ກົມໄປສະນີ

ຈາກ Laopedia


ທີ່ຕັ້ງ ແລະ ພາລະບົດບາດ

ກົມໄປສະນີ ຕົວອັກສອນຫຍໍ້ “ກປນ” ເປັນພາສາສາກົນ Department of Post ຂຽນຫຍໍ້ “DOPOST” ແມ່ນໂຄງປະກອບກົງຈັກຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ມີພາລະບົດບາດ ເປັນ ເສນາທິການໃຫ້ແກ່ກະຊວງໃນການຄຸ້ມຄອງ ແລະ ພັດທະນາວຽກງານການຮັບຝາກ, ການຈັດສົ່ງ, ການແຈກຢາຍເຄື່ອງຝາກດ້ານໄປສະນີແລະ ວຽກງານໂລຊິດສະຕິກດ້ານການຄ້າເອເລັກໂຕຣນິກໃນຂອບເຂດທົ່ວປະເທດ.

ໜ້າທີ່

  1. ປະຕິບັດກົດຫມາຍ, ດໍາລັດ, ນິຕິກໍາອື່ນຂອງຂັ້ນເທິງ ແລະ ນິຕິກໍາຕ່າງໆຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ;
  2. ຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານໄປສະນີ ແລະ ວຽກງານໂລຊິດສະຕິກດ້ານການຄ້າເອເລັກໂຕຣນິກ;
  3. ສ້າງຮ່າງແຜນຍຸດທະສາດ ແລະ ນະໂຍບາຍ ກ່ຽວກັບວຽກງານໄປສະນີ ແລະ ວຽກງານໂລຊິດສະຕິກ ດ້ານການຄ້າເອເລັກໂຕຣນິກ; ສ້າງແຜນງານ, ແຜນການ ແລະ ໂຄງການ ກ່ຽວກັບວຽກງານໄປສະນີ ແລະ ວຽກງານໂລຊິດສະຕິກດ້ານການຄ້າເອເລັກໂຕຣນິກ ເພື່ອສະເຫນີລັດຖະມົນຕີກະຊວງເຕັກໂນໂລ ຊີ ແລະ ການສື່ສານ ພິຈາລະນາຮັບຮອງ ແລະ ອະນຸມັດ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;
  4. ຄົ້ນຄວ້າ, ສ້າງ ແລະ ປັບປຸງກົດຫມາຍ, ນິຕິກໍາຂອງຂະແຫນງການໄປສະນີ ສະເຫນີຕໍ່ຄະນະນໍາກະຊວງ ເພື່ອພິຈາລະນາ;
  5. ຄຸ້ມຄອງ, ຕິດຕາມ ແລະ ກວດກາກິດຈະການດ້ານໄປສະນີ ແລະ ບໍລິການໂລຊິດສະຕິກດ້ານການຄ້າ ເອເລັກໂຕຣນິກທັງພາຍໃນ ແລະ ລະຫວ່າງປະເທດ;
  6. ຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາພື້ນຖານໂຄງລ່າງດ້ານໄປສະນີ ແລະ ການບໍລິການໂລຊິດສະຕິກ ດ້ານການຄ້າເອເລັກໂຕຣນິກ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ;
  7. ຄຸ້ມຄອງ ແລະ ພັດທະນາ ຊັບພະຍາກອນດ້ານໄປສະນີ;
  8. ຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາມາດຕະຖານເຕັກນິກ ແລະ ຄຸນນະພາບການບໍລິການດ້ານໄປສະນີ, ຈັດສົ່ງ, ແຈກຢາຍເຄື່ອງຝາກ ແລະ ການບໍລິການໂລຊິດສະຕິກດ້ານການຄ້າເອເລັກໂຕຣນິກ;
  9. ຄົ້ນຄວ້າ, ສ້າງກົນໄກດັດສົມຕະຫລາດ, ລາຄາ ແລະ ການແຂ່ງຂັນ ການບໍລິການຂະແຫນງການໄປສະນີ;
  10. ສົ່ງເສີມ, ພັດທະນາຄວາມຮູ້ ແລະ ຄວາມສາມາດໃຫ້ອົງການຄຸ້ມຄອງ ແລະ ຜູ້ປະກອບການໃນຂະ ແຫນງການໄປສະນີ;
  11. ສົ່ງເສີມການນໍາໃຊ້ພື້ນຖານໂຄງລ່າງໄປສະນີ, ຈັດສົ່ງ ແລະ ແຈກຢາຍເຄື່ອງຝາກ ແລະ ການບໍລິການ ໂລຊິດສະຕິກດ້ານການຄ້າເອເລັກໂຕນິກ ໃນທົ່ວສັງຄົມ;
  12. ຂຸດຄົ້ນຊອກຫາແຫຼ່ງລາຍຮັບ ເຂົ້າໃນການພັດທະນາວຽກງານໄປສະນີ ແລະ ວຽກງານໂລຊິດສະຕິກ ດ້ານການຄ້າເອເລັກໂຕຼນິກ;
  13. ຄົ້ນຄວ້າການນໍາໃຊ້ເຕັກໂນໂລຊີ ແລະ ສົ່ງເສີມຫົວຄິດປະດິດສ້າງ, ການສ້າງນະວັດຕະກໍາໃຫມ່, ການ ພັດທະນາວຽກງານໄປສະນີ ແລະ ວຽກງານໂລຊິດສະຕິກ ດ້ານການຄ້າເອເລັກໂຕຼນິກ;
  14. ຄົ້ນຄວ້າສະເຫນີ ແລະ ແກ້ໄຂຂໍ້ຂັດແຍ່ງພາຍໃຕ້ຂະແຫນງການໄປສະນີ;
  15. ຄຸ້ມຄອງ, ຕິດຕາມກວດກາ ແລະ ຊຸກຍູ້ການເຄື່ອນໄຫວ ຂອງບໍລິສັດ ລັດວິສາຫະກິດ ໄປສະນີລາວ;
  16. ພົວພັນ ແລະ ຮ່ວມມືທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ໃນການຍາດແຍ່ງເອົາ ບົດຮຽນ, ປະສົບການ, ການຊ່ວຍເຫຼືອທາງດ້ານເຕັກນິກ, ເຕັກໂນໂລຊີ ແລະ ແຫຼ່ງທຶນ ເຂົ້າໃນການ ພັດທະນາວຽກງານໄປສະນີ ແລະ ວຽກງານໂລຊິດສະຕິກດ້ານການຄ້າເອເລັກໂຕຼນິກ;
  17. ສ້າງແຜນງົບປະມານ ແລະ ແຜນລາຍຮັບ-ລາຍຈ່າຍວິຊາການ ໃນການຈັດຕັ້ງເຄື່ອນໄຫວວຽກງານ ວິຊາການຂອງກົມ;
  18. ສ້າງແຜນບໍາລຸງ, ກໍ່ສ້າງ, ສັບຊ້ອນ, ຄຸ້ມຄອງ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນ ພາຍໃນກົມ;
  19. ສະຫຼຸບ, ລາຍງານວຽກງານຂອງກົມໃຫ້ລັດຖະມົນຕີ ຊາບ ເພື່ອຂໍທິດຊີ້ນໍາ;
  20. ປະຕິບັດຫນ້າທີ່ອື່ນ ຕາມທີ່ກໍານົດໄວ້ໃນນິຕິກໍາອື່ນ ແລະ ການມອບຫມາຍຂອງລັດຖະມົນຕີ, ຮອງ ລັດຖະມົນຕີຜູ້ຊີ້ນໍາ.

