ຕາດຫຼັກ 11

ຈາກ Laopedia
ຮູບ:ຕາດຫຼັກ 11.jpg

ຕາດຫຼັກ 11 ຕັ້ງຢູ່ບ້ານ​ນາ​ງິ້ວ ເມືອງໄຊ ແຂວງອຸດົມໄຊ. ຫ່າງຈາກເທດສະບານເມືອງໄປທາງທິດໃຕ້ທາງເລກທີ 13 ເໜືອ 11 ກິໂລແມັດ, ເປັນຕາດຂະໜາດນ້ອຍ.ປັດຈຸບັນຊາວບ້ານຄອບຄົວໜຶ່ງເປັນຜູ້ຄຸ້ມຄອງບໍລິການ ບໍ່ມີປະຫວັດຄວາມ​ເປັນ​ມາ​ເອີ້ນຕາມກິໂລແມັດທີ່ 11 ຍ້ອນຕັ້ງຢູ່ກິໂລແມັດທີ 11. ລັກສະນະຂອງຕາດເປັນຕາ​ດຂະນ້ອຍ ມີຄວາມສູງປະມານ 30 ແມັດ ແລະ ກວ້າງປະມານ 10-15 ແມັດໃນບໍລິເວນຕາດມີຕົ້ນໄມ້ປົກຫຸ້ມເຢັນສະບາຍ ເໝາະສົມໃນການແວ່ຊົມ ແລະ ພັກຜ່ອນຢ່ອນອາລົມສຳລັບນັກທ່ອງທ່ຽວທີ່ເດີນທາງຜ່ານໄປມາ ແລະ ​ເໝາະສຳລັບ​ຊາວ​ອຸດົມ​ໄຊ ນິຍົມ​ພັກຜ່ອນ​ແບບ​ຄອບຄົວ ​ໃນ​ວັນ​ສຳຄັນ ​ແລະ ວັນ​ປະ​ເພ​ນີຕ່າງ​ໆຂອງ​ຊາດ
ແຫຼ່ງທີ່ມາ:https://mict.gov.la/tourism-in-laos?province_id=5