ກົມໄປສະນີ: Difference between revisions

ຈາກ Laopedia
No edit summary
(ເພິ່ມປະຫວັດ)
 
(21 intermediate revisions by 2 users not shown)
ແຖວ 1: ແຖວ 1:
[[ຮູບ:DOPOST Logo.jpg|alt=DOP|thumb|
{{ອົງການຈັດຕັ້ງ|ຊື່ຫຍໍ້ ພາສາລາວ=ກປນ|ຊື່ອົງການ ພາສາອັງກິດ=Department of Post|ເວັບໄຊ=https://postal.gov.la/|ສຳນັກງານໃຫຍ່=ບ້ານ ສາຍລົມ, ເມືອງ ຈັນທະບູລີ|ຮູບ=DOPOST Logo.jpg}}


'''ກົມໄປສະນີ ກະຊວງເຕັກໂນໂລຊີ ແລະ ການສື່ສານ'''     ເວັບໄຊທ໌: https://postal.gov.la/]]
== ປະຫວັດ ==
 
=== '''1. 1982-1989 (ກະຊວງຂົນສົ່ງ ແລະໄປສະນີ)''' ===
ກົມໄປສະນີ ເບື້ອງຕົ້ນແມ່ນກົມໜຶ່ງ ຢູ່ໃນໂຄງປະກອບການຈັດຕັ້ງ ຂອງກະຊວງຂົນສົ່ງ ແລະໄປສະນີ, ໂດຍມີ '''ທ່ານ ເພົ້າ ບຸນນະຜົນ''' ເປັນລັດຖະມົນຕີວ່າການ, ມີຮອງລັດຖະມົນ ເປັນຄະນະລັດຖະມົນຕີ ຄື ທ່ານ ບົວສີ ລໍວັນໄຊ, ທ່ານ ຄຳລວດ ສິດລາກອນ, ທ່ານ ອຸ້ຍ ສຸມົນທາ, ທ່ານ ໄຊ ພະກະຊຸມ ແລະ ທ່ານ ຄຳເຫຼືອງ ໄຊຍະລາດ.
 
ກະຊວງຂົນສົ່ງ ແລະໄປສະນີ ມີທີ່ຕັ້ງຂອງສຳນັກງານຢູ່ບໍລິເວນຕໍ່ໜ້າຕະຫຼາດເຊົ້າ, ນະຄອນຫຼວງວຽງຈັນ (ຕິດກັບສຳນັກງານໃຫຍ່ບໍລິສັດໄປສະນີລາວຈຳກັດໃນປະຈຸບັນ).
 
ກົມໄປສະນີ ໃນຕອນນັ້ນ ແມ່ນ '''ທ່ານ ດົມ ວົງສາລີ''' ເປັນຫົວໜ້າກົມໄປສະນີ ຄົນທຳອິດ, ເຮັດໜ້າທີ່ເປີດກວ້າງບໍລິການທາງໄປສະນີ, ໂທລະສັບ ແລະ ໂທລະຄົມມະນາຄົມ ໄປພ້ອມກັບການຍົກສູງຄຸນນະພາບໃນການຮັບໃຊ້ການຜະລິດ ແລະປະຊາຊົນ, ເປີດກວ້າງລະບົບວິທະຍຸກະຈາຍສຽງ ແລະເພີ່ມທະວີສະຖານີຕິດຕໍ່ທາງໂທລະສັບ ແລະປັບປຸງວຽກງານຈັດສົ່ງໜັງສືພີມ ແລະເອກະສານອື່ນໆ.
 
=== '''2. 1989-2006 (ກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະກໍ່ສ້າງ)''' ===
ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງປະເທດໃນໄລຍະໃໝ່ ພາຍຫຼັງທີ່ໄດ້ເຕົ້າໂຮມກະຊວງຂົນສົ່ງ ແລະໄປສະນີ, ກະຊວງຄົມມະນາຄົມ ແລະກະຊວງກໍ່ສ້າງ ເຂົ້າເປັນກະຊວງດຽວ ເອີ້ນວ່າ ກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະກໍ່ສ້າງ, ຕາມດຳລັດເລກທີ 66/ນຍ ລົງວັນທີ 20 ພຶດສະພາ 1989.  ໃນໄລຍະນີ້ '''ທ່ານ ບົວທອງ ວົງລໍຄຳ ເປັນລັດຖະມົນຕີ''' ກໍໄດ້ເປີດກອງປະຊຸມວຽກງານ ຄຂປກ ທົ່ວປະເທດຄັ້ງທີ່ 1 ໃນວັນທີ 11-15 ກຸມພາ 1991 ຊື່ງເປັນກອງປະຊຸມຄັ້ງປະຫວັດສາດຂອງຂະແໜງ ຄຂປກ.
 
ກົມໄປສະນີ ແລະ ໂທລະຄົມມະນາຄົມ ແມ່ນກົມໜຶ່ງທີ່ຢູ່ໃນໂຄງປະກອບຂອງກະຊວງດັ່ງກ່າວ ຊື່ງມີໜ້າທີ່ໃນການຊີ້ນຳ 2 ວຽກງານທີ່ສຳຄັນ ຄື ວຽກງານໄປສະນີ ແລະວຽກງານໂທລະຄົມມະນາຄົມ ໂດຍມີຄະນະກົມແຕ່ລະໄລຍະ ດັ່ງນີ້:
 
1993 - 1998   ທ່ານ ກ້າຢາ ປາລີ                ເປັນຫົວໜ້າກົມ
 
1998 - 2001  ທ່ານ ສຸລິຂັນ ຫຼວງເສນາ         ເປັນຫົວໜ້າກົມ
 
2001 - 2007 ທ່ານ ປາລະມີ ພົມມະທັນສີ      ເປັນຫົວໜ້າກົມ
 
ກົມໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ຮັບການຟື້ນຟູ ແລະການຂະຫຍາຍຕົວ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານການສື່ສານຂອງລັດ ແລະປະຊາຊົນ ດັ່ງນີ້:
 
- ທົ່ວປະເທດມີຫ້ອງການໄປສະນີທັງໝົດ 121 ແຫ່ງ, ໜ່ວຍໂທລະເລກ 110 ແຫ່ງ, ສູນໂທລະສັບ 68 ແຫ່ງ ແລະຈ່າມໄປສະນີ 90 ແຫ່ງ ຊື່ງໄດ້ເຮັດໃຫ້ໄປສະນີພັນພາຍໃນ ເພີ່ມຂື້ນ 2.1 ເທື່ອ, ໄປຕ່າງປະເທດ 5.53 ເທື່ອ.
 
- ນອກຈາກນີ້ກໍໄດ້ປັບປຸງການບໍລິການ, ການສົ່ງໃຫ້ວ່ອງໄວ ແລະ ຮັບປະກັນຂື້ນຕື່ມ ເປີດບໍລິການເມດ່ວນ (EMS) ໄປຫາບັນດາແຂວງໃຫຍ່ ແລະຫຼາຍປະເທດໃນໂລກ ທີ່ມີການພົວພັນກັບ ສປປ ລາວ.
 
ຕໍ່ມາ ເພື່ອເຮັດໃຫ້ການຄຸ້ມຄອງ ແລະພັດທະນາວຽກງານໄປສະນີ ມີຄວາມເຂັ້ມແຂງຫຼາຍຂື້ນ, ຈຶ່ງໄດ້ອອກກົດໝາຍ '''“ວ່າດ້ວຍການໄປສະນີ”''' ເປັນສະບັບທຳອິດ ຊື່ງປະກາດໃຊ້ຢ່າງເປັນທາງການໃນ ວັນທີ 17 ພຶດສະພາ ປີ 2004 ໂດຍສະພາແຫ່ງຊາດ ເພື່ອຫັນວຽກງານໄປສະນີໃຫ້ເຂົ້າສູ່ລະບຽບການຫຼາຍຂື້ນ.
 
