ຄະນະໂຄສະນາອົບຮົມສູນກາງພັກ

ຈາກ Laopedia
Revision as of 03:51, 23 ເມສາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ, ຂຽນ​ຫຍໍ້​ດ້ວຍ​ຕົວ​ອັກສອນ“ຄ.ອ.ສ.ພ”​ແມ່ນ​ອົງການ​ຈັດຕັ້ງໜຶ່ງ​ຂອງ​ພັກຂັ້ນສູນ​ກາງ​ທີ່​ມີ​ຖານະ​ເທົ່າ​ກັນ​ກັບ​ຄະນະ​ຂອງ​ສູນ​ກາງ​ພັກ ແລະ ກະຊ...)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ, ຂຽນ​ຫຍໍ້​ດ້ວຍ​ຕົວ​ອັກສອນ“ຄ.ອ.ສ.ພ”​ແມ່ນ​ອົງການ​ຈັດຕັ້ງໜຶ່ງ​ຂອງ​ພັກຂັ້ນສູນ​ກາງ​ທີ່​ມີ​ຖານະ​ເທົ່າ​ກັນ​ກັບ​ຄະນະ​ຂອງ​ສູນ​ກາງ​ພັກ ແລະ ກະຊວງ–ອົງການ​ຂອງ​ລັດ. ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ ມີ​ບົດບາດ​ເປັນ​ເສນາ​ທິການ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ​ສູນ​ກາງ​ພັກ​ ແລະ  ຄະນະ​ເລຂາທິການ​ສູນ​ກາງ​ພັກ​ ໃນ​ຂົງ​ເຂດ​ວຽກ​ງານ​ການ​ເມືອງ-​ແນວ​ຄິດ, ຊີ້​ແຈງ​ອະທິບາຍ​ໂຄສະນາ​ເຜີຍ​ແຜ່​ແນວທາງນະ​ໂຍບາຍ​ຂອງ​ພັກ, ແຜນ​ພັດທະນາ​ເສດຖະກິດ– ສັງຄົມ, ລະບຽບ​ກົດໝາຍ​ຂອງ​ລັດ ​ແລະ ເຫດການ​ສຳຄັນ​ຕ່າງໆ​ທີ່​ກະທົບ​ໃສ່​ແນວ​ຄິດ;  ສຶກສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ; ຄົ້ນຄ້ວາ ​ແລະ ​ເຜີຍ​ແຜ່​ທິດ​ສະ​ດີກາ​ນ​ເມືອງ

ປະຫວັດຄວາມເປັນມາ

ໃນຕົ້ນປີ 1951 ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ,​ ໄດ້​ຮັບ​ການຈັດຕັ້ງຂຶ້ນ ​ແລະ ຕັ້ງ​ໂຮງຮຽນທິດ​ສະ​ດີ​ໃສ່​ຊື່ວ່າ “ ​ໂຮງຮຽນ​ສາມັກຄີ ” ​ເພື່ອ​ສ້າງ ​ແລະ ບຳລຸງ​ພະນັກງານ​ຫຼັກ​ແຫຼ່ງ​ໃຫ້​ແກ່​ກອງທັບ, ອຳນາດ​ການ​ປົກຄອງ, ອົງການ​ຈັດຕັ້ງມະຫາຊົນ ​ແລະ ​ໃຫ້ແກ່​ພັກ​ເອງ​ທັງ​ຢູ່​ຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ.

   ນັບ​ແຕ່ຊຸມ​ປີ 1964 ​ເຖິງ​ປີ 1975 ​ໂຄສະນາ​ອົບຮົມວັດທະນະທຳ, ​ເຊິ່ງ​ໄດ້ຂຽນ​ຫຍໍ້ວ່າ “ ຄ.ອ.ວ ”, ​ໄດ້​ຕັ້ງ​ສຳນັກງານ​ຢູ່​ຖ້ຳ​ຫີນພູ​ແຄ ທີ່​ຂຶ້ນ​ກັບ​ເມື​ອ​ງວຽງ​ໄຊ, ​ແຂວງ​ຫົວພັນ. ​​  ກົງຈັກ​ການຈັດ​ຕັ້ງ​ຂອງ​ຄະນະ​ໂຄສະນາ​ອົບຮົມ​ວັດທະນະທຳ ປະກອບ​ດ້ວຍ: ພະ​ແນ​ກ ວິທະຍຸກະຈາຍສຽງ. ພະ​ແນ​ກວັດທະນະທຳ, ພະ​ແນ​ກອົບຮົມ, ຫ້ອງການ​ໂຄສະນາ​ອົບຮົມ​ວັດທະນະທຳ​, ​ໂຮງ​ພີ​ມ. ຄະນະ​ໂຄສະນາ​ອົບຮົມ​ວັດທະນະທໍາ ປະກອບ​ມີ ຄະນະ​ຊີ້​ນໍາຄື:

1.ທ່ານ ສະນັ່ນ ສຸດທິ​ຈັກ,  

2. ທ່ານ ຈັນ​ມີ ດວງ​ບຸດ​ດີ,  

3. ທ່ານ ສີ​ຊະນະ ສີ​ສານ,  

4. ທ່ານ ສະຫວ່າງ,  

5. ທ່ານ ບຸນ ພົມ​ມະຫາ​ໄຊ,    

6. ທ່ານ ຄໍາມາ ພົມ​ກອງ,  

7. ທ່ານ ສົມ​ສະໜິດ ສຸດທິ​ຈັກ,  

8. ທ່ານ ສີວິ​ໄລ ​ແລະ ທ່ານ​ອື່ນໆ​ອີກ. ​

ໃນ​ນັ້ນ, ຮັບຜິດຊອບ​ວຽກງານ​ອົບຮົມ​ມີ ທ່ານ ສົມ​ສະໜິດ ສຸດທິ​ຈັກ, ທ່ານ ສະຫວ່າງ, ທ່ານ ສີວິ​ໄລ, ທ່ານ​ ຈັນ​ມີ ດວງ​ບຸດ​ດີ ​ແລະ ທ່ານອື່ນໆ.

ພາຍຫຼັງ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ​ແລ້ວ ຄະນະ (ຄ.ອ.ວ ) ປ່ຽນ​ມາ​ເປັນ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ

ພາລະບົດບາດ ໜ້າທີ່

ທີ່ຕັ້ງ ເເລະ ພາລະບົດບາດ

ຄະນະໂຄສະນາອົບຮົມສູນກາງພັກ ຂຽນເປັນຕົວອັກສອນຫຍໍ້ ວ່າ “ຄອສພ” ແມ່ນອົງການທີ່ຂຶ້ນກັບ ສູນກາງພັກ, ມີຖານະທຽບເທົ່າຄະນະຂອງພັກ ຂັ້ນສູນກາງ ແລະ ກະຊວງ-ອົງການ ໃນກົງຈັກການຈັດຕັ້ງ ຂອງລັດ; ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຄະນະບໍລິຫານງານສູນກາງພັກ ໂດຍສະເພາະ ແມ່ນ ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ໃນການເຮັດວຽກງານການເມືອງ-ແນວຄິດ, ວຽກງານຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳ, ວຽກງານໂຄສະນາອົບຮົມ, ວຽກງານສື່ສານມວນຊົນ ແລະ ສື່ສິ່ງພິມ, ສື່ເອເລັກໂຕນິກ, ສື່ແບບໃໝ່ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