ຂອບເຂດສິດ

  1. ປັບປຸງກົງຈັກການຈັດຕັ້ງ, ກໍານົດຕໍາແຫນ່ງງານ, ບັນຈຸ, ສັບຊ້ອນ ແລະ ຈັດວາງບຸກຄະລາກອນພາຍໃນ ກົມເພື່ອໃຫ້ຄະນະນໍາກະຊວງພິຈາລະນາ;
  2. ສະເຫນີຂໍແຕ່ງຕັ້ງ, ເລື່ອນຊັ້ນ-ຂັ້ນ, ຍົກຍ້າຍ, ປະຕິບັດວິໄນພະນັກງານທີ່ຂຶ້ນກັບກົມ;
  3. ຊີ້ນໍາ ແລະ ພັດທະນາວຽກງານຂະແຫນງການໄປສະນີ ແລະ ວຽກງານໂລຊິດສະຕິກດ້ານການຄ້າເອເລັກ ໂຕຣນິກ ຕໍ່ກັບອົງການຄຸ້ມຄອງຂັ້ນທ້ອງຖິ່ນ ໃນທົ່ວປະເທດ;
  4. ຕິດຕາມ, ກວດກາ, ປັບໄໝ ຜູ້ລະເມີດກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງໃນຂະແຫນງການໄປສະນີ;
  5. ພົວພັນ ແລະ ເຊັນສັນຍາ ຫຼື ອານຸສັນຍາກັບພາຍໃນ ແລະ ຕ່າງປະເທດທີ່ກ່ຽວຂ້ອງກັບວຽກງານຂອງ ຂະແຫນງການໄປສະນີ ຕາມການເຫັນດີ ຂອງຄະນະນໍາກະຊວງ;
  6. ອອກ, ຕໍ່, ໂຈະ ແລະ ຖອນໃບອະນຸຍາດທີ່ກ່ຽວຂ້ອງໃນການຄຸ້ມຄອງຂອງກົມໄປສະນີ;
  7. ອອກແຈ້ງການ, ຄໍາແນະນໍາໃນການປະຕິບັດຂໍ້ຕົກລົງ ແລະ ລະບຽບການອື່ນກ່ຽວກັບຂະແຫນງການ ໄປສະນີ;
  8. ຕິດຕາມ, ຊຸກຍູ້, ກວດກາ ແລະ ແນະນໍາການເຄື່ອນໄຫວທາງດ້ານວິຊາການ ຂອງບໍລິສັດລັດວິສາຫະ ກິດໄປສະນີລາວ ແລະ ຜູ້ປະກອບການໄປສະນີເອກະຊົນ;
  9. ເຂົ້າຮ່ວມ ແລະ ຈັດກອງປະຊຸມ, ສໍາມະນາ, ຝຶກອົບຮົມວິຊາການ ທັງພາຍໃນ ແລະ ຕ່າງປະເທດຕາມ ການເຫັນດີຂອງຄະນະນໍາກະຊວງ;
  10. ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ ຕາມການອະນຸມັດຂອງຄະນະນໍາກະຊວງ;
  11. ຄຸ້ມຄອງ ແລະ ນໍາໃຊ້ພາຫະນະ, ວັດຖຸອຸປະກອນ ແລະ ຊັບສົມບັດໃນຄວາມຮັບຜິດຊອບຂອງກົມ;
  12. ປະຕິບັດສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນນິຕິກໍາອື່ນ ການມອບຫມາຍຂອງ ລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນໍາ.

ໂຄງປະກອບກົງຈັກ

  1. ພະແນກສັງລວມຂອງກົມໄປສະນີ;
  2. ພະແນກນະໂຍບາຍ ແລະ ຄຸ້ມຄອງໄປສະນີ;
  3. ພະແນກສົ່ງເສີມ ແລະ ພັດທະນາໄປສະນີ;
  4. ພະແນກມາດຕະຖານ ແລະ ເຕັກໂນໂລຊີໄປສະນີ.

ໂຄງປະກອບບຸກຄະລາກອນ

  1. ຫົວຫນ້າກົມໄປສະນີ ຈໍານວນ 01 ທ່ານ, ຮັບຜິດຊອບຕໍ່ລັດຖະມົນຕີ ແລະ ຮອງລັດຖະມົນຕີຜູ້ຊີ້ນໍາ ຂົງເຂດວຽກງານ ກ່ຽວກັບຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງໃນການປະຕິບັດວຽກງານຂອງຕົນ.
    • ໃນເວລາຫົວຫນ້າກົມ ຕິດຂັດ ຕ້ອງມອບສິດໃຫ້ຮອງຫົວຫນ້າກົມທ່ານໃດຫນຶ່ງຮັກສາການແທນ.
  2. ຮອງຫົວຫນ້າກົມໄປສະນີ ຈໍານວນຫນຶ່ງ ຊ່ວຍຫົວຫນ້າກົມຊີ້ນໍາວຽກງານໃດຫນຶ່ງ ຕາມການແບ່ງງານ ແລະ ການມອບຫມາຍ; ຮັບຜິດຊອບຕໍ່ຫົວຫນ້າກົມ ກ່ຽວກັບຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງຂອງ ວຽກງານທີ່ຕົນຊີ້ນໍາ.
    • ຮອງຫົວຫນ້າກົມຜູ້ຮັກສາການແທນ ຕ້ອງລາຍງານວຽກທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຮັກສາການ ແທນນັ້ນ ໃຫ້ຫົວຫນ້າກົມພາຍຫຼັງກັບມາປະຈໍາການ.
  3. ຫົວຫນ້າພະແນກ, ຮອງຫົວຫນ້າພະແນກ ແລະ ລັດຖະກອນວິຊາການຈໍານວນຫນຶ່ງ ຕາມການກໍານົດຕໍາ ແຫນ່ງງານ.
    • ສໍາລັບການບັນຈຸ, ຊັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ແມ່ນປະຕິບັດຕາມກົດຫມາຍ ແລະລະບຽບການ.