=== '''3. 2007-2011 (ອົງການໄປສະນີ ແລະໂທລະຄົມມະນາຄົມ ແຫ່ງຊາດ)''' ===
ກົມໄປສະນີ ແລະໂທລະຄົມມະນາຄົມ ຊື່ງເຮັດໜ້າທີ່ຄຸ້ມຄອງກິດຈະການໄປສະນີ ແລະ ໂທລະຄົມມະນາຄົມແບບທົ່ວປວງຊົນ ໄດ້ແຍກອອກຈາກກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ແລ້ວສ້າງຕັ້ງເປັນອົງການໄປສະນີ ແລະໂທລະຄົມມະນາຄົມແຫ່ງຊາດ ຕາມດຳລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງອົງການໄປສະນີ ແລະ ໂທລະຄົມມະນາຄົມແຫ່ງຊາດ ສະບັບເລກທີ 375/ນຍ ລົງວັນທີ 22 ຕຸລາ 2007 ຂອງທ່ານນາຍົກລັດຖະມົນຕີ, ໂດຍມີ ທ່ານ ຄຳລວດ ສິດລາກອນ ເປັນລັດຖະມົນຕີ.
 
ໃນຊ່ວງນີ້ຂະແໜງການໄປສະນີ ກໍໄດ້ຖືກສ້າງຕັ້ງຂື້ນເປັນກົມໄປສະນີສະເພາະ ເພື່ອນຳພາ-ຊີ້ນຳການຄຸ້ມຄອງ ແລະພັດທະນາວຽກງານໄປສະນີ ໃຫ້ມີປະສິດທິພາບຫຼາຍຂື້ນ, ໂດຍມີ ກົມໄປສະນີ ຄຸ້ມຄອງຂັ້ນສູນກາງ ແລະ ມີບັນດາພະແນກໄປສະນີ ແລະໂທລະຄົມມະນາຄົມ ປະຈຳແຂວງ/ນະຄອນຫຼວງ ຄຸ້ມຄອງວຽກງານໄປສະນີຢູ່ຂັ້ນທ້ອງຖິ່ນ ແລະມີພຽງແຕ່ບໍລິສັດລັດວິສະຫະກິດໄປສະນີລາວເທົ່ານັ້ນ ທີ່ເຮັດໜ້າທີ່ບໍລິການໄປສະນີທົ່ວປວງຊົນໃນໄລຍະດັ່ງກ່າວ.
 
ຫົວໜ້າກົມໄປສະນີ ໃນໄລຍະນັ້ນແມ່ນ:
 
2007 - 2011    ທ່ານ ສົມລິດ ພູທອນສີ    ເປັນຫົວໜ້າກົມ
 
=== '''4. 2011-2017 (ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ)''' ===
ແມ່ນໄລຍະທີ່ ອົງການໄປສະນີ ແລະໂທລະຄົມມະນາຄົມແຫ່ງຊາດ ໄດ້ຍົກລະດັບເປັນກະຊວງໄປສະນີ ໂທລະຄົມມະນາຄົມ ແລະການສື່ສານ ຕາມດຳລັດວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ, ສະບັບເລກທີ 303/ນຍ ລົງວັນທີ 26 ກັນຍາ 2011, ໂດຍແມ່ນ ທ່ານ ຫຽມ ພົມມະຈັນ ເປັນລັດຖະມົນຕີ.
 
ກົມໄປສະນີ ມີຫົວໜ້າກົມ ດັ່ງນີ້:
 
2011 - 2014 ທ່ານ ພູວົງ ຄຳຟອງ ເປັນຫົວໜ້າກົມ
 
2014– 2016 ທ່ານ ສົມນຶກ ໂພທິລາດ ເປັນຫົວໜ້າກົມ
 
ໃນໄລຍະນີ້ ກົມໄປສະນີ ໄດ້ມີການປັບປຸງກົດໝາຍວ່າດ້ວຍການໄປສະນີຄືນໃໝ່ ແລະ ໄດ້ປະກາດໃຊ້ໃນວັນທີ 25 ທັນວາ ປີ 2013 ໂດຍສະພາແຫ່ງຊາດ ຊື່ງໃນກົດໝາຍສະບັບປັບປຸງນີ້ກໍໄດ້ກຳນົດເອົາທຸກໆ '''“ວັນທີ 13 ມີນາ ຂອງແຕ່ລະປີເປັນວັນໄປສະນີແຫ່ງຊາດ”,''' ໄປພ້ອມກັບການປັບປຸງກົດໝາຍໄປສະນີ ລັດກໍໄດ້ເປີດກວ້າງໃຫ້ເອກະຊົນຕ່າງປະເທດເຂົ້າມາເຄື່ອນໄຫວບໍລິການໃນຂະແໜງການໄປສະນີ ຕື່ມອີກ ເຊັ່ນ DHL, TNT, PT Air Cargo, OCS ຊື່ງໄດ້ປະກອບສ່ວນເຂົ້າໃນການມອບພັນທະອາກອນຂອງຂະແໜງການໄປສະນີ ເພີ່ມຫຼາຍຂື້ນ.
 
=== '''5. 2017-2021 (ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ)''' ===
ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ ໄດ້ປັບປຸງພາລະບົດບາດຂອງຕົນຄືນໃໝ່ ຕາມດຳລັດວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ, ສະບັບເລກທີ 22/ນຍ ລົງວັນທີ 16 ມັງກອນ 2017 ຂອງທ່ານນາຍົກລັດຖະມົນຕີ. ໂດຍແມ່ນ ທ່ານ ທັນສະໄໝ ກົມມະສິດ ເປັນລັດຖະມົນຕີ, ຮອງລັດຖະມົນຕີ ມີທ່ານ ບຸນສະເຫຼີມໄຊ ເຄນນາວົງ ແລະທ່ານ ທອງໃສ ຊານໄຊຍະ.
 
ກົມໄປສະນີ ມີຫົວໜ້າກົມແຕ່ລະໄລຍະ ດັ່ງນີ້:
 
2016 – 2018    ທ່ານ ສຸລິຍາ ຄຳບູຣາວົງ             ເປັນຫົວໜ້າກົມ
 
2018 - 2019    ທ່ານ ວາລະໄຊ ດາລາລອຍ          ຮັກສາການຫົວໜ້າກົມ
 
2019 - 2021     ທ່ານ ພົນປະສິດ ພິດສະໄໝ         ເປັນຫົວໜ້າກົມ
 
ມາໃນໄລຍະໃໝ່ນີ້ ນອກຈາກ, ວິສະຫະກິດໄປສະນີຂອງລັດ ທີ່ເຮັດໜ້າທີ່ໃນການເຄື່ອນໄຫວບໍລິການໄປສະນີທົ່ວປວງຊົນແລ້ວ ພາກລັດ, ຍັງໄດ້ເປີດກວ້າງໃຫ້ພາກເອກະຊົນພາຍໃນເຂົ້າມາລົງທຶນຫຼາຍຂື້ນ ເພື່ອປະກອບສ່ວນເຄື່ອນໄຫວບໍລິການໄປສະນີໃຫ້ມີປະສິດທິພາບ ແລະຄຸນນະພາບດີຂື້ນ ໂດຍກິດຈະການດ້ານໄປສະນີ ຍັງຢູ່ພາຍໃຕ້ການຄຸ້ມຄອງຂອງກົມໄປສະນີຂັ້ນສູນກາງ ແລະ ມີພະແນກໄປສະນີ ໂທລະຄົມມະນາ ແລະການສື່ສານ ປະຈຳແຂວງ/ນະຄອນຫຼວງ ຄຸ້ມຄອງວຽກງານໄປສະນີ ຂັ້ນທ້ອງຖິ່ນ.
 
ຜູ້ປະກອບທີ່ໃຫ້ບໍລິການພາຍໃນ ແລະລະຫວ່າງປະເທດ ໄດ້ຂະຫຍາຍຕົວອອກຢ່າງກວ້າງ ຊື່ງມີຈຳນວນ 4 ລາຍ, ຂົນສົ່ງລະຫວ່າງປະເທດ 4 ບໍລິສັດ (ນາຍທຶນຕ່າງປະເທດ) ແລະພາຍໃນປະເທດມີ 18 ບໍລິສັດ.
 
