ທົ່ງໄຫຫີນ

ຈາກ Laopedia
ຮູບ:ທົ່ງໄຫຫີນ.jpg
ຮູບທົ່ງໄຫຫີນ

ຫີນ​ທີ່​ມີ​ລັກ​ສະ​ນະ​ເປັນ​ຮູບ​ຊົງ​ໄຫ​ຕັ້ງ​ຢູ່​ເປັນ​ກຸ່ມ ຊຶ່ງ​ເປັນ​ທີ່​ຮູ້​ຈັກ​ກັນ​ໃນ​ນາມ “ທົ່ງ​ໄຫ​ຫີນ” ນັ້ນ ຕັ້ງ​ລຽງ​ຢັ່ງ​ຢາຍ​ຢ່າງ​ສະ​ຫງ່າ​ງາມ ຢູ່​ພື້ນ​ທີ່​ຕອນ​ເໜືອ​ຂອງ​ສາຍ​ພູຫຼວງ. ທົ່ງ​ໄຫ​ຫີນ​ດັ່ງ​ກ່າວ ແຕ່​ລະ​ກຸ່ມ​ຈະ​ປະ​ກອບ​ມີ​ຕັ້ງ​ແຕ່​ໜຶ່ງ​ຮ້ອຍ​ຫາ​ສີ່​ຮ້ອຍ​ກ່​ວາ​ໜ່ວຍ ສ່ວນຫຼາຍ​ແມ່ນ​ຕັ້ງ​ຢູ່​ຈຸດ​ໂນນ​ພູ, ເນີນ​ພູ ແລະ ສັນ​ພູ ຕາມ​ປະ​ຫວັດ​ສາດ​ແລ້ວ ພື້ນ​ທີ່​ບໍ​ລິ​ເວນ​ທົ່ງ​ໄຫ​ຫີນນີ້​ເຄີ​ຍ​ເປັນ​ເສັ້ນ​ທາງ​ລຳ​ລຽງ ທີ່​ສະ​ດວກ​ສະ​ບາຍ ຊຶ່ງ​ເລີ່ມ​ແຕ່​​ອ່າວ​ຕົງ​ແກງ ຜ່ານ​ເຂົ້າ​ແຜ່ນ​ດິນ​ໃຫຍ່​ຂອງ​ທະ​ວີບ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຈົນ​ກາຍ​ມາ​ເປັນ​ສ່ວນ​ໜຶ່ງ​ຂອງ​ເສັ້ນ​ທາງ​ການ​ຄ້າ ທີ່​ເຊື່ອມ​ຕໍ່​ລະ​ຫວ່າງ​ອະ​ລິ​ຍະ​ທຳ​ອັນ​ເກົ່າ​ແກ່​ຂອງ​ລາວ, ໄທ ແລະ ຫວຽດ​ນາມ ​ກັບ​ວັດ​ທະ​ນະ​ທຳ​ຕ່າງໆ ຈາກ​ດິນ​ແດນ​ທີ່​ຫ່າງ​ໄກ.

ອະ​ລິ​ຍະ​ທຳ​ດັ່ງ​ກ່າວ​ໄດ້​ສ້າງ​ໄຫ​ຫີນ ແລະ ອາ​ນາ​ຈັກ​ພວນ ທີ່​ຄັ້ງ​ໜຶ່ງ​ເຄີຍ​ຈະ​ເຈີນ​ຮຸ່ງ​ເຮືອງ​ຢູ່​ເທິງ​ທີ່​ຕັ້ງ​ຂອງ​ທົ່ງ​ໄຫ​ຫີນ ຊຶ່ງ​ປະ​ຈຸ​ບັນ​ ແມ່ນ​ດິນ​ແດນ​ຂອງ​ແຂວງ​ຊຽງ​ຂວາງ. ການ​ກຳ​ເນີ​ດ ແລະ ສິ້ນ​ສຸດ ຂອງ​ບັນ​ພະ​ບູ​ລຸດ​ຜູ້​ທີ່​ສ້າງ​ທົ່ງ​ໄຫ​ຫີນນີ້ຍັງ​ບໍ່​ຮູ້​ໄດ້​ຢ່າງ​ຊັດ​ເຈນ​ເທື່ອ. ຄວາມ​ຮຸ່ງ​ເຮືອງ​ສີ​ວິ​ໄລ​ຂອງ​ອາ​ນາ​ຈັກ​ພວນ​ໄດ້​ຖືກ​ພວກ​ຫໍ້ ຜູ້​ຮຸກ​ຮານ​ບຸກ​ໂຈມ​ຕີ​ໃນ​ຕອນ​ທ້າຍ​ສັດ​ຕະ​ວັດ​ທີ 19 ຊຶ່ງ​ພວກ​ເຂົາ​ບໍ່​ສະ​ເພາະ​ແຕ່​ທຳ​ລາຍ​ອາ​ນາ​ຈັກ​ພວນ​ເທົ່າ​ນັ້ນ ແຕ່​ຍັງ​ຊ່ວງ​ຊິງ​ສິ່ງ​ທີ່​ມີ​ຄ່າ​ທາງ​ດ້ານ​ວັດ​ທະ​ນະ​ທຳ ແລະ ສາ​ສະ​ໜາ​ໄປ​ພ້ອມ.