ໜ້າທີ່ ຂອງ ແຕ່ລະພະແນກ

ໜ້າທີ່ ຂອງພະແນກສັງລວມ

  1. ສໍາເນົາ, ບັນທຶກ ແລະ ສັງລວມການຄຸ້ມຄອງເອກະສານຂາເຂົ້າ-ຂາອອກ ຂອງກົມ ແລະ ແຈກຢາຍ ເອກະສານຂອງກົມໃຫ້ພາກສ່ວນພາຍນອກ ແລະ ພະແນກການພາຍໃນກົມ;
  2. ຄຸ້ມຄອງສັງລວມເຄື່ອງອຸປະກອນ, ພາຫະນະ ແລະ ຊັບສິນທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງກົມ;
  3. ດໍາເນີນວຽກພິທີການ ແລະ ເຮັດບົດບັນທຶກກອງປະຊຸມຂອງກົມ;.
  4. ເປັນໃຈກາງປະສານງານຕິດຕໍ່ພົວພັນ ແລະ ຕິດຕາມການເຄື່ອນໄຫວວຽກງານຂອງຄະນະກົມ ແລະ ບັນດາພະແນກ;
  5. ຂື້ນແຜນ ແລະ ສະຫຼຸບການເຄື່ອນໄຫວວຽກງານປະຈໍາອາທິດ, ເດືອນ, ງວດ ແລະ ປີຂອງກົມ;
  6. ກໍານົດແຜນບໍາລຸງກໍ່ສ້າງ, ສັບຊ້ອນ, ຄຸ້ມຄອງ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານລັດຖະກອນຂອງກົມ;
  7. ຄົ້ນຄວ້າເປົ້າຫມາຍຜູ້ເຂົ້າຮ່ວມກອງປະຊຸມ, ຝຶກອົບຮົມ, ສໍາມະນາ ພາຍໃນ ແລະ ຕ່າງປະເທດ ໃຫ້ຫົວຫນ້າກົມພິຈາລະນາ;
  8. ສະຫຼຸບ, ສັງລວມການຈັດຕັ້ງປະຕິບັດແຜນພັດທະນາ, ໂຄງການ, ແຜນງານຂອງກົມ;
  9. ຂຶ້ນແຜນການ ແລະ ສະຫຼຸບການນໍາໃຊ້ງົບປະມານ ປະຈໍາເດືອນ, ງວດ ແລະ ປີ ຂອງກົມ;
  10. ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຫົວຫນ້າກົມ ແລະ ຮອງຫົວຫນ້າກົມຜູ້ຊີ້ນໍາ.

