ສະພາແຫ່ງຊາດ: Difference between revisions
No edit summary |
ລNo edit summary |
||
ແຖວ 1: | ແຖວ 1: | ||
[[ຮູບ:ສະພາ.png|thumb|ກາໝາຍ ສະພາແຫ່ງຊາດ]] | ພ້ອມກັບການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະພາປະຊາຊົນສູງສຸດ ຊຸດທີ I ກໍໄດ້ຮັບການ ສ້າງຕັ້ງຂຶ້ນໂດຍກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວ ປະເທດໃນວັນທີ 2 ທັນວາ 1975.[[ຮູບ:ສະພາ.png|thumb|ກາໝາຍ ສະພາແຫ່ງຊາດ]] | ||
== ທີ່ຕັ້ງ ແລະ ພາລະບົດບາດຂອງສະພາແຫ່ງຊາດ == | == ທີ່ຕັ້ງ ແລະ ພາລະບົດບາດຂອງສະພາແຫ່ງຊາດ == | ||
ແຖວ 84: | ແຖວ 84: | ||
4. ຕິດຕາມກວດກາ ສະພາປະຊາຊົນຂັ້ນແຂວງ ໃນການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງກອງປະຊຸມສະພາແຫ່ງຊາດ ແລະ ມະຕິຂອງຄະນະປະຈຳ ສະພາແຫ່ງຊາດ. | 4. ຕິດຕາມກວດກາ ສະພາປະຊາຊົນຂັ້ນແຂວງ ໃນການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງກອງປະຊຸມສະພາແຫ່ງຊາດ ແລະ ມະຕິຂອງຄະນະປະຈຳ ສະພາແຫ່ງຊາດ. | ||
== ''ສະພາປະຊາຊົນສູງສຸດແຕ່ລະຊຸດ'' == | |||
=== '''''ສະພາປະຊາຊົນສູງສຸດ ຊຸດທີ I''''' === | |||
ປະກອບດ້ວຍສະມາຊິກທັງໝົດ 45 ທ່ານ, ເຊິ່ງໃນນັ້ນມີເພດຍິງ 4 ທ່ານ. ທ່ານ ສຸພານຸວົງ ຖືກເລືອກຕັ້ງເປັນປະທານສະພາ, ແລະມີີຮອງປະທານ 4 ທ່ານ ຄື:ທ່ານ ສີສົມພອນ ລໍວັນໄຊ,ທ່ານ ສີທົນ ກົມມະດໍາ, ທ່ານ ໄຟດ່າງ ລໍເບຼຍຢາວ ແລະ ທ່ານ ຄໍາສຸກ ແກ້ວລາ ເປັນຮອງປະທານ ທັງ ເປັນເລຂາທິການໃຫຍ່. ສະພາປະຊາຊົນສູງສຸດຊຸດທີ I ປະກອບມີ ຄະນະປະຈໍາ 5 ທ່ານ ແລະ 3 ກໍາມາທິການຄື: ກໍາມາທິການຮ່າງລັດຖະທໍາມະນູນ, ກໍາມາທິການລັດຖະບັນຍັດ ແລະກົດໝາຍເລືອກຕັ້ງ ແລະກໍາມາທິການແຜນການ- ການເງິນ ແລະ ຫ້ອງວ່າການສະພາປະຊາຊົນ. ສະພາປະຊາຊົນສູງສຸດຊຸດທີ I ມີບົດບາດໜ້າທີ່ເຕົ້າໂຮມຄວາມສາມັກຄີບັນດາຊັ້ນຄົນ ແລະ ຊົນເຜົ່າໃນທົ່ວປະເທດ ເພື່ອປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະກໍ່ສ້າງປະເທດຊາດ. | |||
