ວັນ​ການ​ທູດ​ລາວ

ຈາກ Laopedia

ໃນປີ 2013, ລັດຖະບານ ໄດ້ຕົກລົງເຫັນດີກຳນົດເອົາ ວັນທີ 12 ຕຸລາ ຂອງທຸກໆປີ ເປັນວັນການທູດລາວ ຢ່າງເປັນທາງການ

ໄລຍະແຕ່ກ່ອນປີ 2013 ຍັງບໍ່ທັນໄດ້ກໍານົດວັນການທູດຂອງລາວ, ໃນຂະນະທີ່ ຂະແໜງການຕ່າງໆ ຕ່າງກໍມີວັນສ້າງຕັ້ງຂະແໜງການຂອງຕົນ. ນອກຈາກນີ້, ປະເທດອື່ນໆ ກໍໄດ້ມີວັນການທູດຂອງຕົນ. ສະນັ້ນ, ກະຊວງການຕ່າງປະເທດ ໂດຍສົມທົບກັບພາກສ່ວນກ່ຽວຂ້ອງ ຈຶ່ງໄດ້ຮ່ວມກັນຄົ້ນຄວ້າ ໂດຍອີງໃສ່ການເຄື່ອນໄຫວທາງດ້ານປະຫວັດສາດທີ່ສໍາຄັນຂອງລາວ ແລະ ໄດ້ກຳນົດເອົາ ວັນທີ 12 ຕຸລາ 1945 ທີ່ກົງກັບວັນປະກາດເອກະລາດໂຮມລາວ ເປັນວັນການທູດລາວ.

ແຫຼ່ງທີ່ມາ: mofa.gov.la