ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສະຫວັນນະເຂດ: Difference between revisions

ຈາກ Laopedia
(Protected "ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສະຫວັນນະເຂດ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
(ປ່ຽນ ໜ້ານີ້ ໂດຍ 'ພະແນກ')
 
ແຖວ 1: ແຖວ 1:
# 1
ພະແນກ
ການຈັດຕັ້ງປະຕິບັດແຜນພັດທະນາວຽກງານໄປສະນີ,ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານຢູ່ແຂວງສະຫວັນນະເຂດ ເຫັນວ່າມີທ່າອ່ຽງຂະຫຍາຍຕົວຢ່າງຕໍ່ເນື່ອງ; ຕາໜ່າງດ້ານໂທລະຄົມມະນາຄົມມີການຂະຫຍາຍອອກສູ່ຊົນະບົດ ແລະ ເຂດຫ່າງໄກສອກຫຼີກ ຊຶ່ງກວມເນື້ອທີ່ຂອງແຂວງເປັນວົງກວ້າງ, ສັນຍານໂທລະສັບມືຖືລະບົບ 2G ກວມ 981 ບ້ານ ເທົ່າກັບ 96% ຂອງຈໍານວນບ້ານທັງໝົດໃນທົ່ວແຂວງ; ປະຊາຊົນບັນດາເຜົ່າໄດ້ຮັບຄວາມສະດວກໃນການພົວພັນສື່ສານຊຶ່ງກັນ ແລະ ກັນເປັນສ່ວນໃຫຍ່, ສັນຍານອິນເຕີເນັດຄວາມໄວສູງຜ່ານມືຖືລະບົບ 3G, 4G ເຂົ້າເຖິງກຸ່ມຄົນຕາມຕົວເມືອງໃຫຍ່, ຊຸມຊົນໜາແໜ້ນ ແລະ ຊຸມຊົນເຂດພັດທະນາ ອັນເປັນເງື່ອນໄຂສະດວກ ແລະອໍານວຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພໍ່ຄ້າຊາວຂາຍ, ນັກທຸລະກິດ, ນັກຮຽນຮູ້ນັກສຶກສາປັນຍາຊົນ ຕະຫຼອດຮອດພະນັກງານທະຫານຕໍາຫຼວດ ໃນການຊົມໃຊ້, ການຄົ້ນຫາຂໍ້ມູນຂ່າວສານ, ຄວາມຮູ້ດ້ານຕ່າງໆ ເພື່ອການພັດທະນາຕົນເອງ ແລະ ເສດຖະກິດຄອບຄົວໃຫ້ນັບມື້ນັບດີຂຶ້ນເປັນກ້າວໆ [[ປະເທດລາວ]]
 
[[ຮູບ:62196607bf1b465d9a301ed3 5f46bd5424fa71052301839e how20give20presentation20a% 20meeting.jpg|thumb]]
 
# 2
ຂໍ້ສະດວກ: ມີບັນດາບໍລິສັດໂທລະຄົມມະນາຄົມເປັນຜູ້ເຮັດໜ້າທີ່ບໍລິການຂະຫຍາຍຕາໜ່າງໂທລະຄົມມະນາຄົມເພື່ອຮັບໃຊ້ສັງຄົມຢ່າງຕໍ່ເນື່ອງ ແລະ ມີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານເປັນຜູ້ຄຸ້ມຄອງ ແລະ ດັດສົມ ໃຫ້ມີຄວາມສອດຄ່ອງກັບຄວາມເປັນຈິງຂອງສັງຄົມ ພາຍໃຕ້ນະໂຍບາຍຂອງພັກໃນແຕ່ລະໄລຍະ
ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ: ເຕັກໂນໂລຊີດ້ານໂທລະຄົມມະນາຄົມມີການຂະຫຍາຍໄວຕາມການຂະຫຍາຍຕົວຂອງໂລກປະຈຸບັນ ອັນເຮັດໃຫ້ການສ້າງນິຕິກໍາເພື່ອມາຄຸ້ມຄອງບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການເທົ່າທີ່ຄວນ.
ໄດ້ຈັດຕັ້ງເຊື່ອມຊືມບັນດາເອກະສານວັນສໍາຄັນຕ່າງໆຂອງຊາດ, ເອກະສານມູນເຊື້ອອັນດີງາມຂອງຜູ້ນໍາປະຕິວັດລາວ ແລະ ສາກົນໃຫ້ອ້າຍນ້ອງພະນັກງານໃນຂົງເຂດໄປສະນີ, ໂທລະຄົມມະນາຄົມ ລວມມີ 49 ເອກະສານ, ມີຜູ້ເຂົ້າຮ່ວມທັງໝົດ 350 ເທື່ອຄົນ (ຍິງ120 ເທື່ອຄົນ)
ໄດ້ຈັດຕັ້ງກັນເຂົ້າຮ່ວມຂະບວນການອອກແຮງງານ: ຖົມທາງ, ອານາໄມທາງ ທີ່ຄະນະບໍລິຫານງານຈັດຕັ້ງຂຶ້ນຕ້ອນຮັບວັນສໍາຄັນຕ່າງໆ ລວມມີ 03ຄັ້ງ; ມີຜູ້ເຂົ້າຮ່ວມທັງໝົດ 28 ເທື່ອຄົນ (ຍິງ 10ເທື່ອຄົນ)
ໄດ້ຈັດຕັ້ງກັນເຂົ້າຮ່ວມຂະບວນແຂ່ງຂັນກິລາມິດຕະພາບ: ຕີບູນ, ເຕະບານ ຂອງພະແນກ ປທສ ແຂວງ 4 ແຂວງພາກໃຕ້ ທີ່ພະແນກ ປທສ ແຂວງຈໍາປາສັກຈັດຂຶ້ນໃນວັນທີ 24/11/2017, ມີຜູ້ເຂົ້າຮ່ວມທັງໝົດ 26 ຄົນ(ຍິງ 04ຄົນ)
'''[http://dtc-svk.gov.la ເວັບພະແນກ]'''
'''[https://web.facebook.com/DTCSavannakhet?_rdc=1&_rdr ເຟສບຸກພະແນກ]'''
{| class="wikitable"
|+ ສັງລວມປະຊາກອນຂອງເມືອງ
|-
!  ລຳດັບ !!  ຈຳພອນ !!  ຊົນບູລີ !! ໄຊພູທອງ
|-
| ເພດຊາຍ || 10 || 20 || 30
|-
| ເພດຍິງ || 40 || 60 || 70
|-
| ເດັກນ້ອຍ || 5 || 20 || 10
|-
| ຜູ້ເຖົ້າ || 11 || 20 || 30
|}
 
<ref>ເອກະສານອ້າງອິງ ພະແນກ ຕສ ແຂວງສະຫວັນນະເຂດ</ref>

Latest revision as of 05:58, 26 ສິງຫາ 2024

ພະແນກ