ສະພາປະຊາຊົນສູງສຸດຊຸດທີ I ໄດ້ເຮັດ ຫຼ້ອນພາລະບົດບາດ ແລະໜ້າທີ່ການເມືອງຂອງຕົນໃນການປຸກລະດົມ, ເຕົ້າໂຮມຄວາມສາມັກຄີປວງຊົນທັງຊາດ, ປົກປັກຮັກສາໝາກຜົນຂອງການປະຕິວັດກໍຄືຄວາມເປັນເອກະລາດແຫ່ງ ຊາດໄວ້ໄດ້ຢ່າງໝັ້ນຄົງ, ພ້ອມນີ້ກໍຍັງໄດ້ຟື້ນຟູເສດຖະກິດ, ວັດທະນະທໍາສັງຄົມ, ຮໍາບາດແຜສົງຄາມ ແລະປົວແປງຊີວິດການເປັນຢູ່ຂອງປວງຊົນລາວບັນດາເຜົ່າໃຫ້ນັບ ມື້ດີຂຶ້ນ. | |||
ນອກນີ້ສະພາປະຊາຊົນສູງສຸດ ຊຸດທີ I ຍັງໄດ້ເຮັດໜ້າທີ່ຄົ້ນຄວ້າພິຈາລະນາ ແລະຕົກລົງຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີເທື່ອທີ 1 (1980-1985); ພິຈາລະນາຮັບຮອງເອົາກົດໝາຍໃໝ່ຈໍານວນໜຶ່ງເຊັ່ນ: ກົດໝາຍວ່າດ້ວຍສະພາລັດຖະມົນ ຕີ ແລະຄະນະກໍາມະການປົກຄອງທ້ອງຖິ່ນ, ກົດໝາຍລົງທຶນຕ່າງປະເທດ ແລະໄດ້ພິຈາລະນາຕົກລົງບັນດາບັນຫາສໍາຄັນອື່ນໆຂອງປະເທດຊາດອີກດ້ວຍ. | |||
=== '''''ສະພາປະຊາຊົນສູງສຸດ ຊຸດທີ II''''' === | |||
ມາໃນວັນທີ 26 ມີນາ 1989 ກໍ ໄດ້ຮັບການເລືອກຕັ້ງຂື້ນ ໂດຍຜ່ານການເລືອກຕັ້ງທົ່ວປະເທດ. ສະພາຊຸດນີ້ປະກອບດ້ວຍສະມາຊິກ 79 ທ່ານ, ໃນນັ້ນມີເພດຍິງ 5 ທ່ານ.ທ່ານ ໜູຮັກ ພູມສະຫວັນ ຖືກຄັດເລືອກໃຫ້ເປັນປະທານ, ທ່ານ ທອງສິງ ທຳມະວົງ ເປັນຮອງປະທານ ແລະປະກອບມີຄະນະປະຈໍາ ຈຳນວນ 6 ທ່ານ ແລະກໍາມາທິການ 5 ກຳມາທິການ ຄື: ກໍາມາທິການກົດໝາຍ, ກໍາມາທິການເລຂານຸການ, ກຳມາທິການເສດຖະກິດແັນການ ແລະການເງິນ, ກໍາມາທິການວັດທະນະທໍາ-ສັງຄົມ, ກໍາມາທິການພົວພັນຕ່າງປະເທດ ແລະຫ້ອງວ່າການສະພາແຫ່ງຊາດ; ສໍາລັບຢູ່ທ້ອງຖິ່ນແມ່ນປະກອບດ້ວຍສະພາປະຊາຊົນແຂວງ ແລະສະພາປະຊາຊົນເມືອງ. | |||
ສະພາປະຊາຊົນສູງສຸດ ຊຸດທີ II ໄດ້ມີຜົນງານອັນໃຫຍ່ຫຼວງໃນການເຮັດຫຼ້ອນພາລະບົດບາດ ແລະໜ້າທີ່ການເມືອງຂອງຕົນຄື: ໄດ້ເຮັດສໍາເລັດການຮ່າງລັດຖະທໍາມະນູນແຫ່ງຊາດ ສະບັບທໍາອິດຂອງສ ປປລາວ ເຊິ່ງໄດ້ຖືກຮັບຮອງເອົາຢູ່ໃນກອງປະຊຸມ ເທື່ອທີ 6 ສະໄໝສາມັນຂອງສະພາປະຊາຊົນສູງສຸດ ຊຸດທີ II ໃນວັນທີ 14 ສິງຫາ 1991, ສະພາປະຊາຊົນ ຊຸດທີ II ຍັງໄດ້ພິຈາລະນາຮັບຮອງເອົາກົດ ໝາຍໃໝ່ຈໍານວນ 22 ສະບັບ. ນອກນີ້ກໍຍັງໄດ້ຕັ້ງໜ້າເຄື່ອນໄຫວວຽກງານການຕ່າງປະເທດ, ແນໃສ່ເພີ່ມທະວີການພົວພັນຮ່ວມມືກັບອົງການລັດຖະສະພາສາກົນ, ພາກພື້ນ ແລະລັດຖະສະພາປະເທດເພື່ອນມິດອີກ. ດ້ວຍເຫດນີ້ ສປປລາວ ຈຶ່ງໄດ້ເປັນທີ່ຮັບຮູ້ອັນກວ້າງຂວາງຈາກປະຊາຄົມໂລກ. | |||
