ຄະນະໂຄສະນາອົບຮົມສູນກາງພັກ

ຈາກ Laopedia

ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ, ຂຽນ​ຫຍໍ້​ດ້ວຍ​ຕົວ​ອັກສອນ“ຄ.ອ.ສ.ພ”​ແມ່ນ​ອົງການ​ຈັດຕັ້ງໜຶ່ງ​ຂອງ​ພັກຂັ້ນສູນ​ກາງ​ທີ່​ມີ​ຖານະ​ເທົ່າ​ກັນ​ກັບ​ຄະນະ​ຂອງ​ສູນ​ກາງ​ພັກ ແລະ ກະຊວງ–ອົງການ​ຂອງ​ລັດ. ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ ມີ​ບົດບາດ​ເປັນ​ເສນາ​ທິການ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ​ສູນ​ກາງ​ພັກ​ ແລະ  ຄະນະ​ເລຂາທິການ​ສູນ​ກາງ​ພັກ​ ໃນ​ຂົງ​ເຂດ​ວຽກ​ງານ​ການ​ເມືອງ-​ແນວ​ຄິດ, ຊີ້​ແຈງ​ອະທິບາຍ​ໂຄສະນາ​ເຜີຍ​ແຜ່​ແນວທາງນະ​ໂຍບາຍ​ຂອງ​ພັກ, ແຜນ​ພັດທະນາ​ເສດຖະກິດ– ສັງຄົມ, ລະບຽບ​ກົດໝາຍ​ຂອງ​ລັດ ​ແລະ ເຫດການ​ສຳຄັນ​ຕ່າງໆ​ທີ່​ກະທົບ​ໃສ່​ແນວ​ຄິດ;  ສຶກສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ; ຄົ້ນຄ້ວາ ​ແລະ ​ເຜີຍ​ແຜ່​ທິດ​ສະ​ດີກາ​ນ​ເມືອງ

ປະຫວັດຄວາມເປັນມາ

ໃນຕົ້ນປີ 1951 ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ,​ ໄດ້​ຮັບ​ການຈັດຕັ້ງຂຶ້ນ ​ແລະ ຕັ້ງ​ໂຮງຮຽນທິດ​ສະ​ດີ​ໃສ່​ຊື່ວ່າ “ ​ໂຮງຮຽນ​ສາມັກຄີ ” ​ເພື່ອ​ສ້າງ ​ແລະ ບຳລຸງ​ພະນັກງານ​ຫຼັກ​ແຫຼ່ງ​ໃຫ້​ແກ່​ກອງທັບ, ອຳນາດ​ການ​ປົກຄອງ, ອົງການ​ຈັດຕັ້ງມະຫາຊົນ ​ແລະ ​ໃຫ້ແກ່​ພັກ​ເອງ​ທັງ​ຢູ່​ຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ.

   ນັບ​ແຕ່ຊຸມ​ປີ 1964 ​ເຖິງ​ປີ 1975 ​ໂຄສະນາ​ອົບຮົມວັດທະນະທຳ, ​ເຊິ່ງ​ໄດ້ຂຽນ​ຫຍໍ້ວ່າ “ ຄ.ອ.ວ ”, ​ໄດ້​ຕັ້ງ​ສຳນັກງານ​ຢູ່​ຖ້ຳ​ຫີນພູ​ແຄ ທີ່​ຂຶ້ນ​ກັບ​ເມື​ອ​ງວຽງ​ໄຊ, ​ແຂວງ​ຫົວພັນ. ​​  ກົງຈັກ​ການຈັດ​ຕັ້ງ​ຂອງ​ຄະນະ​ໂຄສະນາ​ອົບຮົມ​ວັດທະນະທຳ ປະກອບ​ດ້ວຍ: ພະ​ແນ​ກ ວິທະຍຸກະຈາຍສຽງ. ພະ​ແນ​ກວັດທະນະທຳ, ພະ​ແນ​ກອົບຮົມ, ຫ້ອງການ​ໂຄສະນາ​ອົບຮົມ​ວັດທະນະທຳ​, ​ໂຮງ​ພີ​ມ. ຄະນະ​ໂຄສະນາ​ອົບຮົມ​ວັດທະນະທໍາ ປະກອບ​ມີ ຄະນະ​ຊີ້​ນໍາຄື:

