ສູນອິນເຕີເນັດ ແຫ່ງຊາດ

ຈາກ Laopedia

ທີ່ຕັ້ງ ແລະ ພາລະບົດບາດ

    ສູນອິນເຕີເນັດ ແຫ່ງຊາດ ຕົວອັກສອນຫຍໍ້ "ສອຊ" ເປັນພາສາ ສາກົນ Lao National Internet Center ຂຽນຫຍໍ້ “LANIC” ແມ່ນໂຄງປະກອບກົງຈັກຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກະຊວງ ໃນການຄຸ້ມຄອງລວມສູນການສື່ສານຂອງ ລະບົບເຄືອຂ່າຍ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ທັງພາຍໃນ ແລະ ຕ່າງປະເທດ, ເປັນຈຸດເຊື່ອມຕໍ່ຂອງ ລະບົບຄຸ້ມຄອງ ໂທລະຄົມມະນາຄົມ ແລະ ອິນເຕີເນັດ, ຄຸ້ມຄອງ ແລະ ພັດທະນາ ລະຫັດຊື່ອິນເຕີເນັດສູງສຸດ ແຫ່ງຊາດ ດ໋ອດລາ (Country Code Top-Level Domain, ccTLD .LA) ແລະ ດ໋ອດລາວ (Internationalized Country Code Top-Level Domain Name, IDN ccTLD .ລາວ), ຄຸ້ມຄອງ ແລະ ສະຫນອງການບໍລິການ ສູນຂໍ້ມູນແຫ່ງຊາດ (National Data Center), ຄຸ້ມຄອງ ແລະ ພັດທະນາ ໃບຮັບຮອງລາຍເຊັນເອເລັກໂຕຣນິກ ແຫ່ງຊາດ (National Root Certificate Authority, NRCA) ເພື່ອສະໜອງໂຄງລ່າງພື້ນຖານດິຈິຕ໋ອນ ທີ່ມີຄວາມໄວສູງ ແລະ ມີຄວາມປອດໄພ ຮອງຮັບການຫັນເປັນດິຈິຕ໋ອນ, ການພັດທະນາເສດຖະກິດດິຈິຕ໋ອນ ແກ່ພາກລັດ-ສັງຄົມ ແລະ ເປັນຫ້ອງການກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ).

