ການຫັນເປັນດິຈິຕອນຂອງ ສປປ ລາວ

ຈາກ Laopedia
Revision as of 11:58, 17 ມີນາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (Protected "ການຫັນເປັນດິຈິຕອນຂອງ ສປປ ລາວ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))

ການຫັນເປັນດິຈິຕອນແມ່ນການເອົາເຕັກໂນໂລຊີດິຈິຕອນເຂົ້າມານໍາໃຊ້ໃນທຸກຂົງເຂດຂອງການພັດທະນາ ເສດຖະກິດ-ສັງຄົມ ແລະ ການບໍລິຫານວຽກງານຂອງລັດໃນຂອບເຂດທົ່ວປະເທດ ການຫັນເປັນດິຈິຕອນຂອງ ສປປ ລາວ ປະກອບມີ 3ເສົາຄຳ້ດັ່ງນີ້:

  1. ສັງຄົມດິຈິຕອນ ແມ່ນການຂະຫຍາຍພື້ຖານໂຄງລ່າງເຕັກໂນໂລຊີດິຈິຕອນໄປສູ່ເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ ເຮັດໃຫ້ປະຊາຊົນສາມາດເຂົ້າເຖີງຂໍ້ມູນຂ່າວສານ ແລະ ບໍລິການດິຈິຕອນໄດ້ຢ່າງທົ່ວເຖິງໃນລາຄາທີ່ເໝາະສົມ
  2. ເສດຖະກິດດິຈິຕອນ ແມ່ນການນຳໃຊ້ເຕັກໂນໂລຊີດິຈິຕອນ ເຂົ້າໃນການຄຸ້ມຄອງ ການຜະລິດ ແລະ ການບໍລິການ
  3. ລັດຖະບານດິຈິຕອນ ແມ່ນການຫັນການບໍລິການຂອງພາກລັດທຸກຂະແໜງການ ໃຫ້ກາຍເປັນບໍລິການຜ່ານລະບົບອອນລາຍ ປັບປຸງລະບົບການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ໂດຍຜ່ານການຊຳລະທາງເອເລັກໂຕຣນິກ