ທົ່ງໄຫຫີນ
ຫີນທີ່ມີລັກສະນະເປັນຮູບຊົງໄຫຕັ້ງຢູ່ເປັນກຸ່ມ ຊຶ່ງເປັນທີ່ຮູ້ຈັກກັນໃນນາມ “ທົ່ງໄຫຫີນ” ນັ້ນ ຕັ້ງລຽງຢັ່ງຢາຍຢ່າງສະຫງ່າງາມ ຢູ່ພື້ນທີ່ຕອນເໜືອຂອງສາຍພູຫຼວງ. ທົ່ງໄຫຫີນດັ່ງກ່າວ ແຕ່ລະກຸ່ມຈະປະກອບມີຕັ້ງແຕ່ໜຶ່ງຮ້ອຍຫາສີ່ຮ້ອຍກ່ວາໜ່ວຍ ສ່ວນຫຼາຍແມ່ນຕັ້ງຢູ່ຈຸດໂນນພູ, ເນີນພູ ແລະ ສັນພູ ຕາມປະຫວັດສາດແລ້ວ ພື້ນທີ່ບໍລິເວນທົ່ງໄຫຫີນນີ້ເຄີຍເປັນເສັ້ນທາງລຳລຽງ ທີ່ສະດວກສະບາຍ ຊຶ່ງເລີ່ມແຕ່ອ່າວຕົງແກງ ຜ່ານເຂົ້າແຜ່ນດິນໃຫຍ່ຂອງທະວີບອາຊີຕາເວັນອອກສ່ຽງໃຕ້ ຈົນກາຍມາເປັນສ່ວນໜຶ່ງຂອງເສັ້ນທາງການຄ້າ ທີ່ເຊື່ອມຕໍ່ລະຫວ່າງອະລິຍະທຳອັນເກົ່າແກ່ຂອງລາວ, ໄທ ແລະ ຫວຽດນາມ ກັບວັດທະນະທຳຕ່າງໆ ຈາກດິນແດນທີ່ຫ່າງໄກ.
ອະລິຍະທຳດັ່ງກ່າວໄດ້ສ້າງໄຫຫີນ ແລະ ອານາຈັກພວນ ທີ່ຄັ້ງໜຶ່ງເຄີຍຈະເຈີນຮຸ່ງເຮືອງຢູ່ເທິງທີ່ຕັ້ງຂອງທົ່ງໄຫຫີນ ຊຶ່ງປະຈຸບັນ ແມ່ນດິນແດນຂອງແຂວງຊຽງຂວາງ. ການກຳເນີດ ແລະ ສິ້ນສຸດ ຂອງບັນພະບູລຸດຜູ້ທີ່ສ້າງທົ່ງໄຫຫີນນີ້ຍັງບໍ່ຮູ້ໄດ້ຢ່າງຊັດເຈນເທື່ອ. ຄວາມຮຸ່ງເຮືອງສີວິໄລຂອງອານາຈັກພວນໄດ້ຖືກພວກຫໍ້ ຜູ້ຮຸກຮານບຸກໂຈມຕີໃນຕອນທ້າຍສັດຕະວັດທີ 19 ຊຶ່ງພວກເຂົາບໍ່ສະເພາະແຕ່ທຳລາຍອານາຈັກພວນເທົ່ານັ້ນ ແຕ່ຍັງຊ່ວງຊິງສິ່ງທີ່ມີຄ່າທາງດ້ານວັດທະນະທຳ ແລະ ສາສະໜາໄປພ້ອມ.
ຕາມຄວາມເຊື່ອຂອງປະຊາຊົນທ້ອງຖິ່ນ. ໄຫຫີນຂອງຂຸນເຈືອງ: ຕາມການບອກເລົ່າຂອງປະຊາຊົນທ້ອງຖິ່ນ ຂຸນເຈືອງໄດ້ຕີເອົາໄຊຊະນະເຈົ້າອັງຄາ ຜູ້ປົກຄອງແຂວງຊຽງຂວາງ ໃນສັດຕະວັດທີ 5 ຫຼື ທີ 6 ເພື່ອສະເຫຼີມສະຫຼອງໄຊຊະນະດັ່ງກ່າວ ຂຸນເຈືອງໄດ້ສັ່ງໃຫ້ກອງກຳລັງ ແລະ ປະຊາຊົນເຮັດໄຫຫີນຂຶ້ນມາ ເພື່ອບັນຈຸເຫຼົ້າສຳລັບ. ເຂົາເຈົ້າຍັງເຊື່ອອີກວ່າໄຫດັ່ງກ່າວເຮັດມາຈາກການປະສົມຂອງຂີ້ຊາຍ, ນ້ຳຕານ ແລະ ໜັງງົວ ແລ້ວນຳໄປອົບໃນເຕົາເຜົາຢູ່ຖ້ຳບໍລິເວນໃກ້ກັບທົ່ງໄຫຫີນ1.
