ກົມໄປສະນີ: Difference between revisions

ຈາກ Laopedia
(ດັດແກ້ເນື້ອໃນເວັລໄຊ)
No edit summary
ແຖວ 1: ແຖວ 1:
[[ຮູບ:DOPOST Logo.jpg|alt=DOP|thumb|ຊື່ພາສາລາວ: ກົມໄປສະນີ ກະຊວງເຕັກໂນໂລຊີ ແລະ ການສື່ສານຊື່ພາສາອັງກິດ: Department of Postເວັບໄຊ: https://postal.gov.la/]]
[[ຮູບ:DOPOST Logo.jpg|alt=DOP|thumb|ຊື່ພາສາລາວ: ກົມໄປສະນີ ກະຊວງເຕັກໂນໂລຊີ ແລະ ການສື່ສານຊື່ພາສາອັງກິດ: Department of Post                                      ເວັບໄຊ: https://postal.gov.la/]]


== ທີ່ຕັ້ງ ແລະ ພາລະບົດບາດ ==
== ທີ່ຕັ້ງ ແລະ ພາລະບົດບາດ ==

ລຸ້ນແກ້ໄຂເກົ່າເມື່ອ 06:52, 4 ມີນາ 2024

DOP
ຊື່ພາສາລາວ: ກົມໄປສະນີ ກະຊວງເຕັກໂນໂລຊີ ແລະ ການສື່ສານຊື່ພາສາອັງກິດ: Department of Post ເວັບໄຊ: https://postal.gov.la/

ທີ່ຕັ້ງ ແລະ ພາລະບົດບາດ

ກົມໄປສະນີ ຕົວອັກສອນຫຍໍ້ “ກປນ” ເປັນພາສາສາກົນ Department of Post ຂຽນຫຍໍ້ “DOPOST” ແມ່ນໂຄງປະກອບກົງຈັກຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີພາລະບົດບາດ ເປັນ ເສນາທິການໃຫ້ແກ່ກະຊວງໃນການຄຸ້ມຄອງ ແລະ ພັດທະນາວຽກງານການຮັບຝາກ, ການຈັດສົ່ງ, ການແຈກຢາຍເຄື່ອງຝາກດ້ານໄປສະນີແລະ ວຽກງານໂລຊິດສະຕິກດ້ານການຄ້າເອເລັກໂຕຣນິກໃນຂອບເຂດທົ່ວປະເທດ.

ໜ້າທີ່

1.   ປະຕິບັດກົດຫມາຍ, ດໍາລັດ, ນິຕິກໍາອື່ນຂອງຂັ້ນເທິງ ແລະ ນິຕິກໍາຕ່າງໆຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ;

2.   ຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານໄປສະນີ ແລະ ວຽກງານໂລຊິດສະຕິກດ້ານການຄ້າເອເລັກໂຕຣນິກ;

3.   ສ້າງຮ່າງແຜນຍຸດທະສາດ ແລະ ນະໂຍບາຍ ກ່ຽວກັບວຽກງານໄປສະນີ ແລະ ວຽກງານໂລຊິດສະຕິກ ດ້ານການຄ້າເອເລັກໂຕຣນິກ; ສ້າງແຜນງານ, ແຜນການ ແລະ ໂຄງການ ກ່ຽວກັບວຽກງານໄປສະນີ ແລະ ວຽກງານໂລຊິດສະຕິກດ້ານການຄ້າເອເລັກໂຕຣນິກ ເພື່ອສະເຫນີລັດຖະມົນຕີກະຊວງເຕັກໂນໂລ ຊີ ແລະ ການສື່ສານ ພິຈາລະນາຮັບຮອງ ແລະ ອະນຸມັດ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;

4.   ຄົ້ນຄວ້າ, ສ້າງ ແລະ ປັບປຸງກົດຫມາຍ, ນິຕິກໍາຂອງຂະແຫນງການໄປສະນີ ສະເຫນີຕໍ່ຄະນະນໍາກະຊວງ ເພື່ອພິຈາລະນາ;

