ວັດສີສະເກດ: Difference between revisions
ລ (Protected "ວັດສີສະເກດ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ))) |
No edit summary |
||
(2 intermediate revisions by the same user not shown) | |||
ແຖວ 1: | ແຖວ 1: | ||
[[ຮູບ:ວັດສີສະເກດ.jpg|thumb]] | [[ຮູບ:ວັດສີສະເກດ.jpg|thumb]] | ||
ວັດສີສະເກດ ເປັນວັດທີ່ມີຄວາມສຳຄັນທາງປະຫວັດສາດ ເພາະວ່າເປັນວັດດຽວ ທີ່ລອດພົ້ນຈາກການຈູດເຜົາທຳລາຍຂອງສັກດີນາຕ່າງດ້າວ ທີ່ມາຮຸກຮານລາວ ໃນລະຫວ່າງປີ ຄສ 1827-1828. ວັດສີສະເກດໄດ້ຖືກສ້າງຂຶ້ນໃນປີ ຄສ 1818 ໂດຍການນຳພາຂອງເຈົ້າອານຸວົງ, ກະສັດອົງສຸດທ້າຍ | ວັດສີສະເກດ ເປັນວັດທີ່ມີຄວາມສຳຄັນທາງປະຫວັດສາດ ເພາະວ່າເປັນວັດດຽວ ທີ່ລອດພົ້ນຈາກການຈູດເຜົາທຳລາຍຂອງສັກດີນາຕ່າງດ້າວ ທີ່ມາຮຸກຮານລາວ ໃນລະຫວ່າງປີ ຄສ 1827-1828. ວັດສີສະເກດໄດ້ຖືກສ້າງຂຶ້ນໃນປີ ຄສ 1818 ໂດຍການນຳພາຂອງເຈົ້າອານຸວົງ, ກະສັດອົງສຸດທ້າຍ ຂອງຣາຊະວົງວຽງຈັນວັດສີສະເກດ ຊື່ເດີມແທ້ໄດ້ບົ່ງໃນສີລາຈາລຶກວ່າ “ວັດສະຕະສະຫັສສາຣາມ” (ແປວ່າ ວັດແສນ) ແຕ່ຄົນທັງຫຼາຍເອີ້ນວ່າ ວັດສີສະເກດ ວັດນີ້ຕັ້ງຢູ່ຕິດກັບບໍລິເວນ ພະລາຊະວັງຫຼວງ ດ້ານຕາເວັນອອກສ່ຽງເໜືອ ແລະ ຢູ່ດ້ານໃນຂອງກຳແພງ ວຽງຈັນຊັ້ນໃນ (ຊັ້ນທີໜຶ່ງ) ຫ່າງໄກຈາກແມ່ນ້ຳຂອງປະມານ 250 ແມັດ ແລະ ມີຄວາມພິເສດທີ່ສຸດ ເນື່ອງຈາກວ່າ ເປັນວັດທີ່ບັນຈຸຫໍໄຕປີດົກ, ກຸດຕິຂອງເຈົ້າເພັດຊະຣາຊ ແລະ ຢູ່ຕາມຝາດ້ານໃນຂອງສິມ ກໍ່ມີຮູບແຕ້ມລວດລາຍງົດງາມ. | ||