ໜ້າທີ່ ແລະ ຂອບເຂດສິດ

ໜ້າທີ່

  1. ຄົ້ນຄວ້າເຊື່ອມຊຶມ ແລະ ຫັນເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຍຸດທະສາດ, ມະຕິ, ຄໍາສັ່ງ ຂອງກົມການເມືອງສູນກາງພັກ ກ່ຽວກັບວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາ ອົບຮົມ ຫັນມາເປັນແຜນຍຸດທະສາດ, ແຜນງານ, ແຜນການ ແລະ ໂຄງການລະອຽດຂອງຕົນ ພ້ອມທັງ ຮັບຜິດຊອບໃນການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ ແລະ ປະກົດຜົນເປັນຈິງ;
  2. ຄົ້ນຄວ້າກຳແໜ້ນມະຕິກອງປະຊຸມໃຫ່ຍຂອງພັກ ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ແຕ່ລະຄັ້ງ ເພື່ອສ້າງເປັນເອກະສານສຶກສາອົບຮົມ, ເອກະສານເຜີຍແຜ່ເຊື່ອມຊຶມ ໃຫ້ສະມາຊິກພັກ, ພະນັກງານ, ຊັ້ນຄົນຕ່າງໆ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວປະເທດ;
  3. ຄົ້ນຄວ້າວິໄສທັດ, ຍຸດທະສາດ, ທິດທາງ ແລະ ແຜນການເຄື່ອນໄຫວວຽກງານຄົ້ນຄວ້າທິດສະດີ ລະດັບຊາດ ເພື່ອສະເໜີຕໍ່ກົມການເມືອງສູນກາງພັກ;
  4. ຕິດຕາມກຳແໜ້ນສະພາບແນວຄິດ-ຫາງສຽງສັງຄົມ ລວມທັງສະພາບການທີ່ພົ້ນເດັ່ນ ຢູ່ພາຍໃນ ແລະ ຢູ່ຕ່າງປະເທດ ທີ່ມີຜົນກະທົບຕໍ່ແນວຄິດ-ຈິດຕະສາດ ຂອງຄົນໃນສັງຄົມ ແລະ ຕໍ່ຄວາມໝັ້ນຄົງ ຂອງລະບອບການປົກຄອງ ຂອງພວກເຮົາ; ພ້ອມທັງເປັນເຈົ້າການຄົ້ນຄວ້າ, ສະເໜີວິທີການ ແລະ ມາດຕະການແກ້ໄຂຢ່າງທັນການ ຕໍ່ຄະນະເລຂາທິການສູນກາງພັກ ແລະ ກົມການເມືອງສູນກາງພັກ;
  5. ສ້າງເອກະສານປາຖະກະຖາ, ໂຄສະນາ, ອະທິບາຍ ກ່ຽວກັບແນວທາງນະໂຍບາຍຂອງພັກ, ແຜນ ທາງນະໂຍບາຍຂອງພັກ ພັດທະນາເສດຖະກິດ-ສັງຄົມ, ນະໂຍບາຍ ແລະ ກົດໝາຍຂອງລັດ ກ່ຽວກັບສະພາບການທີ່ພົ້ນເດັ່ນ ຢູ່ພາຍໃນ ແລະ ຕ່າງປະເທດ ຕໍ່ແຕ່ລະເປົ້າໝາຍ ໃຫ້ແທດເໝາະ ແລະ ທັນການ;
  6. ຄົ້ນຄວ້າ ແລະ ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານວິຊາສະເພາະ ພ້ອມທັງຄຸ້ມຄອງລະບົບ ໄອທີ, ເຕັກນິກ, ຂໍ້ມູນຂ່າວ, ເວບໄຊ ຂອງຄະນະໂຄສະນາອົບຮົມສູນກາງພັກ ເພື່ອຮັບໃຊ້ໜ້າທີ່ ວຽກງານ ໃຫ້ວ່ອງໄວ ແລະ ທັນການ;
  7. ຊີ້ນໍາ ແລະ ຊຸກຍູ້ໜັງສືພິມປະຊາຊົນ ເປັນກະບອກສຽງ ຂອງສູນກາງພັກ ໃນການນໍາເອົາແນວທາງ ນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ, ລະບຽບກົດໝາຍຂອງລັດ ເຜີຍແຜ່ຕໍ່ພາຍໃນ ແລະ ຕ່າງປະເທດ ພ້ອມທັງສ່ອງແສງສະພາບຕົວຈິງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນທົ່ວປະເທດ; ຕອບໂຕ້ ແລະ ອະທິບາຍບັນຫາຕ່າງໆ ທີ່ສັງຄົມຕັ້ງຂຶ້ນ;