t̪|Άἁаبٳבঅ௧ంආँઁขກខᐂᚡÁḀp~ΑἀАاٲאঀ௦ఁඅऀૐกកᐁᚠáḁາມ​​ຄວາ​ມ​ເຊື່ອ​ຂອງ​ປະ​ຊາ​ຊົນ​ທ້​ອງ​ຖິ່ນ. ໄຫ​ຫີນ​ຂອງ​ຂຸນ​ເຈືອງ: ຕາມ​ການບອກ​ເລົ່າ​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ ຂຸນ​ເຈືອງ​ໄດ້​ຕີ​ເອົາ​ໄຊ​ຊະ​ນະ​ເຈົ້າ​ອັງ​ຄາ ຜູ້​ປົກ​ຄອງ​ແຂວງ​ຊຽງ​ຂວາງ ໃນ​ສັດ​ຕະ​ວັດທີ 5 ຫຼື ທີ 6 ເພື່ອ​ສະ​ເຫຼີມ​ສະຫຼອງ​ໄຊ​ຊະ​ນະ​ດັ່ງ​ກ່າວ ຂຸນ​ເຈືອງ​ໄດ້​ສັ່ງ​ໃຫ້​ກອງ​ກຳ​ລັງ ແລະ ປະ​ຊາ​ຊົນ​ເຮັດ​ໄຫ​ຫີນ​ຂຶ້ນ​ມາ ເພື່ອ​ບັນ​ຈຸ​ເຫຼົ້າ​ສຳ​ລັບ. ເຂົາ​ເຈົ້າ​ຍັງ​ເຊື່ອ​ອີກວ່າ​ໄຫ​ດັ່ງ​ກ່າວ​ເຮັດ​ມາ​ຈາກ​ການ​ປະ​ສົມ​ຂອງ​ຂີ້​ຊາຍ, ນ້ຳ​ຕານ ແລະ ໜັງ​ງົວ ແລ້ວ​ນຳ​ໄປ​ອົບ​ໃນ​ເຕົາ​ເຜົາ​ຢູ່​ຖ້ຳ​​ບໍ​ລິ​ເວນ​ໃກ້​ກັບ​ທົ່ງ​ໄຫ​ຫີນ1.

ບາງ​ຄົນ​ມີ​ຄວາມ​ເຊື່ອ​ວ່າ​ ຊົນ​ເຜົ່າ​ຂະ​ມຸ ​ແມ່ນ​ບັນ​ພະ​ບູ​ລຸດ​ຂອງ​ໄຫ​ຫີນ ແລະ ຍັງ​ເຊື່ອ​ວ່າ​ໄຫ​ຫີນ​ແມ່ນ​ຖ້ວຍຂອງ​ຄົນແປດ​ສອກ. ແຕ່​ປະ​ຊາ​ຊົນ​​ທ້ອງ​ຖິ່ນອີກ​ກຸ່ມ​ໜຶ່ງ​ຊ້ຳ​ພັດ​ເຊື່ອ​ວ່າ ມີ​ວິນ​ຍານ​ທີ່ບໍ່​ໄດ້​ໄປ​ເກີດ​ມາ​ວົນ​ວຽນ​ຢູ່​ບໍ​ລິ​ເວນ​ໄຫ​ຫີນນັ້ນ.