5.   ຄຸ້ມຄອງ, ຕິດຕາມ ແລະ ກວດກາກິດຈະການດ້ານໄປສະນີ ແລະ ບໍລິການໂລຊິດສະຕິກດ້ານການຄ້າ ເອເລັກໂຕຣນິກທັງພາຍໃນ ແລະ ລະຫວ່າງປະເທດ;

6.   ຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາພື້ນຖານໂຄງລ່າງດ້ານໄປສະນີ ແລະ ການບໍລິການໂລຊິດສະຕິກ ດ້ານການຄ້າເອເລັກໂຕຣນິກ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ;

7.   ຄຸ້ມຄອງ ແລະ ພັດທະນາ ຊັບພະຍາກອນດ້ານໄປສະນີ;

8.   ຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາມາດຕະຖານເຕັກນິກ ແລະ ຄຸນນະພາບການບໍລິການດ້ານໄປສະນີ, ຈັດສົ່ງ, ແຈກຢາຍເຄື່ອງຝາກ ແລະ ການບໍລິການໂລຊິດສະຕິກດ້ານການຄ້າເອເລັກໂຕຣນິກ;

9.   ຄົ້ນຄວ້າ, ສ້າງກົນໄກດັດສົມຕະຫລາດ, ລາຄາ ແລະ ການແຂ່ງຂັນ ການບໍລິການຂະແຫນງການໄປສະນີ;

10. ສົ່ງເສີມ, ພັດທະນາຄວາມຮູ້ ແລະ ຄວາມສາມາດໃຫ້ອົງການຄຸ້ມຄອງ ແລະ ຜູ້ປະກອບການໃນຂະ ແຫນງການໄປສະນີ;

11. ສົ່ງເສີມການນໍາໃຊ້ພື້ນຖານໂຄງລ່າງໄປສະນີ, ຈັດສົ່ງ ແລະ ແຈກຢາຍເຄື່ອງຝາກ ແລະ ການບໍລິການ ໂລຊິດສະຕິກດ້ານການຄ້າເອເລັກໂຕນິກ ໃນທົ່ວສັງຄົມ;

12. ຂຸດຄົ້ນຊອກຫາແຫຼ່ງລາຍຮັບ ເຂົ້າໃນການພັດທະນາວຽກງານໄປສະນີ ແລະ ວຽກງານໂລຊິດສະຕິກ ດ້ານການຄ້າເອເລັກໂຕຼນິກ;

13. ຄົ້ນຄວ້າການນໍາໃຊ້ເຕັກໂນໂລຊີ ແລະ ສົ່ງເສີມຫົວຄິດປະດິດສ້າງ, ການສ້າງນະວັດຕະກໍາໃຫມ່, ການ ພັດທະນາວຽກງານໄປສະນີ ແລະ ວຽກງານໂລຊິດສະຕິກ ດ້ານການຄ້າເອເລັກໂຕຼນິກ;

14. ຄົ້ນຄວ້າສະເຫນີ ແລະ ແກ້ໄຂຂໍ້ຂັດແຍ່ງພາຍໃຕ້ຂະແຫນງການໄປສະນີ;

15.  ຄຸ້ມຄອງ, ຕິດຕາມກວດກາ ແລະ ຊຸກຍູ້ການເຄື່ອນໄຫວ ຂອງບໍລິສັດ ລັດວິສາຫະກິດ ໄປສະນີລາວ;

16. ພົວພັນ ແລະ ຮ່ວມມືທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ໃນການຍາດແຍ່ງເອົາ ບົດຮຽນ, ປະສົບການ, ການຊ່ວຍເຫຼືອທາງດ້ານເຕັກນິກ, ເຕັກໂນໂລຊີ ແລະ ແຫຼ່ງທຶນ ເຂົ້າໃນການ ພັດທະນາວຽກງານໄປສະນີ ແລະ ວຽກງານໂລຊິດສະຕິກດ້ານການຄ້າເອເລັກໂຕຼນິກ;

17. ສ້າງແຜນງົບປະມານ ແລະ ແຜນລາຍຮັບ-ລາຍຈ່າຍວິຊາການ ໃນການຈັດຕັ້ງເຄື່ອນໄຫວວຽກງານ ວິຊາການຂອງກົມ;

