ຕາດຫຼັກ 11: Difference between revisions
(ໜ້າໃໝ່: thumb ຕາດຫຼັກ 11 ຕັ້ງຢູ່ບ້ານນາງິ້ວ ເມືອງໄຊ ແຂວງອຸດົມໄຊ. ຫ່າງຈາກເທດສະບານເມືອງໄປທາງທິດໃຕ້ທາງເລກທີ 13 ເໜືອ 11 ກິໂລແມັດ, ເປັນຕາດຂະໜາດນ້ອຍ.ປັດຈຸບັນຊາວບ້ານຄອບຄົວໜຶ່...) |
(ບໍ່ມີຄວາມແຕກຕ່າງ)
|
ລຸ້ນແກ້ໄຂເກົ່າເມື່ອ 06:46, 30 ພະຈິກ 2023
ຕາດຫຼັກ 11 ຕັ້ງຢູ່ບ້ານນາງິ້ວ ເມືອງໄຊ ແຂວງອຸດົມໄຊ. ຫ່າງຈາກເທດສະບານເມືອງໄປທາງທິດໃຕ້ທາງເລກທີ 13 ເໜືອ 11 ກິໂລແມັດ, ເປັນຕາດຂະໜາດນ້ອຍ.ປັດຈຸບັນຊາວບ້ານຄອບຄົວໜຶ່ງເປັນຜູ້ຄຸ້ມຄອງບໍລິການ ບໍ່ມີປະຫວັດຄວາມເປັນມາເອີ້ນຕາມກິໂລແມັດທີ່ 11 ຍ້ອນຕັ້ງຢູ່ກິໂລແມັດທີ 11. ລັກສະນະຂອງຕາດເປັນຕາດຂະນ້ອຍ ມີຄວາມສູງປະມານ 30 ແມັດ ແລະ ກວ້າງປະມານ 10-15 ແມັດໃນບໍລິເວນຕາດມີຕົ້ນໄມ້ປົກຫຸ້ມເຢັນສະບາຍ ເໝາະສົມໃນການແວ່ຊົມ ແລະ ພັກຜ່ອນຢ່ອນອາລົມສຳລັບນັກທ່ອງທ່ຽວທີ່ເດີນທາງຜ່ານໄປມາ ແລະ ເໝາະສຳລັບຊາວອຸດົມໄຊ ນິຍົມພັກຜ່ອນແບບຄອບຄົວ ໃນວັນສຳຄັນ ແລະ ວັນປະເພນີຕ່າງໆຂອງຊາດ
ແຫຼ່ງທີ່ມາ:https://mict.gov.la/tourism-in-laos?province_id=5