ສະພາແຫ່ງຊາດ

ຈາກ Laopedia

ພ້ອ​ມກັບການ​ສະ​ຖາ​ປະ​ນາ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ ຊຸດ​ທີ I ກໍ​ໄດ້​ຮັບ​ການ ​ສ້າງ​ຕັ້ງ​ຂຶ້ນໂດ​ຍກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ປະ​ຊາ​ຊົນ​ທົ່ວ​ ປະ​ເທດໃນ​ວັນ​ທີ 2 ທັນວາ 1975.

ກາໝາຍ ສະພາແຫ່ງຊາດ

ທີ່ຕັ້ງ ແລະ ພາລະບົດບາດຂອງສະພາແຫ່ງຊາດ

ສະພາແຫ່ງຊາດ ແມ່ນ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ, ເປັນອົງການສູງສຸດແຫ່ງອຳນາດລັດ ແລະ ເປັນອົງການນິຕິບັນຍັດ.

ສະພາແຫ່ງຊາດ ມີພາລະບົດບາດຮັບຮອງເອົາ ລັດຖະທຳມະນູນ ແລະ ກົດໝາຍ, ຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ແລະ ຕິດຕາມກວດກາ ການເຄົາລົບ, ປະຕິບັດ ລັດຖະທຳມະ ນູນ, ກົດໝາຍຂອງບັນດາອົງການລັດ.

ສິດ ແລະ ໜ້າທີ່ດ້ານນິຕິບັນຍັດ

ສະພາແຫ່ງຊາດ ມີ ສິດ ແລະ ໜ້າທີ່ດ້ານນິຕິບັນຍັດ ດັ່ງນີ້:

1.  ພິຈາລະນາ, ຮັບຮອງເອົາ ລັດຖະທຳມະນູນ ແລະ ກົດໝາຍ;

2.  ພິຈາລະນາ, ຮັບຮອງເອົາ ແຜນການສ້າງ ແລະ ປັບປຸງກົດໝາຍ ຕະຫຼອດອາຍຸການ ຂອງຕົນ;

3.  ພິຈາລະນາ, ຮັບຮອງເອົາ ການຍົກເລີກ, ລົບລ້າງ ການເຂົ້າຮ່ວມສົນທິສັນຍາ  ທີ່  ສປປ ລາວ ເປັນພາຄີ ແລະ ສັນຍາສາກົນໃນລະດັບລັດ ຕາມການສະເໜີຂອງນາຍົກລັດຖະມົນຕີ;

4.  ພິຈາລະນາ, ຮັບຮອງເອົາ ທິດທາງວຽກງານ ຫ້າປີ ຂອງສະພາແຫ່ງຊາດ;

5.  ພິຈາລະນາ, ຮັບຮອງເອົາ ທິດທາງວຽກງານ ຫ້າປີ ຂອງ ອົງການໄອຍະການປະຊາຊົນ ສູງສຸດ, ສານປະຊາຊົນສູງສຸດ ແລະ ອົງການກວດສອບແຫ່ງລັດ;

6.  ຍົກເລີກນິຕິກຳ ຂອງພາກສ່ວນຕ່າງໆ ທີ່ຂັດກັບ ລັດຖະທຳມະນູນ ແລະ ກົດໝາຍ, ຍົກເວັ້ນ ຄຳຕົກລົງກ່ຽວກັບການດຳເນີນຄະດີຂອງ ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ;

7.  ມອບສິດໃຫ້ຄະນະປະຈຳສະພາແຫ່ງຊາດ ຕົກລົງວຽກງານທີ່ຈຳເປັນ ແລະ ຮີບດ່ວນ ແລ້ວລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ.

ສິດ ແລະ ໜ້າທີ່ດ້ານການຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ

ສະພາແຫ່ງຊາດ  ມີ ສິດ ແລະ ໜ້າທີ່ດ້ານການຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ດັ່ງນີ້:

1. ດ້ານການເມືອງ ແລະ ການປົກຄອງ:

1.1. ພິຈາລະນາ, ຮັບຮອງເອົາ ບັນຫາຄວາມໝັ້ນຄົງ, ຄວາມປອດໄພ, ບັນຫາສົງຄາມ ຫຼື ສັນຕິພາບ ແລະ ການໃຫ້ນິລະໂທດກຳ ຕາມການສະເໜີ ຂອງຄະນະປະຈຳສະພາແຫ່ງຊາດ;

1.2. ພິຈາລະນາ,  ຮັບຮອງເອົາ ເຂດແດນຂອງແຂວງ, ນະຄອນຫຼວງ ຕາມການສະເໜີ ຂອງນາຍົກລັດຖະມົນຕີ;

1.3. ພິຈາລະນາ ຍຸບສະພາປະຊາຊົນຂັ້ນແຂວງ ໃນກໍລະນີ ສະພາປະຊາຊົນນັ້ນ  ຫາກໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ຕໍ່ຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ;

1.4. ລົງມະຕິບໍ່ໄວ້ວາງໃຈສະມາຊິກລັດຖະບານທ່ານໃດໜຶ່ງ ຫຼື ທັງໝົດຄະນະ ຕາມການສະເໜີຂອງຄະນະປະຈຳສະພາແຫ່ງຊາດ ຫຼື ຢ່າງໜ້ອຍ ໜຶ່ງສ່ວນສີ່ ຂອງຈຳນວນສະມາຊິກ ສະພາແຫ່ງຊາດທັງໝົດເປັນຜູ້ສະເໜີ.

2. ດ້ານເສດຖະກິດ-ສັງຄົມ:

2.1. ພິຈາລະນາ, ຮັບຮອງເອົາ ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການດັດແກ້ແຜນງົບປະມານແຫ່ງລັດ ແລະ ດັດແກ້ແຜນການລົງທຶນຂອງລັດ;

2.2. ພິຈາລະນາ, ຮັບຮອງເອົາ ນະໂຍບາຍພື້ນຖານດ້ານການເງິນ, ເງິນຕາ, ການດັດ ແກ້ອັດຕາສ່ວນການຂາດດຸນງົບປະມານ, ອັດຕາສ່ວນໜີ້ສິນຂອງລັດຖະບານ, ອັດຕາສ່ວນໜີ້ສິນ ສາທາລະນະ;

2.3. ພິຈາລະນາ, ຮັບຮອງເອົາ ການກຳນົດ, ການປ່ຽນແປງ,  ການຍົກເລີກ,      ການລົບລ້າງ ອັດຕາພາສີ ແລະ ອາກອນ;

2.4. ພິຈາລະນາ, ຮັບຮອງເອົາ ໂຄງການລະດັບຊາດ, ໂຄງການຂະໜາດໃຫຍ່  ທີ່ມີ ຜົນກະທົບຕໍ່ ສິ່ງແວດລ້ອມ ແລະ ສັງຄົມ;

2.5. ພິຈາລະນາ, ຮັບຮອງເອົາ ບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດ.