ຕາມ​ການ​ສັນ​ນິ​ຖານ​ວ່າ​ເປັນ​ປ່າ​ຊ້າ: ປະ​ຊາ​ຊົນ​ຈຳ​ນວນ​ໜຶ່ງ​ຊ້ຳ​ພັດ​ກໍ່ເຊື່ອ​ວ່າ ພາຍຫຼັງ​ຄົນ​ຜູ້​ໜຶ່ງ ​ໄດ້​ເສ​ຍ​ຊີ​ວິດ​ລົງ ສົບ​ຜູ້​ກ່ຽວກໍ່​ໄດ້​ຖືກ​ນຳ​ໄປ​ທົ່ງ​ໄຫ​ຫີນ ເພື່ອ​ນຳ​ໄປ​ໃວ້​ໃນ​ໄຫ​ຫີນ ຄອບ​ຄົວ​ຜູ້​ເສຍ​ຊີ​ວິດກໍ່​ຈະ​ລໍ​ຖ້າ​ຈົນ​ສົບ​ເປື່ອຍ ແລະ ແຫ້ງ​ຈົນ​ເຫຼືອ​ແຕ່​ກະ​ດູກ ແລ້ວ​ຈຶ່ງ​ນຳ​ອອກ​ໄປ​ຝັງ. ບາງ​ຄອບ​ຄົວ​ກໍ່​ຝັງ​ໃນ​ສຸ​ສານ​ທີ່​ເຮັດ​ດ້ວຍ​ເຊ​ລາ​ມິກ ສ່ວນ​ອີກ​ຈຳ​ນວນ​ໜຶ່ງກໍ່​ຝັງ​ແບບ​ງ່າຍໆ ຄື​ຝັງ​ກະ​ດູກ​ລົງ​ໄນ​ຂຸມ​ຝັງ​ສົບ. ການ​ຄົ້ນ​ຄ້​ວາ​ຂອງ​ທ່ານ ນາງ ໂຄ​ລາ​ນີ. ນັກ​ທໍ​ລະ​ນີ​ວິ​ທະ​ຍາ ແລະ ນັກ​ບູຮານ​ຄະ​ດີ ຊາວ​ຝ​ຣັ່ງ ທ່ານ ນາງ ມາ​ເດີ​ແລງ ໂຄ​ລາ​ນີ ເປັນ​ຜູ້​ນຳ​ພາ​ການ​ຄົ້ນ​ຄ້​ວາ​ດ້ານ​ວິ​ທະ​ຍາ​ສາດ​ຄັ້ງ​ທຳ​ອິດ ໃນ​ຊຸມ​ປີ 1930. ທ່ານ​ນາງ ໂຄ​ລາ​ນີ ໄດ້​ທຳການ​ສຶກ​ສາ​ຄົ້ນ​ຄ້​ວາ​ສິ່ງ​ທີ່​ຢູ່​ພາຍ​ໃນ​ໄຫ​ຫີນ ແລະ ຮ່ອງ​ຮອຍ​ຕ່າງໆ​ບໍ​ລິ​ເວນ​ອ້ອມ​​ແອ້ມໄຫ​ຫີນ ລາວ​ໄດ້​ຄົ້ນ​ພົບ​ລູກ​ປັດ​ທີ່​ເຮັດ​ດ້ວຍ​ແກ້ວ ແລະ ກະ​ດູກ​ຂອງ​ມະ​ນຸດ ນອກ​ຈາກ​ນີ້​ລາວ​ຍັງ​ສຳຫຼວດ​ຖ້ຳ​ແຫ່ງ​ໜຶ່ງ​ບໍ​ລິ​ເວນ​ໃກ້​ຄຽງ ແລະ ພົບຫຼັກ​ຖານ​ບູ​ຮານ​ຄະ​ດີ ທີ່​ເປັນ​ຂໍ້​ມູນ​ຊ່ວຍ​ພິ​ສູດ​ສົມ​ມຸດ​ຖານ​ຂອງ​ລາວ​ວ່າ​ເປັນ​ບ່ອນ​ເຜົາ​ສົບ​ຄົນ​ຕາຍ.