ບາງຄົນມີຄວາມເຊື່ອວ່າ ຊົນເຜົ່າຂະມຸ ແມ່ນບັນພະບູລຸດຂອງໄຫຫີນ ແລະ ຍັງເຊື່ອວ່າໄຫຫີນແມ່ນຖ້ວຍຂອງຄົນແປດສອກ. ແຕ່ປະຊາຊົນທ້ອງຖິ່ນອີກກຸ່ມໜຶ່ງຊ້ຳພັດເຊື່ອວ່າ ມີວິນຍານທີ່ບໍ່ໄດ້ໄປເກີດມາວົນວຽນຢູ່ບໍລິເວນໄຫຫີນນັ້ນ.
ຕາມການສັນນິຖານວ່າເປັນປ່າຊ້າ: ປະຊາຊົນຈຳນວນໜຶ່ງຊ້ຳພັດກໍ່ເຊື່ອວ່າ ພາຍຫຼັງຄົນຜູ້ໜຶ່ງ ໄດ້ເສຍຊີວິດລົງ ສົບຜູ້ກ່ຽວກໍ່ໄດ້ຖືກນຳໄປທົ່ງໄຫຫີນ ເພື່ອນຳໄປໃວ້ໃນໄຫຫີນ ຄອບຄົວຜູ້ເສຍຊີວິດກໍ່ຈະລໍຖ້າຈົນສົບເປື່ອຍ ແລະ ແຫ້ງຈົນເຫຼືອແຕ່ກະດູກ ແລ້ວຈຶ່ງນຳອອກໄປຝັງ. ບາງຄອບຄົວກໍ່ຝັງໃນສຸສານທີ່ເຮັດດ້ວຍເຊລາມິກ ສ່ວນອີກຈຳນວນໜຶ່ງກໍ່ຝັງແບບງ່າຍໆ ຄືຝັງກະດູກລົງໄນຂຸມຝັງສົບ.
ການຄົ້ນຄ້ວາຂອງທ່ານ ນາງ ໂຄລານີ. ນັກທໍລະນີວິທະຍາ ແລະ ນັກບູຮານຄະດີ ຊາວຝຣັ່ງ ທ່ານ ນາງ ມາເດີແລງ ໂຄລານີ ເປັນຜູ້ນຳພາການຄົ້ນຄ້ວາດ້ານວິທະຍາສາດຄັ້ງທຳອິດ ໃນຊຸມປີ 1930. ທ່ານນາງ ໂຄລານີ ໄດ້ທຳການສຶກສາຄົ້ນຄ້ວາສິ່ງທີ່ຢູ່ພາຍໃນໄຫຫີນ ແລະ ຮ່ອງຮອຍຕ່າງໆບໍລິເວນອ້ອມແອ້ມໄຫຫີນ ລາວໄດ້ຄົ້ນພົບລູກປັດທີ່ເຮັດດ້ວຍແກ້ວ ແລະ ກະດູກຂອງມະນຸດ ນອກຈາກນີ້ລາວຍັງສຳຫຼວດຖ້ຳແຫ່ງໜຶ່ງບໍລິເວນໃກ້ຄຽງ ແລະ ພົບຫຼັກຖານບູຮານຄະດີ ທີ່ເປັນຂໍ້ມູນຊ່ວຍພິສູດສົມມຸດຖານຂອງລາວວ່າເປັນບ່ອນເຜົາສົບຄົນຕາຍ.