3.  ດ້ານການຈັດຕັ້ງ ແລະ ບຸກຄະລາກອນ:

3.1. ດ້ານການຈັດຕັ້ງ

3.1.1. ພິຈາລະນາ, ຮັບຮອງເອົາ ໂຄງປະກອບກົງຈັກຂອງສະພາແຫ່ງຊາດ, ການສ້າງຕັ້ງ,   ຍຸບເລີກ, ໂຮມເຂົ້າ,    ແຍກອອກ ກຳມາທິການ ແລະ ຄະນະເລຂາທິການສະພາແຫ່ງຊາດ;

3.1.2. ພິຈາລະນາ, ຮັບຮອງເອົາ ໂຄງປະກອບກົງຈັກຂອງລັດຖະບານ;

3.1.3. ພິຈາລະນາ, ຮັບຮອງເອົາ ການສ້າງຕັ້ງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ ກະຊວງ,  ອົງການລັດທຽບເທົ່າກະຊວງ,  ແຂວງ,   ນະຄອນຫຼວງ ຕາມການສະເໜີ ຂອງ ນາຍົກລັດ ຖະມົນຕີ.

3.2 ດ້ານບຸກຄະລາກອນ

3.2.1. ເລືອກຕັ້ງ ຫຼື    ປົດຕຳແໜ່ງ ປະທານ,   ຮອງປະທານ,     ກຳມະການຄະນະ ປະຈຳສະພາແຫ່ງຊາດ;

3.2.2. ເລືອກຕັ້ງ ຫຼື ປົດຕຳແໜ່ງ ປະທານປະເທດ ແລະ ຮອງປະທານປະເທດ ຕາມການສະເໜີຂອງຄະນະປະຈຳສະພາແຫ່ງຊາດ;

3.2.3. ເລືອກຕັ້ງ ຫຼື ປົດຕຳແໜ່ງ ນາຍົກລັດຖະມົນຕີ  ຕາມການສະເໜີ ຂອງ ປະທານປະເທດ;

3.2.4. ເລືອກຕັ້ງ ຫຼື ປົດຕຳແໜ່ງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ  ແລະ ປະທານອົງການກວດສອບແຫ່ງລັດ ຕາມການສະເໜີ ຂອງປະທານປະເທດ;

3.2.5. ພິຈາລະນາ,   ຮັບຮອງເອົາ  ການແຕ່ງຕັ້ງ,  ການຍົກຍ້າຍ ຫຼື  ການປົດຕຳ ແໜ່ງ ປະທານ, ຮອງປະທານກຳມາທິການ ແລະ ເລຂາທິການສະພາແຫ່ງຊາດ ຕາມການສະເໜີ ຂອງຄະນະປະຈຳສະພາແຫ່ງຊາດ;

3.2.6. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງ, ການຍົກຍ້າຍ ຫຼື ການປົດ ຕຳແໜ່ງຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຕາມການສະເໜີ ຂອງ ນາຍົກລັດຖະ ມົນຕີ;

3.2.7. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງ, ການຍົກຍ້າຍ ຫຼື ການປົດຕຳແໜ່ງ ສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ ຕາມການສະເໜີ ຂອງ ປະທານສານປະ ຊາຊົນສູງສຸດ.

ສິດ ແລະ ໜ້າທີ່ດ້ານການຕິດຕາມກວດກາ

ສະພາແຫ່ງຊາດ ມີ ສິດ ແລະ ໜ້າທີ່ດ້ານການຕິດຕາມກວດກາ ດັ່ງນີ້:

      1.  ຕິດຕາມກວດກາ ການປະຕິບັດ  ລັດຖະທຳມະນູນ, ກົດໝາຍ,  ມະຕິຂອງກອງປະຊຸມ ສະພາແຫ່ງຊາດ, ມະຕິຂອງຄະນະປະຈຳສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ,     ແຜນງົບປະມານແຫ່ງລັດ, ໂຄງການລະດັບຊາດ ແລະ ໂຄງການຂະໜາດໃຫຍ່ທີ່ມີຜົນກະທົບຕໍ່ ສິ່ງແວດ ລ້ອມ ແລະ ສັງຄົມ;

      2.  ຕິດຕາມກວດກາການປະຕິບັດໜ້າທີ່ ຂອງບຸກຄະລາກອນ ທີ່ສະພາແຫ່ງຊາດ ເລືອກຕັ້ງ ແລະ ບຸກຄະລາກອນ ທີ່ສະພາແຫ່ງຊາດຮັບຮອງເອົາການແຕ່ງຕັ້ງ;

      3. ຕິດຕາມກວດກາການຈັດຕັ້ງປະຕິບັດ ມະຕິຂອງກອງປະຊຸມສະພາແຫ່ງຊາດ    ກ່ຽວກັບ ບົດລາຍງານການເຄື່ອນໄຫວວຽກງານ ແລະ ທິດທາງແຜນການເຄື່ອນໄຫວວຽກງານຂອງ ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ອົງການກວດສອບແຫ່ງລັດ;

      4. ຕິດຕາມກວດກາ ສະພາປະຊາຊົນຂັ້ນແຂວງ ໃນການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງກອງປະຊຸມສະພາແຫ່ງຊາດ ແລະ ມະຕິຂອງຄະນະປະຈຳ ສະພາແຫ່ງຊາດ.

ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດແຕ່ລະຊຸດ

ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ ຊຸດ​ທີ I

ປະກອບ​ດ້ວຍ​ສະ​ມາ​ຊິກ​ທັງ​ໝົດ 45 ທ່ານ​, ເຊິ່ງ​ໃນ​ນັ້ນ​ມີ​ເພດ​ຍິງ 4 ທ່ານ. ທ່ານ ສຸ​ພາ​ນຸ​ວົງ ຖືກ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ພາ​, ແລະມີີຮອງປະທານ 4 ທ່ານ ຄື:​ທ່ານ​ ສີ​ສົມ​ພອນ​ ລໍ​ວັນ​ໄຊ​,ທ່ານ ສີ​ທົນ ກົມ​ມະ​ດໍາ​, ທ່ານ ໄຟ​ດ່າງ ລໍ​ເບຼຍ​ຢາວ​ ແລະ​ ທ່ານ ຄໍາ​ສຸກ ແກ້ວ​ລາ ​ເປັນ​ຮອງ​ປະ​ທານ​   ທັງ ​ເປັນ​ເລ​ຂາ​ທິ​ການ​ໃຫຍ່. ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດຊຸດ​ທີ I ປະກອບ​ມີ​ ຄະ​ນະ​ປະ​ຈໍາ 5 ທ່ານ ແລະ 3 ກໍາ​ມາ​ທິ​ການ​ຄື​: ກໍາ​ມາ​ທິ​ການ​ຮ່າງ​ລັດ​ຖະ​ທໍາ​ມະ​ນູນ​, ກໍາ​ມາ​ທິ​ການ​ລັດ​ຖະ​ບັນ​ຍັດ ​ແລະ​ກົດ​ໝາຍ​ເລືອກ​ຕັ້ງ ແລະ​ກໍາ​ມາ​ທິ​ການ​ແຜນ​ການ-​ ການ​ເງິນ ແລະ ຫ້ອງວ່າການສະພາປະຊາຊົນ. ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ຊຸດ​ທີ I ມີ​ບົດ​ບາດ​ໜ້າ​ທີ່​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​ບັນ​ດາ​ຊັ້ນ​ຄົນ ​ແລະ ​ຊົນ​ເຜົ່າ​ໃນ​ທົ່ວ​ປະ​ເທດ ເພື່ອ​ປະຕິ​ບັດ 2 ໜ້າ​ທີ່​ຍຸດ​ທະ​ສາດ​ຄື​: ປົກ​ປັກ​ຮັກ​ສາ​ ແລະ​ກໍ່​ສ້າງ​ປະ​ເທດ​ຊາດ.

ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດຊຸດ​ທີ I ໄດ້​ເຮັດ ​ຫຼ້ອນ​ພາ​ລະ​ບົດ​ບາດ​ ແລະ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນໃນ​ການ​ປຸກ​ລະດົມ​, ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​ປ​ວງ​ຊົນ​ທັງ​ຊາດ​, ປົກ​ປັກ​ຮັກ​ສາ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ວັດ​ກໍ​ຄື​ຄວາມ​ເປັນ​ເອ​ກະ​ລາດ​ແຫ່ງ​ ຊາດ​ໄວ້​ໄດ້ຢ່າງ​ໝັ້ນ​ຄົງ​, ພ້ອມ​ນີ້​ກໍ​ຍັງ​ໄດ້​ຟື້ນ​ຟູ​ເສດ​ຖະ​ກິດ​, ວັດ​ທະ​ນະ​ທໍາ​ສັງ​ຄົມ​, ຮໍາ​ບາດ​ແຜ​ສົງ​ຄາມ​ ແລະ​ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປ​ວງ​ຊົນ​ລາວ​ບັນ​ດາ​ເຜົ່າ​ໃຫ້​ນັບ​ ມື້​ດີ​ຂຶ້ນ.

ນອກ​ນີ້​ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ ຊຸດ​ທີ I ຍັງ​ໄດ້​ເຮັດ​ໜ້າ​ທີ່​ຄົ້ນ​ຄ​ວ້າ​ພິ​ຈາ​ລະ​ນາ​ ແລະ​ຕົກ​ລົງ​ຮັບ​ຮອງ​ເອົາ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ 5 ປີເທື່ອ​ທີ 1 (1980-1985); ພິຈາ​ລະ​ນາ​ຮັບ​ຮອງ​ເອົາ​ກົດ​ໝາຍ​ໃໝ່​ຈໍານວນ​ໜຶ່ງ​ເຊັ່ນ​: ກົດ​ໝາຍ​ວ່າ​ດ້ວຍ​ສະ​ພາ​ລັດ​ຖະ​ມົນ ​ຕີ​ ແລະ​ຄະ​ນະ​ກໍາ​ມະ​ການ​ປົກ​ຄອງ​ທ້ອງ​ຖິ່ນ​, ກົດ​ໝາຍ​ລົງ​ທຶນ​ຕ່າງ​ປະ​ເທດ​ ແລະ​ໄດ້​ພິ​ຈາ​ລະ​ນາ​ຕົກ​ລົງ​ບັນ​ດາບັນ​ຫາ​ສໍາ​ຄັນ​ອື່ນໆ​ຂອງ​ປະ​ເທດ​ຊາດ​ອີກ​ດ້ວຍ.

ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ ຊຸດ​ທີ II

ມາໃນ​ວັນ​ທີ 26 ມີ​ນາ​ 1989 ກໍ ໄດ້​ຮັບ​ການ​ເລືອກ​ຕັ້ງ​ຂື້ນ ໂດຍ​ຜ່ານ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ. ສະ​ພາ​ຊຸດ​ນີ້​ປະກອບ​ດ້ວຍ​ສະ​ມາ​ຊິກ​ 79 ທ່ານ​, ໃນ​ນັ້ນ​ມີ​ເພດ​ຍິງ 5 ທ່ານ.ທ່ານ ໜູ​ຮັກ ພູມ​ສະ​ຫວັນ​ ຖືກ​ຄັດ​ເລືອກ​ໃຫ້​ເປັນ​ປະ​ທານ, ທ່ານ ທອງສິງ ທຳມະວົງ ເປັນຮອງປະທານ ​ແລະ​ປະກອບ​ມີ​ຄະ​ນະ​ປະ​ຈໍາ ຈຳນວນ 6 ທ່ານ ແລະ​ກໍາ​ມາ​ທິ​ການ​ 5 ກຳມາທິການ ຄື​: ກໍາ​ມາ​ທິ​ການ​ກົດ​ໝາຍ​, ກໍາ​ມາ​ທິ​ການ​ເລ​ຂາ​ນຸ​ການ​, ກຳມາທິການເສດຖະກິດແັນການ ແລະການເງິນ, ກໍາ​ມາ​ທິ​ການ​ວັດ​ທະ​ນະທໍາ​-ສັງ​ຄົມ​, ກໍາ​ມາ​ທິ​ການ​ພົວ​ພັນ​ຕ່າງ​ປະ​ເທດ ແລະ​ຫ້ອງ​ວ່າ​ການ​ສະ​ພາ​ແຫ່ງ​ຊາດ​; ສໍາ​ລັບ​ຢູ່​ທ້ອງ​ຖິ່ນ​ແມ່ນ​ປະກອບ​ດ້ວຍ​ສະ​ພາ​ປະ​ຊາ​ຊົນ​ແຂ​ວງ ແລະ​ສະ​ພາ​ປະ​ຊາ​ຊົນ​ເມືອງ.