ໜ້າທີ່ຂອງ ພະແນກນະໂຍບາຍ ແລະ ຄຸ້ມຄອງໄປສະນີ

  1. ຄົ້ນຄວ້າ, ສ້າງ ແລະ ເຜີຍແຜ່ບັນດາຍຸດທະສາດ, ນະໂຍບາຍ ແລະ ນິຕິກໍາໃນການຄຸ້ມຄອງຂະແຫນງການ ໄປສະນີ;
  2. ຄົ້ນຄວ້າ ແລະ ເຜີຍແຜ່ບັນດາແຜນຍຸດທະສາດ, ນະໂຍບາຍ ແລະ ນິຕິກໍາຂະແຫນງການໄປສະນີຂອງ ພາກພື້ນ ແລະ ສາກົນ;
  3. ຊຸກຍູ້, ສົ່ງເສີມ, ຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນຍຸດທະສາດ, ນະໂຍບາຍ ແລະ ນິຕິກໍາ ຂອງຂະແຫນງການໄປສະນີ;
  4. ຄົ້ນຄ້ວາການອອກ, ຕໍ່, ໂຈະ ແລະ ຖອນໃບອະນຸຍາດກິດຈະການໃນຂະແຫນງການໄປສະນີ;
  5. ເກັບກໍາ, ຄົ້ນຄວ້າ, ວິໄຈ ແລະ ເຜີຍແຜ່ສະຖິຕິໃນຂະແຫນງການໄປສະນີ ທັງພາຍໃນ ແລະ ສາກົນ;
  6. ຄົ້ນຄວ້າສ້າງສື່ໂຄສະນາ ແລະ ປະຊາສໍາພັນດ້ານໄປສະນີ;
  7. ຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ອົງການຄຸ້ມຄອງໄປສະນີ ຂັ້ນທ້ອງຖິ່ນໃນການອອກອະນຸຍາດດໍາເນີນທຸລະກິດຂະແຫນງການໄປສະນີ;
  8. ຄົ້ນຄ້ວາສ້າງກົນໄກ ແລະ ດັດສົມການຄຸ້ມຄອງຜູ້ປະກອບການ, ຂະຫຍາຍຕາຫນ່າງໄປສະນີ, ລາຄາ ແລະ ການແຂ່ງຂັນ;
  9. ຮັບຄໍາຮ້ອງ, ສັງລວມ, ຄົ້ນຄວ້າພິຈາລະນາ ແລະ ເປັນໃຈກາງໃນການໄກ່ເກ່ຍຂໍ້ຂັດແຍ່ງ ກ່ຽວກັບ ການບໍລິການດ້ານໄປສະນີ ຕາມຄວາມຮັບຜິດຊອບຂອງຕົນ;
  10. ສຶກສາອົບຮົມ, ກ່າວເຕືອນ ແລະ ແຈ້ງໃຫ້ຜູ້ປະກອບການຊາບ ກ່ຽວກັບການລະເມີດກົດຫມາຍ, ລະບຽບການໄປສະນີສາກົນ ຫຼື ລະບຽບການດ້ານໄປສະນີພາຍໃນປະເທດ ພ້ອມທັງລາຍງານໃຫ້ຂັ້ນ ເທິງຮັບຊາບ;
  11. ເຜີຍແຜ່, ແນະນໍາ ແລະ ສ້າງຄວາມເຂົ້າໃຈໃຫ້ກັບຜູ້ປະກອບການໃນການແກ້ໄຂຂໍ້ຂັດແຍ່ງລະຫວ່າງ ປະເທດ ແລະ ອົງການຈັດຕັ້ງສາກົນ;
  12. ຊຸກຍູ້ ແລະ ຕິດຕາມການເຄື່ອນໄຫວດໍາເນີນທຸລະກິດ ຂອງຜູ້ປະກອບການໄປສະນີ;
  13. ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຫົວຫນ້າກົມ ແລະ ຮອງຫົວຫນ້າກົມຜູ້ຊີ້ນໍາ.