ທ່ານ ນາງ ໂຄລານີ ໄດ້ຮັບຮູ້ ແລະ ລວບລວມເອົາທົ່ງໄຫຫີນ 17 ແຫ່ງ ເຂົ້າໃນການຄົ້ນຄ້ວາຂອງລາວ, ລາວຍັງໄດ້ກຳນົດວ່າທົ່ງໄຫຫີນແຫ່ງທີ່1 ແມ່ນສູນກາງແຫ່ງອະລິຍະທຳທີ່ສ້າງໄຫຫີນຂຶ້ນມາ ລາວສັນນິຖານວ່າ ປະຊາຊົນໄດ້ນຳເອົາສົບຄົນຕາຍມາເຜົາຢູ່ຖ້ຳ ທີ່ຢູ່ໃກ້ຄຽງທົ່ງໄຫຫີນແຫ່ງທີ່1 ແລະ ນຳເອົາອັດທິໄປບັນຈຸໄວ້ຢູ່ໃນ ແລະ ອ້ອມແອ້ມໄຫຫີນ.
ນອກຈາກນີ້ ລາວຍັງຄິດວ່າ ທີ່ຕັ້ງຂອງໄຫຫີນນັ້ນ ເຊື່ອມກັບເສັ້ນທາງການຄ້າໃນສະໄໝເກົ່າ ຊຶ່ງພໍ່ຄ້າແມ່ຄ້າ ຈະນຳເອົາສິນຄ້າມາຂາຍຢູ່ພູພຽງຊຽງຂວາງ ແລະ ນຳເອົາສິນຄ້າຊະນິດອື່ນກັບໄປ.
ການຄົ້ນຄ້ວາໃນຍຸກປະຈຸບັນ. ການຄົ້ນຄ້ວາທີ່ໄດ້ດຳເນີນໃນຊຸມປີ 1990 ໄດ້ຢັ້ງຢືນວ່າ ສິ່ງທີ່ພົບເຫັນ ແມ່ນສອດຄ່ອງກັບທິດສະດີຂອງທ່ານ ນາງ ໂຄລານີ ຄື ໄຫຫີນຖືກສ້າງຂຶ້ນມາ ເພື່ອເປັນສິ່ງບັນຈຸຊາກສົບຄົນຕາຍ, ນັກຄົ້ນຄ້ວາອີກຄົນໜຶ່ງ ກໍ່ໄດ້ພົບເຫັນຊາກກະດູກຂອງສົບທີ່ບໍ່ໄດ້ຖືກເຜົາມາກ່ອນນັ້ນ ຝັງຢູ່ອ້ອມແອ້ມໄຫຫີນ ແລະ ໄດ້ໃຫ້ທັດສະນະວ່າເປັນກະດູກຂອງຄອບຄົວຂອງຜູ້ທີ່ຖືກຝັງໄວ້ໃນໄຫ.
ການຄົ້ນຄ້ວາໃນຊຸມປີທີ່ຜ່ານມານີ້ ໄດ້ໃຫ້ທັດສະນະວ່າ ໄຫຫີນດັ່ງກ່າວຖືກໃຊ້ເປັນສິ່ງບັນຈຸສົບຄົນຕາຍ ຈົນກ່ວາຊາກສົບນັ້ນຈະເປື່ອຍ ແລະ ແຫ້ງ, ສ່ວນກະດູກນັ້ນຈະຖືກນຳໄປຝັງຢູ່ໃກ້ກັບບໍລິເວນໄຫຫີນນັ້ນ, ສ່ວນການຄົ້ນຄ້ວາຂອງທ່ານນາງ ໂຄລານີ ກ່ຽວກັບກະດູກຂອງສົບທີ່ຖືກເຜົານັ້ນ ອາດເປັນການສັນນິຖານເຖິງການນຳໃຊ້ໄຫຫີນເປັນສ່ວນໜຶ່ງຂອງສຸສານຂອງຄົນໃນສະໃໝນັ້ນ. ໄຫຫີນບາງໜ່ວຍມີຂະໜາດ ແລະ ຊ່ອງຫວ່າງເປີດທີ່ນ້ອຍນັ້ນ ສັນນິຖານວ່າໃນຍຸກຕໍ່ມາອາດຈະຍ້ອນບໍ່ຈຳເປັນຕ້ອງບັນຈຸສົບຄົນຕາຍທັງໝົດໄວ້ໃນໄຫ ແຕ່ໃຊ້ສະເພາະບັນຈຸອັດທິຂອງຜູ້ຕາຍເທົ່ານັ້ນ.