     ສະພາ​ປະ​ຊາ​ຊົນ​ສູງ​ສຸດ​ ຊຸດ​ທີ II ໄດ້​ມີ​ຜົນ​ງານ​ອັນ​ໃຫຍ່​ຫຼວງ​ໃນ​ການ​ເຮັດ​ຫຼ້ອນ​ພາ​ລະ​ບົດ​ບາດ​ ແລະ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ​ຄື​: ໄດ້​ເຮັດ​ສໍາ​ເລັດ​ການ​ຮ່າງ​ລັດ​ຖະ​ທໍາ​ມະ​ນູນ​ແຫ່ງ​ຊາດ ​ສະ​ບັບ​ທໍາ​ອິດ​ຂອງສ ​ປ​ປ​ລາວ ​ເຊິ່ງ​ໄດ້​ຖືກ​ຮັບ​ຮອງ​ເອົາ​ຢູ່​ໃນກອງ​ປະ​ຊຸມ ເທື່ອ​ທີ 6 ສະ​ໄໝສາ​ມັນ​ຂອງ​ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ ຊຸດ​ທີ II ໃນ​ວັນ​ທີ 14 ສິງ​ຫາ​ 1991, ສະ​ພາ​ປະ​ຊາ​ຊົນ ຊຸດ​ທີ II ຍັງ​ໄດ້​ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ກົດ ໝາຍ​ໃໝ່​ຈໍານວນ 22 ສະ​ບັບ. ນອກ​ນີ້​ກໍ​ຍັງ​ໄດ້​ຕັ້ງ​ໜ້າ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງ​ປະ​ເທດ​, ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່​ວມ​ມື​ກັບ​ອົງ​ການ​ລັດ​ຖະ​ສະ​ພາ​ສາ​ກົນ, ພາກ​ພື້ນ​ ແລະ​ລັດ​ຖະ​ສະພາ​ປະ​ເທດ​ເພື່ອນ​ມິດ​ອີກ. ດ້ວຍ​ເຫດ​ນີ້ ສ​ປ​ປ​ລາວ​ ຈຶ່ງ​ໄດ້​ເປັນ​ທີ່​ຮັບ​ຮູ້​ອັນກ​ວ້າງ​ຂວາງ​ຈາກ​ປະ​ຊາ​ຄົມ​ໂລກ.

     ກອງປະ​ຊຸມ​ໃຫຍ່​ຄັ້ງ​ທີ​ 83 ຂອງ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ​ທີ່​ປະ​ເທດ​ໄຊ​ປ​ລັດ​ຊ໌​ໄດ້​ຕົກ​ລົງ​ຮັບ ​ເອົາ ສ​ປ​ປ​ລາວ​ເຂົ້າ​ເປັນ​ສະ​ມາ​ຊິກ​ສົມ​ບູນ​ຂອງ​ອົງ​ການ​ດັ່ງ​ກ່າວ. ສ​ປ​ປ​ລາວ ​ຍັງ​ເປັນ​ຜູ້​ສັງ​ເກດ​ການ​ຂອງ​ລັດ​ຖະ​ສະ​ພາ​ອາ​ຊຽນ​ ແລະ​ໄດ້​ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ລັດ​ຖະ​ສະ​ພາ​ລາວ​-ຍີ່​ປຸ່ນ.

ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ ຊຸດ​ທີ III

ໃນວັນ​ທີ 20 ທັນ​ວາ​ 1992 ກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ໃນວັນທີ  ​ແລະ​ໄດ້​ປ່ຽນ​ຊື່​ຈາກ​ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ ມາ​ເປັນ​ສະ​ພາ​ແຫ່ງ​ຊາດ ເພື່ອ​ເຄື່ອນ​ໄຫວ​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ​ແລະ​ໜ້າ​ທີ່​ໃນ​ຖາ​ນະ​ອົງ​ການ​ນິ ​ຕິ​ບັນ​ຍັດ​ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ລັດ​ຖະ​ທໍາ​ມະ​ນູນ​ໃນ​ພາກ​ກ່ຽວ​ກັບ ​ກົດ​ໝາຍ​ວ່າ​ດ້ວຍ​ສະ​ພາ​ແຫ່ງ​ຊາດ. ສະ​ພາ​ແຫ່ງ​ຊາດ ຊຸດ​ທີ III  ເປັນ​ສະ​ພາ​ຊັ້ນ​ດຽວ​ ບໍ່​ມີ​ສະ​ພາ​ທ້ອງ​ຖິ່ນ.

     ສະພາ​ແຫ່ງ​ຊາດ ຊຸດ​ທີ​ III  ປະກອບ​ມີ​ສະ​ມາ​ຊິກ​ທັງ​ໝົດ 85 ທ່ານ​, ໃນ​ນັ້ນ​ມີ​ເພດ​ຍິງ 8 ທ່ານ​, ທ່ານ​ສະ​ໝານ ວິ​ຍະ​ເກດ​ ຖືກ​ເລືອກ​ເປັນ​ປະ​ທານ ແລະ​ມີ​ຮອງ​ປະ​ທານ 2 ທ່ານ, ທ່ານ ຄຳບູ່ ສຸນິໄຊ, ທ່ານ ວົງເພັດ ໄຊເກີຢາຕົວ​, ປະກອບມີຄະ​ນະປະຈຳ 07 ທ່ານ ແລະ​ມີ 6 ກໍາ​ມາ​ທິ​ການ​ຄື​: ກໍາ​ມາ​ທິ​ການ​ເລ​ຂາ​ນຸ​ການ​, ກໍາ​ມາ​ທິ​ການ​ກົດ​ໝາຍ​, ກໍາ​ມາ​ທິ​ການ​ເສດ​ຖະ​ກິດ​ແຜນ​ການ ແລະ​ການ​ເງິນ​, ກໍາ​ມາ​ທິ​ການ​ວັດ​ທະ​ນະ​ທໍາ​-ສັງ​ຄົມ​, ກໍາ​ມາ​ທິ​ການ​ບັນ​ດາ​ເຜົ່າ ແລະ​ກໍາ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ພ້ອມ​ນີ້​ກໍ​ ມີ​ຫ້ອງ​ວ່າ​ການ​ສະ​ພາ​ແຫ່ງ​ຊາດ ເປັນ​ກົງ​ຈັກ​ຊ່ວຍ​ວຽກ.

     ນັບ​ແຕ່​ມື້​ເລືອກ​ຕັ້ງ​ເປັນ​ຕົ້ນ​ມາ​, ສະ​ພາ​ແຫ່ງ​ຊາດ ຊຸດ​ທີ III ໄດ້​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ​ ແລະ​ໜ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ​ຄື​ໄດ້​ດໍາ​ເນີ​ນກອງ​ປະ​ຊຸມ​ສະ​ໄໝສາ​ມັນ ແລະ​ວິ​ສາ​ມັນ​ຂອງ​ຕົນ 9 ເທື່ອ.ບັນ​ຫາ​ທີ່​ພົ້ນເດັ່ນ​ໃນກອງ​ປະ​ຊຸມ​ດັ່ງ​ກ່າວ​ແມ່ນ​ໄດ້​ຕົກ​ລົງ​ບັນ​ຫາ​ສໍາ​ຄັນ​ຂອງ​ປະ​ເທດ​ ຊາດ​ເຊັ່ນ​: ສ້າງ​ຕັ້ງ​ແລະ​ປັບ​ປຸງ​ກົງ​ຈັກ​ໃນ​ລະ​ບົບ​ອໍາ​ນາດ​ແຫ່ງ​ລັດ​ຂັນ​ສູນ​ກາງ​; ຕົກ​ລົງ​ຮັບ​ຮອງ​ເອົາ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມແລະ​ງົບ​ປະ​ມານ​ປະ​ຈໍາ​ປີ​; ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ກົດ​ໝາຍ​ໃໝ່​ໄດ້​ຫຼາຍ​ສະ​ບັບ​ແລະ​ດັດ​ແກ້​ກົດ​ໝາຍ ​ເກົ່າ​ໄດ້ 3 ສະ​ບັບ​, ໄດ້​ຈັດ​ຕັ້ງ​ໜ່ວຍ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ແລະ​ຫ້ອງ​ການ​ສະ​ພາ​ແຫ່ງ​ຊາດ​ຢູ່​ແຕ່​ລະ​ເຂດ​ເລືອກ​ຕັ້ງ​; ສືບ​ຕໍ່​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ໃຫ້​ນັບ​ມື້ກ​ວ້າງ​ຂວາງ.

    ໃນຕະຫຼອດ​ໄລ​ຍະ 20 ກ​ວ່າ​ປີ​ແຫ່ງ​ການ​ສ້າງ​ຕັ້ງ​, ປັບ​ປຸງ​ ແລະ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຂອງ​ສະ​ພາ​ແຫ່ງ​ຊາດ ແຫ່ງ​ ສ​ປ​ປ​ລາວ ທັງ 3 ຊຸດລ້ວນ​ແຕ່​ໄດ້​ເຮັດ​ຫຼ້ອນ​ພາ​ລະ​ບົດ​ບາດ​ ແລະ​ໜ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ ​ດີ​; ຜົນ​ສໍາ​ເລັດ​ຂອງ​ສະ​ພາ​ແຕ່​ລະ​ຊຸດ​ໄດ້​ກາຍ​ເປັນ​ປັດ​ໃຈ​ທີ່​ສໍາ​ຄັນ​ໃນ​ ຂະບວນ​ວິ​ວັດ​ແຫ່ງ​ການ​ຂະ​ຫຍາຍ​ຕົວ​ໃນ​ແຕ່​ລະ​ໄລ​ຍະ​ ໂດຍ​ສະ​ເພາະ​ແມ່ນໄລ​ຍະ​ແຫ່ງ​ການ​ປະ​ຕິ​ບັດແນວ​ທາງ​ປ່ຽນ​ແປງ​ໃໝ່ຂອງ​ພັກ​ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​, ປະກອບ​ສ່ວນເຂົ້າ​ໃນ​ການ​ກໍ່​ສ້າງ​, ປັບ​ປຸງ​ ແລະ​ບູ​ລະ​ນະ​ລະບອບ​ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ໃຫ້​ນັບ​ມື້​ນັບ​ໜັກ​ແໜ້ນ​ ແລະ​ໝັ້ນ​ຄົງ.

ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ ຊຸດ​ທີ IV

ຊຶ່ງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ​ 21 ທັນ​ວາ 1997, ໄດ້​ກາຍ​ເປັນ​ເຫດ​ການ​ປະ​ຫວັດ​ສາດ ທີ່​ສໍາ​ຄັນ​ ເຊິ່ງ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ ຂອງ​ລະບອບ​ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ທີ່​ເປັນ​ໜ້າ​ຈົດ​ຈໍາ​ໄວ້​ໃນ​ປະ​ຫວັດ​ສາດຂອງ​ປະ​ເທດ​ເຮົາ.

ສະ​ພາ​ແຫ່ງ​ຊາດ ຊຸດ​ທີ IV  ປະກອບ​ດ້ວຍ​ສະ​ມາ​ຊິກ​ທັງ​ໝົດ 99 ທ່ານ​, ໃນ​ນັ້ນ​ມີ​ເພດ​ຍິງ 21 ທ່ານ. ທ່ານ ສະ​ໝານ ວິ​ຍະ​ເກດຖືກ​ເລືອກ​ເປັນ​ປະ​ທານ ແລະ​ມີ​ຮອງ​ປະ​ທານ 3 ທ່ານ​, ໃນ​ນັ້ນ​ເພດ​ຍິງ 1ທ່ານ ຄື: ທ່ານ ຄຳບູ່ ສຸນິໄຊ, ທ່ານ ວົງເພັດ ໄຊເກີຢາຈົງຕົວ ແລະ ທ່ານ ນາງ ອ່ອນຈັນ ທຳມະວົງ. ສະ​ພາ​ຊຸດ​ນີ້​ມີ​ຄະ​ນະ​ປະ​ຈໍາ ຈໍານວນ 7 ທ່ານ​ ແລະ​ມີ 6 ກໍາ​ມາ​ທິ​ການ​ຄື​: ກໍາ​ມາ​ທິ​ການ​ກົດ​ໝາຍ​, ກໍາ​ມາ​ທິ​ການ​ເສດ​ຖະ​ກິດ​-ການ​ເງິນ​, ກໍາ​ມາ​ທິ​ການ​ວັດ​ທະ​ນະ​ທໍາ​-ສັງ​ຄົມ​, ກໍາ​ມາ​ທິ​ການ​ບັນ ​ດາ​ເຜົ່າ​, ກໍາ​ມາ​ທິ​ການ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ​ແລະ​ກໍາ​ມາ​ທິ​ການ​ພົວ ​ພັນ​ຕ່າງ​ປະ​ເທດ​, ພ້ອມ​ນີ້ກໍ​ມີ​ຫ້ອງ​ວ່າ​ການ​ສະ​ພາ​ແຫ່ງ​ຊາດ ເປັນ​ກົງ​ຈັກ​ຊ່ວຍ​ວຽກ.

ເປັນທີ່​ສັງ​ເກດ​ເຫັນ​ວ່າ ນັບ​ແຕ່​ສະ​ພາ​ຊຸດ​ທີ​ I ຈົນ​ເຖິງ​ຊຸດ​ທີ IV , ສະ​ພາ​ແຫ່ງ​ຊາດ ແຫ່ງ ສ​ປ​ປ ລາວ​ ໄດ້​ມີ​ການ​ຂະ​ຫຍາຍ​ຕົວ​ບໍ່​ຢຸດ​ຢັ້ງ. ໃນ​ແຕ່​ລະ​ຊຸດ​ການ​ເລືອກ​ຕັ້ງ​ຈໍານວນ​ສະ​ມາ​ຊິກ​ສະ​ພາ​ໄດ້​ເພີ້ມ​ຂື້ນ​ທັງ​ ເພດ​ຊາຍ​ ແລະ​ເພດ​ຍິງ. ຕົວ​ຢ່າງ​: ໃນ​ສະ​ພາ​ຊຸດ​ທີ I ປະກອບ​ມີ​ສະ​ມາ​ຊິກ ຈໍານວນ 45 ທ່ານ​, ໃນ​ນັ້ນ​ມີ​ເພດ​ຍິງ 4 ທ່ານ. ແຕ່​ມາ​ຮອດ​ສະ​ພາ​ຊຸດ​ທີ 4 ມີ​ເພດ​ຍິງ 21 ທ່ານ​ໃນ​ຈໍານວນ​ສະ​ມາ​ຊິກ​ທັງ​ໝົດ 99ທ່ານ. ສະ​ພາ​ແຫ່ງ​ຊາດ​ຄັ້ງ​ນີ້​ບໍ່​ພຽງ​ແຕ່​ມີ​ການ​ປ່ຽນ​ແປງ​ດ້ານ​ປະ​ລິ​ມານ​, ແຕ່​ຄຸນ​ນະ​ພາບ​ຂອງ​ວຽກ​ງານ​ກໍ​ໄດ້​ຮັບ​ການ​ປັບ​ປຸງ ນັບ​ມື້​ນັບ​ດິ​ຂຶ້ນ​ອີກ​ດ້ວຍ.

ຜົນ​ສໍາ​ເລັດ​ແຫ່ງ​ການ​ຈັດ​ຕັ້ງ​ ແລະ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດໃນ​ໄລ​ຍະ​ຜ່ານ​ມາ​ ໄດ້​ກາຍ​ເປັນ​ບົດ​ຮຽນ​ອັນ​ລໍ້າ​ຄ່າ​ໃຫ້​ແກ່​ການ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ ຂອງ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ IV  ກໍ​ຄື​ຊຸດ​ຕໍ່ໆ​ໄປ.ການ ​ທີ່​ສະ​ພາ​ແຫ່ງ​ຊາດ​ແຕ່​ລະ​ຊຸດ​ໄດ້​ກໍ່​ສ້າງ​ ແລະ​ຮັບ​ຮອງ​ເອົາ​ກົດ​ໝາຍ​ຢ່າງ​ເປັນ​ລະ​ບົບ​ໃຫ້​ສອດ​ຄ່ອງ​ກັບສະ​ພາບ​ການ​ຂະ​ ຫຍາຍ​ຕົວ​ ຂອງ​ລະບອບ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ນັ້ນໄດ້​ເຮັດ​ໃຫ້​ພະ​ນັກ​ງານ ແລະ​ປະ ຊາ​ຊົນ​ທຸກ​ຊັ້ນ​ຄົນ​ໃນ​ປະ​ເທດ​ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ ແລະ​ເຊື່ອ​ໝັ້ນ​ຕໍ່​ພັກ​-ລັດ​ທີ່​ໄດ້​ເລີ່ມ​ກ້າວ​ເຂົ້າ​ສູ່ ການ​ຄຸ້ມ​ຄອງ​ສັງ​ຄົມ​ດ້ວຍ​ກົດ​ໝາຍ​ເພື່ອ​ຮັບ​ປະ​ກັນ​ສິດ​ ແລະ​ພັນ​ທະ​ຂອງ​ຕົນ.

ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ ຊຸດ​ທີ V

ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 24 ກຸມພາ 2002 ເຊິ່ງປະກອບ​ດ້ວຍ​ສະ ມາ​ຊິກ​ທັງ​ໝົດ 109 ທ່ານ ​ໃນ​ນີ້ເພດ​ຍິງມີ 25 ທ່ານ, ທ່ານ ສະໝານ ວິ​ຍະ​ເກດ ຖືກ​ເລືອກຕັ້ງ​ເປັນ​ປະທານສະພາ​ແຫ່ງ​ຊາດ ​ແລະ ທ່ານ ນາງ ປານີ ຢາ​ທໍ່​ຕູ້​ຖືກເລືອກ​ຕັ້ງ​ເປັນ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ. ສະພາ​ແຫ່ງ​ຊາດ ຊຸດ​ນີ້​ມີ​ຄະນະ​ປະ​ຈໍາ ຈໍານວນ 7 ທ່ານ ​ແລະ 6 ກໍາມາ​ທິການ​ຄື: ກໍາ​ມາ​ທິ​ການ​ກົດໝາຍ ​, ກໍາ​ມາ​ທິ​ການ​ເສດ​ຖະ​ກິດ​-ການ​ເງິນ​, ກໍາ​ມາ​ທິ​ການ​ວັດ​ທະ​ນະ​ທໍາ​-ສັງ​ຄົມ​, ກໍາ​ມາ​ທິ​ການ​ບັນ​ດາ​ເຜົ່າ​, ກໍາ​ມາ​ທິ​ການ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ ​ແລະ​ກໍາ​ມາ​ທິ​ການ​ພົວ​ພັນ​ຕ່າງ​ປະ​ເທດ​, ພ້ອມ​ນີ້ກໍ​ມີ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ເປັນ​ກົງ​ຈັກ​ຊ່ວຍ​ວຽກ.