=== '''6. 2021 - ປະຈຸບັນ (ກະຊວງເຕັກໂນໂລຊີ ແລະການສື່ສານ)''' ===
ກະຊວງໄປສະນີ ໂທລະຄົມມະນາຄົມ ໄດ້ລວມເອົາວຽກງານເຕັກໂນໂລຊີ ຈາກກະຊວງວິທະສາດ ແລະ ເຕັກໂນໂລຊີ ເຂົ້າດ້ວຍກັນ ແລ້ວປ່ຽນຊື່ເປັນກະຊວງເຕັກໂນໂລຊີ ແລະການສື່ສານ, ຕາມດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງເຕັກໂນໂລຊີ ແລະການສື່ສານ ສະບັບເລກທີ 625/ນຍ ລົງວັນທີ 22 ຕຸລາ 2021, ໂດຍແມ່ນ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ເປັນລັດຖະມົນຕີ, ມີຮອງລັດຖະມົນຕີ ຄື ທ່ານ ບຸນສະເຫຼີມໄຊ ເຄນນາວົງ, ທ່ານ ແກ້ວວິສຸກ ໂສລະພົມ, ທ່ານ ໄຊລືສາ ອິນສີຊຽງໃໝ່.


== ທີ່ຕັ້ງ ແລະ ພາລະບົດບາດ ==
== ທີ່ຕັ້ງ ແລະ ພາລະບົດບາດ ==
ແຖວ 42: ແຖວ 106:
# ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ ຕາມການອະນຸມັດຂອງຄະນະນໍາກະຊວງ;
# ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ ຕາມການອະນຸມັດຂອງຄະນະນໍາກະຊວງ;
# ຄຸ້ມຄອງ ແລະ ນໍາໃຊ້ພາຫະນະ, ວັດຖຸອຸປະກອນ ແລະ ຊັບສົມບັດໃນຄວາມຮັບຜິດຊອບຂອງກົມ;
# ຄຸ້ມຄອງ ແລະ ນໍາໃຊ້ພາຫະນະ, ວັດຖຸອຸປະກອນ ແລະ ຊັບສົມບັດໃນຄວາມຮັບຜິດຊອບຂອງກົມ;
# ປະຕິບັດສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນນິຕິກໍາອື່ນ ການມອບຫມາຍຂອງ ລັດຖະມົນຕີ, ຮອງ ລັດຖະມົນຕີ ຜູ້ຊີ້ນໍາ.
# ປະຕິບັດສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນນິຕິກໍາອື່ນ ການມອບຫມາຍຂອງ ລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນໍາ.


== ໂຄງປະກອບກົງຈັກ ==
== ໂຄງປະກອບກົງຈັກ ==


# ພະແນກສັງລວມ;
# ພະແນກສັງລວມຂອງກົມໄປສະນີ;
# ພະແນກນະໂຍບາຍ ແລະ ຄຸ້ມຄອງໄປສະນີ;
# ພະແນກນະໂຍບາຍ ແລະ ຄຸ້ມຄອງໄປສະນີ;
# ພະແນກສົ່ງເສີມ ແລະ ພັດທະນາໄປສະນີ;
# [[ພະແນກສົ່ງເສີມ ແລະ ພັດທະນາໄປສະນີ]];
# ພະແນກມາດຕະຖານ ແລະ ເຕັກໂນໂລຊີໄປສະນີ.
# ພະແນກມາດຕະຖານ ແລະ ເຕັກໂນໂລຊີໄປສະນີ.


ແຖວ 117: ແຖວ 181:
# ຄົ້ນຄວ້າ, ອອກແບບ, ຄຸ້ມຄອງ, ພັດທະນາ ແລະ ໃຫ້ບໍລິການນໍາໃຊ້ຊັບພະຍາກອນໄປສະນີໃຫ້ແກ່ ສັງຄົມ;
# ຄົ້ນຄວ້າ, ອອກແບບ, ຄຸ້ມຄອງ, ພັດທະນາ ແລະ ໃຫ້ບໍລິການນໍາໃຊ້ຊັບພະຍາກອນໄປສະນີໃຫ້ແກ່ ສັງຄົມ;
# ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຫົວຫນ້າກົມ ແລະ ຮອງຫົວຫນ້າກົມຜູ້ຊີ້ນໍາ.
# ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຫົວຫນ້າກົມ ແລະ ຮອງຫົວຫນ້າກົມຜູ້ຊີ້ນໍາ.
[[ໝວດ:ກະຊວງ/ອົງການທຽບເທົ່າ]]
[[ໝວດ:ຂໍ້ມູນບັນດາອົງການຈັດຕັ້ງລັດ]]

Latest revision as of 00:01, 14 ມີຖຸນາ 2025


ປະຫວັດ

1. 1982-1989 (ກະຊວງຂົນສົ່ງ ແລະໄປສະນີ)

ກົມໄປສະນີ ເບື້ອງຕົ້ນແມ່ນກົມໜຶ່ງ ຢູ່ໃນໂຄງປະກອບການຈັດຕັ້ງ ຂອງກະຊວງຂົນສົ່ງ ແລະໄປສະນີ, ໂດຍມີ ທ່ານ ເພົ້າ ບຸນນະຜົນ ເປັນລັດຖະມົນຕີວ່າການ, ມີຮອງລັດຖະມົນ ເປັນຄະນະລັດຖະມົນຕີ ຄື ທ່ານ ບົວສີ ລໍວັນໄຊ, ທ່ານ ຄຳລວດ ສິດລາກອນ, ທ່ານ ອຸ້ຍ ສຸມົນທາ, ທ່ານ ໄຊ ພະກະຊຸມ ແລະ ທ່ານ ຄຳເຫຼືອງ ໄຊຍະລາດ.

ກະຊວງຂົນສົ່ງ ແລະໄປສະນີ ມີທີ່ຕັ້ງຂອງສຳນັກງານຢູ່ບໍລິເວນຕໍ່ໜ້າຕະຫຼາດເຊົ້າ, ນະຄອນຫຼວງວຽງຈັນ (ຕິດກັບສຳນັກງານໃຫຍ່ບໍລິສັດໄປສະນີລາວຈຳກັດໃນປະຈຸບັນ).

ກົມໄປສະນີ ໃນຕອນນັ້ນ ແມ່ນ ທ່ານ ດົມ ວົງສາລີ ເປັນຫົວໜ້າກົມໄປສະນີ ຄົນທຳອິດ, ເຮັດໜ້າທີ່ເປີດກວ້າງບໍລິການທາງໄປສະນີ, ໂທລະສັບ ແລະ ໂທລະຄົມມະນາຄົມ ໄປພ້ອມກັບການຍົກສູງຄຸນນະພາບໃນການຮັບໃຊ້ການຜະລິດ ແລະປະຊາຊົນ, ເປີດກວ້າງລະບົບວິທະຍຸກະຈາຍສຽງ ແລະເພີ່ມທະວີສະຖານີຕິດຕໍ່ທາງໂທລະສັບ ແລະປັບປຸງວຽກງານຈັດສົ່ງໜັງສືພີມ ແລະເອກະສານອື່ນໆ.