1.ທ່ານ ສະນັ່ນ ສຸດທິ​ຈັກ,  

2. ທ່ານ ຈັນ​ມີ ດວງ​ບຸດ​ດີ,  

3. ທ່ານ ສີ​ຊະນະ ສີ​ສານ,  

4. ທ່ານ ສະຫວ່າງ,  

5. ທ່ານ ບຸນ ພົມ​ມະຫາ​ໄຊ,    

6. ທ່ານ ຄໍາມາ ພົມ​ກອງ,  

7. ທ່ານ ສົມ​ສະໜິດ ສຸດທິ​ຈັກ,  

8. ທ່ານ ສີວິ​ໄລ ​ແລະ ທ່ານ​ອື່ນໆ​ອີກ. ​

ໃນ​ນັ້ນ, ຮັບຜິດຊອບ​ວຽກງານ​ອົບຮົມ​ມີ ທ່ານ ສົມ​ສະໜິດ ສຸດທິ​ຈັກ, ທ່ານ ສະຫວ່າງ, ທ່ານ ສີວິ​ໄລ, ທ່ານ​ ຈັນ​ມີ ດວງ​ບຸດ​ດີ ​ແລະ ທ່ານອື່ນໆ.

ພາຍຫຼັງ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ​ແລ້ວ ຄະນະ (ຄ.ອ.ວ ) ປ່ຽນ​ມາ​ເປັນ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ

ພາລະບົດບາດ ໜ້າທີ່

ທີ່ຕັ້ງ ເເລະ ພາລະບົດບາດ

ຄະນະໂຄສະນາອົບຮົມສູນກາງພັກ ຂຽນເປັນຕົວອັກສອນຫຍໍ້ ວ່າ “ຄອສພ” ແມ່ນອົງການທີ່ຂຶ້ນກັບ ສູນກາງພັກ, ມີຖານະທຽບເທົ່າຄະນະຂອງພັກ ຂັ້ນສູນກາງ ແລະ ກະຊວງ-ອົງການ ໃນກົງຈັກການຈັດຕັ້ງ ຂອງລັດ; ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຄະນະບໍລິຫານງານສູນກາງພັກ ໂດຍສະເພາະ ແມ່ນ ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ໃນການເຮັດວຽກງານການເມືອງ-ແນວຄິດ, ວຽກງານຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳ, ວຽກງານໂຄສະນາອົບຮົມ, ວຽກງານສື່ສານມວນຊົນ ແລະ ສື່ສິ່ງພິມ, ສື່ເອເລັກໂຕນິກ, ສື່ແບບໃໝ່ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

