ນໆ ທີ່ຈໍາເປັນ;

19. ສະເໜີລັດຖະມົນຕີກະຊວງການເງິນພິຈາລະນາ ຍ້ອງຍໍ, ປະຕິບັດນະໂຍບາຍ (ເລື່ອນຊັ້ນ-ເລື່ອນຂັ້ນ) ແລະ ປະຕິບັດວິໄນຕໍ່ ພະນັກງານ-ລັດຖະກອນຄັງເງິນ ຕາມກົດໝາຍ ແລະ ລະບຽບການ;

20. ປະກອບຄໍາເຫັນ, ຕົກລົງບັນຫາ ແລະ ເຊັນຢັ້ງຢືນ ບັນດາເອກະສານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຕາມ ກົດໝາຍ ແລະ ລະບຽບການ;

21. ນໍາໃຊ້ສິດອື່ນ ຕາມການມອບໝາຍ ຂອງລັດຖະມົນຕີກະຊວງການເງິນ.

ໂຄງປະກອບການຈັດຕັ້ງ

ຄັງເງິນແຫ່ງຊາດ ປະກອບມີ 8 ພະແນກ ຄື:

1. ພະແນກ ຈັດຕັ້ງ, ແຜນການ ແລະ ການເງິນ;

2. ພະແນກ ກວດກາພາຍໃນ;

3. ພະແນກ ຝຶກອົບຮົມ ແລະ ພັດທະນາ ບຸກຄະລາກອນ;

4. ພະແນກ ຄຸ້ມຄອງລະບົບຂໍ້ມູນຂ່າວສານ;

5. ພະແນກ ບັນຊີສັງລວມ;

6. ພະແນກ ຄຸ້ມຄອງແຫຼ່ງເງິນ;

7. ພະແນກ ກວດກາລາຍຈ່າຍງົບປະມານ;

8. ພະແນກ ບໍລິການຄັງເງິນ.