ໃນ​ຕະຫລອດ​ອາການ​ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ V, ​ເຊິ່ງ​ເປັນ​ຊ່ວງ​ໄລຍ​ະເວລາ​ທີ່​ສະພາບ​ແວດລ້ອມ​ຂອງ​​ໂລກ ​ແລະ​ພາກ​ພື້ນ​ມີ​ທັງ​ຂໍ້​ສະດວກ ​ແລະ​ມີ​ສິ່ງ​ທ້າ​ທາຍ​ທົດ​ສອບ​ຫລາຍ​ປະການ, ​ແຕ່ ພາຍ​ໃຕ້​ການ​ນໍາພາ​ຂອງ​ພັກ, ຄະນະ​ປະ​ຈໍາ​ສະພາ​ແຫ່ງ​ຊາດ ກໍ​ໄດ້​ຕັ້ງໜ້າ​ຫັນ​ເອົາ​ເນື້ອ​ໃຈ​ຈິດ​ໃຈ​ມະຕິ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII ຂອງ​ພັກ ​ເພື່ອ​ເປັນ​ທິດ​ນໍາ​ໃຫ້​ແກ່​ການ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ແຜນ​ເຄື່ອນໄຫວ​ວຽກ​ ງານ ຂອງ​ຕົນ​ຕະຫລອດ​ອາຍຸການ​ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ V ​ໃຫ້​ກ້າວ​ສູ່​ຄຸນ​ນະ ພາ​ບ​ໃໝ່. ຜົນ​ສໍາ​ເລັດ​ອັນ​ພົ້ນ​ເດັ່ນ​ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ນີ້ ​ແມ່ນການ​ໄດ້​ຮັບ​ກຽດ​ເປັນ​ເຈົ້າ ພາບ​ຈັດ​ກອງປະຊຸມ​ໃຫຍ່​ຄັ້ງ​ທີ 26 ຂອງ​ອົງການ​ລັດຖະສະພາ​ລະ​ຫວ່າງ​ຊາດ​ອາ​ຊຽນ (ໄອ​​ໂປ) ​ໂດຍ​ໄດ້​ຮັບຜົນ​ສໍາ​ເລັດ​ເປັນ​ຢ່າງ​ດີ ​ເຊິ່ງ​ເປັນ​ການ​ສ້າງ​ສື​ສຽງ​ໃຫ້​ແກ່​ຊາດ​ລາວ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແມ່ນ ສະພາ​ແຫ່ງ​ຊາດ​ລາວ ຖື​ວ່າ​ເປັນ​ຄັ້ງ​ທໍາ​ອິດ​ທີ່​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​​ໄອ ​​ໂປ ນັບ​ຕັ້ງ​ແຕ່​ສະພາ​ແຫ່ງ​ຊາດ​ລາວ​ເຂົ້າ​ເປັນ​ສະມາຊິກອົງການ​ດັ່ງກ່າວ​ໃນ​ 1 ກັນຍາ 1997 ​ໄປ​ພ້ອມ​ກັບ​ຜົນ​ສໍາ​ເລັດ ດັ່ງກ່າວ​ສະພາ​ແຫ່ງ​ຊາດ ຊຸດ​ນີ້​ຍັງ​ໄດ້​ປະຕິບັດ​ພາລະ​ບົດບາດ​ສິດ ​ແລະ​ໜ້າ​ທີ່ຂອງ​ຕົນ​ດ້ວຍ​ຄວາມ​ຮັບຜິດຊອບສູງ​ຕໍ່​ການ​ພິຈາລະນາ ​​ແລະ​ຮັບຮອງ​ເອົາ​ບັນດາ​ໂຄງການ​ສໍາຄັນ​ຕ່າງ​ຂອງ​ຊາດ ​ເປັນ​ຕົ້ນ​ໂຄງການ​ສ້າງ​ເຂື່ອນ​ໄຟຟ້າ​ນໍ້າ​ເທີນ​ສອງ ມູນ​ຄ່າ​ການ​ລົງທຶນ 1.580 ລ້ານ​ໂດ​ລາ; ​ໄດ້​ພິຈາ ລະນາ ​ແລະ​ຕົກລົງ​ຮັບຮອງ​ເອົາກົດໝາຍ​ໃໝ່ 15 ສະບັບ ​ແລະ​ປັບປຸງ​ກົດໝາຍ​ເກົ່າ 17 ສະບັບ.

ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ ຊຸດ​ທີ VI

ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 30 ເມສາ 2006 ເຊິ່ງປະກອບ​ດ້ວຍ​ສະມາ​ຊິກສະພາແຫ່ງຊາດ ​ທັງ​ໝົດ 115 ທ່ານ ​ໃນ​ນີ້ເພດ​ຍິງມີ 29 ທ່ານ, ທ່ານ ທອງສິງ ທຳມະວົງ ຖືກເລືອກຕັ້ງ​ເປັນ​ປະທານສະພາ​ແຫ່ງ​ຊາດ ແລະມີຮອງປະທານ 2 ທ່ານ ໃນນັ້ນເພດຍິງ 1 ທ່ານ ຄື: ທ່ານ ນາງປານີ ຢາທໍ່ຕູ້, ທ່ານ ປອ ໄຊສົມພອນ ພົມວິຫານ. ສະພາ​ແຫ່ງ​ຊາດ ຊຸດ​ນີ້​ມີ​ຄະນະ​ປະ​ຈໍາ ຈໍານວນ 7 ທ່ານ ​ແລະ 6 ກໍາມາ​ທິການ​ຄື: ກໍາ​ມາ​ທິ​ການ​ກົດ​ໝາຍ​, ກໍາ​ມາ​ທິ​ການ​ ເສດ​ຖະ​ກິດ​, ແຜນການ ແລະການ​ເງິນ​, ກໍາ​ມາ​ທິ​ການ​ວັດ​ທະ​ນະ​ທໍາ​-ສັງ​ຄົມ​, ກໍາ​ມາ​ທິ​ການ​ບັນ​ດາ​ເຜົ່າ​, ກໍາ​ມາ​ທິ​ການ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ ​ແລະ​ກໍາ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​,ພ້ອມ​ນີ້ກໍ​ມີ​ຫ້ອງ​ວ່າ​ການ​ສະ​ພາ​ແຫ່ງ​ຊາດ ເປັນ​ກົງ​ຈັກ​ຊ່ວຍ​ວຽກ.

ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ ຊຸດ​ທີ VII

ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 30 ເມສາ 2011 ເຊິ່ງປະກອບ​ດ້ວຍ​ສະມາ​ຊິກສະພາແຫ່ງຊາດ ​ທັງ​ໝົດ 132 ທ່ານ ​ໃນ​ນີ້ເພດ​ຍິງມີ 33 ທ່ານ, ທ່ານ ນາງ ປານີ ຢາທໍ່ຕູ້ ຖືກ​ເລືອກຕັ້ງ ​ເປັນ​ປະທານສະພາ​ແຫ່ງ​ຊາດ ແລະມີຮອງປະທານ 2 ທ່ານ ຄື: ທ່ານ ປອ.ໄຊສົມພອນ ພົມວິຫານ ແລະ ທ່ານ ສົມພັນ ແພງຄຳມີ. ສະພາ​ແຫ່ງ​ຊາດ ຊຸດ​ນີ້​ມີ​ຄະນະ​ປະ​ຈໍາ ຈໍານວນ 10 ທ່ານ ​ແລະ 6 ກໍາມາ​ທິການ​ຄື: ກໍາ​ມາ​ທິ​ການ​ກົດ​ໝາຍ​, ກໍາ​ມາ​ທິ​ການ​ເສດ​ຖະ​ກິດ​ແຜນການ ແລະການ​ເງິນ​, ກໍາ​ມາ​ທິ​ການ​ບັນ​ດາ​ເຜົ່າ, ກໍາ​ມາ​ທິ​ການຕ່າງປະເທດ, ກຳມາທິການ​ວັດ​ທະ​ນະ​ທໍາ​-ສັງ​ຄົມ​, ກໍາ​ມາ​ທິ​ການ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ ​ແລະ​ ພ້ອມ​ນີ້ກໍ​ມີ​ຫ້ອງ​ວ່າ​ການ​ສະ​ພາ​ແຫ່ງ​ຊາດ ເປັນ​ກົງ​ຈັກ​ຊ່ວຍ​ວຽກ.

ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ ຊຸດ​ທີ VIII

ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 20 ມີນາ 2016 ເຊິ່ງປະກອບ​ດ້ວຍ​ສະມາ​ຊິກສະພາແຫ່ງຊາດ ​ທັງ​ໝົດ 149 ທ່ານ ​ໃນ​ນີ້ເພດ​ຍິງມີ 41 ທ່ານ, ທ່ານ ນາງ ປານີ ຢາທໍ່ຕູ້ ຖືກ​ເລືອກຕັ້ງ ​ເປັນ​ປະທານສະພາ​ແຫ່ງ​ຊາດ ອີກສະໄໝໜຶ່ງ ແລະມີຮອງປະທານ 4 ທ່ານ ຄື: ທ່ານ ພົທ ແສງນວນ ໄຊຍະລາດ, ທ່ານ ສົມພັນ ແພງຄຳມີ, ທ່ານ ບຸນປອນ ບຸດຕະນະວົງ ແລະ ທ່ານ ນາງ ສີໃສ ລືເດດມູນສອນ. ສະພາ​ແຫ່ງ​ຊາດ ຊຸດ​ນີ້​ມີ​ຄະນະ​ປະ​ຈໍາ ຈໍານວນ 14 ທ່ານ ​ແລະ 8 ກໍາມາ​ທິການ​ຄື: ກໍາ​ມາ​ທິ​ການ​ກົດ​ໝາຍ​, ກໍາ​ມາ​ທິ​ການ​ເສດ​ຖະ​ກິດ, ເຕັກໂນໂລຊີ ແລະສິ່ງແວດລ້ອມ, ກຳມາທິການ​ແຜນການ, ການ​ເງິນ ແລະການກວດສອບ​, ກໍາ​ມາ​ທິ​ການ​ບັນ​ດາ​ເຜົ່າ, ກໍາ​ມາ​ທິ​ການຕ່າງປະເທດ, ກຳມາທິການ​ວັດ​ທະ​ນະ​ທໍາ​-ສັງ​ຄົມ​, ກໍາ​ມາ​ທິ​ການ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ, ກຳມາທິການຍຸຕິທຳ ​ແລະ​ ພ້ອມ​ນີ້ກໍ​ມີ​ຄະນະການ​ສະ​ພາ​ແຫ່ງ​ຊາດ ເປັນ​ກົງ​ຈັກ​ຊ່ວຍ​ວຽກ. ນອກຈາກນັ້ນ, ຄະນະປະຈຳສະພາແຫ່ງຊາດ ຍັງໄດ້ສ້າງກົງຈັກຊ່ວຍວຽກຂອງຕົນຂື້ນ 3 ຄະນະ ຄື: ຄະນະສະມາຊິກສະພາແຫ່ງຊາດເພດຍິງ, ຄະນະຮັບຜິດຊອບວຽກງານເຂດເລືອກຕັ້ງ ສະພາແຫ່ງຊາດ ແລະ ສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ.

ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ ຊຸດ​ທີ IX

ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 22 ມີນາ 2021 ເຊິ່ງປະກອບ​ດ້ວຍ​ສະມາ​ຊິກສະພາແຫ່ງຊາດ ​ທັງ​ໝົດ 164 ທ່ານ ​ໃນ​ນີ້ເພດ​ຍິງມີ 36 ທ່ານ, ທ່ານ ປອ ໄຊສົມພອນ ພົມວິຫານ ຖືກ​ເລືອກຕັ້ງ ​ເປັນ​ປະທານສະພາ​ແຫ່ງ​ຊາດ ແລະມີຮອງປະທານ 5 ທ່ານ ຄື: ທ່ານ ນາງ ສູນທອນ ໄຊຍະຈັກ, ທ່ານ ຈະເລີນ ເຢຍປາວເຮີ, ທ່ານ ຄຳໃບດຳລັດ, ທ່ານ ສົມມາດ ພົລເສນາ ແລະທ່ານ ພົທ ສຸວອນ ເລືອງບຸນມີ. ສະພາ​ແຫ່ງ​ຊາດ ຊຸດ​ນີ້​ມີ​ຄະນະ​ປະ​ຈໍາ ຈໍານວນ 15 ທ່ານ ​ແລະ 9 ກໍາມາ​ທິການ​ຄື: ກໍາ​ມາ​ທິ​ການ​ກົດ​ໝາຍ​, ກໍາ​ມາ​ທິ​ການ​ເສດ​ຖະ​ກິດ, ເຕັກໂນໂລຊີ ແລະສິ່ງແວດລ້ອມ, ກຳມາທິການ​ແຜນການ, ການ​ເງິນ ແລະການກວດສອບ​, ກໍາ​ມາ​ທິ​ການ​ບັນ​ດາ​ເຜົ່າ, ກໍາ​ມາ​ທິ​ການຕ່າງປະເທດ, ກຳມາທິການ​ວັດ​ທະ​ນະ​ທໍາ​-ສັງ​ຄົມ​, ກໍາ​ມາ​ທິ​ການ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ, ກຳມາທິການຍຸຕິທຳ, ກຳມາທິການວຽກງານສະມາຊິກ ສະພາແຫ່ງຊາດ ​ແລະ​ ພ້ອມ​ນີ້ກໍ​ມີ​ຄະນະການ​ສະ​ພາ​ແຫ່ງ​ຊາດ ເປັນ​ກົງ​ຈັກ​ຊ່ວຍ​ວຽກ.