ທ່ານ ນາງ ໂຄ​ລາ​ນີ ໄດ້​ຮັບ​ຮູ້ ແລະ ລວບ​ລວມ​ເອົາ​ທົ່ງ​ໄຫ​ຫີນ 17 ແຫ່ງ ເຂົ້າ​ໃນ​ການ​ຄົ້ນ​ຄ້​ວາ​ຂອງ​ລາວ, ລາວ​ຍັງ​ໄດ້​ກຳ​ນົດ​ວ່າ​ທົ່ງ​ໄຫ​ຫີນ​ແຫ່ງ​ທີ່1 ແມ່ນ​ສູນ​ກາງ​ແຫ່ງ​ອະ​ລິ​ຍະ​ທຳ​ທີ່​ສ້າ​ງ​ໄຫ​ຫີນ​ຂຶ້ນ​ມາ ລາວ​ສັນ​ນິ​ຖານ​ວ່າ ປະ​ຊາ​ຊົນ​ໄດ້​ນຳ​ເອົາ​ສົບ​ຄົນ​ຕາຍ​ມາ​ເຜົາ​ຢູ່​ຖ້ຳ ທີ່​ຢູ່​ໃກ້​ຄຽງ​ທົ່ງ​ໄຫ​ຫີນ​ແຫ່ງ​ທີ່1 ແລະ ນຳ​ເອົາ​ອັດ​ທິ​ໄປ​ບັນ​ຈຸ​ໄວ້​ຢູ່​ໃນ ແລະ ອ້ອມ​ແອ້ມ​ໄຫ​ຫີນ.

ນອກ​ຈາກນີ້ ລາວ​ຍັງ​ຄິດ​ວ່າ​ ທີ່​ຕັ້ງ​ຂອງ​ໄຫ​ຫີນນັ້ນ ​ເຊື່ອມກັບ​ເສັ້ນ​ທາງ​ການ​ຄ້າ​ໃນ​ສະ​ໄໝ​ເກົ່າ ຊຶ່ງ​ພໍ່​ຄ້າ​ແມ່​ຄ້າ​ ຈະ​ນຳ​ເອົາ​ສິນ​ຄ້າ​ມາ​ຂາຍ​ຢູ່​ພູ​ພຽງ​ຊຽງ​ຂວາງ ແລະ ນຳ​ເອົາ​ສິນ​ຄ້າ​ຊະ​ນິດ​ອື່ນ​ກັບ​ໄປ. ການ​ຄົ້ນ​ຄ້​ວາ​ໃນ​ຍຸກ​ປະ​ຈຸ​ບັນ. ການ​ຄົ້ນ​ຄ້​ວາ​ທີ່​ໄດ້​ດຳ​ເນີນ​ໃນ​ຊຸມ​ປີ 1990 ໄດ້​ຢັ້ງ​ຢືນ​ວ່າ ສິ່ງ​ທີ່​ພົບ​ເຫັນ ​ແມ່ນ​ສອດ​ຄ່ອງ​ກັບ​ທິດ​ສະ​ດີ​ຂອງ​ທ່ານ ນາງ ໂຄ​ລາ​ນີ ຄື ໄຫ​ຫີນ​ຖືກ​ສ້າງ​ຂຶ້ນ​ມາ ເພື່ອ​ເປັນ​ສິ່ງ​ບັນ​ຈຸ​ຊາກ​ສົບ​ຄົນຕາຍ, ນັກ​ຄົ້ນ​ຄ້​ວາ​ອີກ​ຄົນ​ໜຶ່ງ ກໍ່​ໄດ້​ພົບ​ເຫັນ​ຊາກ​ກະ​ດູກ​ຂອງ​ສົບ​ທີ່​ບໍ່​ໄດ້​ຖືກ​ເຜົາ​ມາ​ກ່ອນນັ້ນ ​ຝັງ​ຢູ່​ອ້ອມ​ແອ້ມ​ໄຫ​ຫີນ ແລະ ໄດ້​ໃຫ້​ທັດ​ສະ​ນະ​ວ່າ​ເປັນ​ກະ​ດູກ​ຂອງ​ຄອບ​ຄົວ​ຂອງ​ຜູ້​ທີ່​ຖືກ​ຝັງ​ໄວ້​ໃນ​ໄຫ. ການ​ຄົ້ນ​ຄ້​ວາ​ໃນ​ຊຸມ​ປີ​​ທີ່ຜ່ານ​ມານີ້ ໄດ້​ໃຫ້​ທັດ​ສະ​ນະ​ວ່າ ໄຫ​ຫີນ​ດັ່ງ​ກ່າວ​ຖືກ​ໃຊ້​ເປັນ​ສິ່ງ​ບັນ​ຈຸ​ສົບ​ຄົນ​ຕາຍ ​ຈົນ​ກ່​ວາ​ຊາກ​ສົບ​ນັ້ນ​ຈະ​ເປື່ອຍ ແລະ ແຫ້ງ, ສ່ວນ​ກະ​ດູກນັ້ນ​ຈະ​ຖືກ​ນຳ​ໄປ​ຝັງ​ຢູ່​ໃກ້​ກັບ​ບໍ​ລິ​ເວນ​ໄຫ​ຫີນນັ້ນ, ສ່ວນ​ການ​ຄົ້ນ​ຄ້​ວາ​ຂອງ​ທ່ານ​ນາງ ໂຄ​ລາ​ນີ ກ່ຽວ​ກັບ​ກະ​ດູກ​ຂອງ​ສົບ​ທີ່​ຖືກ​ເຜົາ​ນັ້ນ ​ອາດ​ເປັນ​ການ​ສັນ​ນິ​ຖານ​ເຖິງ​ການ​ນຳ​ໃຊ້​ໄຫຫີນ​ເປັນ​ສ່ວນ​ໜຶ່ງ​ຂອງສຸ​ສານ​ຂອງ​ຄົນ​ໃນ​ສະ​ໃໝ​ນັ້ນ. ໄຫ​ຫີນ​ບາງ​ໜ່ວຍ​ມີ​ຂະ​ໜາດ ແລະ ຊ່ອງ​ຫວ່າງ​ເປີດ​ທີ່​ນ້ອຍນັ້ນ ສັນ​ນິ​ຖານ​ວ່າ​ໃນ​ຍຸກ​ຕໍ່​ມາ​ອາດ​ຈະ​ຍ້ອນບໍ່​ຈຳ​ເປັນຕ້ອງ​ບັນ​ຈຸ​ສົບ​ຄົນ​ຕາຍ​ທັງ​ໝົດ​ໄວ້​ໃນ​ໄຫ ແຕ່​ໃຊ້​ສະ​ເພາະ​ບັນ​ຈຸ​ອັດ​ທິ​ຂອງ​ຜູ້​ຕາຍ​ເທົ່າ​ນັ້ນ.

 ທົ່ງ​ໄຫ​ຫີນ1. ໄຫ​ຫີນ​ແມ່ນ​ເປັນ​ຫີນ​ແຂງເຮັດ​ດ້ວຍ​ຫີນ​ຊາຍ, ທົ່ງໄຫຫີນ ຈຸດທີ່ໃຫຍ່ກວ່າໝູ່ ມີ​ທັງ​ໝົດ 334 ໜ່ວຍ, ມີ​ຖ້ຳ 1 ແຫ່ງ, ມີ​ຈ່ານ​ຫີນ​ເປັນ​ແຜ່ນ 30 ແຜ່ນ ແລະ ມີຈ່ານ​ຫີນ​ທີ່​ໃຊ້​ເປັນ​ເຄື່ອງ​ຕັດ​ຫີນ 122 ແຜ່ນ, ຈຸດ​ທີ່​ຕັ້ງ​ຂອງ​ໄຫ​ຫີນ​ມີ 5 ຈຸດ ເຊິ່ງ​ທັງ​ໝົດ​ຕັ້ງ​ຢູ່​ໃກ້ໆ​ກັນ ລຽງ​ກັນ​ໄປ​ຕາມ​ເປີ້ນ​ພູ.