ໜ້າທີ່ຂອງ ພະແນກສົ່ງເສີມ ແລະ ພັດທະນາໄປສະນີ

  1. ພົວພັນຮ່ວມມືກັບອົງການສະຫະພາບໄປສະນີສາກົນ, ສະຫະພາບໄປສະນີອາຊີ-ປາຊີຟິກ, ໄປສະນີ ອາຊຽນ ແລະ ອົງການໄປສະນີບັນດາປະເທດ ໃນການພັດທະນາ ແລະ ສົ່ງເສີມ ວຽກງານໄປສະນີ;
  2. ເປັນໃຈກາງໃນການປະສານງານ ລະຫວ່າງຜູ້ປະກອບການໄປສະນີລາວ ແລະ ຜູ້ປະກອບການໄປສະນີ ຕ່າງປະເທດ ໃນການຮ່ວມມື ແລະ ພັດທະນາ ຂະແຫນງການໄປສະນີ;
  3. ຊຸກຍູ້ການຈັດຕັ້ງປະຕິບັດພັນທະດ້ານໄປສະນີກັບສາກົນ ຂອງ ສປປ ລາວ;
  4. ຊຸກຍູ້ຜູ້ປະກອບການໃນການຈັດຕັ້ງປະຕິບັດພັນທະດ້ານໄປສະນີແບບທົ່ວເຖິງ;
  5. ຄົ້ນຄວ້າ ແລະ ສົ່ງເສີມການລົງທຶນໃນຂະແຫນງການໄປສະນີ;
  6. ຂຸດຄົ້ນ, ພັດທະນາ ແລະ ຂະຫຍາຍຕະຫຼາດທີ່ຍັງບໍ່ທັນມີບໍລິການ ຢູ່ພາຍໃນ ສປປ ລາວ;
  7. ຄົ້ນຄວ້າ ແລະ ພັດທະນານະໂຍບາຍສົ່ງເສີມການລົງທຶນຂະຫຍາຍພື້ນຖານໂຄງລ່າງໄປສະນີ ໄປສູ່ເຂດ ຊົນນະບົດຫ່າງໄກສອກຫຼີກ;
  8. ຊຸກຍູ້, ສົ່ງເສີມ ອົງການຄຸ້ມຄອງຂອງລັດ, ພາກທຸລະກິດ, ການຄ້າ ແລະ ປະຊາຊົນ ນໍາໃຊ້ຕາຫນ່າງ ໄປສະນີຢ່າງກວ້າງຂວາງ;
  9. ຝຶກອົບຮົມ ວຽກງານຄຸ້ມຄອງ, ວຽກງານເຕັກນິກວິຊາການ ໃຫ້ບັນດາອົງການຄຸ້ມຄອງ ແລະ ຜູ້ ປະກອບການໄປສະນີ;
  10. ຄົ້ນຄວ້າ ແລະ ເຜີຍແຜ່ຄວາມຮູ້ທາງດ້ານເຕັກນິກວິຊາການໃນຂະແຫນງການໄປສະນີ ທັງພາກພື້ນ ແລະ ສາກົນ ໃຫ້ບັນດາອົງການຄຸ້ມຄອງ ແລະ ຜູ້ປະກອບການໄປສະນີ;
  11. ຊຸກຍູ້ ແລະ ສົ່ງເສີມການນໍາໃຊ້ ໂຄງລ່າງພື້ນຖານໄປສະນີ ໃຫ້ສອດຄ່ອງກັບພາກພື້ນ ແລະ ສາກົນ;
  12. ຄົ້ນຄວ້າ, ກໍານົດປະເພດບໍລິການ, ຈໍານວນຜູ້ປະກອບການຕາມກົນໄກການຂະຫຍາຍຕົວຂອງຕະຫຼາດ ໄປສະນີແຕ່ລະໄລຍະ;
  13. ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຫົວຫນ້າກົມ ແລະ ຮອງຫົວຫນ້າກົມຜູ້ຊີ້ນໍາ.