  8. ສົມທົບກັບກະຊວງສຶກສາທິການ ແລະ ກິລາ ເພື່ອສ້າງ ແລະ ປັບປຸງຫຼັກສູດການຮຽນ-ການສອນ ທິດສະດີ, ແນວທາງຂອງພັກ ແລະ ວິຊາສັງຄົມ-ການເມືອງ ຢູ່ໃນສະຖາບັນການສຶກສາຊັ້ນຕ່າງໆ ທຸກຂັ້ນ;
  9. ສ້າງລາຍການວິທະຍຸ, ໂທລະພາບ ຂອງຄະນະໂຄສະນາອົບຮົມສູນກາງພັກ ເພື່ອນໍາເອົາແນວທາງ ນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ ແລະ ລະບຽບກົດໝາຍ ໂຄສະນາເຜີຍແຜ່ ຜ່ານວິທະຍຸກະຈາຍສຽງແຫ່ງຊາດ ແລະ ໂທລະພາບແຫ່ງຊາດ;
  10. ຈັດຕັ້ງຝຶກອົບຮົມຄວາມຮູ້ດ້ານທິດສະດີ, ແນວທາງ, ວຽກງານວິຊາສະເພາະ ທາງດ້ານວຽກງານໂຄສະນາ, ວຽກງານອົບຮົມ, ວຽກງານສັງລວມ-ຫາງສຽງສັງຄົມ, ວຽກງານໄອທີ ແລະ ວຽກງານອື່ນໆ ໃຫ້ແກ່ ຜູ້ທີ່ເຮັດວຽກງານໂຄສະນາອົບຮົມ ໃນຂອບເຂດທົ່ວປະເທດ; ສະໜອງຂໍ້ມູນ-ຂ່າວສານ, ວັດຖຸອຸປະກອນ ແລະ ເຄື່ອງມືຮັບໃຊ້ວຽກງານໂຄສະນາອົບຮົມ ຕາມທິດຫັນເປັນທັນສະໄໝ;
  11. ຈັດຕັ້ງການໂຄສະນາເຄື່ອນທີ່ ແລະ ການໂຄສະນາຜ່ານສື່ຕ່າງໆ ເພື່ອເຄື່ອນໄຫວໂຄສະນາ-ນໍາພາແນວຄິດ ປະຊາຊົນ ໃຫ້ໄດ້ຢ່າງກວ້າງຂວາງ, ທົ່ວເຖິງ ເປັນຕົ້ນແມ່ນ ໃນເຂດຈຸມສຸມຕ່າງໆ ທົ່ວປະເທດ;
  12. ປຸກລະດົມບັນດາຊັ້ນຄົນ ແລະ ຜູ້ມີເງື່ອນໄຂ, ມີຄວາມສາມາດ ປະກອບສ່ວນເຂົ້າໃນວຽກງານໂຄສະນາ ອົບຮົມຂອງພັກ; ຈັດຕັ້ງຕາໜ່າງເພື່ອນຮ່ວມງານ ດ້ານການໂຄສະນາອົບຮົມ ຢ່າງເປັນລະບົບ, ເຄື່ອນໄຫວ ເປັນປົກກະຕິ ແລະ ມີປະສິດທິຜົນ;
  13. ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ, ການຄຸ້ມຄອງ, ການສ້າງແຜນກຳນົດພະນັກງານ, ແຜນບຳລຸງ-ກໍ່ສ້າງ ພະນັກງານ, ແຜນກຳນົດຕຳແໜ່ງງານ, ການຈັດວາງ, ສັບຊ້ອນພະນັກງານ, ການປະຕິບັດນະໂຍບາຍ, ການຍ້ອງຍໍຜົນງານ, ການປະເມີນຜົນ ແລະ ການປະຕິບັດວິໄນຕໍ່ພະນັກງານ ຕາມລະບຽບການ ທີ່ກຳນົດໄວ້;
  14. ສ້າງ ແລະ ປັບປຸງພື້ນຖານໂຄງລ່າງສໍານັກງານ, ອາຄານ, ສະຖານທີ່; ປະກອບພາຫະນະ, ວັດຖຸ ອຸປະກອນຕ່າງໆ ເພື່ອມີຄວາມສະດວກໃນການເຮັດວຽກງານໂຄສະນາອົບຮົມ ໃຫ້ມີເນື້ອໃນເລິກເຊິ່ງ, ກວ້າງຂວາງ, ວ່ອງໄວ ແລະ ທັນການ;
  15. ຂຶ້ນແຜນການ, ແຜນງົບປະມານ ພ້ອມທັງຄຸ້ມຄອງ-ນໍາໃຊ້ງົບປະມານ, ຊັບສິນຂອງລັດ ໃນການຈັດຕັ້ງ ປະຕິບັດພາລະບົດບາດ ແລະ ໜ້າທີ່, ຄວາມຮັບຜິດຊອບຂອງຕົນ ກ່ຽວກັບວຽກງານການເມືອງ-ແນວຄິດ ແລະ ວຽກງານໂຄສະນາອົບຮົມ ຕາມການມອບໝາຍ ຂອງກົມການເມືອງສູນກາງພັກ;
