ສູນອິນເຕີເນັດ ແຫ່ງຊາດ

ຈາກ Laopedia
Revision as of 07:31, 4 ມີນາ 2024 by Lanic.mtc(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: ໜ້າທີ່ ສູນອິນເຕີເນັດ ແຫ່ງຊາດ ມີໜ້າທີ່ ດັ່ງນີ້: 1. ປະຕິບັດກົດໝາຍ, ດຳລັດ, ນິຕິກຳອື່ນຂອງຂັ້ນເທິງ ແລະ ນິຕິກຳຕ່າງໆຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ; 2. ຄົ້ນຄວ້າ, ເຊື່ອມຊຶມ ແນວທາງນ...)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

ໜ້າທີ່ ສູນອິນເຕີເນັດ ແຫ່ງຊາດ ມີໜ້າທີ່ ດັ່ງນີ້: 1. ປະຕິບັດກົດໝາຍ, ດຳລັດ, ນິຕິກຳອື່ນຂອງຂັ້ນເທິງ ແລະ ນິຕິກຳຕ່າງໆຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ; 2. ຄົ້ນຄວ້າ, ເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານຄຸ້ມຄອງ ແລະ ພັດທະນາ ລະຫັດຊື່ອິນເຕີເນັດສູງສຸດ ແຫ່ງຊາດ ດ໋ອດລາ (Country Code Top-Level Domain, ccTLD .LA) ແລະ ດ໋ອດລາວ (Internationalized Country Code Top-Level Domain Name, IDN ccTLD .ລາວ), ວຽກງານຄຸ້ມຄອງ ແລະ ສະຫນອງການບໍລິການ ສູນຂໍ້ມູນແຫ່ງຊາດ (National Data Center), ວຽກງານຄຸ້ມຄອງ ແລະ ພັດທະນາ ໃບຮັບຮອງລາຍເຊັນເອເລັກໂຕຣນິກ ແຫ່ງຊາດ (National Root Certificate Authority, NRCA) ແລະ ອື່ນໆ; 3. ສ້າງຮ່າງແຜນຍຸດທະສາດ ແລະ ນະໂຍບາຍກ່ຽວກັບວຽກງານ ຄຸ້ມຄອງ ແລະ ພັດທະນາ ລະຫັດຊື່ອິນເຕີເນັດສູງສຸດ ແຫ່ງຊາດ ດ໋ອດລາ (Country Code Top-Level Domain, ccTLD .LA) ແລະ ດ໋ອດລາວ (Internationalized Country Code Top-Level Domain Name, IDN ccTLD .ລາວ), ຄຸ້ມຄອງ ແລະ ສະຫນອງການບໍລິການ ສູນຂໍ້ມູນແຫ່ງຊາດ (National Data Center), ຄຸ້ມຄອງ ແລະ ພັດທະນາ ໃບຮັບຮອງລາຍເຊັນເອເລັກໂຕຣນິກ ແຫ່ງຊາດ (National Root Certificate Authority, NRCA) ແລະ ອື່ນໆ; ສ້າງແຜນງານ, ແຜນການ ແລະ ໂຄງການ ກ່ຽວກັບວຽກງານຕ່າງໆ ເພື່ອສະເໜີລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພິຈາລະນາຮັບຮອງ ແລະ ອະນຸມັດ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ; 4. ປະຕິບັດບັນດາ ແຜນຍຸດທະສາດ, ແຜນແມ່ບົດແຫ່ງຊາດ ແລະ ແຜນພັດທະນາ ດ້ານເຕັກໂນໂລຊີ ແລະ ການສື່ສານ ທີ່ກ່ຽວຂ້ອງ; 5. ສ້າງລະບຽບການ ແລະ ນິຕິກຳທີ່ກ່ຽວຂ້ອງກັບ ວຽກງານຂອງ ສອຊ; 