ໜ້າທີ
ສູນອິນເຕີເນັດ ແຫ່ງຊາດ ມີໜ້າທີ່ ດັ່ງນີ້:
1. ປະຕິບັດກົດໝາຍ, ດຳລັດ, ນິຕິກຳອື່ນຂອງຂັ້ນເທິງ ແລະ ນິຕິກຳຕ່າງໆຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ; 2. ຄົ້ນຄວ້າ, ເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານຄຸ້ມຄອງ ແລະ ພັດທະນາ ລະຫັດຊື່ອິນເຕີເນັດສູງສຸດ ແຫ່ງຊາດ ດ໋ອດລາ (Country Code Top-Level Domain, ccTLD .LA) ແລະ ດ໋ອດລາວ (Internationalized Country Code Top-Level Domain Name, IDN ccTLD .ລາວ), ວຽກງານຄຸ້ມຄອງ ແລະ ສະຫນອງການບໍລິການ ສູນຂໍ້ມູນແຫ່ງຊາດ (National Data Center), ວຽກງານຄຸ້ມຄອງ ແລະ ພັດທະນາ ໃບຮັບຮອງລາຍເຊັນເອເລັກໂຕຣນິກ ແຫ່ງຊາດ (National Root Certificate Authority, NRCA) ແລະ ອື່ນໆ; 3. ສ້າງຮ່າງແຜນຍຸດທະສາດ ແລະ ນະໂຍບາຍກ່ຽວກັບວຽກງານ ຄຸ້ມຄອງ ແລະ ພັດທະນາ ລະຫັດຊື່ອິນເຕີເນັດສູງສຸດ ແຫ່ງຊາດ ດ໋ອດລາ (Country Code Top-Level Domain, ccTLD .LA) ແລະ ດ໋ອດລາວ (Internationalized Country Code Top-Level Domain Name, IDN ccTLD .ລາວ), ຄຸ້ມຄອງ ແລະ ສະຫນອງການບໍລິການ ສູນຂໍ້ມູນແຫ່ງຊາດ (National Data Center), ຄຸ້ມຄອງ ແລະ ພັດທະນາ ໃບຮັບຮອງລາຍເຊັນເອເລັກໂຕຣນິກ ແຫ່ງຊາດ (National Root Certificate Authority, NRCA) ແລະ ອື່ນໆ; ສ້າງແຜນງານ, ແຜນການ ແລະ ໂຄງການ ກ່ຽວກັບວຽກງານຕ່າງໆ ເພື່ອສະເໜີລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພິຈາລະນາຮັບຮອງ ແລະ ອະນຸມັດ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ; 4. ປະຕິບັດບັນດາ ແຜນຍຸດທະສາດ, ແຜນແມ່ບົດແຫ່ງຊາດ ແລະ ແຜນພັດທະນາ ດ້ານເຕັກໂນໂລຊີ ແລະ ການສື່ສານ ທີ່ກ່ຽວຂ້ອງ; 5. ສ້າງລະບຽບການ ແລະ ນິຕິກຳທີ່ກ່ຽວຂ້ອງກັບ ວຽກງານຂອງ ສອຊ; 6. ສ້າງແຜນການ, ແຜນງົບປະມານ ແລະ ແຜນລາຍຮັບ-ລາຍຈ່າຍວິຊາການ ເພື່ອຮັບປະກັນການບໍລິຫານວິຊາການຂອງ ສອຊ; 7. ຄຸ້ມຄອງລະບົບເຕັກນິກສໍາລັບການລວມສູນການສື່ສານ ຂອງ ລະບົບ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ເພື່ອຮັບປະກັນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; 8. ຄຸ້ມຄອງເລກໝາຍອິນເຕີເນັດ, ລະຫັດຊື່ອິນເຕີເນັດລາວພາຍໃຕ້ ດ໋ອດລາ (.LA) ແລະ ດ໋ອດລາວ (.ລາວ) ທີ່ນຳໃຊ້ ຂອງ ບຸກຄົນ, ນີຕິບຸກຄົນ ແລະ ການຈັດຕັ້ງ ພາຍໃນ ສປປລາວ; 9. ຄຸ້ມຄອງ ແລະ ສະໜອງ ສູນຂໍ້ມູນ ແຫ່ງຊາດ (National Data Center) ເພື່ອໃຫ້ບໍລິການຝາກອຸປະກອນໄອທີ ແລະ ຂໍ້ມູນຂ່າວສານ ຂອງ ພາກລັດ ແລະ ພາກສ່ວນທົ່ວໄປ ທີ່ໄດ້ຮັບອະນຸຍາດຈາກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ; 10. ຄຸ້ມຄອງ ແລະ ພັດທະນາ ບັນດາລະບົບເຕັກນິກ ແລະ ພື້ນຖານໂຄງລ່າງ ດ້ານເຕັກໂນໂລຊີ ແລະ ການສື່ສານ ໃຫ້ບັນດາອົງການຈັດຕັ້ງພາກລັດ; 11. ຄຸ້ມຄອງ ແລະ ພັດທະນາ ສູນອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ແຫ່ງຊາດ (NRCA) ແລະ ການນໍາໃຊ້ ລາຍເຊັນເອເລັກໂຕນິກ (CA); 12. ຄຸ້ມຄອງ ແລະ ພັດທະນາ ໂຄງລ່າງພື້ນຖານດິຈິຕ໋ອນ ເປັນຕົ້ນ ລະບົບພິສູດ ແລະ ຢັ້ງຢືນຕົວຕົນທາງດິຈິຕ໋ອນ (Digital ID), ລະບົບສຸນແລກປ່ຽນຂໍ້ມູນແຫ່ງຊາດ (National Data Exchange), ເພື່ອຮອງຮັບການຫັນເປັນດິຈິຕ໋ອນ, ການພັດທະນາເສດຖະກິດດິຈິຕ໋ອນ; 13. ຄຸ້ມຄອງ ແລະ ສົ່ງເສີມການບໍລິການຂອງ ສອຊ ໃນທົ່ວພາກລັດ ແລະ ສັງຄົມ; 14. ເປັນຫ້ອງການກອງເລຂາ ຂອງ ຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ); 15. ສະເໜີປັບປຸງການຈັດຕັ້ງຂອງ ສອຊ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໃນແຕ່ລະໄລຍະ; 16. ຂຶ້ນແຜນບຳລຸງ, ກໍ່ສ້າງ, ສັບຊ້ອນ, ຄຸ້ມຄອງ ແລະ ປະຕິບັດນະໂຍບາຍ ແລະ ວິໄນຕໍ່ພະນັກງານລັດຖະກອນ ພາຍໃນ ສອຊ; 17. ພົວພັນປະສານງານກັບອົງການຈັດຕັ້ງຕ່າງໆທັງ ພາຍໃນ ແລະ ຕ່າງປະເທດ ທາງດ້ານວິຊາການ, ຊອກແຫຼ່ງທຶນ ເພຶ່ອພັດທະນາວຽກງານ ສອຊ ຕາມການເຫັນດີຂອງ ຄະນະນຳກະຊວງ ເຕັກໂນໂລຊີ ແລະ ການສື່ສານ; 18. ປະຕິບັດໜ້າທີ່ອື່ນໆ ຕາມທີ່ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍຂອງ ລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນຳ.