ບໍລິເວນວັດ ມີກົມມະລຽນອ້ອມສີ່ດ້ານ, ແຕ່ລະດ້ານ ມີພຣະພຸດທະຮູບນ້ອຍທີ່ເຮັດດ້ວຍປະທາຍເພັດ ລວມມີ 120 ອົງ. ສ່ວນຢູ່ຂ້າງອຸໂບສົດມີພຣະພຸດທະຮູບປະທານອົງໃຫຍ່ອັນສັກສິດ, ຢູ່ຂ້າງກ້ຳຊ້າຍ ແລະ ຂວາຂອງພຣະປະທານ ກໍມີພຣະພຸດທະຮູບທອງຫລໍ່ ປາງຫ້າມຍາດ 2 ອົງ ເຊິ່ງເຈົ້າອານຸວົງ ໄດ້ສ້າງໄວ້ເທົ່າກັບເລົ່າຄີງຂອງເພິ່ນເອງ. ນອກນັ້ນ ຢູ່ຕາມຊ່ອງຝາດ້ານໃນສິມ ກໍຍັງມີພຣະພຸດທະຮູບອົງນ້ອຍໆ ລວມທັງໝົດ 2052 ອົງ ເຊິ່ງໃນນັ້ນເຮັດດ້ວຍເງິນບຸ 276 ອົງ. | |||
ວັດສີສະເກດ ໄດ້ບູລະນະສ້ອມແປງຄືນໃໝ່ ຄັ້ງທຳອິດ ປີ ຄສ 1924 ແລະ ຕໍ່ມາ ເຖິງປີ ຄສ 1930 ຈຶ່ງໄດ້ສ້ອມແປງໃຫຍ່ລວມທັງຫໍໄຕດ້ວຍ ສ່ວນທຶນຮອນ ແມ່ນໄດ້ມາຈາກ ພໍ່ແມ່ປະຊາຊົນເປັນສ່ວນຫຼາຍ ສົມທົບກັນທຶນຂອງລັດຈຳນວນໜຶ່ງ. | |||
'''<big>ວັດຖຸບູຮານທີ່ສຳຄັນໃນວັດ</big>''' | |||
ວັດສີສະເກດ ໄດ້ເປັນບ່ອນສະສົມເຕົ້າໂຮມ ມໍລະດົກວັດທະນະທຳ ທາງສາສະໜາ ເລີ່ມແຕ່ ປີ ຄສ 1924 ເປັນຕົ້ນມາ ປັດຈຸບັນນີ້ພຸດທະສີມາ ວັດສີສະເກດ ໄດ້ກາຍເປັນຄັງສາງ ບ່ອນສະສົມ ວັດຖຸບູຮານຕ່າງໆ ທີ່ມີຄຸນຄ່າທາງດ້ານປະຫວັດສາດ ແລະ ສິລະປະ ນັບແຕ່ສະຕະວັດທີ XV-XIX ແລະ ພິເສດ ແມ່ນສະສົມວັດຖຸສິລະປະວັດທະນະທຳ ສະໄໝສະຕະວັດທີ XIX ແຫ່ງຄຼິດຕະສັງກາດ. ນອກນີ້ຍັງມີຫໍໄຕທີ່ຄຽງຄູ່ກັບວັດສີສະເກດ | |||
* '''ຫໍໄຕ (ຫໍສະໝຸດທາງດ້ານສາສະໜາ)''' | |||
ສ້າງຂຶ້ນໃນສະໄໝດຽວ ກັບວັດສີສະເກດ ເພື່ອເກັບມ້ຽນພະຄຳພີ ຫຼື ເອກະສານທາງສາສະໜາ. ຫໍໄຕນີ້ ແຕ່ເດີມແທ້ປະດັບປະດາ ດ້ວຍດອກດວງ ແລະ ຕິດແກ້ວທີ່ສົດສວຍງົດງາມ ແຕ່ໄດ້ສູນຫາຍໄປໝົດແລັວ ສະໄໝປາງສົງຄາມປີ ຄສ 1829 ແລະ ສ້ອມແປງຄືນໃໝ່ໃນປີ ຄສ 1930. | |||
* '''ສີລາຈາລຶກ''' | |||
ສີລາຈາລຶກແຜ່ນໃຫຍ່ຕັ້ງຕິດຝາປະຕູທາງດ້ານຂວາມືເບື້ອງທິດຕາເວັນຕົກ ຂອງກົມມະລຽນ ເຊິ່ງກົງກັນຂ້າມກັບສີລາລາສີຕົວເຜິ້ງ ຫຼື ຕົວສະເຫວີຍສີລາຈາລຶກນີ້ແມ່ນບັນທຶກບອກເວລາກໍ່ສ້າງວັດສີສະເກດເມື່ອປີ ຈສ 1188 (ຄສ 1818) ພ້ອມທັງບອກສິ່ງກໍ່ສ້າງພາຍໃນວັດ ແລະ ມໍລະດົກຂອງວັດທັງໝົດ. | |||
* '''ພຣພຸດທະຮູບອົງໃຫຍ່.''' | |||
ພຣະຮູບປະທານອົງໃຫຍ່ ແລະ ພຣະພຸດທະຮູບທອງ ປາງຫ້າມຍາດ 2 ອົງ ຕັ້ງຢູ່ແທ່ນໃຫຍ່ກາງພຸດທະສີມາ ແມ່ນພຣະພຸດທະຮູບທີ່ໃຫ້ຄຸນຄ່າທາງດ້ານປະຫວັດສາດ ສິລະປະດີທີ່ສຸດ ໃນຕົ້ນສະຕະວັດທີ XIX ຊຶ່ງສ້າງຂຶ້ນໂດຍຊ່າງຝີມືດີເດັ່ນ ພິເສດຕ່າງຈາກສະກຸນຊ່າງ ສີລະປະສະໄໝກ່ອນໆ ທີ່ຜ່ານມາ ມີເອກະລັກນຳຍຸກສະໄໝແທ້. | |||
* '''ຮາວທຽນ.''' | |||
ຮາວທຽນມີລວງສູງ 1,88 ມ ແລະ ມີຄວາມກວ້າງ 2,10 ມ ເຮັດດ້ວຍໄມ້ເນື້ອດີ ເປັນປະຕິມະກຳແກະສະຫຼັກທີສວຍງາມເປັນພິເສດ ເປັນປະຕິມະກຳປະສົມ ລະຫວ່າງສອງອານາຈັກ ລ້ານຊ້າງແລະລ້ານນາ ສ້າງຂຶ້ນເມື່ອຕົ້ນສະຕະວັດທີ XIX. | |||
* '''ຮູບແຕ້ມຝາຜະໜັງ.''' | |||
ຮູບແຕ້ມຝາຜະໜັງດ້ານໃນຂອງພຸດທະສິມາປະດິດສ້າງຂຶ້ນພ້ອມດຽວກັບການສ້າງ ວັດສີສະເກດ ລະບາຍດ້ວຍສີນ້ຳປູນແບບພື້ນບ້ານ. ຮູບແຕ້ມນີ້ມີ ເລື່ອງປະກົດໃນຕຳນານພື້ນເມືອງ ທີ່ມີຊື່ວ່າ ພຣະຣາສັງຂະຫຍາ ຕົວລະຄອນເອກມີຊື່ວ່າ “ພະຍາໂບກຂະລະພັດ” ແລະ ໃນຮູບແຕ້ມນີ້ປະກົດອິດທິພົນຂອງພວກສະຫຍາມປະປົນຢູ່ດ້ວຍເຊັ່ນ: ຮູບຄົນໃສ່ໝວກແບບຊາວຕາເວັນຕົກ ຮູບແບບນີ້ ໄດ້ປາກົດມີຫຼາຍຢູ່ລາວລ້ານຊ້າງເມື່ອທ້າຍສະຕະວັດທີ XVIII ແລະ ຕົ້ນສະຕະວັດທີ XIX ໂດຍສະເພາະຢູ່ນະຄອນຫຼວງພະບາງ ສ່ວນຢູ່ວຽງຈັນນີ້ບໍ່ປາກົດເຫັນຢູ່ບ່ອນໃດ ນອກຈາກວັດສີສະເກດນີ້ທໍ່ນັ້ນ. | |||
* '''ພະພຸດທະຮູບ''' | |||
ພະພຸດທະຮູບທີ່ຈັດຕັ້ງໄວ້ໃນຊ່ອງກຸດນ້ອຍຢູ່ຝາກົມມະລຽນອ້ອມຮອບທັງສີ່ດ້ານ ເຊິ່ງມີຈຳນວນ 6,840 ອົງ ໃນນັ້ນມີພະພຸດທະຮູບເງິນບຸ 276 ອົງ ຊຶ່ງມີຄຸນຄ່າທາງສິລະປະ ແລະ ມີຄວາມໝາຍທາງວິຈິດຕະສາດ. ປັດຈຸບັນນີ້ໄດ້ສູນຫາຍໄປສ່ວນຫຼາຍ ໂດຍສະເພາະພະພຸດທະຮູບເງິນບຸໄດ້ສູນຫາຍ. ພຣະພຸດທະຮູບເຮັດດ້ວຍປູນປະທາຍ 120 ອົງທີ່ຈັດຕັ້ງໄວ້ອ້ອມກົມມະລຽນ ເປັນພຣະພຸດທະຮູບທີ່ມີຄວາມສວຍງາມອີກແບບໜຶ່ງ ເຊິ່ງມີເອກະລັກພິເສດຂອງສະຕະວັດທີ XIX ມີຄຸນຄ່າທາງດ້ານສິລະປະ ແລະ ມີຄວາມໝາຍທາງຈິດຕະສາດຂອງຄົນສະໄໝບູຮານອີກດ້ວຍ. | |||
* '''ພຣະພຸດທະຮູບປາງຊະນະມານ.''' | |||
ພຣະຮູບທອງສຳລິດປາງຊະນະມານໝາຍເລກທະບຽນ ສສກII/93 ມີຄວາມສູງ 1,02 ມ ສ້າງເມື່ອທ້າຍສະຕະວັດທີ XV ກົງກັບ ຄສ 1480 ສະກຸນຊ່າງວັດມະໂນລົມນະຄອນຫຼວງພະບາງ ຢູ່ນະຄອນຫຼວງວຽງຈັນປະກົດເຫັນໜ້ອຍທີ່ສຸດ | |||
* '''ບານປະຕູທາງທິດຕາເວັນອອກ.''' | |||
ບານປະຕູເຮັດດ້ວຍປູນປັ້ນປະທາຍເພັດ ສູງ 2,55 ມ ແລະ ກວ້າງ 1,27 ມ ສ້າງເມື່ອປີ ຄສ 1818 ພ້ອມດຽວກັນກັບສ້າງວັດສີສະເກດ.<gallery> | |||
ຮູບ:ພຣະພຸດທະຮູບປາງຊະນະມານ ວັດສີສະເກດ.jpg | |||
ຮູບ:ພຣະພຸດທະຮູບອົງໃຫຍ່ ວັດສີສະເກດ.png | |||
ຮູບ:ພະພຸດທະຮູບ ວັດສີສະເກດ.jpg | |||
ຮູບ:ຮາວທຽນ ວັດສີສະເກດ.png | |||
ຮູບ:ຮູບແຕ້ມຝາຜະໜັງ ວັດສີສະເກດ.jpg | |||
ຮູບ:ສີລາຈາລຶກ ວັດສີສະເກດ.png | |||
ຮູບ:ຫໍໄຕ ວັດສີສະເກດ.jpg | |||
</gallery> | |||
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=1 | ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=1 | ||
https://mgmac-amfaseansummit.gov.la/gweb/gweb/backend/web/index.php?r=site/detail&id=557 |
