ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສະຫວັນນະເຂດ

ຈາກ Laopedia
  1. 1

ການຈັດຕັ້ງປະຕິບັດແຜນພັດທະນາວຽກງານໄປສະນີ,ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານຢູ່ແຂວງສະຫວັນນະເຂດ ເຫັນວ່າມີທ່າອ່ຽງຂະຫຍາຍຕົວຢ່າງຕໍ່ເນື່ອງ; ຕາໜ່າງດ້ານໂທລະຄົມມະນາຄົມມີການຂະຫຍາຍອອກສູ່ຊົນະບົດ ແລະ ເຂດຫ່າງໄກສອກຫຼີກ ຊຶ່ງກວມເນື້ອທີ່ຂອງແຂວງເປັນວົງກວ້າງ, ສັນຍານໂທລະສັບມືຖືລະບົບ 2G ກວມ 981 ບ້ານ ເທົ່າກັບ 96% ຂອງຈໍານວນບ້ານທັງໝົດໃນທົ່ວແຂວງ; ປະຊາຊົນບັນດາເຜົ່າໄດ້ຮັບຄວາມສະດວກໃນການພົວພັນສື່ສານຊຶ່ງກັນ ແລະ ກັນເປັນສ່ວນໃຫຍ່, ສັນຍານອິນເຕີເນັດຄວາມໄວສູງຜ່ານມືຖືລະບົບ 3G, 4G ເຂົ້າເຖິງກຸ່ມຄົນຕາມຕົວເມືອງໃຫຍ່, ຊຸມຊົນໜາແໜ້ນ ແລະ ຊຸມຊົນເຂດພັດທະນາ ອັນເປັນເງື່ອນໄຂສະດວກ ແລະອໍານວຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພໍ່ຄ້າຊາວຂາຍ, ນັກທຸລະກິດ, ນັກຮຽນຮູ້ນັກສຶກສາປັນຍາຊົນ ຕະຫຼອດຮອດພະນັກງານທະຫານຕໍາຫຼວດ ໃນການຊົມໃຊ້, ການຄົ້ນຫາຂໍ້ມູນຂ່າວສານ, ຄວາມຮູ້ດ້ານຕ່າງໆ ເພື່ອການພັດທະນາຕົນເອງ ແລະ ເສດຖະກິດຄອບຄົວໃຫ້ນັບມື້ນັບດີຂຶ້ນເປັນກ້າວໆ ປະເທດລາວ

ຮູບ:62196607bf1b465d9a301ed3 5f46bd5424fa71052301839e how20give20presentation20a% 20meeting.jpg
  1. 2

ຂໍ້ສະດວກ: ມີບັນດາບໍລິສັດໂທລະຄົມມະນາຄົມເປັນຜູ້ເຮັດໜ້າທີ່ບໍລິການຂະຫຍາຍຕາໜ່າງໂທລະຄົມມະນາຄົມເພື່ອຮັບໃຊ້ສັງຄົມຢ່າງຕໍ່ເນື່ອງ ແລະ ມີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານເປັນຜູ້ຄຸ້ມຄອງ ແລະ ດັດສົມ ໃຫ້ມີຄວາມສອດຄ່ອງກັບຄວາມເປັນຈິງຂອງສັງຄົມ ພາຍໃຕ້ນະໂຍບາຍຂອງພັກໃນແຕ່ລະໄລຍະ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ: ເຕັກໂນໂລຊີດ້ານໂທລະຄົມມະນາຄົມມີການຂະຫຍາຍໄວຕາມການຂະຫຍາຍຕົວຂອງໂລກປະຈຸບັນ ອັນເຮັດໃຫ້ການສ້າງນິຕິກໍາເພື່ອມາຄຸ້ມຄອງບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການເທົ່າທີ່ຄວນ. ໄດ້ຈັດຕັ້ງເຊື່ອມຊືມບັນດາເອກະສານວັນສໍາຄັນຕ່າງໆຂອງຊາດ, ເອກະສານມູນເຊື້ອອັນດີງາມຂອງຜູ້ນໍາປະຕິວັດລາວ ແລະ ສາກົນໃຫ້ອ້າຍນ້ອງພະນັກງານໃນຂົງເຂດໄປສະນີ, ໂທລະຄົມມະນາຄົມ ລວມມີ 49 ເອກະສານ, ມີຜູ້ເຂົ້າຮ່ວມທັງໝົດ 350 ເທື່ອຄົນ (ຍິງ120 ເທື່ອຄົນ) ໄດ້ຈັດຕັ້ງກັນເຂົ້າຮ່ວມຂະບວນການອອກແຮງງານ: ຖົມທາງ, ອານາໄມທາງ ທີ່ຄະນະບໍລິຫານງານຈັດຕັ້ງຂຶ້ນຕ້ອນຮັບວັນສໍາຄັນຕ່າງໆ ລວມມີ 03ຄັ້ງ; ມີຜູ້ເຂົ້າຮ່ວມທັງໝົດ 28 ເທື່ອຄົນ (ຍິງ 10ເທື່ອຄົນ) ໄດ້ຈັດຕັ້ງກັນເຂົ້າຮ່ວມຂະບວນແຂ່ງຂັນກິລາມິດຕະພາບ: ຕີບູນ, ເຕະບານ ຂອງພະແນກ ປທສ ແຂວງ 4 ແຂວງພາກໃຕ້ ທີ່ພະແນກ ປທສ ແຂວງຈໍາປາສັກຈັດຂຶ້ນໃນວັນທີ 24/11/2017, ມີຜູ້ເຂົ້າຮ່ວມທັງໝົດ 26 ຄົນ(ຍິງ 04ຄົນ) ເວັບພະແນກ ເຟສບຸກພະແນກ

ສັງລວມປະຊາກອນຂອງເມືອງ
ລຳດັບ ຈຳພອນ ຊົນບູລີ ໄຊພູທອງ
ເພດຊາຍ 10 20 30
ເພດຍິງ 40 60 70
ເດັກນ້ອຍ 5 20 10
ຜູ້ເຖົ້າ 11 20 30

[1]

  1. ເອກະສານອ້າງອິງ ພະແນກ ຕສ ແຂວງສະຫວັນນະເຂດ