18. ສ້າງແຜນບໍາລຸງ, ກໍ່ສ້າງ, ສັບຊ້ອນ, ຄຸ້ມຄອງ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນ ພາຍໃນກົມ;

19. ສະຫຼຸບ, ລາຍງານວຽກງານຂອງກົມໃຫ້ລັດຖະມົນຕີ ຊາບ ເພື່ອຂໍທິດຊີ້ນໍາ;

20. ປະຕິບັດຫນ້າທີ່ອື່ນ ຕາມທີ່ກໍານົດໄວ້ໃນນິຕິກໍາອື່ນ ແລະ ການມອບຫມາຍຂອງລັດຖະມົນຕີ, ຮອງ ລັດຖະມົນຕີຜູ້ຊີ້ນໍາ.

ຂອບເຂດສິດ

1.   ປັບປຸງກົງຈັກການຈັດຕັ້ງ, ກໍານົດຕໍາແຫນ່ງງານ, ບັນຈຸ, ສັບຊ້ອນ ແລະ ຈັດວາງບຸກຄະລາກອນພາຍໃນ ກົມເພື່ອໃຫ້ຄະນະນໍາກະຊວງພິຈາລະນາ;

2.   ສະເຫນີຂໍແຕ່ງຕັ້ງ, ເລື່ອນຊັ້ນ-ຂັ້ນ, ຍົກຍ້າຍ, ປະຕິບັດວິໄນພະນັກງານທີ່ຂຶ້ນກັບກົມ;

3.   ຊີ້ນໍາ ແລະ ພັດທະນາວຽກງານຂະແຫນງການໄປສະນີ ແລະ ວຽກງານໂລຊິດສະຕິກດ້ານການຄ້າເອເລັກ ໂຕຣນິກ ຕໍ່ກັບອົງການຄຸ້ມຄອງຂັ້ນທ້ອງຖິ່ນ ໃນທົ່ວປະເທດ;

4.   ຕິດຕາມ, ກວດກາ, ປັບໄໝ ຜູ້ລະເມີດກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງໃນຂະແຫນງການໄປສະນີ;

5.   ພົວພັນ ແລະ ເຊັນສັນຍາ ຫຼື ອານຸສັນຍາກັບພາຍໃນ ແລະ ຕ່າງປະເທດທີ່ກ່ຽວຂ້ອງກັບວຽກງານຂອງ ຂະແຫນງການໄປສະນີ ຕາມການເຫັນດີ ຂອງຄະນະນໍາກະຊວງ;

6.   ອອກ, ຕໍ່, ໂຈະ ແລະ ຖອນໃບອະນຸຍາດທີ່ກ່ຽວຂ້ອງໃນການຄຸ້ມຄອງຂອງກົມໄປສະນີ;

7.   ອອກແຈ້ງການ, ຄໍາແນະນໍາໃນການປະຕິບັດຂໍ້ຕົກລົງ ແລະ ລະບຽບການອື່ນກ່ຽວກັບຂະແຫນງການ ໄປສະນີ;

8.   ຕິດຕາມ, ຊຸກຍູ້, ກວດກາ ແລະ ແນະນໍາການເຄື່ອນໄຫວທາງດ້ານວິຊາການ ຂອງບໍລິສັດລັດວິສາຫະ ກິດໄປສະນີລາວ ແລະ ຜູ້ປະກອບການໄປສະນີເອກະຊົນ;

9.   ເຂົ້າຮ່ວມ ແລະ ຈັດກອງປະຊຸມ, ສໍາມະນາ, ຝຶກອົບຮົມວິຊາການ ທັງພາຍໃນ ແລະ ຕ່າງປະເທດຕາມ ການເຫັນດີຂອງຄະນະນໍາກະຊວງ;

10. ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ ຕາມການອະນຸມັດຂອງຄະນະນໍາກະຊວງ;

11. ຄຸ້ມຄອງ ແລະ ນໍາໃຊ້ພາຫະນະ, ວັດຖຸອຸປະກອນ ແລະ ຊັບສົມບັດໃນຄວາມຮັບຜິດຊອບຂອງກົມ;

ປະຕິບັດສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນນິຕິກໍາອື່ນ ການມອບຫມາຍຂອງ ລັດຖະມົນຕີ, ຮອງ ລັດຖະມົນຕີ ຜູ້ຊີ້ນໍາ.