6. ສ້າງແຜນການ, ແຜນງົບປະມານ ແລະ ແຜນລາຍຮັບ-ລາຍຈ່າຍວິຊາການ ເພື່ອຮັບປະກັນການບໍລິຫານວິຊາການຂອງ ສອຊ; 7. ຄຸ້ມຄອງລະບົບເຕັກນິກສໍາລັບການລວມສູນການສື່ສານ ຂອງ ລະບົບ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ເພື່ອຮັບປະກັນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; 8. ຄຸ້ມຄອງເລກໝາຍອິນເຕີເນັດ, ລະຫັດຊື່ອິນເຕີເນັດລາວພາຍໃຕ້ ດ໋ອດລາ (.LA) ແລະ ດ໋ອດລາວ (.ລາວ) ທີ່ນຳໃຊ້ ຂອງ ບຸກຄົນ, ນີຕິບຸກຄົນ ແລະ ການຈັດຕັ້ງ ພາຍໃນ ສປປລາວ; 9. ຄຸ້ມຄອງ ແລະ ສະໜອງ ສູນຂໍ້ມູນ ແຫ່ງຊາດ (National Data Center) ເພື່ອໃຫ້ບໍລິການຝາກອຸປະກອນໄອທີ ແລະ ຂໍ້ມູນຂ່າວສານ ຂອງ ພາກລັດ ແລະ ພາກສ່ວນທົ່ວໄປ ທີ່ໄດ້ຮັບອະນຸຍາດຈາກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ; 10. ຄຸ້ມຄອງ ແລະ ພັດທະນາ ບັນດາລະບົບເຕັກນິກ ແລະ ພື້ນຖານໂຄງລ່າງ ດ້ານເຕັກໂນໂລຊີ ແລະ ການສື່ສານ ໃຫ້ບັນດາອົງການຈັດຕັ້ງພາກລັດ; 11. ຄຸ້ມຄອງ ແລະ ພັດທະນາ ສູນອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ແຫ່ງຊາດ (NRCA) ແລະ ການນໍາໃຊ້ ລາຍເຊັນເອເລັກໂຕນິກ (CA); 12. ຄຸ້ມຄອງ ແລະ ພັດທະນາ ໂຄງລ່າງພື້ນຖານດິຈິຕ໋ອນ ເປັນຕົ້ນ ລະບົບພິສູດ ແລະ ຢັ້ງຢືນຕົວຕົນທາງດິຈິຕ໋ອນ (Digital ID), ລະບົບສຸນແລກປ່ຽນຂໍ້ມູນແຫ່ງຊາດ (National Data Exchange), ເພື່ອຮອງຮັບການຫັນເປັນດິຈິຕ໋ອນ, ການພັດທະນາເສດຖະກິດດິຈິຕ໋ອນ; 13. ຄຸ້ມຄອງ ແລະ ສົ່ງເສີມການບໍລິການຂອງ ສອຊ ໃນທົ່ວພາກລັດ ແລະ ສັງຄົມ; 14. ເປັນຫ້ອງການກອງເລຂາ ຂອງ ຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ); 15. ສະເໜີປັບປຸງການຈັດຕັ້ງຂອງ ສອຊ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໃນແຕ່ລະໄລຍະ; 16. ຂຶ້ນແຜນບຳລຸງ, ກໍ່ສ້າງ, ສັບຊ້ອນ, ຄຸ້ມຄອງ ແລະ ປະຕິບັດນະໂຍບາຍ ແລະ ວິໄນຕໍ່ພະນັກງານລັດຖະກອນ ພາຍໃນ ສອຊ; 17. ພົວພັນປະສານງານກັບອົງການຈັດຕັ້ງຕ່າງໆທັງ ພາຍໃນ ແລະ ຕ່າງປະເທດ ທາງດ້ານວິຊາການ, ຊອກແຫຼ່ງທຶນ ເພຶ່ອພັດທະນາວຽກງານ ສອຊ ຕາມການເຫັນດີຂອງ ຄະນະນຳກະຊວງ ເຕັກໂນໂລຊີ ແລະ ການສື່ສານ; 18. ປະຕິບັດໜ້າທີ່ອື່ນໆ ຕາມທີ່ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍຂອງ ລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນຳ.