ລະບົບສື່ສານພາກລັດ Government Chatting – G-Chat: Difference between revisions

ຈາກ Laopedia
(ໜ້າໃໝ່: ເປັນແອັບພິເຄຊັນ ທີ່ພັດທະນາຂຶ້ນເພື່ອໃຊ້ເປັນລະບົບຕິດຕໍ່ສື່ສານແບບອອນລາຍ ສຳລັບພະນັກງານພາກລັດດ້ວຍກັນ, ສາມາດສົນທະນາຂໍ້ຄວາມ, ຮັບ-ສົ່ງຟາຍເອກະສານ, ຟາຍຮູບພາບ, ວີດີໂອ, ການໂທດ້ວຍສ...)
 
(Protected "ລະບົບສື່ສານພາກລັດ Government Chatting – G-Chat"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

ລຸ້ນແກ້ໄຂເກົ່າເມື່ອ 04:39, 15 ມີນາ 2024

ເປັນແອັບພິເຄຊັນ ທີ່ພັດທະນາຂຶ້ນເພື່ອໃຊ້ເປັນລະບົບຕິດຕໍ່ສື່ສານແບບອອນລາຍ ສຳລັບພະນັກງານພາກລັດດ້ວຍກັນ, ສາມາດສົນທະນາຂໍ້ຄວາມ, ຮັບ-ສົ່ງຟາຍເອກະສານ, ຟາຍຮູບພາບ, ວີດີໂອ, ການໂທດ້ວຍສຽງ-ພາບໄດ້ພ້ອມກັນ;

ລະບົບ G-Chat ສ້າງຂື້ນເພື່ອຄວາມເປັນເອກະພາບ ແລະ ລວມສູນຂອງການນຳໃຊ້ແອັບໃນການສົນທະນາສື່ສານ ແລະ ແລກປ່ຽນຂໍ້ມູນຂອງພາກລັດ ໃຫ້ມີມາດຕະຖານຄວາມປອດໄພ, ໝັ້ນຄົງທາງດ້ານຂໍ້ມູນ ແລະ ທັນສະໄໝ, ພ້ອມທັງສາມາດນຳໃຊ້ໃນທຸກອຸປະກອນສື່ສານ ແລະ ຄອມພິວເຕີໄດ້ທຸກທີ່ທຸກເວລາ

ຄຸນສົມບັດຂອງລະບົບ:

  • ສາມາດນຳໃຊ້ໄດ້ທັງທາງຄອມພິວເຕີ (Brownser) ແລະ ມືຖື ລະບົບ Andriod ແລະ  iOS
  • ສາມາດເລືອກນຳໃຊ້ໄດ້ທັງ ພາສາລາວ ແລະ ອັງກິດ
  • ສ້າງກຸ່ມສົນທະນາ ໂດຍສາມາດກຳນົດເອົາຜູ້ໃຊ້ງານທີ່ຢູ່ຕ່າງພະແນກ ຫຼື ຕ່າງກົມທີ່ຢູ່ພາຍໃນກະຊວງດຽວກັນເຂົ້າມາເປັນສະມາຊິກໃນກຸ່ມໄດ້ ໂດຍບໍ່ໄດ້ກຳນົດຈຳນວນສະມາຊິກ
  • ຜູ້ໃຊ້ສາມາດນຳບັນຊີລາຍຊື່ຂອງຕົນໄປໃຊ້ໃນເຄື່ອງໃໝ່ໂດຍຂໍ້ຄວາມທີ່ສົນທະນາໄວ້ໃນເຄື່ອງເກົ່ານັ້ນຈະບໍ່ຖືກລຶບໄປ