ໂຄງປະກອບກົງຈັກ

1.   ພະແນກສັງລວມ;

2.   ພະແນກນະໂຍບາຍ ແລະ ຄຸ້ມຄອງໄປສະນີ;

3.   ພະແນກສົ່ງເສີມ ແລະ ພັດທະນາໄປສະນີ;

4.   ພະແນກມາດຕະຖານ ແລະ ເຕັກໂນໂລຊີໄປສະນີ.

ໂຄງປະກອບບຸກຄະລາກອນ

1.   ຫົວຫນ້າກົມໄປສະນີ ຈໍານວນ 01 ທ່ານ, ຮັບຜິດຊອບຕໍ່ລັດຖະມົນຕີ ແລະ ຮອງລັດຖະມົນຕີຜູ້ຊີ້ນໍາ ຂົງເຂດວຽກງານ ກ່ຽວກັບຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງໃນການປະຕິບັດວຽກງານຂອງຕົນ.

  ໃນເວລາຫົວຫນ້າກົມ ຕິດຂັດ ຕ້ອງມອບສິດໃຫ້ຮອງຫົວຫນ້າກົມທ່ານໃດຫນຶ່ງຮັກສາການແທນ.

2.   ຮອງຫົວຫນ້າກົມໄປສະນີ ຈໍານວນຫນຶ່ງ ຊ່ວຍຫົວຫນ້າກົມຊີ້ນໍາວຽກງານໃດຫນຶ່ງ ຕາມການແບ່ງງານ ແລະ ການມອບຫມາຍ; ຮັບຜິດຊອບຕໍ່ຫົວຫນ້າກົມ ກ່ຽວກັບຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງຂອງ ວຽກງານທີ່ຕົນຊີ້ນໍາ.

  ຮອງຫົວຫນ້າກົມຜູ້ຮັກສາການແທນ ຕ້ອງລາຍງານວຽກທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຮັກສາການ ແທນນັ້ນ ໃຫ້ຫົວຫນ້າກົມພາຍຫຼັງກັບມາປະຈໍາການ.

3.   ຫົວຫນ້າພະແນກ, ຮອງຫົວຫນ້າພະແນກ ແລະ ລັດຖະກອນວິຊາການຈໍານວນຫນຶ່ງ ຕາມການກໍານົດຕໍາ ແຫນ່ງງານ.

  ສໍາລັບການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ແມ່ນປະຕິບັດຕາມກົດຫມາຍ ແລະລະບຽບການ.

ໜ້າທີ່ ຂອງ ແຕ່ລະພະແນກ

ໜ້າທີ່ ຂອງພະແນກສັງລວມ

1.   ສໍາເນົາ, ບັນທຶກ ແລະ ສັງລວມການຄຸ້ມຄອງເອກະສານຂາເຂົ້າ-ຂາອອກ ຂອງກົມ ແລະ ແຈກຢາຍ ເອກະສານຂອງກົມໃຫ້ພາກສ່ວນພາຍນອກ ແລະ ພະແນກການພາຍໃນກົມ;

2.   ຄຸ້ມຄອງສັງລວມເຄື່ອງອຸປະກອນ, ພາຫະນະ ແລະ ຊັບສິນທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງກົມ;

3.   ດໍາເນີນວຽກພິທີການ ແລະ ເຮັດບົດບັນທຶກກອງປະຊຸມຂອງກົມ;.