ໜ້າທີ່ ແລະ ຂອບເຂດສິດ

ໜ້າທີ່

  1. ຄົ້ນຄວ້າເຊື່ອມຊຶມ ແລະ ຫັນເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຍຸດທະສາດ, ມະຕິ, ຄໍາສັ່ງ ຂອງກົມການເມືອງສູນກາງພັກ ກ່ຽວກັບວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາ ອົບຮົມ ຫັນມາເປັນແຜນຍຸດທະສາດ, ແຜນງານ, ແຜນການ ແລະ ໂຄງການລະອຽດຂອງຕົນ ພ້ອມທັງ ຮັບຜິດຊອບໃນການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ ແລະ ປະກົດຜົນເປັນຈິງ;
  2. ຄົ້ນຄວ້າກຳແໜ້ນມະຕິກອງປະຊຸມໃຫ່ຍຂອງພັກ ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ແຕ່ລະຄັ້ງ ເພື່ອສ້າງເປັນເອກະສານສຶກສາອົບຮົມ, ເອກະສານເຜີຍແຜ່ເຊື່ອມຊຶມ ໃຫ້ສະມາຊິກພັກ, ພະນັກງານ, ຊັ້ນຄົນຕ່າງໆ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວປະເທດ;
  3. ຄົ້ນຄວ້າວິໄສທັດ, ຍຸດທະສາດ, ທິດທາງ ແລະ ແຜນການເຄື່ອນໄຫວວຽກງານຄົ້ນຄວ້າທິດສະດີ ລະດັບຊາດ ເພື່ອສະເໜີຕໍ່ກົມການເມືອງສູນກາງພັກ;
  4. ຕິດຕາມກຳແໜ້ນສະພາບແນວຄິດ-ຫາງສຽງສັງຄົມ ລວມທັງສະພາບການທີ່ພົ້ນເດັ່ນ ຢູ່ພາຍໃນ ແລະ ຢູ່ຕ່າງປະເທດ ທີ່ມີຜົນກະທົບຕໍ່ແນວຄິດ-ຈິດຕະສາດ ຂອງຄົນໃນສັງຄົມ ແລະ ຕໍ່ຄວາມໝັ້ນຄົງ ຂອງລະບອບການປົກຄອງ ຂອງພວກເຮົາ; ພ້ອມທັງເປັນເຈົ້າການຄົ້ນຄວ້າ, ສະເໜີວິທີການ ແລະ ມາດຕະການແກ້ໄຂຢ່າງທັນການ ຕໍ່ຄະນະເລຂາທິການສູນກາງພັກ ແລະ ກົມການເມືອງສູນກາງພັກ;
  5. ສ້າງເອກະສານປາຖະກະຖາ, ໂຄສະນາ, ອະທິບາຍ ກ່ຽວກັບແນວທາງນະໂຍບາຍຂອງພັກ, ແຜນ ທາງນະໂຍບາຍຂອງພັກ ພັດທະນາເສດຖະກິດ-ສັງຄົມ, ນະໂຍບາຍ ແລະ ກົດໝາຍຂອງລັດ ກ່ຽວກັບສະພາບການທີ່ພົ້ນເດັ່ນ ຢູ່ພາຍໃນ ແລະ ຕ່າງປະເທດ ຕໍ່ແຕ່ລະເປົ້າໝາຍ ໃຫ້ແທດເໝາະ ແລະ ທັນການ;
  6. ຄົ້ນຄວ້າ ແລະ ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານວິຊາສະເພາະ ພ້ອມທັງຄຸ້ມຄອງລະບົບ ໄອທີ, ເຕັກນິກ, ຂໍ້ມູນຂ່າວ, ເວບໄຊ ຂອງຄະນະໂຄສະນາອົບຮົມສູນກາງພັກ ເພື່ອຮັບໃຊ້ໜ້າທີ່ ວຽກງານ ໃຫ້ວ່ອງໄວ ແລະ ທັນການ;