ທົ່ງໄຫຫີນ1. ໄຫຫີນແມ່ນເປັນຫີນແຂງເຮັດດ້ວຍຫີນຊາຍ, ທົ່ງໄຫຫີນ ຈຸດທີ່ໃຫຍ່ກວ່າໝູ່ ມີທັງໝົດ 334 ໜ່ວຍ, ມີຖ້ຳ 1 ແຫ່ງ, ມີຈ່ານຫີນເປັນແຜ່ນ 30 ແຜ່ນ ແລະ ມີຈ່ານຫີນທີ່ໃຊ້ເປັນເຄື່ອງຕັດຫີນ 122 ແຜ່ນ, ຈຸດທີ່ຕັ້ງຂອງໄຫຫີນມີ 5 ຈຸດ ເຊິ່ງທັງໝົດຕັ້ງຢູ່ໃກ້ໆກັນ ລຽງກັນໄປຕາມເປີ້ນພູ.
ທົ່ງໄຫຫີນ2. ໄຫຫີນແຫ່ງນີ້ ຜະລິດຂຶ້ນຈາກຫີນຊາຍ ມີໄຫຫີນທັງໝົດ 93 ໜ່ວຍ, ມີຈ່ານຫີນເປັນແຜນ ຈຳນວນ 14 ແຜ່ນ, ມີກ້ອນຫີນເປັນກ້ອນ 9 ໜ່ວຍ. ຈຸດທີ່ຕັ້ງຂອງໄຫຫີນ ແມ່ນຕັ້ງຢູ່ 2 ຈຸດ ໂດຍການແບ່ງຕາມເສັ້ນທາງ ແລະ ຕົ້ນໄມ້ທີ່ສວຍງາມ, ໃນນັ້ນມີໄຫ ຫີນ ທັງໝົດ 92 ໜ່ວຍ, ມີທາດ 1 ທາດ, ຊຶ່ງຊາວບ້ານ ເວົ້າວ່າສ້າງຂຶ້ນ ໂດຍຝຣັ່ງ ແຕ່ບໍ່ມີຂໍ້ມູນຢັ້ງຢືນ.
ທົ່ງໄຫຫີນ3. ທົ່ງໄຫຫີນແຫ່ງທີ 3 ຕັ້ງຢູ່ໂນນພູຕ່ຳ, ທາງເຂົ້າຫາທົ່ງໄຫຫີນຈາກບ່ອນຈອດລົດໄປແມ່ນໄດ້ຍ່າງຜ່ານທົ່ງນາຂອງປະຊາຊົນ. ໄຫຫີນ 3 ນີ້ ມີລັກສະນະພິເສດຄືໄຫຈະເປັນໄຫໜ່ວຍນ້ອຍສະເໝີກັນ ແລະ ມີຄວາມສວຍງາມ. ມີແຫຼ່ງຕັດຫີນຫ່າງຈາກຕົວເມືອງໂພນສະຫວັນ ປະມານ 32 ກິ ໂລແມັດ, ມີເນື້ອທີ່ທັງໝົດ 54,138.04 ຕາແມັດ, ໃນນັ້ນມີໄຫຫີນທັງໝົດ 150 ໜ່ວຍ, ມີຕົ້ນໄມ້ທີ່ສວຍງາມ.
ທົ່ງໄຫຫີນຜາແກ້ວ. ສະຖານທີ່ແມ່ນຕັ້ງຢູ່ເນີນພູທີ່ມີປ່າໄມ້ ມີໄຫຫີນທັງໝົດເກືອບ 400 ໜ່ວຍ, ໄຫຫີນໃນຈຸດນີ້ ແມ່ນເຮັດດ້ວຍຫີນຊາຍ ມີການແກະສະຫຼັກດ້ວຍຄວາມປານີດ ແລະ ສວຍງາມ. ໄຫຫີນສ່ວນຫຼາຍແມ່ນຈະຖືກຝາປິດດ້ວຍກ້ອນຫີນ, ສ່ວນຫຼາຍແມ່ນແຕກ ແລະ ເຕັມໄປດ້ວຍບັນດາສິ້ນສ່ວນແຕກຫັກທັງຫຼາຍ.