4.   ເປັນໃຈກາງປະສານງານຕິດຕໍ່ພົວພັນ ແລະ ຕິດຕາມການເຄື່ອນໄຫວວຽກງານຂອງຄະນະກົມ ແລະ ບັນດາພະແນກ;

5.   ຂື້ນແຜນ ແລະ ສະຫຼຸບການເຄື່ອນໄຫວວຽກງານປະຈໍາອາທິດ, ເດືອນ, ງວດ ແລະ ປີຂອງກົມ;

6.   ກໍານົດແຜນບໍາລຸງກໍ່ສ້າງ, ສັບຊ້ອນ, ຄຸ້ມຄອງ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານລັດຖະກອນຂອງກົມ;

7.   ຄົ້ນຄວ້າເປົ້າຫມາຍຜູ້ເຂົ້າຮ່ວມກອງປະຊຸມ, ຝຶກອົບຮົມ, ສໍາມະນາ ພາຍໃນ ແລະ ຕ່າງປະເທດ ໃຫ້ຫົວຫນ້າກົມພິຈາລະນາ;

8.   ສະຫຼຸບ, ສັງລວມການຈັດຕັ້ງປະຕິບັດແຜນພັດທະນາ, ໂຄງການ, ແຜນງານຂອງກົມ;

9.   ຂຶ້ນແຜນການ ແລະ ສະຫຼຸບການນໍາໃຊ້ງົບປະມານ ປະຈໍາເດືອນ, ງວດ ແລະ ປີ ຂອງກົມ;

10. ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຫົວຫນ້າກົມ ແລະ ຮອງຫົວຫນ້າກົມຜູ້ຊີ້ນໍາ.

ໜ້າທີ່ຂອງ ພະແນກນະໂຍບາຍ ແລະ ຄຸ້ມຄອງໄປສະນີ

1.   ຄົ້ນຄວ້າ, ສ້າງ ແລະ ເຜີຍແຜ່ບັນດາຍຸດທະສາດ, ນະໂຍບາຍ ແລະ ນິຕິກໍາໃນການຄຸ້ມຄອງຂະແຫນງການ ໄປສະນີ;

2.   ຄົ້ນຄວ້າ ແລະ ເຜີຍແຜ່ບັນດາແຜນຍຸດທະສາດ, ນະໂຍບາຍ ແລະ ນິຕິກໍາຂະແຫນງການໄປສະນີຂອງ ພາກພື້ນ ແລະ ສາກົນ;

3.   ຊຸກຍູ້, ສົ່ງເສີມ, ຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນຍຸດທະສາດ, ນະໂຍບາຍ ແລະ ນິຕິກໍາ ຂອງຂະແຫນງການໄປສະນີ;

4.   ຄົ້ນຄ້ວາການອອກ, ຕໍ່, ໂຈະ ແລະ ຖອນໃບອະນຸຍາດກິດຈະການໃນຂະແຫນງການໄປສະນີ;

5.   ເກັບກໍາ, ຄົ້ນຄວ້າ, ວິໄຈ ແລະ ເຜີຍແຜ່ສະຖິຕິໃນຂະແຫນງການໄປສະນີ ທັງພາຍໃນ ແລະ ສາກົນ;

6.   ຄົ້ນຄວ້າສ້າງສື່ໂຄສະນາ ແລະ ປະຊາສໍາພັນດ້ານໄປສະນີ;

7.   ຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ອົງການຄຸ້ມຄອງໄປສະນີ ຂັ້ນທ້ອງຖິ່ນໃນການອອກອະນຸຍາດດໍາເນີນທຸລະກິດຂະແຫນງການໄປສະນີ;

8.   ຄົ້ນຄ້ວາສ້າງກົນໄກ ແລະ ດັດສົມການຄຸ້ມຄອງຜູ້ປະກອບການ, ຂະຫຍາຍຕາຫນ່າງໄປສະນີ, ລາຄາ ແລະ ການແຂ່ງຂັນ;

9.   ຮັບຄໍາຮ້ອງ, ສັງລວມ, ຄົ້ນຄວ້າພິຈາລະນາ ແລະ ເປັນໃຈກາງໃນການໄກ່ເກ່ຍຂໍ້ຂັດແຍ່ງ ກ່ຽວກັບ ການບໍລິການດ້ານໄປສະນີ ຕາມຄວາມຮັບຜິດຊອບຂອງຕົນ;