 ທົ່ງ​ໄຫ​ຫີນ2. ໄຫ​ຫີນ​ແຫ່ງນີ້​ ຜະ​ລິດ​ຂຶ້ນ​ຈາກ​ຫີນ​ຊາຍ ມີ​ໄຫ​ຫີນ​ທັງ​ໝົດ 93 ໜ່ວຍ, ມີ​ຈ່ານ​ຫີນເປັນ​ແຜນ ຈຳ​ນວນ 14 ແຜ່ນ, ມີ​ກ້ອນ​ຫີນ​ເປັນ​ກ້ອນ 9 ໜ່ວຍ. ຈຸດ​ທີ່​ຕັ້ງ​ຂອງ​ໄຫ​ຫີນ ​ແມ່ນ​ຕັ້ງ​ຢູ່ 2 ຈຸດ ໂດຍ​ການ​ແບ່ງ​ຕາມ​ເສັ້ນ​ທາງ ແລະ ຕົ້ນໄມ້ທີ່ສວຍງາມ, ໃນນັ້ນມີໄຫ ຫີນ ທັງໝົດ 92 ໜ່ວຍ, ມີທາດ 1 ທາດ, ຊຶ່ງຊາວບ້ານ ເວົ້າວ່າສ້າງຂຶ້ນ ໂດຍຝຣັ່ງ ແຕ່ບໍ່ມີຂໍ້ມູນຢັ້ງຢືນ. 
 ທົ່ງ​ໄຫ​ຫີນ3. ທົ່ງ​ໄຫ​ຫີນແຫ່ງທີ 3 ​ຕັ້ງ​ຢູ່​ໂນນ​ພູ​ຕ່ຳ, ທາງ​ເຂົ້າ​ຫາ​ທົ່ງ​ໄຫ​ຫີນ​ຈາກ​ບ່ອນ​ຈອດ​ລົດໄປ​ແມ່ນ​ໄດ້​ຍ່າງ​ຜ່ານ​ທົ່ງ​ນາ​ຂອງ​ປະ​ຊາ​ຊົນ. ໄຫ​ຫີນ ​3 ນີ້​ ມີ​ລັກ​ສະ​ນະ​ພິ​ເສດ​ຄື​ໄຫຈະ​ເປັນ​ໄຫ​ໜ່ວຍ​ນ້ອຍ​ສະ​ເໝີ​ກັນ ແລະ ມີ​ຄວາມ​ສວຍ​ງາມ. ມີ​ແຫຼ່ງ​ຕັດ​ຫີນຫ່າງຈາກຕົວເມືອງໂພນສະຫວັນ ປະມານ 32 ກິ ໂລແມັດ, ມີເນື້ອທີ່ທັງໝົດ 54,138.04 ຕາແມັດ, ໃນນັ້ນມີໄຫຫີນທັງໝົດ 150 ໜ່ວຍ, ມີຕົ້ນໄມ້ທີ່ສວຍງາມ.

ທົ່ງ​ໄຫ​ຫີນ​ຜາ​ແກ້ວ. ສະ​ຖານ​ທີ່​ແມ່ນ​ຕັ້ງ​ຢູ່​ເນີນ​ພູ​ທີ່​ມີ​ປ່າ​ໄມ້ ມີ​ໄຫ​ຫີນ​ທັງ​ໝົດ​ເກືອບ 400 ໜ່ວຍ, ໄຫ​ຫີນ​ໃນ​ຈຸດນີ້ ​ແມ່ນ​ເຮັດ​ດ້ວຍ​ຫີນ​ຊາຍ ​ມີການ​ແກະ​ສະຫຼັກ​​ດ້ວຍ​ຄວາມ​ປາ​ນີດ ແລະ ສວຍ​ງາມ. ໄຫ​ຫີນ​ສ່ວນຫຼາຍ​ແມ່ນ​ຈະ​ຖືກ​ຝາ​ປິດ​ດ້ວຍ​ກ້ອນ​ຫີນ, ສ່ວນຫຼາຍ​ແມ່ນ​​ແຕກ​ ແລະ ເຕັມ​ໄປ​ດ້ວຍ​ບັນ​ດາ​ສິ້ນ​ສ່ວນແຕກ​ຫັກ​ທັງຫຼາຍ.