2. 1989-2006 (ກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະກໍ່ສ້າງ)

ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງປະເທດໃນໄລຍະໃໝ່ ພາຍຫຼັງທີ່ໄດ້ເຕົ້າໂຮມກະຊວງຂົນສົ່ງ ແລະໄປສະນີ, ກະຊວງຄົມມະນາຄົມ ແລະກະຊວງກໍ່ສ້າງ ເຂົ້າເປັນກະຊວງດຽວ ເອີ້ນວ່າ ກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະກໍ່ສ້າງ, ຕາມດຳລັດເລກທີ 66/ນຍ ລົງວັນທີ 20 ພຶດສະພາ 1989.  ໃນໄລຍະນີ້ ທ່ານ ບົວທອງ ວົງລໍຄຳ ເປັນລັດຖະມົນຕີ ກໍໄດ້ເປີດກອງປະຊຸມວຽກງານ ຄຂປກ ທົ່ວປະເທດຄັ້ງທີ່ 1 ໃນວັນທີ 11-15 ກຸມພາ 1991 ຊື່ງເປັນກອງປະຊຸມຄັ້ງປະຫວັດສາດຂອງຂະແໜງ ຄຂປກ.

ກົມໄປສະນີ ແລະ ໂທລະຄົມມະນາຄົມ ແມ່ນກົມໜຶ່ງທີ່ຢູ່ໃນໂຄງປະກອບຂອງກະຊວງດັ່ງກ່າວ ຊື່ງມີໜ້າທີ່ໃນການຊີ້ນຳ 2 ວຽກງານທີ່ສຳຄັນ ຄື ວຽກງານໄປສະນີ ແລະວຽກງານໂທລະຄົມມະນາຄົມ ໂດຍມີຄະນະກົມແຕ່ລະໄລຍະ ດັ່ງນີ້:

1993 - 1998   ທ່ານ ກ້າຢາ ປາລີ                ເປັນຫົວໜ້າກົມ

1998 - 2001  ທ່ານ ສຸລິຂັນ ຫຼວງເສນາ         ເປັນຫົວໜ້າກົມ

2001 - 2007 ທ່ານ ປາລະມີ ພົມມະທັນສີ      ເປັນຫົວໜ້າກົມ

ກົມໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ຮັບການຟື້ນຟູ ແລະການຂະຫຍາຍຕົວ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານການສື່ສານຂອງລັດ ແລະປະຊາຊົນ ດັ່ງນີ້:

- ທົ່ວປະເທດມີຫ້ອງການໄປສະນີທັງໝົດ 121 ແຫ່ງ, ໜ່ວຍໂທລະເລກ 110 ແຫ່ງ, ສູນໂທລະສັບ 68 ແຫ່ງ ແລະຈ່າມໄປສະນີ 90 ແຫ່ງ ຊື່ງໄດ້ເຮັດໃຫ້ໄປສະນີພັນພາຍໃນ ເພີ່ມຂື້ນ 2.1 ເທື່ອ, ໄປຕ່າງປະເທດ 5.53 ເທື່ອ.

- ນອກຈາກນີ້ກໍໄດ້ປັບປຸງການບໍລິການ, ການສົ່ງໃຫ້ວ່ອງໄວ ແລະ ຮັບປະກັນຂື້ນຕື່ມ ເປີດບໍລິການເມດ່ວນ (EMS) ໄປຫາບັນດາແຂວງໃຫຍ່ ແລະຫຼາຍປະເທດໃນໂລກ ທີ່ມີການພົວພັນກັບ ສປປ ລາວ.

ຕໍ່ມາ ເພື່ອເຮັດໃຫ້ການຄຸ້ມຄອງ ແລະພັດທະນາວຽກງານໄປສະນີ ມີຄວາມເຂັ້ມແຂງຫຼາຍຂື້ນ, ຈຶ່ງໄດ້ອອກກົດໝາຍ “ວ່າດ້ວຍການໄປສະນີ” ເປັນສະບັບທຳອິດ ຊື່ງປະກາດໃຊ້ຢ່າງເປັນທາງການໃນ ວັນທີ 17 ພຶດສະພາ ປີ 2004 ໂດຍສະພາແຫ່ງຊາດ ເພື່ອຫັນວຽກງານໄປສະນີໃຫ້ເຂົ້າສູ່ລະບຽບການຫຼາຍຂື້ນ.

3. 2007-2011 (ອົງການໄປສະນີ ແລະໂທລະຄົມມະນາຄົມ ແຫ່ງຊາດ)

ກົມໄປສະນີ ແລະໂທລະຄົມມະນາຄົມ ຊື່ງເຮັດໜ້າທີ່ຄຸ້ມຄອງກິດຈະການໄປສະນີ ແລະ ໂທລະຄົມມະນາຄົມແບບທົ່ວປວງຊົນ ໄດ້ແຍກອອກຈາກກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ແລ້ວສ້າງຕັ້ງເປັນອົງການໄປສະນີ ແລະໂທລະຄົມມະນາຄົມແຫ່ງຊາດ ຕາມດຳລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງອົງການໄປສະນີ ແລະ ໂທລະຄົມມະນາຄົມແຫ່ງຊາດ ສະບັບເລກທີ 375/ນຍ ລົງວັນທີ 22 ຕຸລາ 2007 ຂອງທ່ານນາຍົກລັດຖະມົນຕີ, ໂດຍມີ ທ່ານ ຄຳລວດ ສິດລາກອນ ເປັນລັດຖະມົນຕີ.

ໃນຊ່ວງນີ້ຂະແໜງການໄປສະນີ ກໍໄດ້ຖືກສ້າງຕັ້ງຂື້ນເປັນກົມໄປສະນີສະເພາະ ເພື່ອນຳພາ-ຊີ້ນຳການຄຸ້ມຄອງ ແລະພັດທະນາວຽກງານໄປສະນີ ໃຫ້ມີປະສິດທິພາບຫຼາຍຂື້ນ, ໂດຍມີ ກົມໄປສະນີ ຄຸ້ມຄອງຂັ້ນສູນກາງ ແລະ ມີບັນດາພະແນກໄປສະນີ ແລະໂທລະຄົມມະນາຄົມ ປະຈຳແຂວງ/ນະຄອນຫຼວງ ຄຸ້ມຄອງວຽກງານໄປສະນີຢູ່ຂັ້ນທ້ອງຖິ່ນ ແລະມີພຽງແຕ່ບໍລິສັດລັດວິສະຫະກິດໄປສະນີລາວເທົ່ານັ້ນ ທີ່ເຮັດໜ້າທີ່ບໍລິການໄປສະນີທົ່ວປວງຊົນໃນໄລຍະດັ່ງກ່າວ.

ຫົວໜ້າກົມໄປສະນີ ໃນໄລຍະນັ້ນແມ່ນ:

2007 - 2011    ທ່ານ ສົມລິດ ພູທອນສີ    ເປັນຫົວໜ້າກົມ

4. 2011-2017 (ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ)

ແມ່ນໄລຍະທີ່ ອົງການໄປສະນີ ແລະໂທລະຄົມມະນາຄົມແຫ່ງຊາດ ໄດ້ຍົກລະດັບເປັນກະຊວງໄປສະນີ ໂທລະຄົມມະນາຄົມ ແລະການສື່ສານ ຕາມດຳລັດວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ, ສະບັບເລກທີ 303/ນຍ ລົງວັນທີ 26 ກັນຍາ 2011, ໂດຍແມ່ນ ທ່ານ ຫຽມ ພົມມະຈັນ ເປັນລັດຖະມົນຕີ.

ກົມໄປສະນີ ມີຫົວໜ້າກົມ ດັ່ງນີ້:

2011 - 2014 ທ່ານ ພູວົງ ຄຳຟອງ ເປັນຫົວໜ້າກົມ

2014– 2016 ທ່ານ ສົມນຶກ ໂພທິລາດ ເປັນຫົວໜ້າກົມ

ໃນໄລຍະນີ້ ກົມໄປສະນີ ໄດ້ມີການປັບປຸງກົດໝາຍວ່າດ້ວຍການໄປສະນີຄືນໃໝ່ ແລະ ໄດ້ປະກາດໃຊ້ໃນວັນທີ 25 ທັນວາ ປີ 2013 ໂດຍສະພາແຫ່ງຊາດ ຊື່ງໃນກົດໝາຍສະບັບປັບປຸງນີ້ກໍໄດ້ກຳນົດເອົາທຸກໆ “ວັນທີ 13 ມີນາ ຂອງແຕ່ລະປີເປັນວັນໄປສະນີແຫ່ງຊາດ”, ໄປພ້ອມກັບການປັບປຸງກົດໝາຍໄປສະນີ ລັດກໍໄດ້ເປີດກວ້າງໃຫ້ເອກະຊົນຕ່າງປະເທດເຂົ້າມາເຄື່ອນໄຫວບໍລິການໃນຂະແໜງການໄປສະນີ ຕື່ມອີກ ເຊັ່ນ DHL, TNT, PT Air Cargo, OCS ຊື່ງໄດ້ປະກອບສ່ວນເຂົ້າໃນການມອບພັນທະອາກອນຂອງຂະແໜງການໄປສະນີ ເພີ່ມຫຼາຍຂື້ນ.