Latest revision as of 02:54, 15 ພະຈິກ 2024
ວັດສີສະເກດ ເປັນວັດທີ່ມີຄວາມສຳຄັນທາງປະຫວັດສາດ ເພາະວ່າເປັນວັດດຽວ ທີ່ລອດພົ້ນຈາກການຈູດເຜົາທຳລາຍຂອງສັກດີນາຕ່າງດ້າວ ທີ່ມາຮຸກຮານລາວ ໃນລະຫວ່າງປີ ຄສ 1827-1828. ວັດສີສະເກດໄດ້ຖືກສ້າງຂຶ້ນໃນປີ ຄສ 1818 ໂດຍການນຳພາຂອງເຈົ້າອານຸວົງ, ກະສັດອົງສຸດທ້າຍ ຂອງຣາຊະວົງວຽງຈັນວັດສີສະເກດ ຊື່ເດີມແທ້ໄດ້ບົ່ງໃນສີລາຈາລຶກວ່າ “ວັດສະຕະສະຫັສສາຣາມ” (ແປວ່າ ວັດແສນ) ແຕ່ຄົນທັງຫຼາຍເອີ້ນວ່າ ວັດສີສະເກດ ວັດນີ້ຕັ້ງຢູ່ຕິດກັບບໍລິເວນ ພະລາຊະວັງຫຼວງ ດ້ານຕາເວັນອອກສ່ຽງເໜືອ ແລະ ຢູ່ດ້ານໃນຂອງກຳແພງ ວຽງຈັນຊັ້ນໃນ (ຊັ້ນທີໜຶ່ງ) ຫ່າງໄກຈາກແມ່ນ້ຳຂອງປະມານ 250 ແມັດ ແລະ ມີຄວາມພິເສດທີ່ສຸດ ເນື່ອງຈາກວ່າ ເປັນວັດທີ່ບັນຈຸຫໍໄຕປີດົກ, ກຸດຕິຂອງເຈົ້າເພັດຊະຣາຊ ແລະ ຢູ່ຕາມຝາດ້ານໃນຂອງສິມ ກໍ່ມີຮູບແຕ້ມລວດລາຍງົດງາມ.
ບໍລິເວນວັດ ມີກົມມະລຽນອ້ອມສີ່ດ້ານ, ແຕ່ລະດ້ານ ມີພຣະພຸດທະຮູບນ້ອຍທີ່ເຮັດດ້ວຍປະທາຍເພັດ ລວມມີ 120 ອົງ. ສ່ວນຢູ່ຂ້າງອຸໂບສົດມີພຣະພຸດທະຮູບປະທານອົງໃຫຍ່ອັນສັກສິດ, ຢູ່ຂ້າງກ້ຳຊ້າຍ ແລະ ຂວາຂອງພຣະປະທານ ກໍມີພຣະພຸດທະຮູບທອງຫລໍ່ ປາງຫ້າມຍາດ 2 ອົງ ເຊິ່ງເຈົ້າອານຸວົງ ໄດ້ສ້າງໄວ້ເທົ່າກັບເລົ່າຄີງຂອງເພິ່ນເອງ. ນອກນັ້ນ ຢູ່ຕາມຊ່ອງຝາດ້ານໃນສິມ ກໍຍັງມີພຣະພຸດທະຮູບອົງນ້ອຍໆ ລວມທັງໝົດ 2052 ອົງ ເຊິ່ງໃນນັ້ນເຮັດດ້ວຍເງິນບຸ 276 ອົງ.
ວັດສີສະເກດ ໄດ້ບູລະນະສ້ອມແປງຄືນໃໝ່ ຄັ້ງທຳອິດ ປີ ຄສ 1924 ແລະ ຕໍ່ມາ ເຖິງປີ ຄສ 1930 ຈຶ່ງໄດ້ສ້ອມແປງໃຫຍ່ລວມທັງຫໍໄຕດ້ວຍ ສ່ວນທຶນຮອນ ແມ່ນໄດ້ມາຈາກ ພໍ່ແມ່ປະຊາຊົນເປັນສ່ວນຫຼາຍ ສົມທົບກັນທຶນຂອງລັດຈຳນວນໜຶ່ງ.
