ວັນ​ການ​ທູດ​ລາວ

ຈາກ Laopedia
Revision as of 00:51, 25 ພຶດສະພາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: ໃນປີ 2013, ລັດຖະບານ ໄດ້ຕົກລົງເຫັນດີກຳນົດເອົາ ວັນທີ 12 ຕຸລາ ຂອງທຸກໆປີ ເປັນວັນການທູດລາວ ຢ່າງເປັນທາງການ ໄລຍະແຕ່ກ່ອນປີ 2013 ຍັງບໍ່ທັນໄດ້ກໍານົດວັນການທູດຂອງລາວ, ໃນຂະນະທີ່ ຂະແໜງການຕ່...)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

ໃນປີ 2013, ລັດຖະບານ ໄດ້ຕົກລົງເຫັນດີກຳນົດເອົາ ວັນທີ 12 ຕຸລາ ຂອງທຸກໆປີ ເປັນວັນການທູດລາວ ຢ່າງເປັນທາງການ

ໄລຍະແຕ່ກ່ອນປີ 2013 ຍັງບໍ່ທັນໄດ້ກໍານົດວັນການທູດຂອງລາວ, ໃນຂະນະທີ່ ຂະແໜງການຕ່າງໆ ຕ່າງກໍມີວັນສ້າງຕັ້ງຂະແໜງການຂອງຕົນ. ນອກຈາກນີ້, ປະເທດອື່ນໆ ກໍໄດ້ມີວັນການທູດຂອງຕົນ. ສະນັ້ນ, ກະຊວງການຕ່າງປະເທດ ໂດຍສົມທົບກັບພາກສ່ວນກ່ຽວຂ້ອງ ຈຶ່ງໄດ້ຮ່ວມກັນຄົ້ນຄວ້າ ໂດຍອີງໃສ່ການເຄື່ອນໄຫວທາງດ້ານປະຫວັດສາດທີ່ສໍາຄັນຂອງລາວ ແລະ ໄດ້ກຳນົດເອົາ ວັນທີ 12 ຕຸລາ 1945 ທີ່ກົງກັບວັນປະກາດເອກະລາດໂຮມລາວ ເປັນວັນການທູດລາວ.