5. 2017-2021 (ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ)

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ ໄດ້ປັບປຸງພາລະບົດບາດຂອງຕົນຄືນໃໝ່ ຕາມດຳລັດວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ, ສະບັບເລກທີ 22/ນຍ ລົງວັນທີ 16 ມັງກອນ 2017 ຂອງທ່ານນາຍົກລັດຖະມົນຕີ. ໂດຍແມ່ນ ທ່ານ ທັນສະໄໝ ກົມມະສິດ ເປັນລັດຖະມົນຕີ, ຮອງລັດຖະມົນຕີ ມີທ່ານ ບຸນສະເຫຼີມໄຊ ເຄນນາວົງ ແລະທ່ານ ທອງໃສ ຊານໄຊຍະ.

ກົມໄປສະນີ ມີຫົວໜ້າກົມແຕ່ລະໄລຍະ ດັ່ງນີ້:

2016 – 2018    ທ່ານ ສຸລິຍາ ຄຳບູຣາວົງ             ເປັນຫົວໜ້າກົມ

2018 - 2019    ທ່ານ ວາລະໄຊ ດາລາລອຍ          ຮັກສາການຫົວໜ້າກົມ

2019 - 2021     ທ່ານ ພົນປະສິດ ພິດສະໄໝ         ເປັນຫົວໜ້າກົມ

ມາໃນໄລຍະໃໝ່ນີ້ ນອກຈາກ, ວິສະຫະກິດໄປສະນີຂອງລັດ ທີ່ເຮັດໜ້າທີ່ໃນການເຄື່ອນໄຫວບໍລິການໄປສະນີທົ່ວປວງຊົນແລ້ວ ພາກລັດ, ຍັງໄດ້ເປີດກວ້າງໃຫ້ພາກເອກະຊົນພາຍໃນເຂົ້າມາລົງທຶນຫຼາຍຂື້ນ ເພື່ອປະກອບສ່ວນເຄື່ອນໄຫວບໍລິການໄປສະນີໃຫ້ມີປະສິດທິພາບ ແລະຄຸນນະພາບດີຂື້ນ ໂດຍກິດຈະການດ້ານໄປສະນີ ຍັງຢູ່ພາຍໃຕ້ການຄຸ້ມຄອງຂອງກົມໄປສະນີຂັ້ນສູນກາງ ແລະ ມີພະແນກໄປສະນີ ໂທລະຄົມມະນາ ແລະການສື່ສານ ປະຈຳແຂວງ/ນະຄອນຫຼວງ ຄຸ້ມຄອງວຽກງານໄປສະນີ ຂັ້ນທ້ອງຖິ່ນ.

ຜູ້ປະກອບທີ່ໃຫ້ບໍລິການພາຍໃນ ແລະລະຫວ່າງປະເທດ ໄດ້ຂະຫຍາຍຕົວອອກຢ່າງກວ້າງ ຊື່ງມີຈຳນວນ 4 ລາຍ, ຂົນສົ່ງລະຫວ່າງປະເທດ 4 ບໍລິສັດ (ນາຍທຶນຕ່າງປະເທດ) ແລະພາຍໃນປະເທດມີ 18 ບໍລິສັດ.

6. 2021 - ປະຈຸບັນ (ກະຊວງເຕັກໂນໂລຊີ ແລະການສື່ສານ)

ກະຊວງໄປສະນີ ໂທລະຄົມມະນາຄົມ ໄດ້ລວມເອົາວຽກງານເຕັກໂນໂລຊີ ຈາກກະຊວງວິທະສາດ ແລະ ເຕັກໂນໂລຊີ ເຂົ້າດ້ວຍກັນ ແລ້ວປ່ຽນຊື່ເປັນກະຊວງເຕັກໂນໂລຊີ ແລະການສື່ສານ, ຕາມດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງເຕັກໂນໂລຊີ ແລະການສື່ສານ ສະບັບເລກທີ 625/ນຍ ລົງວັນທີ 22 ຕຸລາ 2021, ໂດຍແມ່ນ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ເປັນລັດຖະມົນຕີ, ມີຮອງລັດຖະມົນຕີ ຄື ທ່ານ ບຸນສະເຫຼີມໄຊ ເຄນນາວົງ, ທ່ານ ແກ້ວວິສຸກ ໂສລະພົມ, ທ່ານ ໄຊລືສາ ອິນສີຊຽງໃໝ່.

ທີ່ຕັ້ງ ແລະ ພາລະບົດບາດ

ກົມໄປສະນີ ຕົວອັກສອນຫຍໍ້ “ກປນ” ເປັນພາສາສາກົນ Department of Post ຂຽນຫຍໍ້ “DOPOST” ແມ່ນໂຄງປະກອບກົງຈັກຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ມີພາລະບົດບາດ ເປັນ ເສນາທິການໃຫ້ແກ່ກະຊວງໃນການຄຸ້ມຄອງ ແລະ ພັດທະນາວຽກງານການຮັບຝາກ, ການຈັດສົ່ງ, ການແຈກຢາຍເຄື່ອງຝາກດ້ານໄປສະນີແລະ ວຽກງານໂລຊິດສະຕິກດ້ານການຄ້າເອເລັກໂຕຣນິກໃນຂອບເຂດທົ່ວປະເທດ.