ວັດຖຸບູຮານທີ່ສຳຄັນໃນວັດ
ວັດສີສະເກດ ໄດ້ເປັນບ່ອນສະສົມເຕົ້າໂຮມ ມໍລະດົກວັດທະນະທຳ ທາງສາສະໜາ ເລີ່ມແຕ່ ປີ ຄສ 1924 ເປັນຕົ້ນມາ ປັດຈຸບັນນີ້ພຸດທະສີມາ ວັດສີສະເກດ ໄດ້ກາຍເປັນຄັງສາງ ບ່ອນສະສົມ ວັດຖຸບູຮານຕ່າງໆ ທີ່ມີຄຸນຄ່າທາງດ້ານປະຫວັດສາດ ແລະ ສິລະປະ ນັບແຕ່ສະຕະວັດທີ XV-XIX ແລະ ພິເສດ ແມ່ນສະສົມວັດຖຸສິລະປະວັດທະນະທຳ ສະໄໝສະຕະວັດທີ XIX ແຫ່ງຄຼິດຕະສັງກາດ. ນອກນີ້ຍັງມີຫໍໄຕທີ່ຄຽງຄູ່ກັບວັດສີສະເກດ
- ຫໍໄຕ (ຫໍສະໝຸດທາງດ້ານສາສະໜາ)
ສ້າງຂຶ້ນໃນສະໄໝດຽວ ກັບວັດສີສະເກດ ເພື່ອເກັບມ້ຽນພະຄຳພີ ຫຼື ເອກະສານທາງສາສະໜາ. ຫໍໄຕນີ້ ແຕ່ເດີມແທ້ປະດັບປະດາ ດ້ວຍດອກດວງ ແລະ ຕິດແກ້ວທີ່ສົດສວຍງົດງາມ ແຕ່ໄດ້ສູນຫາຍໄປໝົດແລັວ ສະໄໝປາງສົງຄາມປີ ຄສ 1829 ແລະ ສ້ອມແປງຄືນໃໝ່ໃນປີ ຄສ 1930.
- ສີລາຈາລຶກ
ສີລາຈາລຶກແຜ່ນໃຫຍ່ຕັ້ງຕິດຝາປະຕູທາງດ້ານຂວາມືເບື້ອງທິດຕາເວັນຕົກ ຂອງກົມມະລຽນ ເຊິ່ງກົງກັນຂ້າມກັບສີລາລາສີຕົວເຜິ້ງ ຫຼື ຕົວສະເຫວີຍສີລາຈາລຶກນີ້ແມ່ນບັນທຶກບອກເວລາກໍ່ສ້າງວັດສີສະເກດເມື່ອປີ ຈສ 1188 (ຄສ 1818) ພ້ອມທັງບອກສິ່ງກໍ່ສ້າງພາຍໃນວັດ ແລະ ມໍລະດົກຂອງວັດທັງໝົດ.
- ພຣພຸດທະຮູບອົງໃຫຍ່.
ພຣະຮູບປະທານອົງໃຫຍ່ ແລະ ພຣະພຸດທະຮູບທອງ ປາງຫ້າມຍາດ 2 ອົງ ຕັ້ງຢູ່ແທ່ນໃຫຍ່ກາງພຸດທະສີມາ ແມ່ນພຣະພຸດທະຮູບທີ່ໃຫ້ຄຸນຄ່າທາງດ້ານປະຫວັດສາດ ສິລະປະດີທີ່ສຸດ ໃນຕົ້ນສະຕະວັດທີ XIX ຊຶ່ງສ້າງຂຶ້ນໂດຍຊ່າງຝີມືດີເດັ່ນ ພິເສດຕ່າງຈາກສະກຸນຊ່າງ ສີລະປະສະໄໝກ່ອນໆ ທີ່ຜ່ານມາ ມີເອກະລັກນຳຍຸກສະໄໝແທ້.
- ຮາວທຽນ.
ຮາວທຽນມີລວງສູງ 1,88 ມ ແລະ ມີຄວາມກວ້າງ 2,10 ມ ເຮັດດ້ວຍໄມ້ເນື້ອດີ ເປັນປະຕິມະກຳແກະສະຫຼັກທີສວຍງາມເປັນພິເສດ ເປັນປະຕິມະກຳປະສົມ ລະຫວ່າງສອງອານາຈັກ ລ້ານຊ້າງແລະລ້ານນາ ສ້າງຂຶ້ນເມື່ອຕົ້ນສະຕະວັດທີ XIX.
- ຮູບແຕ້ມຝາຜະໜັງ.