ກອງປະຊຸມໃຫຍ່ຄັ້ງທີ 83 ຂອງສະຫະພັນລັດຖະສະພາສາກົນທີ່ປະເທດໄຊປລັດຊ໌ໄດ້ຕົກລົງຮັບ ເອົາ ສປປລາວເຂົ້າເປັນສະມາຊິກສົມບູນຂອງອົງການດັ່ງກ່າວ. ສປປລາວ ຍັງເປັນຜູ້ສັງເກດການຂອງລັດຖະສະພາອາຊຽນ ແລະໄດ້ສ້າງຕັ້ງສະມາຄົມມິດຕະພາບລັດຖະສະພາລາວ-ຍີ່ປຸ່ນ. |
ລຸ້ນແກ້ໄຂເກົ່າເມື່ອ 03:01, 11 ກຸມພາ 2024
ພ້ອມກັບການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະພາປະຊາຊົນສູງສຸດ ຊຸດທີ I ກໍໄດ້ຮັບການ ສ້າງຕັ້ງຂຶ້ນໂດຍກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວ ປະເທດໃນວັນທີ 2 ທັນວາ 1975.
ທີ່ຕັ້ງ ແລະ ພາລະບົດບາດຂອງສະພາແຫ່ງຊາດ
ສະພາແຫ່ງຊາດ ແມ່ນ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ, ເປັນອົງການສູງສຸດແຫ່ງອຳນາດລັດ ແລະ ເປັນອົງການນິຕິບັນຍັດ.
ສະພາແຫ່ງຊາດ ມີພາລະບົດບາດຮັບຮອງເອົາ ລັດຖະທຳມະນູນ ແລະ ກົດໝາຍ, ຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ແລະ ຕິດຕາມກວດກາ ການເຄົາລົບ, ປະຕິບັດ ລັດຖະທຳມະ ນູນ, ກົດໝາຍຂອງບັນດາອົງການລັດ.
ສິດ ແລະ ໜ້າທີ່ດ້ານນິຕິບັນຍັດ
ສະພາແຫ່ງຊາດ ມີ ສິດ ແລະ ໜ້າທີ່ດ້ານນິຕິບັນຍັດ ດັ່ງນີ້:
1. ພິຈາລະນາ, ຮັບຮອງເອົາ ລັດຖະທຳມະນູນ ແລະ ກົດໝາຍ;
2. ພິຈາລະນາ, ຮັບຮອງເອົາ ແຜນການສ້າງ ແລະ ປັບປຸງກົດໝາຍ ຕະຫຼອດອາຍຸການ ຂອງຕົນ;
3. ພິຈາລະນາ, ຮັບຮອງເອົາ ການຍົກເລີກ, ລົບລ້າງ ການເຂົ້າຮ່ວມສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນໃນລະດັບລັດ ຕາມການສະເໜີຂອງນາຍົກລັດຖະມົນຕີ;
4. ພິຈາລະນາ, ຮັບຮອງເອົາ ທິດທາງວຽກງານ ຫ້າປີ ຂອງສະພາແຫ່ງຊາດ;
5. ພິຈາລະນາ, ຮັບຮອງເອົາ ທິດທາງວຽກງານ ຫ້າປີ ຂອງ ອົງການໄອຍະການປະຊາຊົນ ສູງສຸດ, ສານປະຊາຊົນສູງສຸດ ແລະ ອົງການກວດສອບແຫ່ງລັດ;
6. ຍົກເລີກນິຕິກຳ ຂອງພາກສ່ວນຕ່າງໆ ທີ່ຂັດກັບ ລັດຖະທຳມະນູນ ແລະ ກົດໝາຍ, ຍົກເວັ້ນ ຄຳຕົກລົງກ່ຽວກັບການດຳເນີນຄະດີຂອງ ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ;
7. ມອບສິດໃຫ້ຄະນະປະຈຳສະພາແຫ່ງຊາດ ຕົກລົງວຽກງານທີ່ຈຳເປັນ ແລະ ຮີບດ່ວນ ແລ້ວລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ.
ສິດ ແລະ ໜ້າທີ່ດ້ານການຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ
ສະພາແຫ່ງຊາດ ມີ ສິດ ແລະ ໜ້າທີ່ດ້ານການຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ດັ່ງນີ້:
1. ດ້ານການເມືອງ ແລະ ການປົກຄອງ:
1.1. ພິຈາລະນາ, ຮັບຮອງເອົາ ບັນຫາຄວາມໝັ້ນຄົງ, ຄວາມປອດໄພ, ບັນຫາສົງຄາມ ຫຼື ສັນຕິພາບ ແລະ ການໃຫ້ນິລະໂທດກຳ ຕາມການສະເໜີ ຂອງຄະນະປະຈຳສະພາແຫ່ງຊາດ;
1.2. ພິຈາລະນາ, ຮັບຮອງເອົາ ເຂດແດນຂອງແຂວງ, ນະຄອນຫຼວງ ຕາມການສະເໜີ ຂອງນາຍົກລັດຖະມົນຕີ;
1.3. ພິຈາລະນາ ຍຸບສະພາປະຊາຊົນຂັ້ນແຂວງ ໃນກໍລະນີ ສະພາປະຊາຊົນນັ້ນ ຫາກໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ຕໍ່ຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ;
1.4. ລົງມະຕິບໍ່ໄວ້ວາງໃຈສະມາຊິກລັດຖະບານທ່ານໃດໜຶ່ງ ຫຼື ທັງໝົດຄະນະ ຕາມການສະເໜີຂອງຄະນະປະຈຳສະພາແຫ່ງຊາດ ຫຼື ຢ່າງໜ້ອຍ ໜຶ່ງສ່ວນສີ່ ຂອງຈຳນວນສະມາຊິກ ສະພາແຫ່ງຊາດທັງໝົດເປັນຜູ້ສະເໜີ.
2. ດ້ານເສດຖະກິດ-ສັງຄົມ:
2.1. ພິຈາລະນາ, ຮັບຮອງເອົາ ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການດັດແກ້ແຜນງົບປະມານແຫ່ງລັດ ແລະ ດັດແກ້ແຜນການລົງທຶນຂອງລັດ;
2.2. ພິຈາລະນາ, ຮັບຮອງເອົາ ນະໂຍບາຍພື້ນຖານດ້ານການເງິນ, ເງິນຕາ, ການດັດ ແກ້ອັດຕາສ່ວນການຂາດດຸນງົບປະມານ, ອັດຕາສ່ວນໜີ້ສິນຂອງລັດຖະບານ, ອັດຕາສ່ວນໜີ້ສິນ ສາທາລະນະ;
2.3. ພິຈາລະນາ, ຮັບຮອງເອົາ ການກຳນົດ, ການປ່ຽນແປງ, ການຍົກເລີກ, ການລົບລ້າງ ອັດຕາພາສີ ແລະ ອາກອນ;
2.4. ພິຈາລະນາ, ຮັບຮອງເອົາ ໂຄງການລະດັບຊາດ, ໂຄງການຂະໜາດໃຫຍ່ ທີ່ມີ ຜົນກະທົບຕໍ່ ສິ່ງແວດລ້ອມ ແລະ ສັງຄົມ;
2.5. ພິຈາລະນາ, ຮັບຮອງເອົາ ບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດ.
3. ດ້ານການຈັດຕັ້ງ ແລະ ບຸກຄະລາກອນ:
3.1. ດ້ານການຈັດຕັ້ງ
3.1.1. ພິຈາລະນາ, ຮັບຮອງເອົາ ໂຄງປະກອບກົງຈັກຂອງສະພາແຫ່ງຊາດ, ການສ້າງຕັ້ງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ ກຳມາທິການ ແລະ ຄະນະເລຂາທິການສະພາແຫ່ງຊາດ;
3.1.2. ພິຈາລະນາ, ຮັບຮອງເອົາ ໂຄງປະກອບກົງຈັກຂອງລັດຖະບານ;
3.1.3. ພິຈາລະນາ, ຮັບຮອງເອົາ ການສ້າງຕັ້ງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ ກະຊວງ, ອົງການລັດທຽບເທົ່າກະຊວງ, ແຂວງ, ນະຄອນຫຼວງ ຕາມການສະເໜີ ຂອງ ນາຍົກລັດ ຖະມົນຕີ.
3.2 ດ້ານບຸກຄະລາກອນ
3.2.1. ເລືອກຕັ້ງ ຫຼື ປົດຕຳແໜ່ງ ປະທານ, ຮອງປະທານ, ກຳມະການຄະນະ ປະຈຳສະພາແຫ່ງຊາດ;
3.2.2. ເລືອກຕັ້ງ ຫຼື ປົດຕຳແໜ່ງ ປະທານປະເທດ ແລະ ຮອງປະທານປະເທດ ຕາມການສະເໜີຂອງຄະນະປະຈຳສະພາແຫ່ງຊາດ;
3.2.3. ເລືອກຕັ້ງ ຫຼື ປົດຕຳແໜ່ງ ນາຍົກລັດຖະມົນຕີ ຕາມການສະເໜີ ຂອງ ປະທານປະເທດ;
3.2.4. ເລືອກຕັ້ງ ຫຼື ປົດຕຳແໜ່ງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ ແລະ ປະທານອົງການກວດສອບແຫ່ງລັດ ຕາມການສະເໜີ ຂອງປະທານປະເທດ;
3.2.5. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງ, ການຍົກຍ້າຍ ຫຼື ການປົດຕຳ ແໜ່ງ ປະທານ, ຮອງປະທານກຳມາທິການ ແລະ ເລຂາທິການສະພາແຫ່ງຊາດ ຕາມການສະເໜີ ຂອງຄະນະປະຈຳສະພາແຫ່ງຊາດ;
3.2.6. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງ, ການຍົກຍ້າຍ ຫຼື ການປົດ ຕຳແໜ່ງຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຕາມການສະເໜີ ຂອງ ນາຍົກລັດຖະ ມົນຕີ;
3.2.7. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງ, ການຍົກຍ້າຍ ຫຼື ການປົດຕຳແໜ່ງ ສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ ຕາມການສະເໜີ ຂອງ ປະທານສານປະ ຊາຊົນສູງສຸດ.
ສິດ ແລະ ໜ້າທີ່ດ້ານການຕິດຕາມກວດກາ
ສະພາແຫ່ງຊາດ ມີ ສິດ ແລະ ໜ້າທີ່ດ້ານການຕິດຕາມກວດກາ ດັ່ງນີ້:
1. ຕິດຕາມກວດກາ ການປະຕິບັດ ລັດຖະທຳມະນູນ, ກົດໝາຍ, ມະຕິຂອງກອງປະຊຸມ ສະພາແຫ່ງຊາດ, ມະຕິຂອງຄະນະປະຈຳສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ໂຄງການລະດັບຊາດ ແລະ ໂຄງການຂະໜາດໃຫຍ່ທີ່ມີຜົນກະທົບຕໍ່ ສິ່ງແວດ ລ້ອມ ແລະ ສັງຄົມ;
2. ຕິດຕາມກວດກາການປະຕິບັດໜ້າທີ່ ຂອງບຸກຄະລາກອນ ທີ່ສະພາແຫ່ງຊາດ ເລືອກຕັ້ງ ແລະ ບຸກຄະລາກອນ ທີ່ສະພາແຫ່ງຊາດຮັບຮອງເອົາການແຕ່ງຕັ້ງ;
3. ຕິດຕາມກວດກາການຈັດຕັ້ງປະຕິບັດ ມະຕິຂອງກອງປະຊຸມສະພາແຫ່ງຊາດ ກ່ຽວກັບ ບົດລາຍງານການເຄື່ອນໄຫວວຽກງານ ແລະ ທິດທາງແຜນການເຄື່ອນໄຫວວຽກງານຂອງ ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ອົງການກວດສອບແຫ່ງລັດ;
4. ຕິດຕາມກວດກາ ສະພາປະຊາຊົນຂັ້ນແຂວງ ໃນການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງກອງປະຊຸມສະພາແຫ່ງຊາດ ແລະ ມະຕິຂອງຄະນະປະຈຳ ສະພາແຫ່ງຊາດ.