ໜ້າທີ່

  1. ປະຕິບັດກົດຫມາຍ, ດໍາລັດ, ນິຕິກໍາອື່ນຂອງຂັ້ນເທິງ ແລະ ນິຕິກໍາຕ່າງໆຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ;
  2. ຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານໄປສະນີ ແລະ ວຽກງານໂລຊິດສະຕິກດ້ານການຄ້າເອເລັກໂຕຣນິກ;
  3. ສ້າງຮ່າງແຜນຍຸດທະສາດ ແລະ ນະໂຍບາຍ ກ່ຽວກັບວຽກງານໄປສະນີ ແລະ ວຽກງານໂລຊິດສະຕິກ ດ້ານການຄ້າເອເລັກໂຕຣນິກ; ສ້າງແຜນງານ, ແຜນການ ແລະ ໂຄງການ ກ່ຽວກັບວຽກງານໄປສະນີ ແລະ ວຽກງານໂລຊິດສະຕິກດ້ານການຄ້າເອເລັກໂຕຣນິກ ເພື່ອສະເຫນີລັດຖະມົນຕີກະຊວງເຕັກໂນໂລ ຊີ ແລະ ການສື່ສານ ພິຈາລະນາຮັບຮອງ ແລະ ອະນຸມັດ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;
  4. ຄົ້ນຄວ້າ, ສ້າງ ແລະ ປັບປຸງກົດຫມາຍ, ນິຕິກໍາຂອງຂະແຫນງການໄປສະນີ ສະເຫນີຕໍ່ຄະນະນໍາກະຊວງ ເພື່ອພິຈາລະນາ;
  5. ຄຸ້ມຄອງ, ຕິດຕາມ ແລະ ກວດກາກິດຈະການດ້ານໄປສະນີ ແລະ ບໍລິການໂລຊິດສະຕິກດ້ານການຄ້າ ເອເລັກໂຕຣນິກທັງພາຍໃນ ແລະ ລະຫວ່າງປະເທດ;
  6. ຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາພື້ນຖານໂຄງລ່າງດ້ານໄປສະນີ ແລະ ການບໍລິການໂລຊິດສະຕິກ ດ້ານການຄ້າເອເລັກໂຕຣນິກ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ;
  7. ຄຸ້ມຄອງ ແລະ ພັດທະນາ ຊັບພະຍາກອນດ້ານໄປສະນີ;
  8. ຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາມາດຕະຖານເຕັກນິກ ແລະ ຄຸນນະພາບການບໍລິການດ້ານໄປສະນີ, ຈັດສົ່ງ, ແຈກຢາຍເຄື່ອງຝາກ ແລະ ການບໍລິການໂລຊິດສະຕິກດ້ານການຄ້າເອເລັກໂຕຣນິກ;
  9. ຄົ້ນຄວ້າ, ສ້າງກົນໄກດັດສົມຕະຫລາດ, ລາຄາ ແລະ ການແຂ່ງຂັນ ການບໍລິການຂະແຫນງການໄປສະນີ;
  10. ສົ່ງເສີມ, ພັດທະນາຄວາມຮູ້ ແລະ ຄວາມສາມາດໃຫ້ອົງການຄຸ້ມຄອງ ແລະ ຜູ້ປະກອບການໃນຂະ ແຫນງການໄປສະນີ;
  11. ສົ່ງເສີມການນໍາໃຊ້ພື້ນຖານໂຄງລ່າງໄປສະນີ, ຈັດສົ່ງ ແລະ ແຈກຢາຍເຄື່ອງຝາກ ແລະ ການບໍລິການ ໂລຊິດສະຕິກດ້ານການຄ້າເອເລັກໂຕນິກ ໃນທົ່ວສັງຄົມ;
  12. ຂຸດຄົ້ນຊອກຫາແຫຼ່ງລາຍຮັບ ເຂົ້າໃນການພັດທະນາວຽກງານໄປສະນີ ແລະ ວຽກງານໂລຊິດສະຕິກ ດ້ານການຄ້າເອເລັກໂຕຼນິກ;
  13. ຄົ້ນຄວ້າການນໍາໃຊ້ເຕັກໂນໂລຊີ ແລະ ສົ່ງເສີມຫົວຄິດປະດິດສ້າງ, ການສ້າງນະວັດຕະກໍາໃຫມ່, ການ ພັດທະນາວຽກງານໄປສະນີ ແລະ ວຽກງານໂລຊິດສະຕິກ ດ້ານການຄ້າເອເລັກໂຕຼນິກ;
  14. ຄົ້ນຄວ້າສະເຫນີ ແລະ ແກ້ໄຂຂໍ້ຂັດແຍ່ງພາຍໃຕ້ຂະແຫນງການໄປສະນີ;
  15. ຄຸ້ມຄອງ, ຕິດຕາມກວດກາ ແລະ ຊຸກຍູ້ການເຄື່ອນໄຫວ ຂອງບໍລິສັດ ລັດວິສາຫະກິດ ໄປສະນີລາວ;
  16. ພົວພັນ ແລະ ຮ່ວມມືທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ໃນການຍາດແຍ່ງເອົາ ບົດຮຽນ, ປະສົບການ, ການຊ່ວຍເຫຼືອທາງດ້ານເຕັກນິກ, ເຕັກໂນໂລຊີ ແລະ ແຫຼ່ງທຶນ ເຂົ້າໃນການ ພັດທະນາວຽກງານໄປສະນີ ແລະ ວຽກງານໂລຊິດສະຕິກດ້ານການຄ້າເອເລັກໂຕຼນິກ;
  17. ສ້າງແຜນງົບປະມານ ແລະ ແຜນລາຍຮັບ-ລາຍຈ່າຍວິຊາການ ໃນການຈັດຕັ້ງເຄື່ອນໄຫວວຽກງານ ວິຊາການຂອງກົມ;
  18. ສ້າງແຜນບໍາລຸງ, ກໍ່ສ້າງ, ສັບຊ້ອນ, ຄຸ້ມຄອງ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນ ພາຍໃນກົມ;
  19. ສະຫຼຸບ, ລາຍງານວຽກງານຂອງກົມໃຫ້ລັດຖະມົນຕີ ຊາບ ເພື່ອຂໍທິດຊີ້ນໍາ;
  20. ປະຕິບັດຫນ້າທີ່ອື່ນ ຕາມທີ່ກໍານົດໄວ້ໃນນິຕິກໍາອື່ນ ແລະ ການມອບຫມາຍຂອງລັດຖະມົນຕີ, ຮອງ ລັດຖະມົນຕີຜູ້ຊີ້ນໍາ.

ຂອບເຂດສິດ

  1. ປັບປຸງກົງຈັກການຈັດຕັ້ງ, ກໍານົດຕໍາແຫນ່ງງານ, ບັນຈຸ, ສັບຊ້ອນ ແລະ ຈັດວາງບຸກຄະລາກອນພາຍໃນ ກົມເພື່ອໃຫ້ຄະນະນໍາກະຊວງພິຈາລະນາ;
  2. ສະເຫນີຂໍແຕ່ງຕັ້ງ, ເລື່ອນຊັ້ນ-ຂັ້ນ, ຍົກຍ້າຍ, ປະຕິບັດວິໄນພະນັກງານທີ່ຂຶ້ນກັບກົມ;
  3. ຊີ້ນໍາ ແລະ ພັດທະນາວຽກງານຂະແຫນງການໄປສະນີ ແລະ ວຽກງານໂລຊິດສະຕິກດ້ານການຄ້າເອເລັກ ໂຕຣນິກ ຕໍ່ກັບອົງການຄຸ້ມຄອງຂັ້ນທ້ອງຖິ່ນ ໃນທົ່ວປະເທດ;
  4. ຕິດຕາມ, ກວດກາ, ປັບໄໝ ຜູ້ລະເມີດກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງໃນຂະແຫນງການໄປສະນີ;
  5. ພົວພັນ ແລະ ເຊັນສັນຍາ ຫຼື ອານຸສັນຍາກັບພາຍໃນ ແລະ ຕ່າງປະເທດທີ່ກ່ຽວຂ້ອງກັບວຽກງານຂອງ ຂະແຫນງການໄປສະນີ ຕາມການເຫັນດີ ຂອງຄະນະນໍາກະຊວງ;
  6. ອອກ, ຕໍ່, ໂຈະ ແລະ ຖອນໃບອະນຸຍາດທີ່ກ່ຽວຂ້ອງໃນການຄຸ້ມຄອງຂອງກົມໄປສະນີ;
  7. ອອກແຈ້ງການ, ຄໍາແນະນໍາໃນການປະຕິບັດຂໍ້ຕົກລົງ ແລະ ລະບຽບການອື່ນກ່ຽວກັບຂະແຫນງການ ໄປສະນີ;
  8. ຕິດຕາມ, ຊຸກຍູ້, ກວດກາ ແລະ ແນະນໍາການເຄື່ອນໄຫວທາງດ້ານວິຊາການ ຂອງບໍລິສັດລັດວິສາຫະ ກິດໄປສະນີລາວ ແລະ ຜູ້ປະກອບການໄປສະນີເອກະຊົນ;
  9. ເຂົ້າຮ່ວມ ແລະ ຈັດກອງປະຊຸມ, ສໍາມະນາ, ຝຶກອົບຮົມວິຊາການ ທັງພາຍໃນ ແລະ ຕ່າງປະເທດຕາມ ການເຫັນດີຂອງຄະນະນໍາກະຊວງ;
  10. ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ ຕາມການອະນຸມັດຂອງຄະນະນໍາກະຊວງ;
  11. ຄຸ້ມຄອງ ແລະ ນໍາໃຊ້ພາຫະນະ, ວັດຖຸອຸປະກອນ ແລະ ຊັບສົມບັດໃນຄວາມຮັບຜິດຊອບຂອງກົມ;
  12. ປະຕິບັດສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນນິຕິກໍາອື່ນ ການມອບຫມາຍຂອງ ລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນໍາ.