10. ສຶກສາອົບຮົມ, ກ່າວເຕືອນ ແລະ ແຈ້ງໃຫ້ຜູ້ປະກອບການຊາບ ກ່ຽວກັບການລະເມີດກົດຫມາຍ, ລະບຽບການໄປສະນີສາກົນ ຫຼື ລະບຽບການດ້ານໄປສະນີພາຍໃນປະເທດ ພ້ອມທັງລາຍງານໃຫ້ຂັ້ນ ເທິງຮັບຊາບ;

11. ເຜີຍແຜ່, ແນະນໍາ ແລະ ສ້າງຄວາມເຂົ້າໃຈໃຫ້ກັບຜູ້ປະກອບການໃນການແກ້ໄຂຂໍ້ຂັດແຍ່ງລະຫວ່າງ ປະເທດ ແລະ ອົງການຈັດຕັ້ງສາກົນ;

12. ຊຸກຍູ້ ແລະ ຕິດຕາມການເຄື່ອນໄຫວດໍາເນີນທຸລະກິດ ຂອງຜູ້ປະກອບການໄປສະນີ;

13. ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຫົວຫນ້າກົມ ແລະ ຮອງຫົວຫນ້າກົມຜູ້ຊີ້ນໍາ.

ໜ້າທີ່ຂອງ ພະແນກສົ່ງເສີມ ແລະ ພັດທະນາໄປສະນີ

1.   ພົວພັນຮ່ວມມືກັບອົງການສະຫະພາບໄປສະນີສາກົນ, ສະຫະພາບໄປສະນີອາຊີ-ປາຊີຟິກ, ໄປສະນີ ອາຊຽນ ແລະ ອົງການໄປສະນີບັນດາປະເທດ ໃນການພັດທະນາ ແລະ ສົ່ງເສີມ ວຽກງານໄປສະນີ;

2.   ເປັນໃຈກາງໃນການປະສານງານ ລະຫວ່າງຜູ້ປະກອບການໄປສະນີລາວ ແລະ ຜູ້ປະກອບການໄປສະນີ ຕ່າງປະເທດ ໃນການຮ່ວມມື ແລະ ພັດທະນາ ຂະແຫນງການໄປສະນີ;

3.   ຊຸກຍູ້ການຈັດຕັ້ງປະຕິບັດພັນທະດ້ານໄປສະນີກັບສາກົນ ຂອງ ສປປ ລາວ;

4.   ຊຸກຍູ້ຜູ້ປະກອບການໃນການຈັດຕັ້ງປະຕິບັດພັນທະດ້ານໄປສະນີແບບທົ່ວເຖິງ;

5.   ຄົ້ນຄວ້າ ແລະ ສົ່ງເສີມການລົງທຶນໃນຂະແຫນງການໄປສະນີ;

6.   ຂຸດຄົ້ນ, ພັດທະນາ ແລະ ຂະຫຍາຍຕະຫຼາດທີ່ຍັງບໍ່ທັນມີບໍລິການ ຢູ່ພາຍໃນ ສປປ ລາວ;

7.   ຄົ້ນຄວ້າ ແລະ ພັດທະນານະໂຍບາຍສົ່ງເສີມການລົງທຶນຂະຫຍາຍພື້ນຖານໂຄງລ່າງໄປສະນີ ໄປສູ່ເຂດ ຊົນນະບົດຫ່າງໄກສອກຫຼີກ;

8.   ຊຸກຍູ້, ສົ່ງເສີມ ອົງການຄຸ້ມຄອງຂອງລັດ, ພາກທຸລະກິດ, ການຄ້າ ແລະ ປະຊາຊົນ ນໍາໃຊ້ຕາຫນ່າງ ໄປສະນີຢ່າງກວ້າງຂວາງ;

9.   ຝຶກອົບຮົມ ວຽກງານຄຸ້ມຄອງ, ວຽກງານເຕັກນິກວິຊາການ ໃຫ້ບັນດາອົງການຄຸ້ມຄອງ ແລະ ຜູ້ ປະກອບການໄປສະນີ;