ຂອບເຂດສິດ
ສູນອິນເຕີເນັດ ແຫ່ງຊາດ ມີສີດ ດັ່ງນີ້:
1. ຈັດຕັ້ງປະຕິບັດທຸກຂໍ້ກຳນົດ, ມະຕິ, ຄຳສັ່ງ, ບົດແນະນຳ ຂອງ ພັກ-ລັດຖະບານ ແລະ ນິຕິກຳອື່ນ ເພື່ອຜັນຂະຫຍາຍແນວທາງນະໂຍບາຍຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ທີ່ພົວພັນເຖິງວຽກງານ ສອຊ ໃນຂອບເຂດຄວາມຮັບຜິດຊອບຂອງຕົນເພື່ອສ້າງເປັນແຜນການ, ໂຄງການລະອຽດ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດ, ຕິດຕາມກວດກາ ໃຫ້ໄດ້ຮັບໝາກຜົນ ແລະ ສະຫຼຸບຖອດຖອນບົດຮຽນ; 2. ປັບປຸງລະບຽບການພາຍໃນ ແລະ ນິຕິກຳ ທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງພະນັກງານ, ລະບົບເຕັກນິກ, ຊັບສິນສ່ວນລວມ ແລະ ສຳນັກງານໃຫ້ມີຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ; 3. ສະເໜີແຜນການ, ແຜນງານ, ໂຄງການ, ແຜນງົບປະມານ ລາຍຮັບ-ລາຍຈ່າຍ ເພື່ອຮັບປະກັນໃຫ້ແກ່ວຽກງານລວມຂອງ ສອຊ; 4. ລວມສູນການສື່ສານ ການເຊື່ອມຕໍ່ລະບົບສາຍສົ່ງໂທລະຄົມມະນາຄົມ ທັງພາຍໃນ ແລະ ເຂົ້າ-ອອກຕ່າງປະເທດ ຂອງຜູ້ໃຫ້ບໍລິການດ້ານການໂທລະຄົມມະນາຄົມ ຜ່ານສູນອິນເຕີເນັດ ແຫ່ງຊາດ ແລະ ຜ່ານຈຸດເຊື່ອມຕໍ່ທີ່ກຳນົດໂດຍ ກະຊວງເຕັກໂນໂລຊີ ແລະ ການສື່ສານ; 5. ກວດກາຕິດຕາມ ການນຳໃຊ້ ເລກໝາຍອິນເຕີເນັດ, ລະຫັດຊື່ອິນເຕີເນັດ ຂອງຊາດ ແລະ ຂອງສາກົນ; 6. ຄຸ້ມຄອງການອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ນໍາໃຊ້ລະຫັດຊື່ອິນເຕີເນັດສູງສຸດ ແຫ່ງຊາດ ດ໋ອດລາ (.LA) ແລະ ດ໋ອດລາວ (.ລາວ); 7. ຄຸ້ມຄອງ, ຄົ້ນຄວ້າ ແລະ ນຳສະເໜີຄວາມເໝາະສົມໃນການສະໜອງ ການຝາກອຸປະກອນໄອທີ ແລະ ຂໍ້ມູນຂ່າວສານທີ່ ສູນຂໍ້ມູນ ແຫ່ງຊາດ; 8. ຄຸ້ມຄອງ, ປະສານງານ, ກວດກາ, ຕິດຕາມ ການອອກໃບຮັບຮອງລາຍເຊັນເອເລັກໂຕນິກ (CA) ແລະ ສົ່ງເສີມການຊົມໃຊ້ພາຍໃນສັງຄົມໃຫ້ກວ້າງຂວາງ; 9. ເປັນຫ້ອງການກອງເລຂາ ຄຄອຊ ມີພາລະບົດບາດເປັນເສນາທິການຊ່ວຍ ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ໃນການຄົ້ນຄວ້າ, ຊີ້ນໍາ, ຕິດຕາມ, ຄຸ້ມຄອງ, ກວດກາ, ຕອບຕ້ານ, ຊຸກຍູ້ສົ່ງເສີມ ແລະ ເປັນຈຸດໃຈກາງໃນການພົວພັນປະສານງານ ກັບບັນດາກະຊວງ, ອົງການທຽບເທົ່າຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ຂັ້ນຕ່າງໆ ແລະ ສາກົນ ກ່ຽວກັບວຽກງານອິນເຕີເນັດ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ເຕັກໂນໂລຊີດິຈິຕ໋ອນ, ການຫັນເປັນດິຈິຕ໋ອນ, ລັດຖະບານດິຈິຕ໋ອນ, ເສດຖະກິດດິຈິຕ໋ອນ, ເນື້ອໃນຂໍ້ມູນຂ່າວສານຜ່ານອິນເຕີເນັດ, ຄວາມປອດໄພດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ຄວາມປອດໄພທາງໄຊເບີ ຕາມການຊີ້ນຳຂອງ ຄຄອຊ, ແນໃສ່ປົກປ້ອງສິດຜົນປະໂຫຍດຂອງຊາດ, ຮັບປະກັນຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ເພື່ອສະຫນອງຂໍ້ມູນຂ່າວສານທີ່ເປັນປະໂຫຍດໃຫ້ແກ່ສັງຄົມ; 10. ເຈລະຈາ, ເຊັນສັນຍາ, ອານຸສັນຍາ ຫຼື ຂໍ້ຜູກພັນອື່ນໆ ກັບພາກສ່ວນຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ ຕາມການເຫັນດີຂອງຄະນະນຳກະຊວງ ເຕັກໂນໂລຊີ ແລະ ການສື່ສານ; 11. ຄົ້ນຄວ້າ ແລະ ນຳສະເໜີ ແຜນການສົ່ງເສີມ ການບໍລິການຂອງ ສອຊ ໃນທົ່ວພາກລັດ ແລະ ສັງຄົມ, ພ້ອມທັງຈັດຕັ້ງປະຕິບັດ ຕາມທິດຊີ້ນຳຂອງຄະນະສູນ; 12. ເຂົ້າຮ່ວມກອງປະຊຸມ, ສຳມະນາ ແລະ ຝຶກອົບຮົມ ທັງພາຍໃນ ແລະ ຕ່າງປະເທດ ຈັດຂຶ້ນ ຕາມການເຫັນດີຂອງຄະນະນຳກະຊວງ ເຕັກໂນໂລຊີ ແລະ ການສື່ສານ; 13. ປັບປຸງການຈັດຕັ້ງຂອງ ສອຊ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ໃນແຕ່ລະໄລຍະ; 14. ກວດກາ-ກວດການ ການຈັດຕັ້ງວຽກງານຂອງ ສອຊ ເປັນປົກກະຕິ; 15. ສະເໜີແຕ່ງຕັ້ງ, ຍົກຍ້າຍ, ສັບຊ້ອນ, ເລື່ອນຊັ້ນ-ຂັ້ນ, ຍ້ອງຍໍ, ປະຕິບັດວິໄນ ແລະ ປະຕິບັດນະໂຍບາຍອື່ນໆ ຕໍ່ພະນັກງານລັດຖະກອນພາຍໃນ ສອຊ; 16. ປະສານງານກັບພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນ ແລະ ກ່ຽວກັບວຽກງານຂອງ ສອຊ; 17. ປະຕິບັດສິດອື່ນໆ ຕາມທີ່ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍຂອງ ລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນຳ.