  7. ຊີ້ນໍາ ແລະ ຊຸກຍູ້ໜັງສືພິມປະຊາຊົນ ເປັນກະບອກສຽງ ຂອງສູນກາງພັກ ໃນການນໍາເອົາແນວທາງ ນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ, ລະບຽບກົດໝາຍຂອງລັດ ເຜີຍແຜ່ຕໍ່ພາຍໃນ ແລະ ຕ່າງປະເທດ ພ້ອມທັງສ່ອງແສງສະພາບຕົວຈິງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນທົ່ວປະເທດ; ຕອບໂຕ້ ແລະ ອະທິບາຍບັນຫາຕ່າງໆ ທີ່ສັງຄົມຕັ້ງຂຶ້ນ;
  8. ສົມທົບກັບກະຊວງສຶກສາທິການ ແລະ ກິລາ ເພື່ອສ້າງ ແລະ ປັບປຸງຫຼັກສູດການຮຽນ-ການສອນ ທິດສະດີ, ແນວທາງຂອງພັກ ແລະ ວິຊາສັງຄົມ-ການເມືອງ ຢູ່ໃນສະຖາບັນການສຶກສາຊັ້ນຕ່າງໆ ທຸກຂັ້ນ;
  9. ສ້າງລາຍການວິທະຍຸ, ໂທລະພາບ ຂອງຄະນະໂຄສະນາອົບຮົມສູນກາງພັກ ເພື່ອນໍາເອົາແນວທາງ ນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ ແລະ ລະບຽບກົດໝາຍ ໂຄສະນາເຜີຍແຜ່ ຜ່ານວິທະຍຸກະຈາຍສຽງແຫ່ງຊາດ ແລະ ໂທລະພາບແຫ່ງຊາດ;
  10. ຈັດຕັ້ງຝຶກອົບຮົມຄວາມຮູ້ດ້ານທິດສະດີ, ແນວທາງ, ວຽກງານວິຊາສະເພາະ ທາງດ້ານວຽກງານໂຄສະນາ, ວຽກງານອົບຮົມ, ວຽກງານສັງລວມ-ຫາງສຽງສັງຄົມ, ວຽກງານໄອທີ ແລະ ວຽກງານອື່ນໆ ໃຫ້ແກ່ ຜູ້ທີ່ເຮັດວຽກງານໂຄສະນາອົບຮົມ ໃນຂອບເຂດທົ່ວປະເທດ; ສະໜອງຂໍ້ມູນ-ຂ່າວສານ, ວັດຖຸອຸປະກອນ ແລະ ເຄື່ອງມືຮັບໃຊ້ວຽກງານໂຄສະນາອົບຮົມ ຕາມທິດຫັນເປັນທັນສະໄໝ;
  11. ຈັດຕັ້ງການໂຄສະນາເຄື່ອນທີ່ ແລະ ການໂຄສະນາຜ່ານສື່ຕ່າງໆ ເພື່ອເຄື່ອນໄຫວໂຄສະນາ-ນໍາພາແນວຄິດ ປະຊາຊົນ ໃຫ້ໄດ້ຢ່າງກວ້າງຂວາງ, ທົ່ວເຖິງ ເປັນຕົ້ນແມ່ນ ໃນເຂດຈຸມສຸມຕ່າງໆ ທົ່ວປະເທດ;
  12. ປຸກລະດົມບັນດາຊັ້ນຄົນ ແລະ ຜູ້ມີເງື່ອນໄຂ, ມີຄວາມສາມາດ ປະກອບສ່ວນເຂົ້າໃນວຽກງານໂຄສະນາ ອົບຮົມຂອງພັກ; ຈັດຕັ້ງຕາໜ່າງເພື່ອນຮ່ວມງານ ດ້ານການໂຄສະນາອົບຮົມ ຢ່າງເປັນລະບົບ, ເຄື່ອນໄຫວ ເປັນປົກກະຕິ ແລະ ມີປະສິດທິຜົນ;
