ຂໍ້ຕົກລົງວ່າດ້ວຍ ລະບົບກການສື່ສານພາກລັດ

ຈາກ Laopedia

ຫົວຂໍ້: ຂໍ້ຕົກລົງ ວ່າດ້ວຍລະບົບການສື່ສານພາກລັດ

ປະເພດ ນິຕິກໍາ: ຂໍ້ຕົກລົງ

ອອກໂດຍ: ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ພາກສ່ວນຮັບຜິດຊອບ: ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ວັນທີ່ ນິຕິກໍາ : 12-08-2022

ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 24-08-2022

ບ່ອນອີງ

  • ອີງຕາມ ກົດໝາຍວ່າດ້ວຍ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ສະບັບເລກທີ 02/ສພຊ, ລົງວັນທີ 07 ພະຈິກ 2016;
  • ອິງຕາມ ກົດໝາຍວ່າດ້ວຍ ການປົກປ້ອງຂໍ້ມູນເອເລັກໂຕຣນິກ ສະບັບເລກທີ 25/ສພຊ, ລົງວັນທີ 12 ພຶດສະພາ 2017;
  • ອີງຕາມ ດໍາລັດວ່າດ້ວຍ ການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ສະບັບເລກທີ 327/ລບ, ລົງວັນທີ 16 ກັນຍາ 2014;
  • ອີງຕາມ ດໍາລັດວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສະບັບ ເລກທີ 625/ນຍ, ລົງວັນທີ 22 ຕຸລາ 2021;
  • ອີງຕາມ ໜັງສືສະເໜີ ຂອງສູນບໍລິຫານລັດດິຈິຕອນ ສະບັບເລກທີ 097/ສລດ, ລົງວັນທີ 10 ມີນາ 2022.

ໝວດ 1 ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບບນີ້ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມ ກວດກາ ການນໍາໃຊ້ລະບົບການສື່ສານພາກລັດ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມສະດວກ, ວ່ອງໄວ, ທັນສະໄໝ, ປະຢັດ ເວລາ ແລະ ຄ່າໃຊ້ຈ່າຍ ແນໃສ່ຊຸກຍູ້ສົ່ງເສີມການນໍາໃຊ້ໃຫ້ຖືກຕາມເປົ້າໝາຍ, ລວມສູນ, ມີຄວາມເປັນເອກະພາບ ກັນໃນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ, ຮັບປະກັນຄວາມປອດໄພຂໍ້ມູນທາງລັດຖະການ ປະກອບສ່ວນເຂົ້າໃນວຽກ ງານບໍລິຫານລັດແບບທັນສະໄໝ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

ມາດຕາ 2 ລະບົບການສື່ສານພາກລັດ

ລະບົບການສື່ສານພາກລັດ ຫຼື ຂຽນເປັນພາສາອັງກິດ ແມ່ນ Government Chatting (G-Chat) ແມ່ນ ລະບົບການສື່ສານໃນຮູບແບບເອເລັກໂຕຣນິກ ຜ່ານໂປຣແກຣມຄອມພິວເຕີ ແລະ ແອັບພິເຄຊັ່ນໃນໂທລະສັບມືຖື ສໍາລັບ ພະນັກງານ-ລັດຖະກອນ ທີ່ອໍານວຍຄວາມສະດວກໃນການນໍາໃຊ້ເຂົ້າໃນວຽກງານທາງລັດຖະການ ເປັນຕົ້ນ ການຮັບ- ສົ່ງຂໍ້ມູນຂ່າວສານ, ການສົນທະນາໃນຮູບແບບຂໍ້ຄວາມ, ສຽງ ແລະ ວີດີໂອຜ່ານເຄືອຂ່າຍອິນເຕີເນັດ ຫຼື ອິນທຣາເນັດ ໃຫ້ມີຄວາມປອດໄພ.