ລະບົບສື່ສານພາກລັດ Government Chatting – G-Chat

ຈາກ Laopedia
Revision as of 04:39, 15 ມີນາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: ເປັນແອັບພິເຄຊັນ ທີ່ພັດທະນາຂຶ້ນເພື່ອໃຊ້ເປັນລະບົບຕິດຕໍ່ສື່ສານແບບອອນລາຍ ສຳລັບພະນັກງານພາກລັດດ້ວຍກັນ, ສາມາດສົນທະນາຂໍ້ຄວາມ, ຮັບ-ສົ່ງຟາຍເອກະສານ, ຟາຍຮູບພາບ, ວີດີໂອ, ການໂທດ້ວຍສ...)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

ເປັນແອັບພິເຄຊັນ ທີ່ພັດທະນາຂຶ້ນເພື່ອໃຊ້ເປັນລະບົບຕິດຕໍ່ສື່ສານແບບອອນລາຍ ສຳລັບພະນັກງານພາກລັດດ້ວຍກັນ, ສາມາດສົນທະນາຂໍ້ຄວາມ, ຮັບ-ສົ່ງຟາຍເອກະສານ, ຟາຍຮູບພາບ, ວີດີໂອ, ການໂທດ້ວຍສຽງ-ພາບໄດ້ພ້ອມກັນ;

ລະບົບ G-Chat ສ້າງຂື້ນເພື່ອຄວາມເປັນເອກະພາບ ແລະ ລວມສູນຂອງການນຳໃຊ້ແອັບໃນການສົນທະນາສື່ສານ ແລະ ແລກປ່ຽນຂໍ້ມູນຂອງພາກລັດ ໃຫ້ມີມາດຕະຖານຄວາມປອດໄພ, ໝັ້ນຄົງທາງດ້ານຂໍ້ມູນ ແລະ ທັນສະໄໝ, ພ້ອມທັງສາມາດນຳໃຊ້ໃນທຸກອຸປະກອນສື່ສານ ແລະ ຄອມພິວເຕີໄດ້ທຸກທີ່ທຸກເວລາ

ຄຸນສົມບັດຂອງລະບົບ:

  • ສາມາດນຳໃຊ້ໄດ້ທັງທາງຄອມພິວເຕີ (Brownser) ແລະ ມືຖື ລະບົບ Andriod ແລະ  iOS
  • ສາມາດເລືອກນຳໃຊ້ໄດ້ທັງ ພາສາລາວ ແລະ ອັງກິດ
  • ສ້າງກຸ່ມສົນທະນາ ໂດຍສາມາດກຳນົດເອົາຜູ້ໃຊ້ງານທີ່ຢູ່ຕ່າງພະແນກ ຫຼື ຕ່າງກົມທີ່ຢູ່ພາຍໃນກະຊວງດຽວກັນເຂົ້າມາເປັນສະມາຊິກໃນກຸ່ມໄດ້ ໂດຍບໍ່ໄດ້ກຳນົດຈຳນວນສະມາຊິກ
  • ຜູ້ໃຊ້ສາມາດນຳບັນຊີລາຍຊື່ຂອງຕົນໄປໃຊ້ໃນເຄື່ອງໃໝ່ໂດຍຂໍ້ຄວາມທີ່ສົນທະນາໄວ້ໃນເຄື່ອງເກົ່ານັ້ນຈະບໍ່ຖືກລຶບໄປ