ສະພາປະຊາຊົນສູງສຸດແຕ່ລະຊຸດ
ສະພາປະຊາຊົນສູງສຸດ ຊຸດທີ I
ປະກອບດ້ວຍສະມາຊິກທັງໝົດ 45 ທ່ານ, ເຊິ່ງໃນນັ້ນມີເພດຍິງ 4 ທ່ານ. ທ່ານ ສຸພານຸວົງ ຖືກເລືອກຕັ້ງເປັນປະທານສະພາ, ແລະມີີຮອງປະທານ 4 ທ່ານ ຄື:ທ່ານ ສີສົມພອນ ລໍວັນໄຊ,ທ່ານ ສີທົນ ກົມມະດໍາ, ທ່ານ ໄຟດ່າງ ລໍເບຼຍຢາວ ແລະ ທ່ານ ຄໍາສຸກ ແກ້ວລາ ເປັນຮອງປະທານ ທັງ ເປັນເລຂາທິການໃຫຍ່. ສະພາປະຊາຊົນສູງສຸດຊຸດທີ I ປະກອບມີ ຄະນະປະຈໍາ 5 ທ່ານ ແລະ 3 ກໍາມາທິການຄື: ກໍາມາທິການຮ່າງລັດຖະທໍາມະນູນ, ກໍາມາທິການລັດຖະບັນຍັດ ແລະກົດໝາຍເລືອກຕັ້ງ ແລະກໍາມາທິການແຜນການ- ການເງິນ ແລະ ຫ້ອງວ່າການສະພາປະຊາຊົນ. ສະພາປະຊາຊົນສູງສຸດຊຸດທີ I ມີບົດບາດໜ້າທີ່ເຕົ້າໂຮມຄວາມສາມັກຄີບັນດາຊັ້ນຄົນ ແລະ ຊົນເຜົ່າໃນທົ່ວປະເທດ ເພື່ອປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະກໍ່ສ້າງປະເທດຊາດ.
ສະພາປະຊາຊົນສູງສຸດຊຸດທີ I ໄດ້ເຮັດ ຫຼ້ອນພາລະບົດບາດ ແລະໜ້າທີ່ການເມືອງຂອງຕົນໃນການປຸກລະດົມ, ເຕົ້າໂຮມຄວາມສາມັກຄີປວງຊົນທັງຊາດ, ປົກປັກຮັກສາໝາກຜົນຂອງການປະຕິວັດກໍຄືຄວາມເປັນເອກະລາດແຫ່ງ ຊາດໄວ້ໄດ້ຢ່າງໝັ້ນຄົງ, ພ້ອມນີ້ກໍຍັງໄດ້ຟື້ນຟູເສດຖະກິດ, ວັດທະນະທໍາສັງຄົມ, ຮໍາບາດແຜສົງຄາມ ແລະປົວແປງຊີວິດການເປັນຢູ່ຂອງປວງຊົນລາວບັນດາເຜົ່າໃຫ້ນັບ ມື້ດີຂຶ້ນ.
ນອກນີ້ສະພາປະຊາຊົນສູງສຸດ ຊຸດທີ I ຍັງໄດ້ເຮັດໜ້າທີ່ຄົ້ນຄວ້າພິຈາລະນາ ແລະຕົກລົງຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີເທື່ອທີ 1 (1980-1985); ພິຈາລະນາຮັບຮອງເອົາກົດໝາຍໃໝ່ຈໍານວນໜຶ່ງເຊັ່ນ: ກົດໝາຍວ່າດ້ວຍສະພາລັດຖະມົນ ຕີ ແລະຄະນະກໍາມະການປົກຄອງທ້ອງຖິ່ນ, ກົດໝາຍລົງທຶນຕ່າງປະເທດ ແລະໄດ້ພິຈາລະນາຕົກລົງບັນດາບັນຫາສໍາຄັນອື່ນໆຂອງປະເທດຊາດອີກດ້ວຍ.
