ການຫັນເປັນດິຈິຕອນຂອງ ສປປ ລາວ

ຈາກ Laopedia

ການຫັນເປັນດິຈິຕອນແມ່ນການເອົາເຕັກໂນໂລຊີດິຈິຕອນເຂົ້າມານໍາໃຊ້ໃນທຸກຂົງເຂດຂອງການພັດທະນາ ເສດຖະກິດ-ສັງຄົມ ແລະ ການບໍລິຫານວຽກງານຂອງລັດໃນຂອບເຂດທົ່ວປະເທດ ການຫັນເປັນດິຈິຕອນຂອງ ສປປ ລາວ ປະກອບມີ 3ເສົາຄຳ້ດັ່ງນີ້:

  1. ສັງຄົມດິຈິຕອນ ແມ່ນການຂະຫຍາຍພື້ຖານໂຄງລ່າງເຕັກໂນໂລຊີດິຈິຕອນໄປສູ່ເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ ເຮັດໃຫ້ປະຊາຊົນສາມາດເຂົ້າເຖີງຂໍ້ມູນຂ່າວສານ ແລະ ບໍລິການດິຈິຕອນໄດ້ຢ່າງທົ່ວເຖິງໃນລາຄາທີ່ເໝາະສົມ
  2. ເສດຖະກິດດິຈິຕອນ ແມ່ນການນຳໃຊ້ເຕັກໂນໂລຊີດິຈິຕອນ ເຂົ້າໃນການຄຸ້ມຄອງ ການຜະລິດ ແລະ ການບໍລິການ
  3. ລັດຖະບານດິຈິຕອນ ແມ່ນການຫັນການບໍລິການຂອງພາກລັດທຸກຂະແໜງການ ໃຫ້ກາຍເປັນບໍລິການຜ່ານລະບົບອອນລາຍ ປັບປຸງລະບົບການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ໂດຍຜ່ານການຊຳລະທາງເອເລັກໂຕຣນິກ