ແຂວງໄຊສົມບູນ

ຈາກ Laopedia
Revision as of 11:40, 23 ມີນາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)
ຮູບ:ແຜນທີ່ ແຂວງໄຊສົມບູນ.png

ແຂວງ ໄຊສົມບູນ ເປັນແຂວງໜື່ງໃນ 18 ແຂວງຂອງ ສປປ ລາວ ເຊິ່ງໄດ້ສ້າງຕັ້ງຂື້ນຢ່າງເປັນທາງການໃນ ວັນທີ 31 ທັນວາ ປີ 2013. ມີທີຕັ້ງໃນເຂດພາກກາງຂອງປະເທດ ປະກອບມີເຂດການປົກຄອງ 5 ເມືອງຄື: ເມືອງອະນຸວົງ, ເມືອງທ່າໂທມ, ເມືອງລ່ອງແຈ້ງ, ເມືອງຮົ່ມ ແລະ ເມືອງລ້ອງຊານ. ຊື່ງໃນນີ້ມີຢູ່ 3 ເມືອງ ທີ່ສ້ຳງຕັ້ງຂື້ນໃໝ່ຄື ເມືອງລ້ອງຊານ ທີ່ແຍກອອກຈາກ ເມືອງຮົມ ກັບ ເມືອງລ່ອງແຈ້ງ ແລະ ເມືອງອະນຸວົງທີ່ສ້າງຕັ້ງຂື້ນມາແທນ ເມືອງໄຊສົມບູນ

ມີຂອບເຂດຊາຍ ແດນ ຕິດກັບບັນດາແຂວງອ້ອມຂ້າງໃກ້ຄຽງ: ທິດເໜືອ ມີຊາຍແດນ ຕິດກັບ ເມືອງພູຄູນ ແຂວງຫຼວງພະບາງ, ເມືອງພູກູດ, ເມືອງຜຳໄຊ ແລະ ເມືອງຄູນ ແຂວງຊຽງຂວາງ, ທິດໃຕ້ ມີຊາຍແດນ ຕິດກັບເມືອງທຸລະຄົມ ແຂວງວຽງຈັນ ແລະ ເມືອງທ່າພະບາດ ແຂວງບໍລິຄຳໄຊ, ທິດຕາເວັນຕົກ ມີຊາຍແດນ ຕິດກັບ ເມືອງກາສີ, ເມືອງວັງວຽງ, ແລະ ເມືອງແກ້ວອຸດົມ ແຂວງວຽງຈັນ, ທິດຕາເວັນອອກ ມີຊາຍແດນ ຕິດກັບເມືອງໝອກໃໝ່ ແຂວງຊຽງຂວາງ ແລະ ເມືອງບໍລິຄັນ ແຂວງ ບໍລິຄຳໄຊ.[1]

ທີ່ຕັ້ງ

  1. ປື້ມຂໍ້ມູນສະຖິຕິປະຈຳປີ 2018 ແຂວງໄຊສົມບູນ