ໜ້າທີ່ຂອງ ພະແນກມາດຕະຖານ ແລະ ເຕັກໂນໂລຊີໄປສະນີ

  1. ຄົ້ນຄວ້າສ້າງ ແລະ ເຜີຍແຜ່ ກ່ຽວກັບມາດຕະຖານເຕັກນິກ ແລະ ຄຸນນະພາບການບໍລິການດ້ານ ໄປສະນີ;
  2. ສັງລວມ ແລະ ເຜີຍແຜ່ ກ່ຽວກັບມາດຕະຖານເຕັກນິກ ແລະ ຄຸນນະພາບການບໍລິການໃນຂະແຫນງໄປ ສະນີຂອງພາກພື້ນ ແລະ ສາກົນ;
  3. ປະເມີນ ແລະ ອອກໃບຢັ້ງຢືນມາດຕະຖານເຕັກນິກ ແລະ ຄຸນນະພາບການບໍລິການດ້ານໄປສະນີ ໃຫ້
  4. ແກ່ຜູ້ປະກອບການຂະແຫນງການໄປສະນີ;
  5. ສັງລວມ, ເຜີຍແຜ່ ແລະ ຖ່າຍທອດເຕັກໂນໂລຊີໃນການຄຸ້ມຄອງ ແລະ ການບໍລິການຂອງຂະ ແຫນງການໄປສະນີທັງພາກພື້ນ ແລະ ສາກົນໃຫ້ແກ່ອົງການຄຸ້ມຄອງ ແລະ ຜູ້ໃຫ້ບໍລິການໄປສະນີ; ຄົ້ນຄວ້າ, ສ້າງ, ອອກແບບ,ພັດທະນາ ແລະ ໃຫ້ບໍລິການເຕັກໂນໂລຊີ ທີ່ກ່ຽວຂ້ອງໃນຂະແຫນງການ ໄປສະນີ ໃຫ້ຜູ້ປະກອບການ ແລະ ສັງຄົມ ໄດ້ນໍາໃຊ້;
  6. ຄົ້ນຄວ້າ ແລະ ກໍານົດຄຸນລັກສະນະໃນການຂະຫຍາຍ ແລະ ພັດທະນາຕາຫນ່າງໄປສະນີ, ການບໍລິການ ໄປສະນີຕົວແບບ ໄປສູ່ຊົນນະບົດເຂດຫ່າງໄກສອກຫຼີກ;
  7. ຄົ້ນຄວ້າ, ອອກແບບ, ຄຸ້ມຄອງ, ພັດທະນາ ແລະ ໃຫ້ບໍລິການນໍາໃຊ້ຊັບພະຍາກອນໄປສະນີໃຫ້ແກ່ ສັງຄົມ;
  8. ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຫົວຫນ້າກົມ ແລະ ຮອງຫົວຫນ້າກົມຜູ້ຊີ້ນໍາ.