10. ຄົ້ນຄ້ວາ ແລະ ເຜີຍແຜ່ຄວາມຮູ້ທາງດ້ານເຕັກນິກວິຊາການໃນຂະແຫນງການໄປສະນີ ທັງພາກພື້ນ ແລະ ສາກົນ ໃຫ້ບັນດາອົງການຄຸ້ມຄອງ ແລະ ຜູ້ປະກອບການໄປສະນີ;

11. ຊຸກຍູ້ ແລະ ສົ່ງເສີມການນໍາໃຊ້ ໂຄງລ່າງພື້ນຖານໄປສະນີ ໃຫ້ສອດຄ່ອງກັບພາກພື້ນ ແລະ ສາກົນ;

12. ຄົ້ນຄວ້າ, ກໍານົດປະເພດບໍລິການ, ຈໍານວນຜູ້ປະກອບການຕາມກົນໄກການຂະຫຍາຍຕົວຂອງຕະຫຼາດ ໄປສະນີແຕ່ລະໄລຍະ;

13. ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຫົວຫນ້າກົມ ແລະ ຮອງຫົວຫນ້າກົມຜູ້ຊີ້ນໍາ.

ໜ້າທີ່ຂອງ ພະແນກມາດຕະຖານ ແລະ ເຕັກໂນໂລຊີໄປສະນີ

1.   ຄົ້ນຄວ້າສ້າງ ແລະ ເຜີຍແຜ່ ກ່ຽວກັບມາດຕະຖານເຕັກນິກ ແລະ ຄຸນນະພາບການບໍລິການດ້ານ ໄປສະນີ;

2.   ສັງລວມ ແລະ ເຜີຍແຜ່ ກ່ຽວກັບມາດຕະຖານເຕັກນິກ ແລະ ຄຸນນະພາບການບໍລິການໃນຂະແຫນງໄປ ສະນີຂອງພາກພື້ນ ແລະ ສາກົນ;

3.   ປະເມີນ ແລະ ອອກໃບຢັ້ງຢືນມາດຕະຖານເຕັກນິກ ແລະ ຄຸນນະພາບການບໍລິການດ້ານໄປສະນີ ໃຫ້

4.   ແກ່ຜູ້ປະກອບການຂະແຫນງການໄປສະນີ;

5.   ສັງລວມ, ເຜີຍແຜ່ ແລະ ຖ່າຍທອດເຕັກໂນໂລຊີໃນການຄຸ້ມຄອງ ແລະ ການບໍລິການຂອງຂະ ແຫນງການໄປສະນີທັງພາກພື້ນ ແລະ ສາກົນໃຫ້ແກ່ອົງການຄຸ້ມຄອງ ແລະ ຜູ້ໃຫ້ບໍລິການໄປສະນີ; ຄົ້ນຄວ້າ, ສ້າງ, ອອກແບບ,ພັດທະນາ ແລະ ໃຫ້ບໍລິການເຕັກໂນໂລຊີ ທີ່ກ່ຽວຂ້ອງໃນຂະແຫນງການ ໄປສະນີ ໃຫ້ຜູ້ປະກອບການ ແລະ ສັງຄົມ ໄດ້ນໍາໃຊ້;

6.   ຄົ້ນຄວ້າ ແລະ ກໍານົດຄຸນລັກສະນະໃນການຂະຫຍາຍ ແລະ ພັດທະນາຕາຫນ່າງໄປສະນີ, ການບໍລິການ ໄປສະນີຕົວແບບ ໄປສູ່ຊົນນະບົດເຂດຫ່າງໄກສອກຫຼີກ;

7.   ຄົ້ນຄວ້າ, ອອກແບບ, ຄຸ້ມຄອງ, ພັດທະນາ ແລະ ໃຫ້ບໍລິການນໍາໃຊ້ຊັບພະຍາກອນໄປສະນີໃຫ້ແກ່ ສັງຄົມ;

8.   ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຫົວຫນ້າກົມ ແລະ ຮອງຫົວຫນ້າກົມຜູ້ຊີ້ນໍາ.