  16. ຄົ້ນຄວ້າ, ອະທິບາຍ, ໄຈ້ແຍກ ແລະ ຕອບແກ້ບັນຫາຕ່າງໆ ທີ່ເກີດຂື້ນໃໝ່ ເຊິ່ງພົວພັນເຖິງທັດສະນະ, ແນວຄິດ, ຄວາມຮັບຮູ້ ທີ່ຜິດເຂວຂອງສັງຄົມ ຕໍ່ແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ;
  17. ຊີ້ນຳ, ຊຸກຍູ້, ຕິດຕາມ, ກວດກາ-ກວດການປົກກະຕິ, ການປະເມີນຜົນການຈັດຕັ້ງປະຕິບັດກົດລະບຽບພັກ, ກົດໝາຍຂອງລັດ, ແຜນການ, ໂຄງການເຄື່ອນໄຫວຂອງກົມ, ທຽບເທົ່າກົມ; ຊຸກຍູ້ການປະຕິບັດ ຕາມແຜນດໍາເນີນງານ ຂອງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ໃຫ້ປະກົດເປັນຈິງ;
  18. ພົວພັນ, ຮ່ວມມືກັບຄະນະໂຄສະນາອົບຮົມ ຂອງປະເທດເພື່ອນມິດຍຸດທະສາດ ເພື່ອເຂົ້າຮ່ວມການ ສຳມະນາ, ໄປທັດສະນະສຶກສາ, ຄົ້ນຄວ້າແລກປ່ຽນ ແລະ ຖອດຖອນບົດຮຽນດ້ານວຽກງານວິຊາສະເພາະ ພ້ອມກັນນັ້ນ ກໍເພີ່ມທະວີການຮ່ວມມືກັບບັນດາພັກກຳອຳນາດກ້າວໜ້າໃນໂລກ, ບັນດາອົງການຈັດຕັ້ງ ສາກົນ ແລະ ນັກຄົ້ນຄວ້າຕ່າງປະເທດ ເພື່ອຄົ້ນຄວ້າທິດສະດີ ແລະ ວິທະຍາສາດ ຕາມການເຫັນດີ ຂອງຄະນະເລຂາທິການສູນກາງພັກ ແລະ ກົມການເມືອງສູນກາງພັກ;
  19. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ແລະ ຊີ້ນໍາ ຂອງຄະນະເລຂາທິການສູນກາງພັກ ແລະ ກົມການເມືອງສູນກາງພັກ 1. ສະເໜີຕໍ່ຄະນະເລຂາທິການສູນກາງພັກ, ກົມການເມືອງສູນກາງພັກ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ, ການບັນຈຸ, ສັບຊ້ອນ ແລະ ການຈັດວາງບຸກຄະລາກອນ ຂອງຄະນະໂຄສະນາອົບຮົມສູນກາງພັກ ຕາມການແບ່ງຂັ້ນຄຸ້ມຄອງ; 2. ຊີ້ນໍາ-ນໍາພາ ການເຮັດວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມ, ວຽກງານສື່ມວນຊົນ ຕາມຄວາມຮັບຜິດຊອບຂອງຕົນ; 3. ອອກຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການຕ່າງໆ ກ່ຽວກັບວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາ ອົບຮົມ ໃຫ້ກະຊວງ-ອົງການ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດ; 4. ຊີ້ນໍາ-ນໍາພາລວມ ວຽກງານຮອບດ້ານ, ແກ້ໄຂວຽກງານປະຈໍາວັນ ແລະ ເຊັນເອກະສານຕ່າງໆ ຕາມ ຂອບເຂດສິດ, ຄວາມຮັບຜິດຊອບຕາມກົດໝາຍ ແລະ ລະບຽບຂອງພັກ ກຳນົດໄວ້; 5. ຮຽກໂຮມພະນັກງານນໍາພາ-ຄຸ້ມຄອງ ແລະ ວິຊາການຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ ປະຊຸມ ຫຼື ຜູ້ຮັບຜິດຊອບວຽກງານການເມືອງ-ແນວຄິດ ຂອງກະຊວງ-ອົງການ, ທ້ອງຖິ່ນ ເພື່ອປະຊຸມ