  13. ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ, ການຄຸ້ມຄອງ, ການສ້າງແຜນກຳນົດພະນັກງານ, ແຜນບຳລຸງ-ກໍ່ສ້າງ ພະນັກງານ, ແຜນກຳນົດຕຳແໜ່ງງານ, ການຈັດວາງ, ສັບຊ້ອນພະນັກງານ, ການປະຕິບັດນະໂຍບາຍ, ການຍ້ອງຍໍຜົນງານ, ການປະເມີນຜົນ ແລະ ການປະຕິບັດວິໄນຕໍ່ພະນັກງານ ຕາມລະບຽບການ ທີ່ກຳນົດໄວ້;
  14. ສ້າງ ແລະ ປັບປຸງພື້ນຖານໂຄງລ່າງສໍານັກງານ, ອາຄານ, ສະຖານທີ່; ປະກອບພາຫະນະ, ວັດຖຸ ອຸປະກອນຕ່າງໆ ເພື່ອມີຄວາມສະດວກໃນການເຮັດວຽກງານໂຄສະນາອົບຮົມ ໃຫ້ມີເນື້ອໃນເລິກເຊິ່ງ, ກວ້າງຂວາງ, ວ່ອງໄວ ແລະ ທັນການ;
  15. ຂຶ້ນແຜນການ, ແຜນງົບປະມານ ພ້ອມທັງຄຸ້ມຄອງ-ນໍາໃຊ້ງົບປະມານ, ຊັບສິນຂອງລັດ ໃນການຈັດຕັ້ງ ປະຕິບັດພາລະບົດບາດ ແລະ ໜ້າທີ່, ຄວາມຮັບຜິດຊອບຂອງຕົນ ກ່ຽວກັບວຽກງານການເມືອງ-ແນວຄິດ ແລະ ວຽກງານໂຄສະນາອົບຮົມ ຕາມການມອບໝາຍ ຂອງກົມການເມືອງສູນກາງພັກ;
  16. ຄົ້ນຄວ້າ, ອະທິບາຍ, ໄຈ້ແຍກ ແລະ ຕອບແກ້ບັນຫາຕ່າງໆ ທີ່ເກີດຂື້ນໃໝ່ ເຊິ່ງພົວພັນເຖິງທັດສະນະ, ແນວຄິດ, ຄວາມຮັບຮູ້ ທີ່ຜິດເຂວຂອງສັງຄົມ ຕໍ່ແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ;
  17. ຊີ້ນຳ, ຊຸກຍູ້, ຕິດຕາມ, ກວດກາ-ກວດການປົກກະຕິ, ການປະເມີນຜົນການຈັດຕັ້ງປະຕິບັດກົດລະບຽບພັກ, ກົດໝາຍຂອງລັດ, ແຜນການ, ໂຄງການເຄື່ອນໄຫວຂອງກົມ, ທຽບເທົ່າກົມ; ຊຸກຍູ້ການປະຕິບັດ ຕາມແຜນດໍາເນີນງານ ຂອງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ໃຫ້ປະກົດເປັນຈິງ;
  18. ພົວພັນ, ຮ່ວມມືກັບຄະນະໂຄສະນາອົບຮົມ ຂອງປະເທດເພື່ອນມິດຍຸດທະສາດ ເພື່ອເຂົ້າຮ່ວມການ ສຳມະນາ, ໄປທັດສະນະສຶກສາ, ຄົ້ນຄວ້າແລກປ່ຽນ ແລະ ຖອດຖອນບົດຮຽນດ້ານວຽກງານວິຊາສະເພາະ ພ້ອມກັນນັ້ນ ກໍເພີ່ມທະວີການຮ່ວມມືກັບບັນດາພັກກຳອຳນາດກ້າວໜ້າໃນໂລກ, ບັນດາອົງການຈັດຕັ້ງ ສາກົນ ແລະ ນັກຄົ້ນຄວ້າຕ່າງປະເທດ ເພື່ອຄົ້ນຄວ້າທິດສະດີ ແລະ ວິທະຍາສາດ ຕາມການເຫັນດີ ຂອງຄະນະເລຂາທິການສູນກາງພັກ ແລະ ກົມການເມືອງສູນກາງພັກ;
  19. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ແລະ ຊີ້ນໍາ ຂອງຄະນະເລຂາທິການສູນກາງພັກ ແລະ ກົມການເມືອງສູນກາງພັກ