ໂຄງປະກອບກົງຈັກ
ສູນອິນເຕີເນັດ ແຫ່ງຊາດ ມີໂຄງປະກອບກົງຈັກ ດັ່ງລຸ່ມນີ້:
1. ພະແນກ ສັງລວມ;
2. ພະແນກ ສົ່ງເສີມການນໍາໃຊ້ ແລະ ການບໍລິການ;
3. ພະແນກ ສູນກາງອິນເຕີເນັດ;
4. ພະແນກ ສູນກາງໂທລະສັບ ແລະ ຂໍ້ຄວາມສັ້ນ;
5. ພະແນກ ສູນຂໍ້ມູນແຫ່ງຊາດ;
6. ພະແນກ ລະຫັດຊື່ອິນເຕີເນັດ ສູງສຸດ ແຫ່ງຊາດ;
7. ພະແນກ ສູນຮັບຮອງລາຍເຊັນເອເລັກໂຕຣນິກ ແຫ່ງຊາດ;
8. ຫ້ອງການກອງເລຂາ ຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.

ໂຄງປະກອບບຸກຄະລາກອນ
ສູນອິນເຕີເນັດ ແຫ່ງຊາດ ມີໂຄງປະກອບບຸກຄະລາກອນ ດັ່ງລຸ່ມນີ້:
1. ຫົວໜ້າສູນອິນເຕີເນັດ ແຫ່ງຊາດ ຈຳນວນ 01 ທ່ານ, ຮັບຜິດຊອບຕໍ່ລັດຖະມົນຕີ ແລະ ຮອງລັດຖະມົນຕີ ຜູ້ຊີ້ນຳຂົງເຂດວຽກງານສູນອິນເຕີເນັດແຫ່ງຊາດ ກ່ຽວກັບ ຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງ ໃນການປະຕິບັດວຽກງານຂອງຕົນ;

    ໃນເວລາຫົວໜ້າສູນ ຕິດຂັດ ຕ້ອງມອບສິດໃຫ້ ຮອງຫົວໜ້າສູນ ທ່ານໃດໜຶ່ງຮັກສາການແທນ;

2. ຮອງຫົວໜ້າສູນອິນເຕີເນັດແຫ່ງຊາດ ຈຳນວນໜຶ່ງ ຊ່ວຍຫົວໜ້າສູນ ຊີ້ນຳວຽກງານໃດໜຶ່ງ ຕາມການແບ່ງງານ ແລະ ການມອບໝາຍ, ຮັບຜິດຊອບຕໍ່ຫົວໜ້າສູນ ກ່ຽວກັບ ຜົນສຳເລັດ ແລະ ຂໍ້ຂາດຕົກບັກຜ່ອງຂອງວຽກງານທີ່ຕົນຊີ້ນຳ;

    ຮອງຫົວໜ້າສູນ ຜູ້ຮັກສາການແທນ ຕ້ອງລາຍງານວຽກງານທີ່ໄດ້ຈັດຕັ້ງປະຕິບັດ ໃນໄລຍະຮັກສາການແທນນັ້ນ ໃຫ້ຫົວໜ້າສູນ ພາຍຫຼັງກັບມາປະຈຳການ; 

3. ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ລັດຖະກອນວິຊາການຈຳນວນໜຶ່ງ ຕາມການກຳນົດຕຳແໜ່ງງານ;

    ສຳລັບການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ແມ່ນປະຕິບັດຕາມກົດໝາຍ ແລະ ລະບຽບການ.

ຂໍ້ມູນລະອຽດເຂົ້າເບິ່ງໄດ້ໃນເວັບໄຊ: www.lanic.gov.la