ສະພາປະຊາຊົນສູງສຸດ ຊຸດທີ II
ມາໃນວັນທີ 26 ມີນາ 1989 ກໍ ໄດ້ຮັບການເລືອກຕັ້ງຂື້ນ ໂດຍຜ່ານການເລືອກຕັ້ງທົ່ວປະເທດ. ສະພາຊຸດນີ້ປະກອບດ້ວຍສະມາຊິກ 79 ທ່ານ, ໃນນັ້ນມີເພດຍິງ 5 ທ່ານ.ທ່ານ ໜູຮັກ ພູມສະຫວັນ ຖືກຄັດເລືອກໃຫ້ເປັນປະທານ, ທ່ານ ທອງສິງ ທຳມະວົງ ເປັນຮອງປະທານ ແລະປະກອບມີຄະນະປະຈໍາ ຈຳນວນ 6 ທ່ານ ແລະກໍາມາທິການ 5 ກຳມາທິການ ຄື: ກໍາມາທິການກົດໝາຍ, ກໍາມາທິການເລຂານຸການ, ກຳມາທິການເສດຖະກິດແັນການ ແລະການເງິນ, ກໍາມາທິການວັດທະນະທໍາ-ສັງຄົມ, ກໍາມາທິການພົວພັນຕ່າງປະເທດ ແລະຫ້ອງວ່າການສະພາແຫ່ງຊາດ; ສໍາລັບຢູ່ທ້ອງຖິ່ນແມ່ນປະກອບດ້ວຍສະພາປະຊາຊົນແຂວງ ແລະສະພາປະຊາຊົນເມືອງ.
ສະພາປະຊາຊົນສູງສຸດ ຊຸດທີ II ໄດ້ມີຜົນງານອັນໃຫຍ່ຫຼວງໃນການເຮັດຫຼ້ອນພາລະບົດບາດ ແລະໜ້າທີ່ການເມືອງຂອງຕົນຄື: ໄດ້ເຮັດສໍາເລັດການຮ່າງລັດຖະທໍາມະນູນແຫ່ງຊາດ ສະບັບທໍາອິດຂອງສ ປປລາວ ເຊິ່ງໄດ້ຖືກຮັບຮອງເອົາຢູ່ໃນກອງປະຊຸມ ເທື່ອທີ 6 ສະໄໝສາມັນຂອງສະພາປະຊາຊົນສູງສຸດ ຊຸດທີ II ໃນວັນທີ 14 ສິງຫາ 1991, ສະພາປະຊາຊົນ ຊຸດທີ II ຍັງໄດ້ພິຈາລະນາຮັບຮອງເອົາກົດ ໝາຍໃໝ່ຈໍານວນ 22 ສະບັບ. ນອກນີ້ກໍຍັງໄດ້ຕັ້ງໜ້າເຄື່ອນໄຫວວຽກງານການຕ່າງປະເທດ, ແນໃສ່ເພີ່ມທະວີການພົວພັນຮ່ວມມືກັບອົງການລັດຖະສະພາສາກົນ, ພາກພື້ນ ແລະລັດຖະສະພາປະເທດເພື່ອນມິດອີກ. ດ້ວຍເຫດນີ້ ສປປລາວ ຈຶ່ງໄດ້ເປັນທີ່ຮັບຮູ້ອັນກວ້າງຂວາງຈາກປະຊາຄົມໂລກ.
ກອງປະຊຸມໃຫຍ່ຄັ້ງທີ 83 ຂອງສະຫະພັນລັດຖະສະພາສາກົນທີ່ປະເທດໄຊປລັດຊ໌ໄດ້ຕົກລົງຮັບ ເອົາ ສປປລາວເຂົ້າເປັນສະມາຊິກສົມບູນຂອງອົງການດັ່ງກ່າວ. ສປປລາວ ຍັງເປັນຜູ້ສັງເກດການຂອງລັດຖະສະພາອາຊຽນ ແລະໄດ້ສ້າງຕັ້ງສະມາຄົມມິດຕະພາບລັດຖະສະພາລາວ-ຍີ່ປຸ່ນ.