ໂຄງປະກອບກົງຈັກ

  1. ພະແນກສັງລວມຂອງກົມໄປສະນີ;
  2. ພະແນກນະໂຍບາຍ ແລະ ຄຸ້ມຄອງໄປສະນີ;
  3. ພະແນກສົ່ງເສີມ ແລະ ພັດທະນາໄປສະນີ;
  4. ພະແນກມາດຕະຖານ ແລະ ເຕັກໂນໂລຊີໄປສະນີ.

ໂຄງປະກອບບຸກຄະລາກອນ

  1. ຫົວຫນ້າກົມໄປສະນີ ຈໍານວນ 01 ທ່ານ, ຮັບຜິດຊອບຕໍ່ລັດຖະມົນຕີ ແລະ ຮອງລັດຖະມົນຕີຜູ້ຊີ້ນໍາ ຂົງເຂດວຽກງານ ກ່ຽວກັບຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງໃນການປະຕິບັດວຽກງານຂອງຕົນ.
    • ໃນເວລາຫົວຫນ້າກົມ ຕິດຂັດ ຕ້ອງມອບສິດໃຫ້ຮອງຫົວຫນ້າກົມທ່ານໃດຫນຶ່ງຮັກສາການແທນ.
  2. ຮອງຫົວຫນ້າກົມໄປສະນີ ຈໍານວນຫນຶ່ງ ຊ່ວຍຫົວຫນ້າກົມຊີ້ນໍາວຽກງານໃດຫນຶ່ງ ຕາມການແບ່ງງານ ແລະ ການມອບຫມາຍ; ຮັບຜິດຊອບຕໍ່ຫົວຫນ້າກົມ ກ່ຽວກັບຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງຂອງ ວຽກງານທີ່ຕົນຊີ້ນໍາ.
    • ຮອງຫົວຫນ້າກົມຜູ້ຮັກສາການແທນ ຕ້ອງລາຍງານວຽກທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຮັກສາການ ແທນນັ້ນ ໃຫ້ຫົວຫນ້າກົມພາຍຫຼັງກັບມາປະຈໍາການ.
  3. ຫົວຫນ້າພະແນກ, ຮອງຫົວຫນ້າພະແນກ ແລະ ລັດຖະກອນວິຊາການຈໍານວນຫນຶ່ງ ຕາມການກໍານົດຕໍາ ແຫນ່ງງານ.
    • ສໍາລັບການບັນຈຸ, ຊັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ແມ່ນປະຕິບັດຕາມກົດຫມາຍ ແລະລະບຽບການ.

ໜ້າທີ່ ຂອງ ແຕ່ລະພະແນກ

ໜ້າທີ່ ຂອງພະແນກສັງລວມ

  1. ສໍາເນົາ, ບັນທຶກ ແລະ ສັງລວມການຄຸ້ມຄອງເອກະສານຂາເຂົ້າ-ຂາອອກ ຂອງກົມ ແລະ ແຈກຢາຍ ເອກະສານຂອງກົມໃຫ້ພາກສ່ວນພາຍນອກ ແລະ ພະແນກການພາຍໃນກົມ;
  2. ຄຸ້ມຄອງສັງລວມເຄື່ອງອຸປະກອນ, ພາຫະນະ ແລະ ຊັບສິນທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງກົມ;
  3. ດໍາເນີນວຽກພິທີການ ແລະ ເຮັດບົດບັນທຶກກອງປະຊຸມຂອງກົມ;.
  4. ເປັນໃຈກາງປະສານງານຕິດຕໍ່ພົວພັນ ແລະ ຕິດຕາມການເຄື່ອນໄຫວວຽກງານຂອງຄະນະກົມ ແລະ ບັນດາພະແນກ;
  5. ຂື້ນແຜນ ແລະ ສະຫຼຸບການເຄື່ອນໄຫວວຽກງານປະຈໍາອາທິດ, ເດືອນ, ງວດ ແລະ ປີຂອງກົມ;
  6. ກໍານົດແຜນບໍາລຸງກໍ່ສ້າງ, ສັບຊ້ອນ, ຄຸ້ມຄອງ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານລັດຖະກອນຂອງກົມ;
  7. ຄົ້ນຄວ້າເປົ້າຫມາຍຜູ້ເຂົ້າຮ່ວມກອງປະຊຸມ, ຝຶກອົບຮົມ, ສໍາມະນາ ພາຍໃນ ແລະ ຕ່າງປະເທດ ໃຫ້ຫົວຫນ້າກົມພິຈາລະນາ;
  8. ສະຫຼຸບ, ສັງລວມການຈັດຕັ້ງປະຕິບັດແຜນພັດທະນາ, ໂຄງການ, ແຜນງານຂອງກົມ;
  9. ຂຶ້ນແຜນການ ແລະ ສະຫຼຸບການນໍາໃຊ້ງົບປະມານ ປະຈໍາເດືອນ, ງວດ ແລະ ປີ ຂອງກົມ;
  10. ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຫົວຫນ້າກົມ ແລະ ຮອງຫົວຫນ້າກົມຜູ້ຊີ້ນໍາ.

ໜ້າທີ່ຂອງ ພະແນກນະໂຍບາຍ ແລະ ຄຸ້ມຄອງໄປສະນີ

  1. ຄົ້ນຄວ້າ, ສ້າງ ແລະ ເຜີຍແຜ່ບັນດາຍຸດທະສາດ, ນະໂຍບາຍ ແລະ ນິຕິກໍາໃນການຄຸ້ມຄອງຂະແຫນງການ ໄປສະນີ;
  2. ຄົ້ນຄວ້າ ແລະ ເຜີຍແຜ່ບັນດາແຜນຍຸດທະສາດ, ນະໂຍບາຍ ແລະ ນິຕິກໍາຂະແຫນງການໄປສະນີຂອງ ພາກພື້ນ ແລະ ສາກົນ;
  3. ຊຸກຍູ້, ສົ່ງເສີມ, ຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນຍຸດທະສາດ, ນະໂຍບາຍ ແລະ ນິຕິກໍາ ຂອງຂະແຫນງການໄປສະນີ;
  4. ຄົ້ນຄ້ວາການອອກ, ຕໍ່, ໂຈະ ແລະ ຖອນໃບອະນຸຍາດກິດຈະການໃນຂະແຫນງການໄປສະນີ;
  5. ເກັບກໍາ, ຄົ້ນຄວ້າ, ວິໄຈ ແລະ ເຜີຍແຜ່ສະຖິຕິໃນຂະແຫນງການໄປສະນີ ທັງພາຍໃນ ແລະ ສາກົນ;
  6. ຄົ້ນຄວ້າສ້າງສື່ໂຄສະນາ ແລະ ປະຊາສໍາພັນດ້ານໄປສະນີ;
  7. ຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ອົງການຄຸ້ມຄອງໄປສະນີ ຂັ້ນທ້ອງຖິ່ນໃນການອອກອະນຸຍາດດໍາເນີນທຸລະກິດຂະແຫນງການໄປສະນີ;
  8. ຄົ້ນຄ້ວາສ້າງກົນໄກ ແລະ ດັດສົມການຄຸ້ມຄອງຜູ້ປະກອບການ, ຂະຫຍາຍຕາຫນ່າງໄປສະນີ, ລາຄາ ແລະ ການແຂ່ງຂັນ;
  9. ຮັບຄໍາຮ້ອງ, ສັງລວມ, ຄົ້ນຄວ້າພິຈາລະນາ ແລະ ເປັນໃຈກາງໃນການໄກ່ເກ່ຍຂໍ້ຂັດແຍ່ງ ກ່ຽວກັບ ການບໍລິການດ້ານໄປສະນີ ຕາມຄວາມຮັບຜິດຊອບຂອງຕົນ;
  10. ສຶກສາອົບຮົມ, ກ່າວເຕືອນ ແລະ ແຈ້ງໃຫ້ຜູ້ປະກອບການຊາບ ກ່ຽວກັບການລະເມີດກົດຫມາຍ, ລະບຽບການໄປສະນີສາກົນ ຫຼື ລະບຽບການດ້ານໄປສະນີພາຍໃນປະເທດ ພ້ອມທັງລາຍງານໃຫ້ຂັ້ນ ເທິງຮັບຊາບ;
  11. ເຜີຍແຜ່, ແນະນໍາ ແລະ ສ້າງຄວາມເຂົ້າໃຈໃຫ້ກັບຜູ້ປະກອບການໃນການແກ້ໄຂຂໍ້ຂັດແຍ່ງລະຫວ່າງ ປະເທດ ແລະ ອົງການຈັດຕັ້ງສາກົນ;
  12. ຊຸກຍູ້ ແລະ ຕິດຕາມການເຄື່ອນໄຫວດໍາເນີນທຸລະກິດ ຂອງຜູ້ປະກອບການໄປສະນີ;
  13. ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຫົວຫນ້າກົມ ແລະ ຮອງຫົວຫນ້າກົມຜູ້ຊີ້ນໍາ.