ຂອບເຂດສິດ

  1. ສະເໜີຕໍ່ຄະນະເລຂາທິການສູນກາງພັກ, ກົມການເມືອງສູນກາງພັກ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ, ການບັນຈຸ, ສັບຊ້ອນ ແລະ ການຈັດວາງບຸກຄະລາກອນ ຂອງຄະນະໂຄສະນາອົບຮົມສູນກາງພັກ ຕາມການແບ່ງຂັ້ນຄຸ້ມຄອງ;
  2. ຊີ້ນໍາ-ນໍາພາ ການເຮັດວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມ, ວຽກງານສື່ມວນຊົນ ຕາມຄວາມຮັບຜິດຊອບຂອງຕົນ;
  3. ອອກຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການຕ່າງໆ ກ່ຽວກັບວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາ ອົບຮົມ ໃຫ້ກະຊວງ-ອົງການ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດ;
  4. ຊີ້ນໍາ-ນໍາພາລວມ ວຽກງານຮອບດ້ານ, ແກ້ໄຂວຽກງານປະຈໍາວັນ ແລະ ເຊັນເອກະສານຕ່າງໆ ຕາມ ຂອບເຂດສິດ, ຄວາມຮັບຜິດຊອບຕາມກົດໝາຍ ແລະ ລະບຽບຂອງພັກ ກຳນົດໄວ້;
  5. ຮຽກໂຮມພະນັກງານນໍາພາ-ຄຸ້ມຄອງ ແລະ ວິຊາການຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ ປະຊຸມ ຫຼື ຜູ້ຮັບຜິດຊອບວຽກງານການເມືອງ-ແນວຄິດ ຂອງກະຊວງ-ອົງການ, ທ້ອງຖິ່ນ ເພື່ອປະຊຸມປຶກສາຫາລື, ຄົ້ນຄວ້າແກ້ໄຂບັນຫາ ຫຼື ເຜີຍແຜ່, ແນະນຳ ກ່ຽວກັບທິດທາງ, ວິທີການ ແລະ ມາດຕະການ ດໍາເນີນວຽກງານການເມືອງ-ແນວຄິດ ແລະ ວຽກງານໂຄສະນາອົບຮົມ;
  6. ປະສານສົມທົບກັບອົງການຈັດຕັ້ງຂອງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ບຸກຄົນອະດີດການນໍາ ຜູ້ທີ່ມີບົດບາດ ເພື່ອປະກອບສ່ວນເຮັດວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມ ແລະ ການປາຖະກະຖາ ໃນຫົວຂໍ້ຕ່າງໆ;
  7. ສະເໜີຂັ້ນເທິງປະຕິບັດນະໂຍບາຍ, ຍ້ອງຍໍຜົນງານ, ແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ, ລົງວິໄນ ຕໍ່ ພະນັກງານ, ລັດຖະກອນ ໃນຂັ້ນຄຸ້ມຄອງຂອງຕົນ ຕາມລະບຽບກົດໝາຍ;
  8. ຄຸ້ມຄອງ ແລະ ກວດກາ ການນໍາໃຊ້ງົບປະມານ, ການນໍາໃຊ້ຊັບສົມບັດຂອງລັດ ທີ່ຂຶ້ນກັບການຄຸ້ມຄອງ ຂອງຄະນະໂຄສະນາອົບຮົມສູນກາງພັກ ຕາມກົດໝາຍ, ລະບຽບການ ກຳນົດໄວ້;
  9. ເຊັນສັນຍາ, ອະນຸສັນຍາ, ບົດບັນທຶກຊ່ວຍຈໍາຕ່າງໆ ໃນການພົວພັນ, ຮ່ວມມືກັບອົງການ ການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມ, ວຽກງານຄົ້ນຄວ້າທິດສະດີ ແລະ ວຽກງານສື່ມວນຊົນ ຂອງບັນດາປະເທດ ອ້າຍນ້ອງ, ເພື່ອນມິດຍຸດທະສາດ ບົນພື້ນຖານລັດຖະທຳມະນູນ, ກົດໝາຍ ແລະ ການຕົກລົງ ຂອງຂັ້ນເທິງ;
  10. ປະຕິບັດສິດອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍ ຂອງ ຄະນະເລຂາທິການສູນກາງພັກ ແລະ ກົມການເມືອງສູນກາງພັກ.

ກົງຈັກການຈັດຕັ້ງ

  1. ຫ້ອງການ
  2. ກົມຈັດຕັ້ງພະນັກງານ
  3. ກົມໂຄສະນາ
  4. ກົມອົບຮົມ
  5. ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ
  6. ວາລະສານອະລຸນໃໝ່
  7. ກົມກວດກາ
  8. ຫ້ອງການສະພາທິດສະດີສູນກາງພັກ
  9. ໜັງສືພິມປະຊາຊົນ

ຕິດຕໍ່ພົວພັນ

ສຳນັກງານ: ບ້ານ ສີວິໄລ,ເມືອງ ໄຊທານີ ນະຄອນຫລວງວຽງຈັນ

ໂທ:

ເວັບໄຊ: https://ptc.gov.la/

ອີເມວ:

ອ້າງອີງ

https://ptc.gov.la/