ຮູບແຕ້ມຝາຜະໜັງດ້ານໃນຂອງພຸດທະສິມາປະດິດສ້າງຂຶ້ນພ້ອມດຽວກັບການສ້າງ ວັດສີສະເກດ ລະບາຍດ້ວຍສີນ້ຳປູນແບບພື້ນບ້ານ. ຮູບແຕ້ມນີ້ມີ ເລື່ອງປະກົດໃນຕຳນານພື້ນເມືອງ ທີ່ມີຊື່ວ່າ ພຣະຣາສັງຂະຫຍາ ຕົວລະຄອນເອກມີຊື່ວ່າ “ພະຍາໂບກຂະລະພັດ” ແລະ ໃນຮູບແຕ້ມນີ້ປະກົດອິດທິພົນຂອງພວກສະຫຍາມປະປົນຢູ່ດ້ວຍເຊັ່ນ: ຮູບຄົນໃສ່ໝວກແບບຊາວຕາເວັນຕົກ ຮູບແບບນີ້ ໄດ້ປາກົດມີຫຼາຍຢູ່ລາວລ້ານຊ້າງເມື່ອທ້າຍສະຕະວັດທີ XVIII ແລະ ຕົ້ນສະຕະວັດທີ XIX ໂດຍສະເພາະຢູ່ນະຄອນຫຼວງພະບາງ ສ່ວນຢູ່ວຽງຈັນນີ້ບໍ່ປາກົດເຫັນຢູ່ບ່ອນໃດ ນອກຈາກວັດສີສະເກດນີ້ທໍ່ນັ້ນ.
- ພະພຸດທະຮູບ
ພະພຸດທະຮູບທີ່ຈັດຕັ້ງໄວ້ໃນຊ່ອງກຸດນ້ອຍຢູ່ຝາກົມມະລຽນອ້ອມຮອບທັງສີ່ດ້ານ ເຊິ່ງມີຈຳນວນ 6,840 ອົງ ໃນນັ້ນມີພະພຸດທະຮູບເງິນບຸ 276 ອົງ ຊຶ່ງມີຄຸນຄ່າທາງສິລະປະ ແລະ ມີຄວາມໝາຍທາງວິຈິດຕະສາດ. ປັດຈຸບັນນີ້ໄດ້ສູນຫາຍໄປສ່ວນຫຼາຍ ໂດຍສະເພາະພະພຸດທະຮູບເງິນບຸໄດ້ສູນຫາຍ. ພຣະພຸດທະຮູບເຮັດດ້ວຍປູນປະທາຍ 120 ອົງທີ່ຈັດຕັ້ງໄວ້ອ້ອມກົມມະລຽນ ເປັນພຣະພຸດທະຮູບທີ່ມີຄວາມສວຍງາມອີກແບບໜຶ່ງ ເຊິ່ງມີເອກະລັກພິເສດຂອງສະຕະວັດທີ XIX ມີຄຸນຄ່າທາງດ້ານສິລະປະ ແລະ ມີຄວາມໝາຍທາງຈິດຕະສາດຂອງຄົນສະໄໝບູຮານອີກດ້ວຍ.
- ພຣະພຸດທະຮູບປາງຊະນະມານ.
ພຣະຮູບທອງສຳລິດປາງຊະນະມານໝາຍເລກທະບຽນ ສສກII/93 ມີຄວາມສູງ 1,02 ມ ສ້າງເມື່ອທ້າຍສະຕະວັດທີ XV ກົງກັບ ຄສ 1480 ສະກຸນຊ່າງວັດມະໂນລົມນະຄອນຫຼວງພະບາງ ຢູ່ນະຄອນຫຼວງວຽງຈັນປະກົດເຫັນໜ້ອຍທີ່ສຸດ
- ບານປະຕູທາງທິດຕາເວັນອອກ.
ບານປະຕູເຮັດດ້ວຍປູນປັ້ນປະທາຍເພັດ ສູງ 2,55 ມ ແລະ ກວ້າງ 1,27 ມ ສ້າງເມື່ອປີ ຄສ 1818 ພ້ອມດຽວກັນກັບສ້າງວັດສີສະເກດ.
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=1
https://mgmac-amfaseansummit.gov.la/gweb/gweb/backend/web/index.php?r=site/detail&id=557