ໜ້າທີ່ຂອງ ພະແນກສົ່ງເສີມ ແລະ ພັດທະນາໄປສະນີ

  1. ພົວພັນຮ່ວມມືກັບອົງການສະຫະພາບໄປສະນີສາກົນ, ສະຫະພາບໄປສະນີອາຊີ-ປາຊີຟິກ, ໄປສະນີ ອາຊຽນ ແລະ ອົງການໄປສະນີບັນດາປະເທດ ໃນການພັດທະນາ ແລະ ສົ່ງເສີມ ວຽກງານໄປສະນີ;
  2. ເປັນໃຈກາງໃນການປະສານງານ ລະຫວ່າງຜູ້ປະກອບການໄປສະນີລາວ ແລະ ຜູ້ປະກອບການໄປສະນີ ຕ່າງປະເທດ ໃນການຮ່ວມມື ແລະ ພັດທະນາ ຂະແຫນງການໄປສະນີ;
  3. ຊຸກຍູ້ການຈັດຕັ້ງປະຕິບັດພັນທະດ້ານໄປສະນີກັບສາກົນ ຂອງ ສປປ ລາວ;
  4. ຊຸກຍູ້ຜູ້ປະກອບການໃນການຈັດຕັ້ງປະຕິບັດພັນທະດ້ານໄປສະນີແບບທົ່ວເຖິງ;
  5. ຄົ້ນຄວ້າ ແລະ ສົ່ງເສີມການລົງທຶນໃນຂະແຫນງການໄປສະນີ;
  6. ຂຸດຄົ້ນ, ພັດທະນາ ແລະ ຂະຫຍາຍຕະຫຼາດທີ່ຍັງບໍ່ທັນມີບໍລິການ ຢູ່ພາຍໃນ ສປປ ລາວ;
  7. ຄົ້ນຄວ້າ ແລະ ພັດທະນານະໂຍບາຍສົ່ງເສີມການລົງທຶນຂະຫຍາຍພື້ນຖານໂຄງລ່າງໄປສະນີ ໄປສູ່ເຂດ ຊົນນະບົດຫ່າງໄກສອກຫຼີກ;
  8. ຊຸກຍູ້, ສົ່ງເສີມ ອົງການຄຸ້ມຄອງຂອງລັດ, ພາກທຸລະກິດ, ການຄ້າ ແລະ ປະຊາຊົນ ນໍາໃຊ້ຕາຫນ່າງ ໄປສະນີຢ່າງກວ້າງຂວາງ;
  9. ຝຶກອົບຮົມ ວຽກງານຄຸ້ມຄອງ, ວຽກງານເຕັກນິກວິຊາການ ໃຫ້ບັນດາອົງການຄຸ້ມຄອງ ແລະ ຜູ້ ປະກອບການໄປສະນີ;
  10. ຄົ້ນຄວ້າ ແລະ ເຜີຍແຜ່ຄວາມຮູ້ທາງດ້ານເຕັກນິກວິຊາການໃນຂະແຫນງການໄປສະນີ ທັງພາກພື້ນ ແລະ ສາກົນ ໃຫ້ບັນດາອົງການຄຸ້ມຄອງ ແລະ ຜູ້ປະກອບການໄປສະນີ;
  11. ຊຸກຍູ້ ແລະ ສົ່ງເສີມການນໍາໃຊ້ ໂຄງລ່າງພື້ນຖານໄປສະນີ ໃຫ້ສອດຄ່ອງກັບພາກພື້ນ ແລະ ສາກົນ;
  12. ຄົ້ນຄວ້າ, ກໍານົດປະເພດບໍລິການ, ຈໍານວນຜູ້ປະກອບການຕາມກົນໄກການຂະຫຍາຍຕົວຂອງຕະຫຼາດ ໄປສະນີແຕ່ລະໄລຍະ;
  13. ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຫົວຫນ້າກົມ ແລະ ຮອງຫົວຫນ້າກົມຜູ້ຊີ້ນໍາ.

ໜ້າທີ່ຂອງ ພະແນກມາດຕະຖານ ແລະ ເຕັກໂນໂລຊີໄປສະນີ

  1. ຄົ້ນຄວ້າສ້າງ ແລະ ເຜີຍແຜ່ ກ່ຽວກັບມາດຕະຖານເຕັກນິກ ແລະ ຄຸນນະພາບການບໍລິການດ້ານ ໄປສະນີ;
  2. ສັງລວມ ແລະ ເຜີຍແຜ່ ກ່ຽວກັບມາດຕະຖານເຕັກນິກ ແລະ ຄຸນນະພາບການບໍລິການໃນຂະແຫນງໄປ ສະນີຂອງພາກພື້ນ ແລະ ສາກົນ;
  3. ປະເມີນ ແລະ ອອກໃບຢັ້ງຢືນມາດຕະຖານເຕັກນິກ ແລະ ຄຸນນະພາບການບໍລິການດ້ານໄປສະນີ ໃຫ້
  4. ແກ່ຜູ້ປະກອບການຂະແຫນງການໄປສະນີ;
  5. ສັງລວມ, ເຜີຍແຜ່ ແລະ ຖ່າຍທອດເຕັກໂນໂລຊີໃນການຄຸ້ມຄອງ ແລະ ການບໍລິການຂອງຂະ ແຫນງການໄປສະນີທັງພາກພື້ນ ແລະ ສາກົນໃຫ້ແກ່ອົງການຄຸ້ມຄອງ ແລະ ຜູ້ໃຫ້ບໍລິການໄປສະນີ; ຄົ້ນຄວ້າ, ສ້າງ, ອອກແບບ,ພັດທະນາ ແລະ ໃຫ້ບໍລິການເຕັກໂນໂລຊີ ທີ່ກ່ຽວຂ້ອງໃນຂະແຫນງການ ໄປສະນີ ໃຫ້ຜູ້ປະກອບການ ແລະ ສັງຄົມ ໄດ້ນໍາໃຊ້;
  6. ຄົ້ນຄວ້າ ແລະ ກໍານົດຄຸນລັກສະນະໃນການຂະຫຍາຍ ແລະ ພັດທະນາຕາຫນ່າງໄປສະນີ, ການບໍລິການ ໄປສະນີຕົວແບບ ໄປສູ່ຊົນນະບົດເຂດຫ່າງໄກສອກຫຼີກ;
  7. ຄົ້ນຄວ້າ, ອອກແບບ, ຄຸ້ມຄອງ, ພັດທະນາ ແລະ ໃຫ້ບໍລິການນໍາໃຊ້ຊັບພະຍາກອນໄປສະນີໃຫ້ແກ່ ສັງຄົມ;
  8. ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຫົວຫນ້າກົມ ແລະ ຮອງຫົວຫນ້າກົມຜູ້ຊີ້ນໍາ.